ການກັກບໍລິເວນ ແລະ ການກັກຕົວສຳລັບໂຄວິດ-19: Washington State Department of Health (ເປັນພາສາອັງກິດເທົ່ານັ້ນ)
ເບິ່ງຂ້າງລຸ່ມນີ້ສໍາລັບ ວິທີຄິດໄລ່ໄລຍະເວລາການກັກບໍລິເວນ ຫຼື ກັກຕົວຂອງທ່ານ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບສິ່ງທີ່ຕ້ອງເຮັດໃນລະຫວ່າງການກັກບໍລິເວນ, ກະລຸນາເບິ່ງ ຈະເຮັດແນວໃດຖ້າທ່ານກວດພະຍາດ ໂຄວິດ-19 ພົບວ່າເປັນບວກ (PDF). ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບສິ່ງທີ່ຕ້ອງເຮັດຖ້າທ່ານເປັນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອ ໂຄວິດ-19, ກະລຸນາເບິ່ງ ສິ່ງທີ່ຄວນເຮັດຖ້າທ່ານມີໂອກາດສໍາຜັດກັບຜູ້ຕິດເຊື້ອ ໂຄວິດ-19 (PDF).
ຖ້າທ່ານມີພູມຄຸ້ມກັນຜິດປົກກະຕິ ຫຼື ເຈັບປ່ວຍໜັກດ້ວຍ ໂຄວິດ-19, ເຄື່ອງຄຳນວນເຫຼົ່ານີ້ ອາດນຳໃຊ້ບໍ່ໄດ້ ກັບສະຖານະການຂອງທ່ານ. ກະລຸນາເບິ່ງ ສິ່ງທີ່ຄວນເຮັດຖ້າທ່ານກວດພະຍາດ ໂຄວິດ-19 ພົບວ່າເປັນບວກ (PDF) ສໍາລັບຂໍ້ມູນເພີ່ມເຕີມ.
ຖ້າທ່ານຢູ່ ຫຼື ເຮັດວຽກຢູ່ໃນສະຖານທີ່ທີ່ມີຄວາມສ່ຽງສູງ ເຄື່ອງຄຳນວນເຫຼົ່ານີ້ ອາດນຳໃຊ້ບໍ່ໄດ້ ກັບສະຖານະການຂອງທ່ານ. ການທີ່ທີ່ມີຄວາມສ່ຽງສູງລວມມີ: ສະຖານທີ່ດູແລສຸຂະພາບ, ສະຖານທີ່ກັກຂັງ, ສະຖານທີ່ຄຸມຂັງ, ສະຖານທີ່ສົງເຄາະຄົນທີ່ບໍ່ມີທີ່ຢູ່ອາໄສ, ສະຖານທີ່ພັກຊົ່ວຄາວ, ສະຖານທີ່ທາງທະເລການເດີນເຮືອທາງການຄ້າ (ເຊັ່ນ: ເຮືອຂົນອາຫານທະເລເພື່ອການຄ້າ, ເຮືອບັນທຸກສິນຄ້າ, ເຮືອຂົນສົ່ງ), ທີ່ຢູ່ອາໄສຊົ່ວຄາວຂອງພະນັກງານ, ຫຼື ສະຖານທີ່ເຮັດວຽກທີ່ແອອັດທີ່ບໍ່ສາມາດຢູ່ຫ່າງກັນໄດ້ເນື່ອງຈາກລັກສະນະການເຮັດວຽກ (ເຊັ່ນ: ໃນສາງ, ໂຮງງານ, ແລະ ສະຖານທີ່ຫໍ່ອາຫານ ແລະ ໂຮງງານປຸງແຕ່ງຊີ້ນ). ກະລຸນຳເຂົ້າເບີ່ງທີ່ ສິ່ງທີ່ຄວນເຮັດຖ້າທ່ານໄດ້ຮັບການກວດພະຍາດ ໂຄວິດ-19 ເປັນຜົນບວກ (PDF) ສໍາລັບຂໍ້ມູນກ່ຽວກັບໄລຍະເວລາກັກບໍລິເວນຂອງທ່ານ ແລະ ສິ່ງທີ່ຄວນເຮັດຖ້າທ່ານມີໂອກາດສໍາຜັດກັບຜູ້ຕິດເຊື້ອ ໂຄວິດ-19 (PDF) ສໍາລັບຂໍ້ມູນກ່ຽວກັບໄລຍະເວລາກັກຕົວ.