ການສ້າງຄວາມໝັ້ນໃຈ ແລະ ທໍາລາຍຂ່າວລື

ທ່ານສາມາດມີຄວາມໝັ້ນໃຈໄດ້ໃນວັກຊີນປ້ອງກັນພະຍາດ ໂຄວິດ-19!

ຄົນສ່ວນໃຫຍ່ຢູ່ໃນສະຫະລັດກໍາລັງວາງແຜນທີ່ຈະສັກຢາວັກຊີນປ້ອງກັນພະຍາດ COVID-19, ແຕ່ບາງຄົນອາດຕ້ອງການຂໍ້ມູນເພີ່ມເຕີມກ່ອນທີ່ຈະສັກຢາ. ນີ້ແມ່ນເລື່ອງຕາມປົກກະຕິ. ພວກເຮົາຢາກໃຫ້ທຸກຄົນມີຄວາມໝັ້ນໃຈໃນການຕັດສິນໃຈໃດໆທີ່ມີຜົນກະທົບຕໍ່ຊີວິດຂອງພວກເຮົາ.

ເພື່ອໃຫ້ມີຄວາມໝັ້ນໃຈ, ພວກເຮົາຕ້ອງການຂໍ້ມູນຈາກແຫຼ່ງທີ່ເຊື່ອຖືໄດ້. ຊ່ວຍໝູ່ເພື່ອນ ແລະ ຄອບຄົວຂອງທ່ານແຍກແຍະລະຫວ່າງຂ່າວລື ແລະ ຂໍ້ເທັດຈິງກ່ຽວກັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19.

 


ທ່ານສາມາດຊ່ວຍໃຫ້ຜູ້ຄົນມີຄວາໝັ້ນໃຈໃນການຕັດສິນໃຈຂອງເຂົາເຈົ້າເພື່ອຈະສັກຢາວັກຊີນ. ທ່ານສາມາດເຮັດສິ່ງນີ້ໄດ້ໂດຍ:

  • ໃຊ້ເວລາເພື່ອຟັງຄວາມກັງວົນຂອງໝູ່ເພື່ອນ ຫຼື ສະມາຊິກໃນຄອບຄົວຂອງທ່ານ. ເບິ່ງອັນນີ້ ການລົມກ່ຽວກັບຄູ່ມືການສັກຢາວັກຊີນ (ພາສາອັງກິດເທົ່ານັ້ນ) ສໍາລັບຄໍາແນະນໍາວິທີການສົນທະນາກ່ຽວກັບຢາວັກຊີນ.
  • ການຕອບຄໍາຖາມຂອງເຂົາເຈົ້າ. ຖ້າທ່ານບໍ່ຮູ້ຄໍາຕອບ, ທ່ານສາມາດແນະນໍາໃຫ້ເຂົາເຈົ້າລົມກັບຜູ້ໃຫ້ບໍລິການ ດູແລສຸຂະພາບຂອງເຂົາເຈົ້າ.
  • ເມື່ອທ່ານຕັດສິນໃຈໄປສັກຢາວັກຊີນ, ໃຫ້ບອກເຫດຜົນວ່າເປັນຫຍັງທ່ານ ຈິ່ງໄດ້ສັກຢາ. ເລື່ອງສ່ວນຕົວຂອງທ່ານສາມາດມີອິດທິພົນທີ່ມີພະລັງຕໍ່ກັບຄອບຄົວ ແລະ ຊຸມຊົນຂອງທ່ານ.

ທ່ານມີຄວາມສາມາດທີ່ຈະມີອິດທິພົນຕໍ່ຄົນທີ່ຢູ່ອ້ອມຂ້າງທ່ານໂດຍສິ່ງທີ່ທ່ານເວົ້າ ແລະ ສິ່ງທີ່ທ່ານເຮັດ. ເບິ່ງຄໍາແນະນໍາເຫຼົ່ານີ້ ກ່ຽວກັບ ວິທີລົມກ່ຽວກັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ກັບໝູ່ເພື່ອນ ແລະ ຄອບຄົວ (ພາສາອັງກິດເທົ່ານັ້ນ).

ເບິ່ງຂໍ້ເທັດຈິງກ່ຽວກັບຢາວັກຊີນຢູ່ລຸ່ມນີ້ ແລະ ແບ່ງປັນມັນກັບຄົນທີ່ທ່ານຮູ້ຈັກ. ພວກເຮົາໄດ້ຈັດພວກມັນໃຫ້ຢູ່ໃນເຂດຫົວຂໍ້ຍອດນິຍົມ.

ຄວາມປອດໄພ ແລະ ປະສິດທິພາບ

ເປັນຫຍັງມັນຈຶ່ງສໍາຄັນຖ້າຂ້າພະເຈົ້າໄດ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຫຼື ບໍ່ສັກ?

ມັນເປັນທາງເລືອກຂອງທ່ານເພື່ອເລືອກສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19, ແຕ່ວ່າ ພວກເຮົາຢາກໃຫ້ມີຫຼາຍໆຄົນເທົ່າທີ່ເປັນໄປໄດ້ ໃຫ້ໄດ້ສັກຢາວັກຊີນ ເພື່ອຢຸດການລະບາດຂອງພະຍາດນີ້. ມັນເປັນໄປໄດ້ຍາກທີ່ເຊື້ອໄວຣັສ ໂຄວິດ-19 ຈະແຜ່ລາມອອກໄປເມື່ອມີຫຼາຍຄົນ ຢູ່ໃນຊຸມຊົນມີພູມຕ້ານທານ-ຜ່ານການສັກຢາວັກຊີນ ຫຼື ການຕິດເຊື້ອ ເມື່ອບໍ່ດົນມານີ້. ອັດຕາການສັກຢາວັກຊີນຂອງພວກເຮົາສູງຂຶ້ນ, ອັດຕາການຕິດເຊື້ອຂອງພວກເຮົາຈະຫຼຸດລົງ.

