ຄໍາຖາມທີ່ຖືກຖາມເລື້ອຍໆ | ການກວດຫາເຊື້ອພະຍາດໂຄວິດ-19

ການເຂົ້າເຖິງຊຸດເຄື່ອງມືກວດພະຍາດ

ຂ້າພະເຈົ້າສາມາດກວດຫາເຊື້ອພະຍາດໂຄວິດ-19 ຢູ່ໃສ?

ກະລຸນາລອງເຮັດຕາມຕົວເລືອກຕໍ່ໄປນີ້:

ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາສະຖານທີ່ກວດໃກ້ທ່ານ, ຖາມ ພະແນກສຸຂະພາບໃນທ້ອງຖີ່ນ ຂອງທ່ານ (ເປັນພາສາອັງກິດ) ທ່ານຍັງສາມາດໂທຫາ 1-800-525-0127 ແລະ ກົດເຄື່ອງໝາຍ #. ເມື່ອພວກເຂົາຮັບໂທລະສັບແລ້ວ, ໃຫ້ເວົ້າພາສາຂອງທ່ານ ເພື່ອເຂົ້າເຖິງການບໍລິການແປພາສາ.

ຂ້າພະເຈົ້າບໍ່ມີອິນເຕີເນັດເຂົ້າໄດ້ / ເວັບໄຊທ໌ບໍ່ມີເປັນພາສາຂອງຂ້າພະເຈົ້າ. ຂ້າພະເຈົ້າຈະສັ່ງຊຸດກວດຫາເຊື້ອຟຣີໃນລັດວໍຊິງຕັນໄດ້ແນວໃດ?

ກະລຸນາໂທຫາ 1-800-525-0127 ຈາກນັ້ນໃຫ້ກົດເຄື່ອງໝາຍ #. ມີການບໍລິການດ້ານພາສາ. ສູນບໍລິການການໂທສາມາດສັ່ງໃນນາມຂອງເຈົ້າຜ່ານລັດວໍຊິງຕັນແລະ ພັອດໂທລ໌ອອນໄລນ໌ຂອງລັດຖະບານກາງ.

ຂ້າພະເຈົ້າຈໍາເປັນຕ້ອງຮູ້ຫຍັງແດ່ກ່ຽວກັບ Say Yes! COVID Test ຊ່ອງທາງອອນໄລນ໌?

ໂຄງການນີ້ເປັນຄວາມຮ່ວມມືລະຫວ່າງລັດວໍຊິງຕັນ, National Institutes of Health (ສະຖາບັນສາທາລະນະ ສຸກແຫ່ງຊາດ) ແລະ Centers for Disease Control and Prevention (ສູນຄວບຄຸມ ແລະ ປ້ອງກັນພະຍາດ). ໃນຂະນະທີ່ເຄື່ອງຈະໝົດ, ປະຊາຊົນໃນທົ່ວວໍຊິງຕັນສາມາສັ່ງຊື້ຊຸດກວດຫາເຊື້ອພະຍາດໂຄວິດ-19 ແບບ ໄວໄດ້ສອງຊຸດເຊິ່ງຈະຖືກຈັດສົ່ງຕົງເຖິງບ້ານຂອງເຂົາເຈົ້າໂດຍ Amazon.

ສາມາດສັ່ງໄດ້ພຽງແຕ່ສອງລາຍການເທົ່ານັ້ນຕໍ່ໜຶ່ງຄອບຄົວ/ທີ່ຢູ່ອາໄສ ຕໍ່ເດືອນ ແລະ ແຕ່ລະລາຍການສັ່ງ ຈະມາພ້ອມກັບຊຸດກວດແບບໄວ 5 ຊຸດ. ການສັ່ງ ແລະ ການຂົນສົ່ງທັງໝົດແມ່ນບໍ່ເສຍຄ່າ.

ສໍາລັບຄໍາຖາມທີ່ກ່ຽວຂ້ອງກັບຊຸດກວດ ຫຼືວິທີດໍາເນີນການກວດ, ໃຫ້ເບິ່ງທີ່ ເຄື່ອງມືຊ່ວຍດິຈິຕອລ ຂອງ Say Yes! COVID Test  ຫຼື ໂທ 1-833-784-2588.

ທ່ານສາມາດສັ່ງຊຸດເຄື່ອງກວດຫາເຊື້ອຂອງ Say Yes! COVID Test ໄດ້ຈາກທັງສອງທາງໂດຍ DOH ແລະ ລັດຖະບານກາງບໍ່?

