ເຄື່ອງຄຳນວນການກັກບໍລິເວນ ແລະ ການກັກຕົວ

This page is being reviewed for updates. The Washington State Department of Health has updated its guidance for what to do if you are sick with COVID-19 or were exposed to COVID-19. This page may have content that is inconsistent with the new guidance.

ການກັກບໍລິເວນ ແລະ ການກັກຕົວສຳລັບໂຄວິດ-19: Washington State Department of Health (ເປັນພາສາອັງກິດເທົ່ານັ້ນ)

ເບິ່ງຂ້າງລຸ່ມນີ້ສໍາລັບ ວິທີຄິດໄລ່ໄລຍະເວລາການກັກບໍລິເວນ ຫຼື ກັກຕົວຂອງທ່ານ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບສິ່ງທີ່ຕ້ອງເຮັດໃນລະຫວ່າງການກັກບໍລິເວນ, ກະລຸນາເບິ່ງ ຈະເຮັດແນວໃດຖ້າທ່ານກວດພະຍາດ ໂຄວິດ-19 ພົບວ່າເປັນບວກ (PDF). ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບສິ່ງທີ່ຕ້ອງເຮັດຖ້າທ່ານເປັນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອ ໂຄວິດ-19, ກະລຸນາເບິ່ງ ສິ່ງທີ່ຄວນເຮັດຖ້າທ່ານມີໂອກາດສໍາຜັດກັບຜູ້ຕິດເຊື້ອ ໂຄວິດ-19 (PDF).

ຖ້າທ່ານມີພູມຄຸ້ມກັນຜິດປົກກະຕິ ຫຼື ເຈັບປ່ວຍໜັກດ້ວຍ ໂຄວິດ-19, ເຄື່ອງຄຳນວນເຫຼົ່ານີ້ ອາດນຳໃຊ້ບໍ່ໄດ້ ກັບສະຖານະການຂອງທ່ານ. ກະລຸນາເບິ່ງ ສິ່ງທີ່ຄວນເຮັດຖ້າທ່ານກວດພະຍາດ ໂຄວິດ-19 ພົບວ່າເປັນບວກ (PDF) ສໍາລັບຂໍ້ມູນເພີ່ມເຕີມ.

ຖ້າທ່ານຢູ່ ຫຼື ເຮັດວຽກຢູ່ໃນສະຖານທີ່ທີ່ມີຄວາມສ່ຽງສູງ ເຄື່ອງຄຳນວນເຫຼົ່ານີ້ ອາດນຳໃຊ້ບໍ່ໄດ້ ກັບສະຖານະການຂອງທ່ານ. ການທີ່ທີ່ມີຄວາມສ່ຽງສູງລວມມີ: ສະຖານທີ່ດູແລສຸຂະພາບ, ສະຖານທີ່ກັກຂັງ, ສະຖານທີ່ຄຸມຂັງ, ສະຖານທີ່ສົງເຄາະຄົນທີ່ບໍ່ມີທີ່ຢູ່ອາໄສ, ສະຖານທີ່ພັກຊົ່ວຄາວ, ສະຖານທີ່ທາງທະເລການເດີນເຮືອທາງການຄ້າ (ເຊັ່ນ: ເຮືອຂົນອາຫານທະເລເພື່ອການຄ້າ, ເຮືອບັນທຸກສິນຄ້າ, ເຮືອຂົນສົ່ງ), ທີ່ຢູ່ອາໄສຊົ່ວຄາວຂອງພະນັກງານ, ຫຼື ສະຖານທີ່ເຮັດວຽກທີ່ແອອັດທີ່ບໍ່ສາມາດຢູ່ຫ່າງກັນໄດ້ເນື່ອງຈາກລັກສະນະການເຮັດວຽກ (ເຊັ່ນ: ໃນສາງ, ໂຮງງານ, ແລະ ສະຖານທີ່ຫໍ່ອາຫານ ແລະ ໂຮງງານປຸງແຕ່ງຊີ້ນ). ກະລຸນຳເຂົ້າເບີ່ງທີ່ ສິ່ງທີ່ຄວນເຮັດຖ້າທ່ານໄດ້ຮັບການກວດພະຍາດ ໂຄວິດ-19 ເປັນຜົນບວກ (PDF) ສໍາລັບຂໍ້ມູນກ່ຽວກັບໄລຍະເວລາກັກບໍລິເວນຂອງທ່ານ ແລະ ສິ່ງທີ່ຄວນເຮັດຖ້າທ່ານມີໂອກາດສໍາຜັດກັບຜູ້ຕິດເຊື້ອ ໂຄວິດ-19 (PDF) ສໍາລັບຂໍ້ມູນກ່ຽວກັບໄລຍະເວລາກັກຕົວ.