ຄົນທີ່ບໍ່ໄດ້ຮັບການສັກຢາວັກຊີນແມ່ນຍັງສາມາດຕິດເຊື້ອໄວຣັດ ແລະ ແຜ່ເຊື້ອໄປຫາຄົນອື່ນໄດ້. ບາງຄົນບໍ່ສາມາດສັກຢາວັກຊີນຍ້ອນເຫດຜົນທາງການແພດ ແລະ ອັນນີ້ເຮັດໃຫ້ເຂົາເຈົ້າມີຄວາມສ່ຽງໂດຍສະເພາະກັບພະຍາດ ໂຄວິດ-19. ຖ້າທ່ານຍັງບໍ່ໄດ້ສັກຢາວັກຊີນ, ທ່ານຍັງມີຄວາມສ່ຽງສູງທີ່ຈະໄດ້ເຂົ້ານອນໂຮງໝໍ ຫຼື ເສຍຊີວິດຈາກພະຍາດ ໂຄວິດ-19 ກາຍພັນ (ພາສາອັງກິດເທົ່ານັ້ນ). ການສັກຢາວັກຊີນບໍ່ພຽງແຕ່ປົກປ້ອງທ່ານເທົ່ານັ້ນ, ແຕ່ຍັງປົກປ້ອງໄດ້ຄອບຄົວ, ເພື່ອນບ້ານ ແລະ ຊຸມຊົນຂອງທ່ານດ້ວຍ.

ເປັນຫຍັງຂ້າພະເຈົ້າຈິ່ງຕ້ອງໄດ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຖ້າຄົນສ່ວນຫຼາຍຕິດແລ້ວຍັງລອດຊີວິດຢູ່?

ຫຼາຍຄົນທີ່ຕິດເຊື້ອ ໂຄວິດ-19 ແຕ່ມີອາການບໍ່ຮຸນແຮງ. ແນວໃດກໍ່ຕາມ, ໄວຣັສເປັນສິ່ງທີ່ບໍ່ສາມາດຄາດເດົາໄດ້ ແລະ ພວກເຮົາຮູ້ວ່າມີພະຍາດ ໂຄວິດ-19 ກາຍພັນ ບາງຊະນິດມີແນວໂນ້ມທີ່ຈະເຮັດໃຫ້ທ່ານ ເຈັບໜັກ. ບາງຄົນສາມາດເຈັບໜັກ ຫຼື ເສຍຊີວິດຈາກພະຍາດ ໂຄວິດ-19, ເຖິງວ່າເປັນໄວ ໜຸ່ມທີ່ບໍ່ພະຍາດຊຳເຮື້ອກໍ່ຕາມ. ຊື່ອື່ນ, ທີ່ຮູ້ຈັກກັນໃນນາມ “ໂຄວິດ-ໄລຍະຍາວ” ອາດຈະມີອາການ ເປັນເວລາຫຼາຍເດືອນ ແລະ ສົ່ງຜົນກະທົບຕໍ່ ຄຸນນະພາບຊີວິດຂອງເຂົາເຈົ້າ. ພວກເຮົາຍັງບໍ່ຮູ້ຜົນກະທົບໄລຍະຍາວທັງໝົດຂອງພະຍາດ ໂຄວິດ-19 ເນື່ອງຈາກມັນເປັນໄວຣັດຊະນິດໃໝ່. ການສັກຢາວັກຊີນແມ່ນການປ້ອງກັນໄວຣັດທີ່ດີທີ່ສຸດຂອງພວກເຮົາ.

ຢາວັກຊີນມີຄວາມປອດໄພ ຫຼື ມີປະສິດທິພາບບໍ?

ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຕ່າງໆແມ່ນປອດໄພ ແລະ ມີປະສິດທິພາບດີ. ນັກວິທະຍາສາດໄດ້ທົດສອບວັກຊີນດັ່ງກ່າວໃສ່ຜູ້ເຂົ້າຮ່ວມຫຼາຍສິບພັນຄົນໃນການທົດລອງທາງດ້ານຄລີນິກ. ວັກຊີນໄດ້ຕາມ ມາດຕະຖານຂອງ U.S. Food and Drug Administration's (FDA, ອົງການອາຫານ ແລະ ຢາຂອງສະຫະລັດອາເມລິກາ) ສໍາລັບຄວາມປອດໄພ, ປະສິດທິພາບ ແລະ ຄຸນນະພາບການຜະລິດທີ່ຈໍາເປັນເພື່ອໃຫ້ໄດ້ຮັບການອະນຸຍາດການນໍາໃຊ້ສຸກເສີນ. ພົບວ່າວັກຊີນທັງໝົດມີຄວາມສາມາດດີຫຼາຍໃນການປ້ອງກັນບໍ່ໃຫ້ຄົນເຈັບປ່ວຍຈາກພະຍາດ ໂຄວິດ-19. ຕັ້ງແຕ່ນັ້ນມາ, ວັກຊີນເຫຼົ່ານີ້ໄດ້ຖືກສັກໃຫ້ແກ່ປະຊາຊົນຫຼາຍລ້ານຄົນຢ່າງປອດໄພ.

ເບິ່ງ ວິດີໂອເຫຼົ່ານີ້ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີສ້າງ ວັກຊີນປ້ອງກັນພະຍາດ ໂຄວິດ-19:

ວັກຊີນປອດໄພສຳລັບລູກຂ້າພະເຈົ້າບໍ?

