ເນື້ອຫາຫຼ້າສຸດໃນວັນທີ 8 ມີນາ 2022

ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ມີໄວ້ສຳລັບຜູ້ທີ່ມີອາຍຸ 5 ປີ ຫຼື ສູງກ່ວານັ້ນ. ໄວໜຸ່ມທີ່ມີອາຍຸ 5 ຫາ 17 ປີ ອາດຈະໄດ້ຮັບພຽງແຕ່ຢາວັກຊີນ Pfizer ເທົ່ານັ້ນ. ຍັງບໍ່ມີວັກຊີນປ້ອງກັນພະຍາດ ໂຄວິດ-19 ຊະນິດອື່ນທີ່ໄດ້ຮັບອະນຸຍາດສັກຄົນທີ່ຍັງມີອາຍຸຕໍ່າກວ່າ 18 ປີໃນເວລານີ້.
ຄວາມປອດໄພ ແລະ ປະສິດທິພາບຂອງຢາວັກຊີນ
ການໃຫ້ລູກຂອງທ່ານສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ສາມາດ:
- ຊ່ວຍຫຼຸດຄວາມສ່ຽງຂອງພວກເຂົາທີ່ຈະຕິດເຊື້ອພະຍາດ ໂຄວິດ-19
- ຫຼຸດໂອກາດຂອງພວກເຂົາທີ່ຈະເຈັບໜັກ, ຖ້າພວກເຂົາຕິດເຊື້ອພະຍາດ ໂຄວິດ-19
- ຫຼຸດໂອກາດຂອງພວກເຂົາທີ່ຈະຕ້ອງເຂົ້າໂຮງໝໍ ແລະ ຫຼຸດຄວາມສ່ຽງທີ່ຈະເສຍຊີວິດຈາກ ພະຍາດ ໂຄວິດ-19
- ຊ່ວຍປ້ອງກັນພວກເຂົາຈາກການຕິດເຊື້ອພະຍາດ ໂຄວິດ-19 ທີ່ກາຍພັນ
- ເພີ່ມຈໍານວນຄົນໃນຊຸມຊົນຜູ້ທີ່ໄດ້ຮັບການປ້ອງກັນຈາກການຕິດເຊື້ອພະຍາດ ໂຄວິດ-19 ແລ້ວ — ເຮັດໃຫ້ພະຍາດແຜ່ລະບາດໄດ້ຍາກ.
- ຫຼຸດຂໍ້ຂັດຂວາງການຮຽນຮູ້ ແລະ ກິດຈະກຳແບບຕໍ່ໜ້າຕໍ່ຕາ ໂດຍຊ່ວຍສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ

ການທົດລອງທາງຄລີນິກ
ເດັກນ້ອຍທີ່ມີອາຍຸ 5-11 ປີ
- ມີເດັກນ້ອຍປະມານ 3,100 ຄົນທີ່ມີອາຍຸ 5 ຫາ 11 ປີ (ພາສາອັງກິດເທົ່ານັ້ນ) ໄດ້ຮັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19 Pfizer ໃນການທົດລອງທາງດ້ານຄລີນິກ. ບໍ່ພົບຜົນຂ້າງຄຽງທີ່ຮ້າຍແຮງໃນການສຶກສາ, ທີ່ກໍາລັງດໍາເນີນຢູ່.
- ການຕອບສະໜອງ ດ້ານພູມຕ້ານທານຂອງເດັກນ້ອຍທີ່ມີອາຍຸ 5 ຫາ 11 ປີ ແມ່ນປຽບທຽບໄດ້ກັບບຸກຄົນທີ່ມີອາຍຸ 16 ຫາ 25 ປີ.
- ຢາວັກຊີນມີປະສິດທິພາບເກືອບ 91% ໃນການປ້ອງກັນພະຍາດ ໂຄວິດ-19 ໃຫ້ເດັກນ້ອຍທີ່ມີອາຍຸ 5 ຫາ 11 ປີ.
ເດັກນ້ອຍທີ່ມີອາຍຸ 12-15 ປີ
- ມີຜູ້ເຂົ້າຮ່ວມ 2,260 ຄົນທີ່ມີອາຍຸ 12 ຫາ 15 ປີ (ພາສາອັງກິດເທົ່ານັ້ນ) ໄດ້ລົງທະບຽນໃນການທົດລອງທາງດ້ານຄລີນິກແບບສຸ່ມ, ຄວບຄຸມດ້ວຍຢາ placebo ຢ່າງຕໍ່ເນື່ອງໃນສະຫະລັດ.