ຂ້າພະເຈົ້າໄດ້ກວດພົບເຊື້ອພະຍາດ ແລະ ມີ ຫຼື ໄດ້ມີອາການ: ຄິດໄລ່ໄລຍະເວລາກັນບໍລິເວນຂອງຂ້າພະເຈົ້າ

ການກັກບໍລິເວນ 5 ມື້

ໄລຍະການກັກບໍລິເວນ 5 ມື້ຈະໃຊ້ໄດ້ຖ້າ:

  • ອາການຕ່າງໆຂອງທ່ານໄດ້ດີຂຶ້ນ, ແລະ
  • 24 ຊົ່ວໂມງຜ່ານໄປນັບຕັ້ງແຕ່ທ່ານເປັນໄຂ້ ຫຼື ໄດ້ໃຊ້ຢາຫຼຸດຜ່ອນອາການໄຂ້, ແລະ
  • ທ່ານສາມາດໃສ່ຜ້າອັດປາກທີ່ພໍດີເມື່ອຢູ່ໃກ້ຄົນອື່ນໆ

ຖ້າເງື່ອນໄຂເຫຼົ່ານີ້ໃຊ້ໄດ້ຈົນມື້ສຸດທ້າຍຂອງການກັກບໍລິເວນຂອງທ່ານແມ່ນ:
ການກັກບໍລິເວນຂອງທ່ານສິ້ນສຸດໃນ:

ໃຫ້ແນ່ໃຈວ່າຕ້ອງສວມໃສ່ຜ້າອັດປາກເມື່ອຢູ່ໃກ້ກັບຄົນອື່ນເປັນເວລາ 5 ມື້ (ຈົນຮອດ ) ແລະ ຫຼີກເວັ້ນກິດຈະກໍາທີ່ທ່ານບໍ່ສາມາດໃສ່ຜ້າອັດປາກ. ທ່ານຄວນຫຼີກເວັ້ນການຢູ່ໃກ້ກັບຜູ້ທີ່ມີຄວາມສ່ຽງສູງ ຈົນຮອດ . ເຂົ້າເບິ່ງ ການເດີນທາງ | CDC (ພາສາອັງກິດເທົ່ານັ້ນ) ສຳລັບຂໍ້ມູນກ່ຽວກັບການເດີນທາງ.

ຖ້າທ່ານເຂົ້າເຖິງການກວດດ້ວຍ ແອນຕີເຈນ, ທ່ານສາມາດຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອຜູ້ອື່ນຕື່ມອີກໂດຍການກວດໃນມື້ທີ 5 ຂອງການກັກບໍລິເວນ. ຖ້າການກວດຂອງທ່ານເປັນລົບ, ທ່ານສາມາດຢຸດການກັກບໍລິເວນຫຼັງຈາກມື້ທີ່ 5, ແຕ່ສືບຕໍ່ໃສ່ຜ້າອັດປາກເມື່ອຢູ່ໃກ້ຄົນອື່ນເປັນເວລາອີກ 5 ມື້ (ຈົນຮອດ ). ຖ້າຜົນກວດຂອງທ່ານເປັນບວກ, ທ່ານຄວນກັກບໍລິເວນຈົນຮອດ .

ການກັກບໍລິເວນ 10 ມື້

ຖ້າເງື່ອນໄຂຂ້າງເທິງນີ້ບໍ່ໄດ້ໃຊ້ກັບທ່ານ, ຫຼັງຈາກນັ້ນທ່ານຄວນກັກບໍລິເວນເປັນເວລາ 10 ມື້.

ຖ້າທ່ານກຳລັງກັກບໍລິເວນເປັນເວລາ 10 ມື້, ມື້ຄົບມື້ສຸດທ້າຍໃນການກັກບໍລິເວນຂອງທ່ານແມ່ນ:
ການກັກບໍລິເວນຂອງທ່ານສິ້ນສຸດໃນ:

ຖ້າອາການຂອງທ່ານຍັງບໍ່ດີຂຶ້ນ ຫຼື ທ່ານຍັງສືບຕໍ່ມີໄຂ້ (ຫຼື ຕ້ອງໃຊ້ຢາຫຼຸດໄຂ້) ໃນ , ລໍຖ້າຢຸດການກັກບໍລິເວນຂອງທ່ານຈົນກວ່າອາການຂອງທ່ານດີຂຶ້ນ ແລະ ທ່ານບໍ່ໄດ້ເປັນໄຂ້ເປັນເວລາ 24 ຊົ່ວໂມງໂດຍບໍ່ໄດ້ໃຊ້ຢາຫຼຸດໄຂ້.