ໄດ້, ຖ້າຫາກວ່າທ່ານອາໄສຢູ່ໃນລັດວໍຊິງຕັນ, ທ່ານສາມາດສັ່ງຊື້ໄດ້ຈາກເວັບໄຊ ຂອງ Say Yes! COVID Test ແລະ ເວັບໄຊຂອງລັດຖະບານກາງ ເພື່ອຮັບຊຸດກວດຫາເຊື້ອໂຄວິດ-19 ແບບໄວຢູ່ເຮືອນຂອງທ່ານ.

ຖ້າຫາກວ່າຂ້າພະເຈົ້າມີຄໍາຖາມເພີ່ມເຕິມສາມາດຖາມໄດ້ຢູ່ໃສ?

ຖ້າວ່າເຈົ້າມີຄໍາຖາມເພີ່ມເຕິມກ່ຽວກັບໂຄງການ Say Yes! COVID Test (ເຮັດໄດ້ແລ້ວ! ການກວດຫາເຊື້ອໂຄວິດ) ຂອງDepartment  of Health (DOH, ພະແນກສາທາລະນະສຸກ), ເຂົ້າເບິ່ງໄດ້ທີ່ ໜ້າຂອງ ຄໍາ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ ຫຼື ໂທສາຍດ່ວນຫາ DOHCOVID-19hotline ໄດ້ທີ່ເບີ 1-800-525-0127 (ມີການ ບໍລິການດ້ານ ພາສາ). ສໍາລັບຄໍາຖາມກ່ຽວກັບໂຄງການກວດຫາເຊື້ອໂຄວິດຂອງລັດຖະບານກາງ, ເຂົ້າເບິ່ງໄດ້ທີ່ ໜ້າຂອງຄໍາ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ.

ຂ້າພະເຈົ້າຈະໄດ້ຮັບການກວດຫາເຊື້ອພະຍາດຟຣີເມື່ອໃດ?

ບໍ່ວ່າຊຸດ​ກວດຫາເຊື້ອ​ທີ່​ຮ້ອງ​ຂໍ​ໂດຍ​ຜ່ານ​ໂຄງ​ການ​ໃດ​ຫນຶ່ງ Say Yes! COVID Test (ຊູດກວດຫາເຊື້ອພະຍາດໂຄວິດຂອງໂຄງການ ເວົ້າວ່າ ຕ້ອງເຮັດໄດ້!) ຫຼື Federal Program (ໂຄງການລັດຖະບານກາງ) ປົກກະຕິແລ້ວຈະຈັດສົ່ງພາຍໃນ 1-2 ອາທິດນັບຈາກມື້ສັ່ງຊື້.

ຫຼັງຈາກປະຕິບັດຕາມທາງເລືອກທັງຫມົດໃນການກວດຫາເຊື້ອທີ່ແນະນໍາ, ຂ້າພະເຈົ້າຍັງບໍ່ສາມາດຫາການກວດຫາເຊື້ອພະຍາດໄດ້. ຂ້າພະເຈົ້າຈະເຮັດແນວໃດຖ້າພະເຈົ້າເສຍຕິດວ່າຂ້າພະເຈົ້າມີພະຍາດໂຄວິດ-19?

ຂໍອະໄພທີ່ທ່ານມີຄວາມຫຍຸ້ງຍາກໃນການຊອກຫາການກວດເຊື້ອພະຍາດໂຄວິດ-19, ພວກເຮົາຮູ້ວ່າການສະໜອງມີຈຳກັດໃນທົ່ວປະເທດໃນປັດຈຸບັນ.

ຖ້າທ່ານກຳລັງມີອາການພະຍາດໂຄວິດ-19 ຫຼື ໄດ້ສຳຜັດກັບພະຍາດໂຄວິດ-19 ແລະ ກັງວົນວ່າທ່ານອາດຈະຕິດເຊື້ອ, ພວກເຮົາຂໍແນະນຳສິ່ງຕໍ່ໄປນີ້:

