ເນື້ອຫາອັບເດດຫຼ້າສຸດ ວັນທີ 9 ທັນວາ 2022
ການຕິດຕາມສັກຢາເຂັມກະຕຸ້ນທັນທີທີ່ທ່ານມີສິດໄດ້ຮັບແມ່ນການປົກປ້ອງທີ່ດີທີ່ສຸດຂອງທ່ານຕໍ່ກັບການເຈັບປ່ວຍຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດ COVID-19.
Centers for Disease Control and Prevention (CDC) ໄດ້ການປັບປຸງຄໍາແນະນໍາການສັກຢາເຂັມກະຕຸ້ນ ມີດັ່ງນີ້:
- ເດັກນ້ອຍອາຍຸ 6 ເດືອນ-5 ປີ ທີ່ໄດ້ຮັບວັກຊີນ Moderna COVID-19 ໂມໂນວາເລັນ ຕົ້ນສະບັບແມ່ນມີສິດໄດ້ຮັບເຂັມກະຕຸ້ນໄບລາເລນ ທີ່ປັບປຸງໃໝ່ສອງເດືອນຫຼັງຈາກສໍາເລັດຊຸດເບື້ອງຕົ້ນ.
- ວັກຊີນປ້ອງກັນ COVID-19 Pfizer ສໍາລັບເດັກນ້ອຍທີີອາຍຸ 6 ເດືອນ-4 ປີ ຕອນນີ້ຈະປະກອບມີຢາ Pfizer ໂມໂນວາເລັນ ແລະ ຢາໄບວາເລັນ Pfizer ທັງສອງເຂັມ.
- ເດັກນ້ອຍອາຍຸອາຍຸ 6 ເດືອນ-4 ປີ ທີ່ຍັງບໍ່ທັນໄດ້ເລີ່ມສັກຢາ Pfizer ເຂັມ 3 ຫຼື ຜູ້ທີ່ຍັງບໍ່ທັນໄດ້ສັກເຂັມທີ່ສາມ ຂອງຊຸດເບື້ອງຕົ້ນ ຂອງເຂົາເຈົ້າໃນປັດຈຸບັນຈະໄດ້ຮັບຊຸດ Pfizer ທີ່ໄດ້ປັບປຸງ.
- ເດັກນ້ອຍອາຍຸ 6 ເດືອນ-4 ປີທີ່ໄດ້ສໍາເລັດຊຸດເບື້ອງຕົ້ນ Pfizer ເຂັມ 3ແລ້ວຈະບໍ່ມີສິດໄດ້ສັກຢາເພີ່ມເຕີມ ຫຼື ເຂັມກະຕຸ້ນໃນເວລານີ້.
- ເຂັມກະຕຸ້ນ Novavax ປ້ອງກັນ COVID-19 ແມ່ນມີສໍາລັບ ຜູ້ໃຫ່ຍຖ້າພວກເຂົາສຳເລັດການສັກຢາວັກຊີນຊຸດທໍາອິດແລ້ວແຕ່ຍັງບໍ່ໄດ້ຮັບເຂັມກະຕຸ້ນ COVID-19 ໃນເມື່ອກ່ອນ ແລະ ຖ້າພວກເຂົາບໍ່ສາມາດ ຫຼື ບໍ່ໄດ້ຮັບເຂັມກະຕຸ້ນ mRNA.