ແມ່ນແລ້ວ. ຢາວັກຊີນ Pfizer ໄດ້ຖືກທົດສອບກັບໄວໜຸ່ມ ຫຼາຍພັນຄົນ ແລະ ພົບເຫັນວ່າປອດໄພ. ມັນມີປະສິດທິພາບດີຄືກັນ - ອາສາສະໝັກຊາວໜຸ່ມຜູ້ທີ່ໄດ້ສັກວັກຊີນບໍ່ມີຜູ້ໃດຕິດເຊື້ອ ໂຄວິດ-19. Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ມີຄໍາໃຫ້ໃຊ້ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ກັບ ທຸກຄົນທີ່ມີອາຍຸ 6 ເດືອນ ປີ ແລະ ສູງກ່ວານັ້ນ (ພາສາອັງກິດເທົ່ານັ້ນ).

ຂ້າພະເຈົ້າຈະເຊື່ອໄດ້ແນວໃດວ່າຢາວັກຊີນມີຄວາມປອດໄພ?

ເພື່ອໃຫ້ແນ່ໃຈວ່າວັກຊີນປ້ອງກັນພະຍາດ ໂຄວິດ-19 ມີຄວາມປອດໄພ, Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ໄດ້ຂະຫຍາຍ ແລະ ເສີມສ້າງຄວາມສາມາດຂອງປະເທດໃນການ ຕິດຕາມຄວາມປອດໄພຂອງວັກຊີນ. ດັ່ງນັ້ນ, ຜູ້ຊ່ຽວຊານດ້ານຄວາມປອດໄພຂອງວັກຊີນສາມາດຕິດຕາມ ແລະ ກວດຫາບັນຫາທີ່ອາດຈະບໍ່ໄດ້ພົບເຫັນໃນລະຫວ່າງການທົດລອງທາງດ້ານຄລີນິກຂອງວັກຊີນປ້ອງກັນພະຍາດ ໂຄວິດ-19.

ຂ້າພະເຈົ້າສາມາດຕິດພະຍາດ ໂຄວິດ-19 ຈາກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ບໍ?

ບໍ່, ທ່ານຈະບໍ່ຕິດພະຍາດ ໂຄວິດ-19 ຈາກການສັກຢາວັກຊີນ. ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ບໍ່ມີເຊື້ອໄວຣັສທີ່ກໍ່ໃຫ້ເກີດພະຍາດ ໂຄວິດ-19.

ຂ້າພະເຈົ້າຈຳເປັນຕ້ອງໄດ້ສັກຢາວັກຊີນບໍຖ້າຂ້າພະເຈົ້າເຄີຍຕິດພະຍາດ ໂຄວິດ-19 ຢູ່ແລ້ວ?

ແມ່ນແລ້ວ, ທ່ານຍັງຄວນໄດ້ຮັບການສັກຢາວັກຊີນຖ້າທ່ານເຄີຍຕິດພະຍາດ ໂຄວິດ-19 ຢູ່ແລ້ວ. ຂໍ້ມູນສະແດງໃຫ້ເຫັນວ່າມັນແມ່ນເລື່ອງບໍ່ປົກກະຕິທີ່ຈະຕິດເຊື້ອພະຍາດໂຄວິດ-19 ຄືນ ໃນ 90 ວັນຫຼັງຈາກທ່ານເຄີຍໄດ້ຕິດເຊື້ອ; ນັ້ນໝາຍຄວາມວ່າທ່ານອາດຈະມີການປ້ອງກັນຈາກພະຍາດ ໂຄວິດ-19 (ເອີ້ນວ່າພູມຄຸ້ມກັນໂດຍທຳມະຊາດ) ເປັນເວລາໄລຍະສັ້ນ. ເຖິງຢ່າງໃດກໍ່ຕາມ, ພວກເຮົາບໍ່ຮູ້ວ່າພູມຕ້ານທານທາງທຳ ມະຊາດຈະຢູ່ໄດ້ດົນປານໃດ. ຮຽນຮູ້ເພີ່ມເຕີມວ່າເປັນຫຍັງທ່ານຈິ່ງຄວນ ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 (ພາສາອັງກິດເທົ່ານັ້ນ).

ຄວາມແຕກຕ່າງລະຫວ່າງການສັກຢາປ້ອງກັນ ແລະ ພູມຕ້ານທານແມ່ນຫຍັງ?

ພູມຕ້ານທານທໍາມະຊາດຈາກການຕິດເຊື້ອມີລະດັບພູມຕ້ານທານຕໍ່ກັບການຕິດເຊື້ອຄືນໃໝ່, ແຕ່ມັນເປັນສິ່ງສໍາຄັນທີ່ຈະເນັ້ນໜັກວ່າການຕິດເຊື້ອເບື້ອງຕົ້ນໃນບັນດາຜູ້ທີ່ບໍ່ໄດ້ຮັບການສັກຢາຈະເພີ່ມຄວາມສ່ຽງຕໍ່ການເຈັບປ່ວຍຮ້າຍແຮງ, ການເຂົ້ານອນໂຮງໝໍ ແລະ ການເສຍຊີວິດ. ເຖິງແມ່ນວ່າບາງຄົນອາດຈະມີການພັດທະນາພູມຕ້ານທານຫຼັງຈາກການຕິດເຊື້ອ COVID-19, ແຕ່ຄົນອື່ນອາດຈະບໍ່ມີ. ສໍາລັບຜູ້ທີ່ພັດທະນາພູມຕ້ານທານບາງຢ່າງຫຼັງຈາກການຕິດເຊື້ອ, ບໍ່ມີວິທີທີ່ຈະບອກໄດ້ວ່າ ການປົກປ້ອງນັ້ນດີປານໃດ, ມັນຈະຢູ່ດົນປານໃດ ຫຼື ແມ້ກະທັ້ງສາມາດປົກປ້ອງໄດ້ສາຍພັນໃໝ່ບໍ.