ຄົນທີ່ຢູ່ໃນເຮືອນຂອງຂ້າພະເຈົ້າມີຫຼາຍກວ່າ 4 ຄົນ. ຂ້າພະເຈົ້າຈະເຮັດແນວໃດເພື່ອໃຫ້ສະມາຊິກໃນຄອບ ຄົວຂອງຂ້າພະເຈົ້າໝົດທຸກຄົນເຂົ້າເຖິງຊຸດກວດຫາເຊື້ອ?
  • ທ່ານສາມາດເຂົ້າເຖິງຊຸດກວດຫາເຊື້ອໂຄວິດສອງຊຸດຕໍ່ເດືອນ (ລວມສູງສຸດ 5 ຊຸດ) ຜ່ານທາງ ເວັບໄຊທ໌ Say YES! COVID Test ຂອງ ລັດວໍຊິງຕັນ.
  • ທ່ານສາມາດເຂົ້າເຖິງຊຸດກວດຫາເຊື້ອໂຄວິດເພີ່ມເຕິມອີກສອງຊຸດ (ລວມມີ 4 ຊຸດ) ຈາກ ໂຄງການ ຂອງລັດຖະບານກາງໄດ້ທີ່ COVIDtests.gov.
  • ທ່ານສາມາດສັ່ງຊື້ຊຸດກວດຫາເຊື້ອຢູ່ເຮືອນ ເພີ່ມເຕິມໄດ້ຈາກຮ້ານຂາຍຍ່ອຍທີ່ຢູ່ໃນພື້ນທີ່ ຫຼື ທາງ ອອນລາຍ ແລະ ຢູ່ຮ້ານຂາຍຢາ.
  • ທ່ານສາມາດໄປກວດດ້ວຍ PCR ໄດ້ທີ່ຈຸດກວດໃກ້ບ້ານທ່ານ. ຊອກຫາໄດ້ທີ່ນີ້.
ຂ້າພະເຈົ້າຈະນໍາໃຊ້ຊຸດກວດຫາເຊື້ອຂອງຂ້າພະເຈົ້າແນວໃດ?

ສິ່ງທີ່ສໍາຄັນແມ່ນຕ້ອງປະຕິບັດຕາມຄໍາແນະນໍາທີ່ຢູ່ໃນຊຸດກວດຫາເຊື້ອທີ່ເຫັນຜົນໄວຢູ່ເຮືອນນັ້ນ ເພື່ອໃຫ້ ໄດ້ຜົນລັບທີ່ຖືກຕ້ອງຫຼາຍທີ່ສຸດ. ຕິດຕໍ່ຫາຜູ້ຜະລິດຊຸດກວດຫາເຊື້ອ (ຂໍ້ມູນຈະຢູ່ໃນກ່ອງ) ທີ່ມີຄໍາຖາມສະ ເພາະມານຳ.

ຜົນກວດທີ່ເປັນລົບອາດຈະຜິດພາດໄດ້ສໍາລັບການກວດຫາເຊື້ອແບບໄວ. ຊຸດກວດຫາເຊື້ອບາງອັນອາດ ຈະມີ 2 ຊຸດ (ທ່ານຄວນປະຕິບບັດຕາມຄໍາແນະນໍາທີ່ຢູ່ໃນກ໋ອງສໍາລັບເວລາທີ່ຈະເຮັດການກວດຫາເຊື້ອ).

ການກວດຫາເຊື້ອທົ່ວໄປ

ໃຜທີ່ຄວນໄດ້ຮັບການກວດຫາເຊື້ອພະຍາດ?

ກວດກາຫາເຊື້ອເມື່ອທ່ານຮູ້ສຶກວ່າມີໄຂ້. ພະຍາດ ໂຄວິດ-19 ມີຫຼາກຫຼາຍ ອາການ, ດັ່ງນັ້ນ ຖ້າວ່າທ່ານຮູ້ສຶກ ບໍ່ສະບາຍ, ທາງທີ່ດີແມ່ນຄວນໄດ້ຮັບກາກວດຫາເຊື້ອໂດຍໄວເທົ່າທີ່ເປັນໄປໄດ້.

ກວດຫາເຊື້ອເມື່ອທ່ານໄດ້ສໍາພັດກັບຄົນທີ່ກວດໂຄວິດ- 19 ທີ່ມີຜົນເປັນບວກ.​ ເຂົ້າຮັບການກວດຫາເຊື້ອ ໂດຍທັນທີ່ຖ້າຫາກວ່າທ່ານມີອາການ. ຖ້າວ່າທ່ານບໍ່ສະແດງອາການ ໃຫ້ຖ້າເບິ່ງອາການຫ້າມື້ ຫຼັງຈາກໄດ້ ສໍາພັດກັບຜູ້ຕິດເຊື້ອແລ້ວຈຶ່ງກວດຫາເຊື້ອ.