- ໃນນີ້, ມີຜູ້ເຂົ້າຮ່ວມທີ່ເປັນໄວລຸ້ນ 1,131 ຄົນໄດ້ຮັບຢາວັກຊີນ ແລະ 1,129 ຄົນໄດ້ຮັບຢາຫຼອດທີ່ເປັນນໍ້າເກືອ. ຫຼາຍກວ່າເຄິ່ງໜຶ່ງຂອງຜູ້ເຂົ້າຮ່ວມໄດ້ຮັບການຕິດຕາມເພື່ອຄວາມປອດໄພຢ່າງໜ້ອຍສອງເດືອນຫຼັງຈາກໄດ້ຮັບວັກຊີນເຂັມທີ່ສອງ.
ການອະນຸຍາດຢາວັກຊີນ
ຢາວັກຊີນ Pfizer ມີໃຫ້ສຳລັບເດັກນ້ອຍທີ່ມີອາຍຸ 5-15 ປີ ພາຍໃຕ້ Emergency Use Authorization (EUA, ການອະນຸຍາດນຳໃຊ້ສຸກເສີນ), ແລະ ໄດ້ຮັບການອະນຸມັດຢ່າງເຕັມທີ່ ສຳລັບຜູ້ທີ່ມີອາຍຸ 16 ປີຂຶ້ນໄປ.
EUA ອະນຸຍາດໃຫ້ Food and Drug Administration (FDA, ອົງການອາຫານ ແລະ ຢາ) ກະກຽມຜະລິດຕະພັນໃຫ້ມີໃຊ້ຢູ່ໃນລະຫວ່າງການປະກາດສະພາວະສຸກເສີນກ່ອນທີ່ມັນຈະມີໃບອະນຸຍາດເຕັມຮູບແບບ. ຈຸດປະສົງຂອງການອະນຸຍາດການນໍາໃຊ້ສຸກເສີນ ແມ່ນເພື່ອຮັບປະກັນວ່າປະຊາຊົນສາມາດໄດ້ຮັບວັກຊີນ ປ້ອງກັນຊີວິດກ່ອນການວິເຄາະຂໍ້ມູນໄລຍະຍາວ. EUA ຍັງຈຳເປັນຕ້ອງມີການທົບທວນຄືນຂໍ້ມູນທາງຄລີນິກຢ່າງລະອຽດ—ພຽງແຕ່ໃນໄລຍະເວລາທີ່ສັ້ນກວ່າ.

EUA ໃດໆທີ່ໄດ້ຮັບການອະນຸຍາດຈາກ FDA ແມ່ນ ຕ້ອງໄດ້ຜ່ານການທົບທວນໂດຍ Advisory Committee on Immunization Practices (ຄະນະກໍາມະການທີ່ປຶກສາກ່ຽວກັບການປະຕິບັດການສັກຢາປ້ອງກັນ) (ພາສາອັງກິດເທົ່ານັ້ນ) ຂອງ Centers for Disease Control and Prevention (ສູນຄວບຄຸມ ແລະ ປ້ອງກັນພະຍາດ) ແລະ Western States Scientific Safety Review Workgroup (ກຸ່ມທົບທວນຄວາມປອດໄພທາງວິທະຍາສາດຂອງບັນດາລັດພາກຕາເວັນຕົກ).
ຄໍາຖາມທີ່ຖືກຖາມເລື້ອຍໆ ສໍາລັບພໍ່ແມ່ ແລະ ຜູ້ປົກຄອງ
- ເປັນຫຍັງຂ້ອຍຈຶ່ງຄວນເປັນຫ່ວງກ່ຽວກັບການຕິດເຊື້ອພະຍາດ ໂຄວິດ-19 ຂອງລູກຂອງຊ້າພ້າເຈົ້າ?