ເນື່ອງຈາກວ່າພວກເຮົາບໍ່ສາມາດອີງໃສ່ພູມຕ້ານທານທໍາມະຊາດເພື່ອປ້ອງກັນການຕິດເຊື້ອຄືນໃໝ່ ຫຼື ການເຈັບປ່ວຍຮ້າຍແຮງຈາກ COVID-19, ການສັກຢາວັກຊີນມາຮອດປັດຈຸບັນຈຶ່ງຍັງຄົງເປັນການປົກປ້ອງທີ່ດີທີ່ສຸດ ແລະ ຍຸດທະສາດຕົ້ນຕໍເພື່ອປ້ອງກັນການຕິດເຊື້ອ SARS-COV-2, ອາການແຊກຊ້ອນທີ່ກ່ຽວຂ້ອງ, ແລະ ການຕິດເຊື້ອຕໍ່ໆໄປ.

ສຸຂະພາບຈະເລີນພັນ

ຂ້າພະເຈົ້າສາມາດມີລູກໄດ້ບໍ ຖ້າຂ້າພະເຈົ້າ ສັກຢາ ວັກຊີນປ້ອງກັນພະຍາດ ໂຄວິດ-19?

ແມ່ນແລ້ວ. ຄວາມກັງວົນຂອງທ່ານກ່ຽວກັບສຸຂະພາບຈະເລີນພັນ ແລະ ການສັກຢາວັກຊີນ ແມ່ນເຂົ້າໃຈໄດ້. ນີ້ແມ່ນສິ່ງທີ່ພວກເຮົາຮູ້: ບໍ່ມີຫຼັກຖານທາງວິທະຍາສາດວ່າວັກຊີນເຮັດໃຫ້ເກີດ ການມີລູກຍາກ ຫຼື ບໍ່ແຂງແຮງ. ເມື່ອວັກຊີນເຂົ້າໄປໃນຮ່າງກາຍຂອງທ່ານ, ມັນຈະເຮັດວຽກຮ່ວມກັບ ລະບົບພູມຄຸ້ມກັນຂອງທ່ານເພື່ອສ້າງພູມຕ້ານທານຕໍ່ສູ້ກັບໄວຣັສໂຄໂຣນາ. ຂະບວນການນີ້ບໍ່ໄດ້ລົບກວນອະໄວຍະວະສືບພັນຂອງທ່ານ.

American College of Obstetricians and Gynecologists (ACOG, ວິທະຍາໄລຂອງອາເມລິກາ ກ່ຽວກັບ ແພດປະສູດ ແລະ ແພດກ່ຽວກັບພະຍາດຍິງ) ແນະນໍາໃຫ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ກັບທຸກຄົນທີ່ອາດຈະຕ້ອງການຖືພາໃນອະນາຄົດ ຫຼື ປະຈຸບັນນີ້ກໍາລັງຖືພາ ຫຼື ການລ້້ຽງລູກດ້ວຍນົມແມ່. ຫຼາຍຄົນທີ່ໄດ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຕັ້ງແຕ່ຖືພາ ຫຼື ເກີດລູກທີ່ມີສຸຂະພາບແຂງແຮງດີ.

ສໍາລັບແຫຼ່ງຂໍ້ມູນເພີ່ມເຕີມກ່ຽວກັບການຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນຂະນະທີ່ຖືພາ ແລະ ໃຫ້ນົມລູກ, ກະລຸນາເບິ່ງຂໍ້ມູນການສັກວັກຊີນມາຮອດປະຈຸບັນ ຢູ່ໃນເວັບໄຊທ໌ One Vax, Two Lives.

ຢາວັກຊີນປອດໄພສຳລັບຜູ້ທີ່ກໍາລັງຖືພາບໍ?

ແມ່ນແລ້ວ, ທ່ານສາມາດສັກຢາວັກຊີນໄດ້ຖ້າທ່ານຖືພາ ແລະ American College of Obstetricians and Gynecologists (ACOG) (ພາສາອັງກິດເທົ່ານັ້ນ) ແນະນໍາໃຫ້ສັກຢາວັກຊີນສໍາລັບຄົນຖືພາ. ບໍ່ມີຫຼັກຖານຢັ້ງຢືນວ່າຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ເຮັດໃຫ້ເກີດບັນຫາກັບການຖືພາ, ການພັດທະນາລູກ, ການເກີດ ຫຼື ການມີລູກຍາກ ຂອງທ່ານ.

ສໍາລັບແຫຼ່ງຂໍ້ມູນເພີ່ມເຕີມກ່ຽວກັບການຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນຂະນະທີ່ຖືພາ ແລະ ໃຫ້ນົມລູກ, ກະລຸນາເບິ່ງຂໍ້ມູນການສັກວັກຊີນມາຮອດປະຈຸບັນ ຢູ່ໃນເວັບໄຊທ໌ One Vax, Two Lives.

ຢາວັກຊີນປອດໄພສຳລັບຜູ້ທີ່ກໍາລັງລ້ຽງລູກດ້ວຍນົມແມ່ບໍ?