ທຸລະກິດ ແລະ ງານກິດຈະກໍາຕ່າງໆຢູ່ໃນລັດວໍຊິງຕັນອາດຈະມີການກໍານົດໃນການກວດຫາເຊື້ອ ແລະ/ຫຼື ການສັກຢາວັກຊິນ ກ່ອນຈະເຂົ້າສູ່ສະຖານທີ່ປະກອບການ ຫຼື ງານກິດຈະກໍາຕ່າງໆ. ໂທ ຫຼື ກວດກາເວັບໄຊທ໌ ຂອງເຂົາເຈົ້າລ່ວງໜ້າກ່ອນຈະໄປຮ່ວມງານ.

ທ່ານອາດຈໍາເປັນຕ້ອງກວດຫາເຊື້ອກ່ອນ ແລະ/ຫຼື ຫຼັງຈາກມີການເດີນທາງ. ເຂົ້າໄປທີ່ ຄໍາແນະນໍາສໍາລັບ ການເດີນທາງຫຼ້າສຸດ ຂອງ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ).

ເມື່ອທ່ານຈະມີການພົບປະກັບກຸ່ມຄົນ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງຕໍ່ກັບພະຍາດທີ່ຮ້າຍແຮງ ຫຼື ບໍ່ໄດ້ ຮັບການສັກວັກຊີນ⁠ປ້ອງກັນໂຄວິດ- 19 ເຂັມຫຼ້າສຸດ.

ຈະເກີດຫຍັງຂື້ນຫາກຂ້າພະເຈົ້າກວດຜົນອອກເປັນບວກ?

ປະຕິບັດຕາມຄໍາແນະນໍາຂອງ Centers for Disease Control and Prevention(CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ແລະ DOH ຫຼ້າສຸດ ແລະ ການແຍກປ່ຽວຢູ່ເຮືອນ, ໃຫ້ຢູ່ຫ່າງຈາກຄົນອື່ນ. ຜູ້ໃກ້ຊິດທັງໝົດຄວນກັກຕົວ.

ເພື່ອລາຍງານຜົນກວດພະຍາດໂຄວິດ-19 ຢູ່ເຮືອນທີ່ອອກເປັນບວກ ແລະ ໃຫ້ເຂົ້າເຖິງການບໍລິການເບິ່ງແຍງດູແລໄດ້, ກະລຸນາໂທຫາສາຍດ່ວນລັດວໍຊິງຕັນເພື່ອຊ່ວຍເຫຼືອພະຍາດໂຄວິດ ໄດ້ທີ່ເບີ 1-800-525-0127. ມີການຊ່ວຍເຫຼືອດ້ານການໃຊ້ພາສາໃຫ້.

ຖ້າເຈົ້າໄດ້ດາວໂຫຼດ ຫຼື ເປີດໃຊ້ແອັບ WA Notify (ແອັບຮັບການແຈ້ງເຕືອນຈາກລັດວໍຊິງຕັນ) ໃນສະມາດໂຟນຂອງທ່ານແລ້ວ, ທ່ານສາມາດໃຊ້ເຄື່ອງມືນີ້ເພື່ອລາຍງານຜົນກວດທີ່ເປັນບວກໄດ້ເຊັ່ນກັນ.

ສາມາດຫາຂໍ້ມູນເພີ່ມເຕີມໄດ້ທີ່ນີ້: ຈະເຮັດແນວໃດຖ້າຫາກທ່ານມີຜົນກວດອອກມາເປັນບວກ.

ຫຼັງຈາກທີ່ໄດ້ຮັບເຊື້ອແລ້ວ, ເມື່ອໃດທີ່ຜົນການກວດຫາເຊື້ິອເປັນບວກ?