-
ນັບຕັ້ງແຕ່ເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ ເປັນຕົ້ນມາ, ມີເດັກນ້ອຍຫຼາຍກ່ວາ 12 ລ້ານຄົນໃນ ສະຫາລັດຕິດພະຍາດໂຄວິດ-19. ພະຍາດໂຄວິດ-19 ສາຍພັນໃໝ່ແມ່ນຍິ່ງອັນຕະລາຍ ແລະ ຕິດເຊື້ອສູ່ໄວ ໜຸ່ມຫຼາຍກວ່າສາຍພັນເດີມ ແລະ ນຳໄປສູ່ການເຮັດໃຫ້ມີຄົນເຂົ້ານອນປິ່ນປົວພະຍາດໂຄວິດ-19 ຢູ່ໃນໂຮງ ໝໍທະລຸເຖິງຂີດສູງສຸດໃນບັນດາ ໄວໜຸ່ມ.
ເຖິງແມ່ນວ່າ ພະຍາດ ໂຄວິດ-19 ມັກຈະບໍ່ຮຸນແຮງຕໍ່ເດັກນ້ອຍກວ່າຜູ້ໃຫຍ່ກໍຕາມ, ແຕ່ເດັກນ້ອຍຍັງສາມາດເຈັບປ່ວຍໜັກ ແລະ ແຜ່ເຊື້ອໄປສູ່ໝູ່ເພື່ອນ ແລະ ຄອບຄົວທີ່ມີຄວາມບົກພ່ອງດ້ານພູມຄຸ້ມກັນ ຫຼື ມີຄວາມສ່ຽງຕິດເຊື້ອໃນທາງອື່ນ.
ເດັກນ້ອຍທີ່ຕິດເຊື້ອພະຍາດ ໂຄວິດ-19 ອາດຈະມີອາການຂອງ “ພະຍາດ ໂຄວິດ-19 ເປັນເວລາຍາວນານ” ຫຼື ອາການຄົງຄ້າງທີ່ມັກຈະລວມມີ ໝອກໃນສະໝອງ, ເມື່ອຍລ້າ, ເຈັບຫົວ, ວິນຫົວ ແລະ ຫາຍໃຈຕື້ນ. ການສັກຢາວັກຊີນແມ່ນວິທີທີ່ດີທີ່ສຸດເພື່ອຮັກສາເດັກນ້ອຍໃຫ້ມີສຸຂະພາບດີ ແລະ ປອດໄພ.
ເດັກນ້ອຍທີ່ຕິດເຊື້ອພະຍາດ ໂຄວິດ-19 ອາດຈະມີຄວາມສ່ຽງຫຼາຍຂຶ້ນ ສຳລັບ ໂຣກອັກເສບຫຼາຍລະບົບ (MIS-C) (ພາສາອັງກິດເທົ່ານັ້ນ). MIS-C ແມ່ນສະພາບທີ່ພາກສ່ວນຕ່າງໆຂອງຮ່າງກາຍສາມາດເກີດການອັກເສບໄດ້, ລວມທັງ ຫົວໃຈ, ປອດ, ໝາກໄຂ່ຫຼັງ, ສະໝອງ, ຜິວໜັງ, ຕາ, ຫຼື ອະໄວຍະວະກະເພາະລໍາໄສ້. ເຖິງແມ່ນວ່າມັນຍັງບໍ່ຮູ້ສິ່ງທີ່ກໍ່ໃຫ້ເກີດ MIS-C ກໍຕາມ, ແຕ່ເດັກນ້ອຍຫຼາຍຄົນທີ່ເປັນ MIS-C ຈະມີເຊື້ອພະຍາດ ໂຄວິດ-19, ຫຼື ເຄີຍຢູ່ອ້ອມຂ້າງຄົນທີ່ມີເຊື້ອພະຍາດ ໂຄວິດ-19. MIS-C ສາມາດເປັນອັນຕະລາຍທີ່ຮ້າຍແຮງ, ເປັນອັນຕະລາຍເຖິງຊີວິດໄດ້, ແຕ່ເດັກນ້ອຍສ່ວນຫຼາຍທີ່ໄດ້ຮັບການວິໃຈວ່າ ມີອາການນີ້ອາດຈະດີຂຶ້ນເມື່ອໄດ້ຮັບການດູແລທາງການແພດ.
- ຢາວັກຊີນມີຄວາມຈຳເປັນສຳລັບການເຂົ້າໂຮງຮຽນ K-12 ຫຼື ບໍ?