ແມ່ນແລ້ວ, ທ່ານສາມາດສັກຢາວັກຊີນໄດ້ຖ້າທ່ານກໍາລັງລ້ຽງລູກດ້ວຍນົມແມ່. ທ່ານບໍ່ຈຳເປັນຕ້ອງຢຸດເຊົາການລ້ຽງລູກດ້ວຍນົມແມ່ຖ້າທ່ານຕ້ອງການທີ່ຈະສັກຢາວັກຊີນ. ໃນຄວາມເປັນຈິງ, ບົດລາຍງານເບື້ອງຕົ້ນຊີ້ໃຫ້ເຫັນວ່າຢາວັກຊີນສາມາດຊ່ວຍໃຫ້ ຮ່າງກາຍຂອງທ່ານສົ່ງພູມຄຸ້ມກັນໄປສູ່ລູກຂອງທ່ານຜ່ານທາງນໍ້ານົມແມ່. ຍັງຕ້ອງມີການສຶກສາເພີ່ມເຕີມ, ແຕ່ຖ້າສິ່ງນີ້ໄດ້ຮັບການຢືນຢັນ, ມັນຈະຊ່ວຍປົກປ້ອງລູກຂອງທ່ານຈາກພະຍາດ ໂຄວິດ-19.

ອ່ານເພີ່ມເຕີມກ່ຽວກັບແນວທາງທີ່ຢາວັກຊີນ ໂຄວິດ-19 ປ້ອງກັນໄດ້ແມ່ ແລະ ລູກເກີດໃໝ່ຂອງພວກເຂົາ (ພາສາອັງກິດເທົ່ານັ້ນ).

ຢາວັກຊີນຈະປ່ຽນຮອບປະຈຳເດືອນn ຂອງຂ້າພະເຈົ້າບໍ?

ບາງຄົນໄດ້ລາຍງານວ່າມີການປ່ຽນແປງຂອງຮອບວຽນປະຈຳ ເດືອນຂອງເຂົາເຈົ້າຫຼັງຈາກສັກຢາວັກຊີນ, ແຕ່ບໍ່ມີຂໍ້ມູນໃນປະຈຸບັນທີ່ສາມາດແນະ ນຳວ່າອັນນີ້ແມ່ນຜົນກະທົບໄລຍະຍາວ. ຮອບວຽນປະຈຳເດືອນສາມາດປ່ຽນແປງໄດ້ຍ້ອນຫຼາຍສິ່ງທີ່ແຕກຕ່າງກັນ, ເຊັ່ນຄວາມກົດດັນ.

ສ່ວນປະສົມ

ມີສ່ວນປະສົມຫຍັງຢູ່ໃນຢາວັກຊີນ?

ທ່ານອາດຈະເຫັນຂ່າວລືບາງຢ່າງ ແລະ ສ່ວນປະສົມທີ່ບໍ່ມີຈິງ ທີ່ມີລາຍຊື່ ຢູ່ໃນອອນໄລນ໌ ຫຼື ໃນສື່ສັງຄົມ. ສິ່ງເຫຼົ່ານີ້ໂດຍທົ່ວໄປແລ້ວເປັນຂ່າວລື. ສ່ວນປະສົມຕ່າງໆໃນຢາວັກຊີນປ້ອງກັນພະຍາດ ໂຄວິດ-19 (ພາສາອັງກິດເທົ່ານັ້ນ) ແມ່ນເປັນສິ່ງປົກກະຕິສໍາລັບວັກຊີນ. ຢາວັກຊີນບັນຈຸ​ປະ​ກອບ​ດ້ວຍ​ສານ​​ທີ່ມີກ​ານ​ເຄື່ອນ​ໄຫວຂອງ mRNA ຫຼື ຕົວດັດແປງໄວຣັດພ້ອມກັບສ່ວນປະສົມໄຂມັນ, ເກືອແຮ່ ແລະ ນໍ້າຕານເພື່ອປ້ອງກັນສ່ວນປະສົມທີ່ມີການເຄື່ອນໄຫວ, ຊ່ວຍໃຫ້ມັນເຮັດວຽກໄດ້ດີຂື້ນໃນຮ່າງກາຍ.

ວັກຊີນ Novavax COVID-19 ເປັນວັກຊີນຍ່ອຍທີ່ມີທາດໂປຼຕີນທີ່ມີສ່ວນເສີມ, ພ້ອມກັບໄຂມັນ ແລະ ນໍ້າຕານ ເພື່ອຊ່ວຍໃຫ້ຢາວັກຊີນເຮັດວຽກໄດ້ດີຂຶ້ນໃນຮ່າງກາຍ. ວັກຊີນນີ້ບໍ່ໄດ້ໃຊ້ mRNA.

ເບິ່ງລາຍຊື່ສ່ວນປະສົມທັງໝົດໃນ Pfizer, (ພາສາອັງກິດເທົ່ານັ້ນ) Moderna (ພາສາອັງກິດເທົ່ານັ້ນ) Novavax (ພາສາອັງກິດເທົ່ານັ້ນ) ແລະ Johnson & Johnson (ພາສາອັງກິດເທົ່ານັ້ນ) ໃນເອກະສານບອກຄວາມຈິງ.

ຢາວັກຊີນ Johnson & Johnson ປະກອບມີເນື້ອເຍື່ອຈຸລັງທີ່ເປັນໄພບໍ?