ເມື່ອບຸກຄົນໃດໜຶ່ງຕິດເຊື້ອ ໂຄວິດ -19, ການກວດຫາເຊື້ອແບບ PCR ອາດຈະບໍ່ສະແດງໃຫ້ເຫັນຜົນຕິດ ເຊື້ອໄວຣັດ ໃນຊ່ວງເວລຫ້າມື້ ຫຼັງຈາກການສໍາຜັດກັບຜູ້ຕິດເຊື້ອ. ດັ່ງນັ້ນ ທ່ານອາດຈະມີເຊື້ອໄວຣັດໄດ້ ແຕ່ ວ່າການກວດຫາເຊື້ອນັ້ນອາດຈະບໍ່ສະແດງຜົນໃນຂະນະນັ້ນ. ການກໍານົດເວລານັ້ນເປັນສິ່ງສໍາຄັນສໍາລັບ ການຮູ້ຜົນການກວດຫາເຊື້ອທີ່ເປັນບວກ. ຖ້າວ່າທ່ານມີໂອກາດຕິດເຊື້ອ ໂຄວິດ-19 ແຕ່ບໍ່ໄດ້ມີອາການໄຂ້, ຄວນມີການກວດຫາເຊື້ອຢ່າງໜ້ອຍ 5 ມື້ ຫຼັງຈາກການສໍາພັດຄັ້ງສຸດທ້າຍກັບເຊື້ອໄວຣັດ. ໂດຍທົ່ວໄປ ການ ກວດຫາເຊື້ອແບບແອນທີເຈນ ຈະມີຄວາມຖືກຕ້ອງທີ່ສຸດສໍາລັບຄົນທີ່ມີອາການ ແຕ່ກໍຍັງສາມາດໃຊ້ໄດ້ ກັບຄົນທີ່ບໍ່ມີອາການໃນບາງກໍລະນີ.

ໃຊ້ເວລາດົນປານໃດຈຶ່ງຈະຮູ້ຜົນ?

ຂຶ້ນກັບປະເພດຂອງການກວດຫາເຊື້ອ ແລະ ສະຖານທີ່ ທີ່ຈະສົ່ງຕົວຢ່າງໄປກວດກາຫາເຊື້ອ. ຜົນຂອງການ ກວດຫາເຊື້ອແບບແອນທີເຈນ ສາມາດເຫັນຜົນໄດ້ໄວໃນເວລາ 10 ນາທີ. ສໍາລັບການກວດຫາເຊື້ອແບບ PCR, ມັນໃຊ້ເວລາຫຼາຍມື້.

ການກວດຫາເຊື້ອແບບໃດດີທີ່ສຸດ?

ການກວດຫາເຊື້ອທີ່ດີທີ່ສຸດແມ່ນການກວດຫາເຊື້ອແບບທໍາອິດທີ່ທ່ານມີ. ໝາຍຄວາມວ່າຖ້າທ່ານມີຊຸດ ກວດຫາເຊື້ອຢູ່ເຮືອນແລ້ວ, ກໍໃຫ້ນໍາໃຊ້ໄດ້ເລີຍ. ຖ້າຫາກວ່າທ່ານເຫັນໄດ້ວ່າສາມາດນັດໝາຍໄປສະຖານທີ່ ກວດຫາເຊື້ອໄດ້ ຄວນຈອງໄວ້. ຂໍ້ຍົກເວັ້ນປະການໜຶ່ງແມ່ນ ເວລາທີ່ຈໍາເປັນຕ້ອງມີການກວດຫາເຊື້ອ ສະເພາະນັ້ນແມ່ນສໍາລັບສະຖານະການໃດໜຶ່ງ (ຕົວຢ່າງ: ການເດີນທາງ).

ຂ້າພະເຈົ້າຄວນຈະຊື້ຊຸດກວດຫາເຊື້ອມາໄວ້ບໍ່?

ເປັນຄວາມຄິດທີ່ດີ ຄວນຈະມີຊຸດກວດຫາເຊື້ອຈໍານວນໜຶ່ງເພື່ອໄວ້. ສັ່ງຊື້ຊຸດກວດຫາເຊື້ອທີ່ມີຢູ່ຕາມ ເວັບໄຊທ໌ ຂອງ ລັດຖະບານ. ຖ້າຫາກວ່າທ່ານອອກໄປຊື້ເຄື່ອງ ແລະ ເຫັນຊຸດກວດຫາເຊື້ອ ແມ່ນໃຫ້ຊື້ເພື່ອໄວ້ເລີຍຈັກສອງສາມຊຸດ. ແຕ່ວ່າຕ້ອງເປັນເພືອນບ້ານທີ່ດີ ແລະ ຕັດສິນໃຈຢ່າງຖີ່ຖ້ວນໃນການຊື້. ການກັກຕຸນຊຸດກວດຫາເຊື້ອເປັນຈໍານວນຫຼາຍຈະເປັນການປິດກັ້ນການເຂົ້າເຖິງເຄື່ອງກວດຫາເຊື້ອ ສໍາລັບຄົນທີ່ຕ້ອງການຄວາມຊ່ວຍເຫຼື່ອ ແລະ ທ່ານຍັງມີຄວາມສ່ຽງເນື່ອງຈາກຊຸດກວດຫາເຊື້ອຈະໝົດ ອາຍຸກ່ອນທີ່ທ່ານຈະໃຊ້ງານ.