ຂ້າພະເຈົ້າໄດ້ກວດພົບເຊື້ອພະຍາດແຕ່ ຂ້າພະເຈົ້າບໍ່ເຄີຍມີອາການ: ຄິດໄລ່ໄລຍະເວລາກັກບໍລິເວນຂອງຂ້າພະເຈົ້າ

ການກັກບໍລິເວນ 5 ມື້

ໄລຍະການກັກບໍລິເວນ 5 ມື້ຈະໃຊ້ໄດ້ຖ້າ:

  • ທ່ານສາມາດໃສ່ຜ້າອັດປາກທີ່ພໍດີເມື່ອຢູ່ໃກ້ຄົນອື່ນໆ

ຖ້າທ່ານບໍ່ເຄີຍມີອາການ ແລະ ສາມາດໃສ່ຜ້າອັດປາກທີ່ເໝາະສົມໄດ້ເມື່ອຢູ່ໃກ້ກັບຄົນອື່ນ, ມື້ຄົບມື້ສຸດທ້າຍໃນການກັກບໍລິເວນຂອງທ່ານແມ່ນ:
ການກັກບໍລິເວນຂອງທ່ານສິ້ນສຸດໃນ:

ໃຫ້ແນ່ໃຈວ່າຕ້ອງສວມໃສ່ຜ້າອັດປາກເມື່ອຢູ່ໃກ້ກັບຄົນອື່ນເປັນເວລາ 5 ມື້ (ຈົນຮອດ ) ແລະ ຫຼີກເວັ້ນກິດຈະກໍາທີ່ທ່ານບໍ່ສາມາດໃສ່ຜ້າອັດປາກ. ທ່ານຍັງຄວນຫຼີກເວັ້ນການເດີນທາງ ແລະ ຫຼີກເວັ້ນການຢູ່ໃກ້ກັບຜູ້ທີ່ມີຄວາມສ່ຽງສູງ ຈົນຮອດ .

ໃຫ້ແນ່ໃຈວ່າຕ້ອງສວມໃສ່ຜ້າອັດປາກເມື່ອຢູ່ໃກ້ກັບຄົນອື່ນເປັນເວລາ 5 ມື້ (ຈົນຮອດ ) ແລະ ຫຼີກເວັ້ນກິດຈະກໍາທີ່ທ່ານບໍ່ສາມາດໃສ່ຜ້າອັດປາກ. ທ່ານຄວນຫຼີກເວັ້ນການຢູ່ໃກ້ກັບຜູ້ທີ່ມີຄວາມສ່ຽງສູງ ຈົນຮອດ . ເຂົ້າເບິ່ງ ການເດີນທາງ | CDC (ພາສາອັງກິດເທົ່ານັ້ນ) ສຳລັບຂໍ້ມູນກ່ຽວກັບການເດີນທາງ.

ການກັກບໍລິເວນ 10 ມື້

ຖ້າເງື່ອນໄຂຂ້າງເທິງນີ້ບໍ່ໄດ້ໃຊ້ກັບທ່ານ, ຫຼັງຈາກນັ້ນທ່ານຄວນກັກບໍລິເວນເປັນເວລາ 10 ມື້.

ຖ້າທ່ານກຳລັງກັກບໍລິເວນເປັນເວລາ 10 ມື້, ມື້ຄົບມື້ສຸດທ້າຍໃນການກັກບໍລິເວນຂອງທ່ານແມ່ນ:
ການກັກບໍລິເວນຂອງທ່ານສິ້ນສຸດໃນ:

ຂ້າພະເຈົ້າໄດ້ສຳຜັດກັບພະຍາດ COVID-19 (ຖືກລະບຸວ່າໄດ້ຢູ່ໃກ້ຊິດກັນ): ຄິດໄລ່ໄລຍະເວລາກັກຕົວຂອງຂ້າພະເຈົ້າ

ທ່ານໄດ້ຢູ່ໃກ້ຊິດກັບຜູ້ໃດຜູ້ໜຶ່ງທີ່ໄດ້ກວດພົບວ່າເປັນພະຍາດ COVID-19, ແຕ່ທ່ານບໍ່ມີອາການຫຍັງເລີຍ.