ຢາວັກຊີນ Johnson & Johnson ປ້ອງກັນພະຍາດ ໂຄວິດ-19 ຖືກສ້າງຂື້ນໂດຍໃຊ້ເຕັກໂນໂລຢີດຽວກັນກັບວັກຊີນອື່ນໆ. ມັນບໍ່ມີສ່ວນຂອງຈຸລິນຊີ ຫຼື ຈຸລັງທີ່ເປັນໄພ. ຊິ້ນສ່ວນໜຶ່ງຂອງຢາວັກຊີນແມ່ນຜະລິດຢູ່ໃນຂອງຫ້ອງທົດລອງທີ່ຖືກສ້າງຂຶ້ນຈາກຫ້ອງທົດລອງເຊິ່ງໃນເບື້ອງຕົ້ນແມ່ນມາຈາກຈຸລັງເບື້ອງຕົ້ນທີ່ໄດ້ຄັດເລືອກເຊິ່ງເກີດຂື້ນເມື່ອ 35 ປີກ່ອນ. ຕັ້ງແຕ່ນັ້ນມາ, ສາຍເຊລສໍາລັບວັກຊີນເຫຼົ່ານີ້ໄດ້ຖືກຮັກສາໄວ້ຢູ່ໃນຫ້ອງທົດລອງ. ບໍ່ມີແຫຼ່ງຂໍ້ມູນອື່ນກ່ຽວກັບຈຸລັງທີ່ເປັນໄພຕື່ມອີກເພື່ອໃຊ້ເຮັດຢາວັກຊີນເຫຼົ່ານີ້. ອັນນີ້ອາດຈະເປັນຂໍ້ມູນໃໝ່ສໍາລັບບາງຄົນ. ຢ່າງໃດກໍ່ຕາມ, ບັນດາຢາວັກຊີນສໍາລັບ ພະຍາດ ໝາກສຸກ, ພະຍາດ ໝາກແດງ ແລະ ພະຍາດ ຕັບອັກເສບ A ແມ່ນຖືກສ້າງຂື້ນຄືກັນ.

ຢາວັກຊີນມີ ໄມໂຄຣສີບ ບໍ?

ບໍ່, ວັກຊີນບໍ່ມີ ໄມໂຄຣສີບ ຫຼື ອຸປະກອນຕິດຕາມ. ພວກມັນມີພຽງແຕ່ສ່ວນປະກອບທີ່ເຄື່ອນໄຫວທີ່ຊ່ວຍໃຫ້ຮ່າງກາຍຂອງທ່ານສ້າງພູມຕ້ານທານເພື່ອຕໍ່ສູ້ກັບພະຍາດ ໂຄວິດ-19, ບວກກັບໄຂມັນ, ເກືອ, ແລະ ນໍ້າຕານ.

ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຈະເຮັດໃຫ້ຂ້າພະເຈົ້າເປັນແມ່ເຫຼັກບໍ?

ບໍ່, ທ່ານຈະບໍ່ກາຍເປັນແມ່ເຫຼັກຖ້າທ່ານໄດ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19. ວັກຊີນບໍ່ມີສ່ວນປະກອບທີ່ສາມາດເຮັດໃຫ້ເປັນສະໜາມໄຟຟ້າໄດ້ ແລະ ມັນບໍ່ມີໂລຫະ. ທ່ານສາມາດ ເບິ່ງລາຍຊື່ສ່ວນປະສົມທັງໝົດໃນ Pfizer, (ພາສາອັງກິດເທົ່ານັ້ນ) Moderna (ພາສາອັງກິດເທົ່ານັ້ນ) ແລະ Johnson & Johnson (ພາສາອັງກິດເທົ່ານັ້ນ) ໃນເອກະສານບອກຄວາມຈິງ ສຳລັບຂໍ້ມູນເພີ່ມເຕີມ.

ຄວາມກັງວົນກ່ຽວກັບສຸຂະພາບອື່ນໆ

ສາມາດເຮັດໃຫ້ຂ້າພະເຈົ້າເລືອດກ້າມຈາກຢາວັກຊີນບໍ?

ຄວາມສ່ຽງຂອງການເຮັດໃຫ້ເລືອດກ້າມແມ່ນຕໍ່າຫຼາຍ. ຈຳນວນຄົນທີ່ເປັນເລືອດກ້າມພາຍຫຼັງການສັກຢາວັກຊີນ Johnson & Johnson ແມ່ນຕໍ່າຫຼາຍເມື່ອທຽບໃສ່ກັບຫຼາຍລ້ານຄົນທີ່ໄດ້ສັກຢາວັກຊີນ ແລະ ບໍ່ໄດ້ເປັນເລືອດກ້າມ. ສໍາລັບການປຽບທຽບ, ຄວາມສ່ຽງແມ່ນຕໍ່າກ່ວາການກິນຢາຄຸມກໍາເນີດ, ເຊິ່ງແມ່ຍິງຫຼາຍລ້ານຄົນໃຊ້ໃນແຕ່ລະມື້. ຊອກຫາຄຳຕອບໃຫ້ກັບຄຳຖາມຂອງທ່ານກ່ຽວກັບ ການຄຸມກໍາເນີດ ແລະ ຢາວັກຊີນ Johnson & Johnson ປ້ອງກັນພະຍາດ ໂຄວິດ-19 ແລະ ອື່ນໆ (ພາສາອັງກິດເທົ່ານັ້ນ).

ທ່ານສາມາດລົມກັບຜູ້ໃຫ້ບໍລິການດູແລສຸຂະພາບຂອງທ່ານກ່ຽວກັບຄວາມສ່ຽງຂອງທ່ານ. ລາຍງານເກືອບທັງໝົດຂອງການເປັນເລືອດກ້າມຫຼັງຈາກການສັກຢາວັກຊີນ Johnson & Johnson ແມ່ນມີຢູ່ໃນແມ່ຍິງຜູ້ໃຫຍ່ທີ່ມີອາຍຸຕໍ່າກວ່າ 50 ປີ. ຖ້າທ່ານເປັນຜູ້ຍິງອາຍຸລະຫວ່າງ 18 ຫາ 50 ປີ, ທ່ານຄວນຮູ້ວ່າທ່ານມີຄວາມສ່ຽງສູງທີ່ຈະເຮັດໃຫ້ເສັ້ນເລືອດກ້າມ, ເຊິ່ງອາດຈະເຮັດໃຫ້ຕາຍໄດ້. ຄວາມກັງວົນກ່ຽວກັບເລືອດກ້າມແມ່ນກ່ຽວຂ້ອງພຽງແຕ່ກັບວັກຊີນ Johnson & Johnson ປ້ອງກັນພະຍາດ ໂຄວິດ-19, ບໍ່ແມ່ນຢາວັກຊີນ Pfizer ຫຼື Moderna. ຖ້າທ່ານເປັນຫ່ວງກ່ຽວກັບການສັກຢາວັກຊີນ Johnson & Johnson, ໃຫ້ຖາມຜູ້ໃຫ້ບໍລິການຂອງທ່ານສໍາລັບການສັກຢາວັກຊີນ Moderna ຫຼື Pfizer ແທນ.