ຖ້າທ່ານໄດ້ຮັບ... | ໃຜທີ່ຄວນໄດ້ຮັບເຂັມກະຕຸ້ນ | ເຂັມກະຕຸ້ນຊະນິດໃດທີ່ຈະໄດ້ຮັບ | ຈະຮັບເຂັມກະຕຸ້ນເມື່ອໃດ |
---|---|---|---|
Pfizer-BioNTech | ຄົນທີ່ມີອາຍຸ 5 ປີຂຶ້ນໄປ |
ເດັກນ້ອຍອາຍຸ 5 ປີທີ່ໄດ້ຮັບຢາ Pfizer ອາດຈະໄດ້ຮັບພຽງແຕ່ ເຂັມກະຕຸ້ນໄບວາເລັນ Pfizer ທີ່ໄດ້ປັບປຸງໃໝ່. ຜູ້ທີ່ມີອາຍຸ 6 ປີຂຶ້ນໄປ ຄວນໄດ້ຮັບຢາເຂັມກະຕຸ້ນໄບລາເລນ Pfizer ຫຼື Moderna ທີ່ໄດ້ປັບປຸງໃໝ່ ໂດຍບໍ່ຄໍານຶງເຖິງຊຸດເບື້ອງຕົ້ນຂອງພວກເຂົາ. |
ຢ່າງໜ້ອຍ 2 ເດືອນຫຼັງຈາກການສໍາເລັດຊຸດວັກຊີນທຳອິດ ຫຼື ກ່ອນເຂັມກະຕຸ້ນ |
ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA. | Novavax: ຢ່າງນ້ອຍ 6 ເດືອນຫຼັງສັກຄົບຊຸດທໍາອິດ | ||
Moderna | ຄົນທີ່ມີອາຍຸ 6 ເດືອນຂື້ນໄປ |
ເດັກນ້ອຍອາຍຸ 6 ເດືອນ – 4 ປີ ຄວນໄດ້ຮັບເຂັມກະຕຸ້ນ ໄບວາເລັນທີ່ໄດ້ຮັບການປັບປຸງ ທີ່ເປັນຍີ່ຫໍ້ດຽວກັນກັບຊຸດ ເບືອງຕົ້ນຂອງພວກເຂົາ. ຜູ້ທີ່ມີອາຍຸ 5 ປີຂຶ້ນໄປ ຄວນໄດ້ຮັບຢາເຂັມກະຕຸ້ນໄບລາເລນ Pfizer ຫຼື Moderna ທີ່ໄດ້ປັບປຸງໃໝ່ ໂດຍບໍ່ຄໍານຶງເຖິງຊຸດເບື້ອງຕົ້ນຂອງພວກເຂົາ. |
ຢ່າງໜ້ອຍ 2 ເດືອນຫຼັງຈາກການສໍາເລັດຊຸດວັກຊີນທຳອິດ ຫຼື ກ່ອນເຂັມກະຕຸ້ນ |
ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA. | Novavax: ຢ່າງນ້ອຍ 6 ເດືອນຫຼັງສັກຄົບຊຸດທໍາອິດ | ||
Novavax | ຄົນທີ່ມີອາຍຸ 12 ປີຂຶ້ນໄປ | ຄົນທີ່ມີອາຍຸ 12 ປີຂຶ້ນໄປຄວນໄດ້ຮັບຢາເຂັມກະຕຸ້ນບາຍວາເລນ Pfizer ຫຼື Moderna ທີ່ໄດ້ຮັບການອັບເດດ. | ຢ່າງໜ້ອຍ 2 ເດືອນຫຼັງຈາກການສໍາເລັດຊຸດວັກຊີນທຳອິດ ຫຼື ກ່ອນເຂັມກະຕຸ້ນ |
ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA. | Novavax: ຢ່າງນ້ອຍ 6 ເດືອນຫຼັງສັກຄົບຊຸດທໍາອິດ | ||
Johnson & Johnson* | ຄົນທີ່ມີອາຍຸ 18 ປີຂຶ້ນໄປ | ຄົນທີ່ມີອາຍຸ 18 ປີຂຶ້ນໄປຄວນໄດ້ຮັບຢາເຂັມກະຕຸ້ນບາຍວາເລນ Pfizer ຫຼື Moderna ທີ່ໄດ້ຮັບການອັບເດດ. | ຢ່າງໜ້ອຍ 2 ເດືອນຫຼັງຈາກການສໍາເລັດຊຸດວັກຊີນທຳອິດ ຫຼື ກ່ອນເຂັມກະຕຸ້ນ |
ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA. | Novavax: ຢ່າງນ້ອຍ 6 ເດືອນຫຼັງສັກຄົບຊຸດທໍາອິດ |
*ຢາກໃຊ້ວັກຊີນຊະນິດເປັນ mRNA, ແຕ່ວັກຊິນປ້ອງກັນພະຍາດ COVID-19 Johnson & Johnson ແມ່ນຍັງມີໃຫ້ຢູ ຖ້າຫາກທ່ານບໍ່ສາມາດ ຫຼື ບໍ່ຕ້ອງການສັກວັກຊີນຊະນິດອື່ນ.