ກວດເບີ່ງ ຄຳແນະນຳ ຂອງ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) (ເປັນພາສາອັງກິດເທົ່ານັ້ນ) ເພື່ອພິຈາລະນາວ່າທ່ານໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດ-19 ຕາມຄຳແນະນຳຫຼ້າສຸດແລ້ວ ຫຼື ບໍ່. ຖ້າທ່ານຍັງບໍ່ທັນໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດ-19 ຕາມຄຳແນະນຳຫຼ້າສຸດ, ທ່ານຄວນຢູ່ເຮືອນ ແລະ ກັກຕົວ.

ການກັກຕົວ 5 ມື້

ໄລຍະການກັກຕົວ 5 ມື້ຈະໃຊ້ໄດ້ຖ້າ:

  • ທ່ານ ຍັງບໍ່ທັນ ໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດ-19 ຕາມຄຳແນະນຳຫຼ້າສຸດ, ແລະ
  • ທ່ານສາມາດໃສ່ຜ້າອັດປາກທີ່ພໍດີເມື່ອຢູ່ໃກ້ຄົນອື່ນໆ

ທ່ານຄວນຢູ່ເຮືອນ ແລະ ກັກຕົວຢ່າງຫນ້ອຍ 5 ມື້ເຕັມ (ເຖິງແມ່ນວ່າທ່ານຈະກວດໄດ້ຜົນເປັນລົບໃນລະຫວ່າງເວລານີ້ກໍ່ຕາມ). ມື້ກັກຕົວເຕັມມື້ສຸດທ້າຍຂອງທ່ານແມ່ນ:
ການກັກຕົວຂອງທ່ານສິ້ນສຸດລົງໃນ:

ສວມໃສ່ ຜ້າອັດປາກທີ່ພໍດີ ເມື່ອຢູ່ໃກ້ກັບຄົນອື່ນ, ຫຼີກລ່ຽງກິດຈະກຳທີ່ທ່ານບໍ່ສາມາດໃສ່ຜ້າອັດປາກ ແລະ ຫຼີກລ່ຽງການຢູ່ໃກ້ກັບຄົນທີ່ມີຄວາມສ່ຽງສູງຕໍ່ການເປັນພະຍາດຮ້າຍແຮງອີກ 5 ວັນ (ຈົນຮອດ ). ເຂົ້າເບີ່ງ ການເດີນທາງ | CDC (ເປັນພາສາອັງກິດເທົ່ານັ້ນ) ສໍາລັບຂໍ້ມູນກ່ຽວກັບການເດີນທາງ.

ທ່ານຄວນໄດ້ຮັບການກວດ, ເຖິງແມ່ນວ່າທ່ານຈະບໍ່ມີອາການ. ຮັບການທົດສອບຢ່າງໜ້ອຍ 5 ມື້ຫຼັງຈາກທີ່ທ່ານໄດ້ໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ຫຼ້າສຸດ (ໃນ ຫຼື ຫຼັງວັນທີ ). ຖ້າການກວດຂອງທ່ານເປັນບວກ, ທ່ານຄວນຢູ່ເຮືອນ ແລະ ແຍກຈາກຄົນອື່ນ (ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການກັກບໍລິເວນ, ກະລຸນາເບິ່ງ ຈະເຮັດແນວໃດຖ້າທ່ານກວດພະຍາດ ໂຄວິດ-19 ພົບວ່າເປັນບວກ (PDF)).

ການກັກຕົວ 10 ມື້

ໄລຍະການກັກຕົວ 10 ມື້ຈະໃຊ້ໄດ້ຖ້າ:

  • ທ່ານ ຍັງບໍ່ທັນ ໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດ-19 ຕາມຄຳແນະນຳຫຼ້າສຸດ, ແລະ
  • ທ່ານ ບໍ່ ສາມາດໃສ່ຜ້າອັດປາກທີ່ພໍດີເມື່ອຢູ່ໃກ້ຄົນ ອື່ນ