ຂ້າພະເຈົ້າຄວນເປັນຫ່ວງກ່ຽວກັບໂລກຫົວໃຈ ຫຼື ໂລກຫົວໃຈອັກເສບບໍ?

ກໍລະນີຂອງ ໂລກຫົວໃຈ (ການອັກເສບຂອງກ້າມຊີ້ນຫົວໃຈ) ແລະ ໂລກຫົວໃຈອັກເສບ (ການອັກເສບຂອງເສັ້ນເລືອດຫົວໃຈ) ຫຼັງຈາກການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ແມ່ນມີໜ້ອຍຫຼາຍ. ມີພຽງຄົນຈໍານວນໜ້ອຍທີ່ອາດຈະປະສົບກັບມັນຫຼັງຈາກການສັກຢາວັກຊີນ. ສໍາລັບຄົນຜູ້ທີ່ປະສົບ, ກໍລະນີສ່ວນໃຫຍ່ແມ່ນຢູ່ໃນໄວໜຸ່ມ ແລະ ໄວກາງຄົນ, ອາການແມ່ນບໍ່ຮຸນແຮງໃນກໍລະນີສ່ວນຫຼາຍ ແລະ ໂດຍປົກກະຕິແລ້ວຄົນເຮົາ ຈະຟື້ນຕົວດ້ວຍຕົນເອງ ຫຼື ມີການປິ່ນປົວໜ້ອຍເທົ່ານັ້ນ. ໂລກຫົວໃຈ ຫຼື ໂລກຫົວໃຈອັກເສບຈະພົບໄດ້ຫຼາຍຖ້າທ່ານເຈັບປ່ວຍເປັນພະຍາດ ໂຄວິດ-19.

ມາຮອດວັນທີ 30 ເດືອນກໍລະກົດປີ 2021, ມີລາຍງານວ່າໜ້ອຍກວ່າ 1500 ລາຍງານຕໍ່ກັບ Vaccine Adverse Event Reporting System (VAERS, ລະບົບການລາຍງານເຫດການທີ່ບໍ່ດີຂອງຢາວັກຊີນ), ມີພຽງແຕ່ 699 ກໍລະນີທີ່ຖືກຢືນຢັນຢູ່ໃນສະຫະລັດ (ພາສາອັງກິດເທົ່ານັ້ນ), ໃນຂະນະທີ່ມີຫຼາຍກວ່າ 177 ລ້ານຄົນໄດ້ສັກຢາວັກຊີນ ປ້ອງກັນພະຍາດ ໂຄວິດ-19 ຢ່າງໜ້ອຍໜຶ່ງເຂັມແລ້ວ.

ທ່ານສາມາດລົມກັບທ່ານໝໍຂອງທ່ານກ່ຽວກັບຄວາມສ່ຽງຂອງທ່ານ. ຖ້າທ່ານມີອາການຫຼັງຈາກການສັກຢາວັກຊີນ, ທ່ານສາມາດລາຍງານພວກມັນໃຫ້ VAERS (ພາສາອັງກິດເທົ່ານັ້ນ).

ຮຽນຮູ້ເພີ່ມເຕີມກ່ຽວກັບ ໂລກຫົວໃຈ ຫຼື ໂລກຫົວໃຈອັກເສບ ພາຍຫຼັງການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 (ພາສາອັງກິດເທົ່ານັ້ນ).

ຂ້າພະເຈົ້າສາມາດສັກຢາໄດ້ບໍ ຖ້າຂ້າພະເຈົ້າກໍາລັງມີບັນຫາດ້ານສຸຂະພາບຢູ່?

ຄົນສ່ວນໃຫຍ່ທີ່ມີບັນຫາດ້ານສະພາບສຸຂະພາບຢູ່ ຫຼື ມີອາການດ້ານການແພດ ສາມາດສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ໄດ້. ບອກໃຫ້ຜູ້ໃຫ້ບໍລິການດູແລສຸຂະພາບຂອງທ່ານຮູ້ກ່ຽວກັບອາການແພ້ ແລະ ສຸຂະພາບທັງຂອງທ່ານ. ຄວາມຈິງແລ້ວ, ມີຫຼາຍເງື່ອນໄຂພື້ນຖານເຮັດໃຫ້ທ່ານມີຄວາມສ່ຽງສູງທີ່ຈະເກີດ ພະຍາດແຊກຊ້ອນຈາກພະຍາດໂຄວິດ-19, ສະນັ້ນຢາວັກຊີນແມ່ນມີຄວາມສໍາຄັນ ຍິ່ງກວ່າເພື່ອປ້ອງກັນບໍ່ໃຫ້ທ່ານເຈັບປ່ວຍ.

ກຸ່ມຄົນເຫຼົ່ານີ້ຄວນໄດ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19:

  • ຄົນທີ່ມີເຊື້ອ HIV ແລະ ຜູ້ທີ່ມີລະບົບຄຸ້ມກັນທີ່ອ່ອນແອ.
  • ຄົນທີ່ມີບັນຫາພູມຕ້ານທານ.
  • ຄົນທີ່ເຄີຍເປັນພະຍາດ Guillain-Barré syndrome (GBS, ພະຍາດເປັນລ່ອຍ) ມາກ່ອນ.
  • ຄົນທີ່ເຄີຍເປັນພະຍາດ ໜ້າບິດ.