-
Washington State Board of Health (ຄະນະກຳມະການດ້ານສຸຂະພາບລັດ ວໍຊິງຕັນ) (ເປັນພາສາ ອັງກິດ), ບໍ່ແມ່ນ Department of Health (ພະແນກສາທາລະນະສຸກ), ມີສິດອຳນາດໃນການສ້າງຂໍ້ ກຳນົດການສັກຢາກັນພະຍາດໃຫ້ເດັກນ້ອຍຢູ່ໃນໂຮງຮຽນ K-12 Revised Code of Washington (RCW, ບົດບັນຍັດສະບັບປັບປຸງ ຂອງ ລັດວໍຊິງຕັນ) 28A.210.140 (ເປັນພາສາອັງກິດ). ຍັງບໍ່ມີຂໍ້ ກຳນົດສຳລັບໂຮງຮຽນ ຫຼື ສະຖານທີ່ໃຫ້ການເບິ່ງແຍງເດັກໃນການໃຊ້ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນເວລານີ້.
- ຂ້ອຍຕ້ອງຈ່າຍຄ່າຢາວັກຊີນແມ່ນບໍ?
-
ບໍ. ລູກຂອງທ່ານຈະໄດ້ຮັບຢາວັກຊີນໂດຍບໍ່ເສຍຄ່າ. ລັດຖະບານກາງຈະຈ່າຍຄ່າຢາວັກຊີນທັງໝົດ.
ຖ້າທ່ານມີປະກັນໄພສຸຂະພາບຂອງລັດ ຫຼື ເອກະຊົນ, ຜູ້ໃຫ້ບໍລິການສັກຢາວັກຊີນຂອງທ່ານອາດຈະເກັບເງິນນໍາເຂົາເຈົ້າເພື່ອໄດ້ຮັບການຊົດເຊີຍຄືນສໍາລັບຄ່າທໍານຽມການບໍລິຫານວັກຊີນ. ຖ້າທ່ານບໍ່ມີປະກັນໄພ, ລັດຖະບານກາງມີ ໂຄງການ ທີ່ຈະຈ່າຍໃຫ້ຜູ້ໃຫ້ບໍລິການເພື່ອສັກຢາວັກຊີນຂອງທ່ານ.
ທ່ານບໍ່ຄວນຖືກຮຽກເກັບເງິນໃຫ້ຈ່າຍເອງ ຫຼື ໄດ້ຮັບໃບບິນຈາກຜູ້ໃຫ້ບໍລິການຂອງ ທ່ານສໍາລັບຄ່າທໍານຽມການບໍລິຫານຢາວັກຊີນປ້ອງກັນຂອງພະຍາດ ໂຄວິດ-19. ນີ້ໃຊ້ໄດ້ກັບຄົນທີ່ມີປະກັນໄພເອກະຊົນ, ມີ Apple Health (Medicaid), ມີ Medicare ຫຼື ບໍ່ມີປະກັນໄພ.
- ຜົນຂ້າງຄຽງທີ່ມັກພົບຂອງຢາວັກຊີນປ້ອງກັນຂອງພະຍາດ ໂຄວິດ-19 ໃນເດັກນ້ອຍມີຫຍັງແດ່?
-
ຄວາມສ່ຽງດ້ານສຸຂະພາບຂອງເດັກນ້ອຍທີ່ຕິດເຊື້ອພະຍາດ ໂຄວິດ-19ແມ່ນສູງກວ່າຄວາມສ່ຽງຂອງຜົນຂ້າງຄຽງຂອງຢາວັກຊີນ.
ຄືກັນກັບຢາວັກຊີນອື່ນໆ, ຜົນຂ້າງຄຽງທີ່ມັກພົບລວມມີອາການເຈັບແຂນ, ອິດເມື່ອຍ, ປວດຫົວ, ແລະ ເຈັບກ້າມ. ອາການເຫຼົ່ານີ້ມັກຈະບໍ່ຮຸນແຮງ.