Cov koob tshuaj rau tus Roj Ntshav Tiv Thaiv Kab Mob Tsis Zoo
Yog koj muaj roj ntshav tiv thaiv kab mob tsis zoo qib nrab los sis qib siab, yuav muaj cov lus qhia sib txawv.
ຖ້າທ່ານໄດ້ຮັບ... | ຂ້າພະເຈົ້າຄວນໄດ້ຮັບເຂັມເພີ່ມບໍ? | ຂ້າພະເຈົ້າສາມາດໄດ້ຮັບຢາວັກຊີນເຂັມກະຕຸ້ນບໍ? |
---|---|---|
Pfizer: ສັກສອງເຂັມໃຊ້ໄລຍະຫ່າງ 21 ມື້ ສຳລັບຄົນທີ່ມີອາຍຸ 5 ປີຂື້ນໄປ | ໄດ້, ຄົນອາຍຸ 5 ປີຂຶ້ນໄປທີ່ມີພູມຄຸ້ມກັນບົກພ່ອງໃນລະດັບປານກາງ ຫຼື ຮຸນແຮງ ຄວນ ຈະຮັບການສັກຢາເຂັມຫຼັກເພີ່ມເຕີ່ມເວລາ 28 ມື້ ຫຼັງຈາກເຂັມທີ່ 2 ຂອງພວກເຂົາ. |
ແມ່ນແລ້ວ, ແນະນໍາໃຫ້ໃຊ້ຢາເຂັມກະຕຸ້ນ ບາຍວາເລນ mRNA ທີ່ໄດ້ຮັບປັບປຸງໃໝ່ 2 ເດືອນຫຼັງຈາກສັກຢາຄັ້ງສຸດທ້າຍເປັນການ ສັກຢາວັກຊີນມາຮອດປະຈຸບັນໃນ ສໍາລັບຜູ້ທີ່ມີອາຍຸ 5 ປີຂຶ້ນໄປ ເດັກນ້ອຍອາຍຸ 5 ປີທີ່ໄດ້ຮັບຢາ Pfizer ອາດຈະໄດ້ຮັບພຽງແຕ່ ເຂັມກະຕຸ້ນໄບວາເລັນ Pfizer ທີ່ໄດ້ປັບປຸງໃໝ່. ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax 6 ເດືອນພາຍສັກຄົບຊຸດເຂັມທໍາອິດ ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA. |
Pfizer: ໄດ້ຈັດການສັກສາມເຂັມໃຫ້ແກ່ເດັກນ້ອຍທີ່ມີອາຍຸຕັ້ງແຕ່ 6 ເດືອນ ຫາ 4 ປີ. 2 ເຂັມທໍາອິດແມ່ນແມ່ນໃຫ້ສັກຫ່າງ 21 ວັນ ແລະ ເຂັມທີ່ສາມແມ່ນ 8 ອາທິດຫຼັງຈາກເຂັມທີ່ 2. | ບໍ່, ເດັກນ້ອຍອາຍຸ 6 ເດືອນ ຫາ 4 ປີ ທີ່ມີພູມຄຸ້ມກັນບົກພ່ອງໃນລະດັບປານກາງ ຫຼື ຮຸ່ນແຮງບໍ່ຄວນຈະຮັບການສັກຢາເຂັມຫຼັກ ເພີ່ມເຕີ່ມໃນຂະນະນີ້. | ບໍ່, ເຂັມໄບລາເລນທີ່ຖືກປັບປຸງໃໝ່ແມ່ນບໍ່ໄດ້ຮັບອະນຸຍາດສໍາລັບຜູ້ທີ່ມີອາຍຸ 6 ເດືອນເຖິງ 4 ປີທີ່ສໍາເລັດຊຸດເບື້ອງຕົ້ນເປັນ Pfizer ໃນເວລານີ້. |