ຖ້າທ່ານມີປະຫວັດອາການແພ້ຢ່າງຮຸນແຮງ ຫຼື ຄິດວ່າທ່ານອາດຈະມີອາການແພ້ ຢ່າງຮຸນແຮງຕໍ່ສ່ວນປະກອບຂອງວັກຊີນ, ອ່ານກ່ຽວກັບ ຢາວັກຊີນປ້ອງກັານພະຍາດ ໂຄວິດ-19 ສໍາລັບຄົນທີ່ມີອາການແພ້ (ພາສາອັງກິດເທົ່ານັ້ນ). ອາການແພ້ພາຍຫຼັງການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 (ພາສາອັງກິດເທົ່ານັ້ນ) ແມ່ນມີໜ້ອຍ ແລະ ເກີດຂຶ້ນໃນປະມານ 2 ຫາ 5 ຄົນຕໍ່ລ້ານຄົນທີ່ໄດ້ສັກຢາວັກຊີນຢູ່ໃນສະຫະລັດ.

ຂໍ້ມູນນີ້ (ພາສາອັງກິດເທົ່ານັ້ນ) ມີຈຸດປະສົງເພື່ອຊ່ວຍໃຫ້ປະຊາຊົນຢູ່ໃນກຸ່ມຄົນຂ້າງເທິງຮູ້ຕັດສິນໃຈຢ່າງມີຂໍ້ມູນກ່ຽວກັບການໄດ້ສັກຢາວັກຊີນ ປ້ອງກັນພະຍາດ ໂຄວິດ-19.

ຢາວັກຊີນຈະປ່ຽນ DNA ຂ້າພະເຈົ້າບໍ?

ບໍ່, ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ບໍ່ປ່ຽນແປງ ຫຼື ປ່ຽນແປງ DNA ຂອງທ່ານ. ຢາວັກວັກຊີນໃຫ້ຄໍາແນະນໍາກັບເຊລຂອງພວກເຮົາເພື່ອເລີ່ມສ້າງການປ້ອງກັນໄວຣັດທີ່ກໍ່ໃຫ້ເກີດພະຍາດ ໂຄວິດ-19. ວັກຊີນບໍ່ເຂົ້າໄປໃນສ່ວນຂອງເຊລທີ່ DNA ຂອງພວກເຮົາເກັບຮັກສາໄວ້. ວັກຊີນເຮັດວຽກຮ່ວມກັບການປ້ອງກັນແບບທໍາມະຊາດຂອງຮ່າງກາຍຂອງພວກເຮົາເພື່ອສ້າງພູມຕ້ານທານແທນ. ຮຽນຮູ້ກ່ຽວກັບ mRNA (ພາສາອັງກິດເທົ່ານັ້ນ) ແລະ ໄວຣັດ ເວກເຕີ່ (ພາສາອັງກິດເທົ່ານັ້ນ) ບັນດາຢາວັກຊີນປ້ອງກັນພະຍາດ ໂຄວິດ-19.

ຢາວັກຊີນເຮັດໃຫ້ເກີດຜົນຂ້າງຄຽງໃນໄລຍະຍາວບໍ?

ພວກເຮົາມີຂໍ້ມູນທາງວິທະຍາສາດຫຼາຍຢ່າງກ່ຽວກັບວັກຊີນສໍາລັບປ້ອງກັນພະຍາດ ໂຄວິດ-19 ແລະ ພະຍາດອື່ນໆ. ອີງຕາມຂໍ້ມູນເຫຼົ່ານັ້ນ, ຜູ້ຊ່ຽວຊານໝັັ້ນໃຈວ່າຢາວັກຊີນເຫຼົ່ານີ້ມີຄວາມປອດໄພຫຼາຍ. ປະຕິກິລິຍາເກືອບທັງໝົດຕໍ່ກັນຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ແມ່ນບໍ່ຮຸນແຮງ, ເຊັ່ນ ເມື່ອຍ ຫຼື ເຈັບແຂນ ແລະ ໃຊ້ເວລາພຽງສອງສາມມື້. ປະຕິກິລິຍາຮຸນແຮງ ຫຼື ໄລຍະຍາວແມ່ນມີໜ້ອຍທີ່ສຸດ.

ຜົນຂ້າງຄຽງອັນໃດອັນນຶ່ງໃນໄລຍະຍາວປົກກະຕິແລ້ວຈະເກີດຂຶ້ນພາຍໃນແປດອາທິດຂອງການສັກຢາວັກຊີນ. ນີ້ແມ່ນເຫດຜົນທີ່ຜູ້ຜະລິດວັກຊີນຕ້ອງໄດ້ລໍຖ້າຢ່າງໜ້ອຍ ແປດອາທິດຫຼັງຈາກການທົດລອງທາງດ້ານຄີລນິກກ່ອນທີ່ພວກເຂົາຈະສາມາດນໍາໃຊ້ຂໍການອະນຸຍາດການນໍາໃຊ້ສຸກເສີນຈາກ Food and Drug Administration (FDA, ອົງການອາຫານ ແລະຢາ) ຂອງສະຫະລັດ. ຜູ້ຊ່ຽວຊານຍັງສືບຕໍ່ຕິດຕາມກວດກາຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ສໍາລັບຄວາມເປັນຫ່ວງດ້ານຄວາມປອດໄພ. ອົງການ FDA ມີການສືບສວນການລາຍງານຕ່າງໆຂອງຜົນຂ້າງຄຽງ ຫຼື ປະຕິກິລິຍາທີ່ຮຸນແຮງ.