ໃນການທົດລອງທາງດ້ານຄລີນິກ (ພາສາ ອັງກິດເທົ່ານັ້ນ) ມີເດັກນ້ອຍລາຍງານຜົນຂ້າງຄຽງຫຼັງຈາກໄດ້ຮັບຢາວັກຊີນເຂັມທີສອງຫຼາຍກວ່າຫຼັງຈາກໄດ້ຮັບຢາວັກຊີນເຂັມທຳອິດ. ຜົນຂ້າງຄຽງໂດຍທົ່ວໄປແມ່ນມີຄວາມຮຸນແຮງເລັກນ້ອຍເຖິງປານກາງ ແລະ ເກີດຂຶ້ນພາຍໃນສອງມື້ຫຼັງຈາກການສັກຢາວັກຊີນ, ແລະ ສ່ວນຫຼາຍແມ່ນຫາຍໄປພາຍໃນໜຶ່ງຫາສອງມື້.
- ສ່ວນປະກອບຂອງຢາວັກຊີນ Pfizer ມີຫຍັງແດ່?
-
ສ່ວນປະກອບໃນຢາວັກຊີນ Pfizer ແມ່ນເລື່ອງປົກກະຕິສໍາລັບຢາວັກຊີນ. ຢາວັກຊີນປະກອບດ້ວຍສານທີ່ມີການເຄື່ອນໄຫວຂອງ mRNA ພ້ອມກັບສ່ວນປະສົມອື່ນໆເຊັ່ນ: ໄຂມັນ, ເກືອແຮ່ ແລະ ນໍ້າຕານເພື່ອປ້ອງກັນສ່ວນປະສົມ ທີ່ມີການເຄື່ອນໄຫວ, ຊ່ວຍໃຫ້ມັນເຮັດວຽກໄດ້ດີຂຶ້ນໃນຮ່າງກາຍ.
ຢາວັກຊີນ Pfizer ບໍ່ມີ ຈຸລັງຂອງມະນຸດ (ລວມທັງຈຸລັງທີ່ເປັນໄພ), ເຊື້ອໄວຣັສ ໂຄວິດ-19, ລາເຕັກ, ສານກັນບູດ ຫຼື ການປ້ອງກັນຕ່າງໆ, ຜະລິດຕະພັນຈາກສັດຕ່າງໆ ລວມທັງຊີ້ນໝູ ຫຼື ວຸ້ນ. ຢາວັກຊີນບໍ່ໄດ້ເຕີບໃຫ່ຍໃນໄຂ່ ແລະ ບໍ່ມີ ຜະລິດຕະພັນໄຂ່ໃດໆ.
ເບິ່ງ ຄໍາຖາມ ແລະ ຄໍາຕອບນີ້; ໜ້າເວັບຈາກ Children's Hospital of Philadelphia (ໂຮງໝໍເດັກນ້ອຍຂອງ Philadelphia) (ພາສາ ອັງກິດເທົ່ານັ້ນ) ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບສ່ວນປະກອບ.
- ລູກຂອງຂ້າພ້າເຈົ້າສາມາດຮັບໄດ້ຢາວັກຊີນປະເພດໃດ?
-
ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 Pfizer-BioNTech (Pfizer) ແມ່ນໜຶ່ງປະເພດທີ່ໄດ້ຮັບອະນຸຍາດ ສຳລັບເດັກນ້ອຍທີ່ມີອາຍຸ 5 ຫາ 17 ປີ ເທົ່ານັ້ນ. ຍັງບໍ່ມີວັກຊີນປ້ອງກັນພະຍາດ ໂຄວິດ-19 ຊະນິດອື່ນທີ່ໄດ້ຮັບອະນຸຍາດສັກຄົນທີ່ຍັງມີອາຍຸຕໍ່າກວ່າ 18 ປີໃນເວລານີ້.
- ລູກຂອງຂ້ອຍຈຳເປັນຕ້ອງສັກຢາເຂັມກະຕຸ້ນບໍ?
-
ໃນຕອນນີ້, ແນະນຳໃຫ້ສັກ ເຂັມກະຕຸ້ນ ໃຫ້ກັບຄົນທີ່ມີອາຍຸ 5 ປີຂຶ້ນໄປ. ຄົນທີ່ມີີ່ອາຍຸ 17 ປີລົງມາອາດຈະສັກວັກຊີນ Pfizer ເທົ່ານັ້ນສຳລັບເຂັມກະຕຸ້ນຂອງພວກເຂົາ.
- ລູກຂອງຂ້ອຍຈຳເປັນຕ້ອງໄດ້ຮັບຈັກເຂັມ?