ທ່ານຄວນຢູ່ເຮືອນ ແລະ ກັກຕົວຢ່າງຫນ້ອຍ 10 ມື້ເຕັມ (ເຖິງແມ່ນວ່າທ່ານຈະກວດໄດ້ຜົນເປັນລົບໃນລະຫວ່າງເວລານີ້ກໍ່ຕາມ). ມື້ກັກຕົວເຕັມມື້ສຸດທ້າຍຂອງທ່ານແມ່ນ:
ການກັກຕົວຂອງທ່ານສິ້ນສຸດລົງໃນ:

ໃນວັນທີນີ້, ທ່ານສາມາດດຳເນີນກິດຈະກຳທີ່ທ່ານເຮັດຢູ່ຕາມປົກກະຕິແຕ່ຍັງຄວນ ດຳເນີນຂັ້ນຕອນເພື່ອຫຼຸດຜ່ອນຄວາມສ່ຽງຂອງທ່ານ (ຕົວຢ່າງ: ຕ້ອງຮັບການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຄັ້ງຫຼ້າສຸດ (ພາສາອັງກິດເທົ່ານັ້ນ), ໃສ່ໜ້າກາກອະນາໄມຕາມຄຳແນະນຳ ແລະ/ຫຼື ຂໍ້ກຳນົດຕ່າງໆ, ຫຼີກລ່ຽງບໍລິເວນທີ່ມີການລະບາຍອາກາດບໍ່ດີ, ແລະ ໝັ່ນລ້າງມືເປັນປະຈຳ; ເຂົ້າເບິ່ງ ວິທີປ້ອງກັນຕົນເອງ & ຄົນອື່ນ | CDC (ພາສາອັງກິດເທົ່ານັ້ນ) ສຳລັບຂໍ້ມູມເພີ່ມເຕີມ).

ບໍ່ມີການກັກຕົວ

ຖ້າທ່ານໄດ້ຮັບການສັກຢາວັກຊິນປ້ອງກັນໂຄວິດ-19 ຕາມ ຄຳແນະນຳຫຼ້າສຸດແລ້ວ (ເປັນພາສາອັງກິດເທົ່ານັ້ນ), ທ່ານບໍ່ຈໍາເປັນຕ້ອງຢູ່ເຮືອນເວັ້ນເສຍແຕ່ວ່າທ່ານມີອາການ. ເຈົ້າຍັງຄວນໃສ່ຜ້າອັດປາກທີ່ເໝາະສົມເມື່ອຢູ່ໃກ້ກັບຄົນອື່ນຈົນຮອດ ແລະ ໄປກວດ, ເຖິງແມ່ນວ່າທ່ານຈະບໍ່ມີອາການ. ຮັບການກວດຢ່າງໜ້ອຍ 5 ມື້ຫຼັງຈາກທີ່ທ່ານໄດ້ໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ຫຼ້າສຸດ (ໃນ ຫຼື ຫຼັງວັນທີ ).

ຖ້າທ່ານເປັນໂຄວິດ-19 ພາຍໃນ 90 ມື້ທີ່ຜ່ານມາ (ທ່ານທົດກວດພົບເຊື້ອໂດຍໃຊ້ ການກວດຫາເຊື້ອໄວຣັດ (ເປັນພາສາອັງກິດເທົ່ານັ້ນ)), ທ່ານບໍ່ຈໍາເປັນຕ້ອງຢູ່ເຮືອນເວັ້ນເສຍແຕ່ວ່າທ່ານມີອາການ. ທ່ານຍັງຄວນໃສ່ຜ້າອັດປາກທີ່ພໍດີເມື່ອຢູ່ໃກ້ກັບຄົນອື່ນຈົນຮອດ ແລະ ໄດ້ຮັບການກວດໂດຍໃຊ້ການກວດ ແອນທີເຈນ (ບໍ່ແມ່ນການກວດແບບ PCR) ຢ່າງໜ້ອຍ 5 ມື້ຫຼັງຈາກທີ່ທ່ານໄດ້ໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ຫຼ້າສຸດ (ໃນ ຫຼື ຫຼັງວັນທີ ).

ຖ້າທ່ານໄດ້ຢູ່ໃກ້ຊິດສຳພັດກັບຜູ້ທີ່ກວດພົບເປັນບວກສໍາລັບໂຄວິດ-19 ແລະທ່ານມີອາການ, ກະລຸນາເບິ່ງ ກະລຸນາເຂົ້າເບິ່ງ ສິ່ງທີ່ຄວນເຮັດຖ້າທ່ານມີໂອກາດສໍາຜັດກັບຜູ້ຕິດເຊື້ອ ໂຄວິດ-19 (PDF).