-
ຢາກແນະນຳໃຫ້ເດັກນ້ອຍທຸກຄົນຮັບການສັກຢາຢ່າງໜ້ອຍສອງເຂັມ. ອາດຈະແນະນໍາໃຫ້ຮັບ ການສັກເຂັມເພີ່ມເພື່ອໃຫ້ມີພູມຄຸ້ມກັນຢ່າງສະເໝີ.
- ເດັກນ້ອຍທີ່ມີອາຍຸ 5-11 ປີ ຈະໄດ້ຮັບປະລິມານຢາ ສໍາລັບເດັກນ້ອຍ, ເຊິ່ງເປັນປະລິມານທີ່ ແຕກຕ່າງຈາກປະເພດໃຊ້ສໍາລັບໄວລຸ້ນ ແລະ ຜູ້ໃຫຍ່.
- ເດັກນ້ອຍທີ່ມີອາຍຸ 12-17 ປີ ຈະມີສິດໄດ້ຮັບປະລິມານຢາ ສໍາລັບໄວລຸ້ນ/ຜູ້ໃຫຍ່.
ເດັກນ້ອຍອາຍຸ 5 ປີຂຶ້ນໄປທີ່ມີພູມຕ້ານທານປານກາງ ຫຼື ຮຸນແຮງຄວນໄດ້ຮັບການສັກຢາປະຖົມຕື່ມອີກ 28 ມື້ຫຼັງຈາກການສັກຢາເທື່ອທີສອງຂອງເຂົາເຈົ້າ ແລະເດັກນ້ອຍທີ່ມີອາຍຸ 5 ປີຂຶ້ນໄປຄວນໄດ້ຮັບປະລິມານຢາເສີມ. ໃນອະນາຄົດ, ປະລິມານຢາເພີ່ມເຕີມອາດຈະຖືກແນະນໍາສໍາລັບກຸ່ມຄົນອື່ນໆ.
ກະລຸນາທົບທວນຄືນ ແນວທາງຂອງ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ສຳລັບຜູ້ທີ່ມີຂໍ້ບົກຜ່ອງດ້ານພູມຄຸ້ມກັນ ຫຼື ເຂົ້າເບິ່ງ ເວັບໄຊທ໌ຂອງ DOH.
- ຂ້າພ້າເຈົ້າຄວນຈະລົມກັບໃຜຖ້າຂ້າພ້າເຈົ້າມີຄຳຖາມກ່ຽວກັບຢາວັກຊີນ?
-
ລົມກັບແພຂອງເດັກ ຫຼື ຜູ້ໃຫ້ບໍລິການທາງການແພດທີ່ເຊື່ອຖືໄດ້ອື່ນໆຂອງເດັກຂອງທ່ານ, ລົມກັບພະນັກງານສຸຂະພາບຂອງຊຸມຊົນ, ຫຼື ອ່ານຂໍ້ມູນຢູ່ທີ່ www.CovidVaccineWA.org.
- ຢາວັກຊີນສໍາລັບຜູ້ທີ່ມີອາຍຸ 5-11 ປີ ແມ່ນຊະນິດດຽວກັນກັບຢາວັກຊີນສໍາລັບຜູ້ທີ່ມີອາຍຸ 12 ປີ ຂຶ້ນໄປບໍ?
-
ຢາວັກຊີນ Pfizer-BioNTech ສຳລັບຜູ້ທີ່ມີອາຍຸ 5–11 ປີ ແມ່ນສ່ວນປະກອບຂອງຢາວັກຊີນດຽວກັນ, ແຕ່ມີປະລິມານນ້ອຍກວ່າ, ມີຂະໜາດໜຶ່ງສ່ວນສາມ.
ຜະລິດຕະພັນໃນປະຈຸບັນສໍາລັບຜູ້ໃຫຍ່ ແລະ ໄວລຸ້ນບໍ່ຄວນໃຊ້ກັບເດັກນ້ອຍທີ່ມີອາຍຸ 5-11 ປີ.
- ຂ້າພ້າເຈົ້າຈະພາລູກຂອງຂ້າພ້າເຈົ້າໄປສັກຢາວັກຊີນໄດ້ຢູ່ໃສ?
-
ລັດວໍຊິງຕັນໄດ້ສະໜອງວັກຊີນທີ່ແນະນໍາທັງໝົດໃຫ້ແກ່ເດັກນ້ອຍທີ່ມີອາຍຸຕໍ່າກ່ວາ 18 ປີ ໂດຍບໍ່ຄິດຄ່າໃຊ້ຈ່າຍ. ຖາມແພດຂອງເດັກ ຫຼື ຄລີນິກປະຈຳຂອງລູກຂອງທ່ານວ່າ ພວກເຂົາ ມີຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຫຼື ບໍ.
ຄອບຄົວທີ່ບໍ່ມີຜູ້ໃຫ້ບໍລິການດ້ານສຸຂະພາບສາມາດໂທຫາ ສາຍດ່ວນ Help Me Grow WA ໄດ້ທີ່ເບີ 1-800-322-2588 ຫຼື ໄປທີ່ ParentHelp123.org (ເປັນພາສາອັງກິດ ແລະ ພາສາແອັດສະປາຍ ເທົ່ານັ້ນ) ເພື່ອຄົ້ນຫາຜູ້ໃຫ້ບໍລິການດ້ານສຸຂະພາບ, ຄລີນິກ, ຫຼື ແຫຼ່ງຂໍ້ມູນ ດ້ານສຸຂະພາບອື່ນໆ. ບໍລິການນີ້ແມ່ນບໍ່ເສຍຄ່າ ແລະ ມີບໍລິການຊ່ວຍເຫຼືອດ້ານພາສາ.
ທ່ານຍັງສາມາດເຂົ້າເບິ່ງໄດ້ທີ່ VaccineLocator.doh.wa.gov ແລະ ໃຊ້ຕົວກັ່ນຕອງເພື່ອເບິ່ງ ລາຍຊື່ສະຖານທີ່ໃກ້ກັບທ່ານທີ່ມີຢາວັກຊີນສໍາລັບເດັກ.
- ລູກຂອງຂ້ອຍສາມາດຮັບໄດ້ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນເມື່ອພວກເຂົາໄດ້ຮັບຢາວັກຊີນອື່ນໆ ເຊັ່ນ: ໄຂ້ຫວັດແມ່ນບໍ?
-
ແມ່ນ. ລູກຂອງທ່ານສາມາດຮັບໄດ້ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນເວລາດຽວກັນທີ່ພວກເຂົາໄດ້ຮັບຢາວັກຊີນອື່ນໆ.
ທ່ານບໍ່ຈຳເປັນຕ້ອງເຮັດການນັດໝາຍໃຫ້ລູກຂອງທ່ານ ການສັກຢາວັກຊີນຢູ່ທີ່ໂຮງຮຽນທີ່ຈຳເປັນ (ພາສາ ອັງກິດເທົ່ານັ້ນ) ຫຼື ວັກຊີນແນະນໍາອື່ນແຍກຕ່າງຫາກຈາກ ການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19. ການນັດໝາຍສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ແມ່ນອີກໂອກາດໜຶ່ງ ທີ່ຈະເຮັດໃຫ້ລູກຂອງທ່ານປະຕິບັດໄດ້ຕາມຄຳແນະນໍາທັງໝົດຂອງເຂົາກ່ຽວກັບວັກຊີນ.
- ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຈະມີຄວາມຈຳເປັນສຳລັບລູກຂອງຂ້າພ້າເຈົ້າເພື່ອເຂົ້າຮ່ວມການເບິ່ງແຍງເດັກ ຫຼື ແຄ້ມດູແລເດັກກາງເວັນ ຫຼື ບໍ?
-
Washington State Board of Health (ພາສາ ອັງກິດເທົ່ານັ້ນ) ກຳນົດວ່າ ຢາວັກຊີນມີຄວາມຈຳເປັນ ສຳລັບໂຮງຮຽນ ແລະ ໂຮງລ້ຽງເດັກ. ບໍ່ມີໂຮງຮຽນ ຫຼື ໂຮງລ້ຽງເດັກທີ່ຕ້ອງການຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນເວລານີ້.
ສໍາລັບແຄ້ມດູແລເດັກກາງເວັນ, ກວດສອບກັບອົງການຈັດຕັ້ງທີ່ດໍາເນີນແຄ້ມ ເພື່ອຊອກຫາສິ່ງທີ່ຕ້ອງການຂອງພວກເຂົາ.