Moderna: ສັກສອງເຂັມໃຊ້ໄລຍະຫ່າງ 28 ມື້ ສຳລັບຄົນທີ່ມີອາຍຸ 6 ເດືອນຂື້ນໄປ | ໄດ້, ຄົນອາຍຸ 6 ເດືອນ ຂຶ້ນໄປທີ່ມີພູມຄຸ້ມກັນບົກພ່ອງໃນລະດັບປານກາງ ຫຼື ຮຸນແຮງ ຄວນ ຈະຮັບການສັກຢາເຂັມຫຼັກເພີ່ມເຕີ່ມເວລາ 28 ມື້ ຫຼັງຈາກເຂັມທີ່ 2 ຂອງພວກເຂົາ. | ແມ່ນແລ້ວ, ແນະນໍາໃຫ້ໃຊ້ຢາເຂັມກະຕຸ້ນ ບາຍວາເລນ mRNA ທີ່ໄດ້ຮັບປັບປຸງໃໝ່ 2 ເດືອນຫຼັງຈາກສັກຢາຄັ້ງສຸດທ້າຍເປັນການ ສັກຢາວັກຊີນມາຮອດປະຈຸບັນໃນ ສໍາລັບຜູ້ທີ່ມີອາຍຸ 6 ເດືອນຂຶ້ນໄປ. ຜູ້ທີ່ມີອາຍຸ 5 ປີຂຶ້ນໄປ ຄວນໄດ້ຮັບຢາເຂັມກະຕຸ້ນໄບລາເລນ Pfizer ຫຼື Moderna ທີ່ໄດ້ປັບປຸງໃໝ່ ໂດຍບໍ່ຄໍານຶງເຖິງຊຸດເບື້ອງຕົ້ນຂອງພວກເຂົາ. ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax 6 ເດືອນພາຍສັກຄົບຊຸດເຂັມທໍາອິດ ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA. |
Johnson & Johnson: ໜຶ່ງເຂັມແມ່ນອານຸຍາດໃຊ້ກັບຄົນທີ່ມີອາຍຸ 18 ປີຂື້ນໄປ | ໄດ້, ຄົນອາຍຸ 18 ປີຂຶ້ນໄປທີ່ມີພູມຄຸ້ມກັນບົກພ່ອງໃນລະດັບປານກາງ ຫຼື ຮຸນແຮງ ຄວນ ຈະຮັບການສັກຢາວັກຊິນປ້ອງກັນຊະນິດ mRNA ເຂັມເພີ່ມເພີ່ມເຕີ່ມເວລາ 28 ມື້ ຫຼັງຈາກຢາປ້ອງກັນພະຍາດ ເຂັມທີ່ 1 ທີ່ເປັນ J&J. |
ແມ່ນແລ້ວ, ແນະນໍາໃຫ້ໃຊ້ຢາເຂັມກະຕຸ້ນ ບາຍວາເລນ mRNA ທີ່ໄດ້ຮັບການອັບເດດ 2 ເດືອນຫຼັງຈາກສັກຢາຄັ້ງສຸດທ້າຍເປັນການສັກຢາວັກຊີນມາຮອດປະຈຸບັນໃນ ສໍາລັບຜູ້ທີ່ມີອາຍຸ 18 ປີຂຶ້ນໄປ. ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax 6 ເດືອນພາຍສັກຄົບຊຸດເຂັມທໍາອິດ ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA. |
Novavax: ສັກສອງເຂັມໃຊ້ໄລຍະຫ່າງ 21 ມື້ ສຳລັບຄົນທີ່ມີອາຍຸ 12 ປີຂື້ນໄປ | ບໍ່, ຄົນທີ່ມີພູມຄຸ້ມກັນບົກພ່ອງໃນລະດັບປານກາງ ຫຼື ຮຸ່ນແຮງບໍ່ຄວນຈະຮັບການສັກຢາເຂັມຫຼັກເພີ່ມ ເຕີ່ມໃນຂະນະນີ້. |
ແມ່ນແລ້ວ, ແນະນໍາໃຫ້ໃຊ້ຢາເຂັມກະຕຸ້ນ ບາຍວາເລນ mRNA ທີ່ໄດ້ຮັບການອັບເດດ 2 ເດືອນຫຼັງຈາກສັກຢາຄັ້ງສຸດທ້າຍເປັນການສັກຢາວັກຊີນມາຮອດປະຈຸບັນໃນ ສໍາລັບຜູ້ທີ່ມີອາຍຸ 12 ປີຂຶ້ນໄປ. ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax 6 ເດືອນພາຍສັກຄົບຊຸດເຂັມທໍາອິດ ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA. |
*ຢາກໃຊ້ວັກຊີນຊະນິດເປັນ mRNA, ແຕ່ວັກຊິນປ້ອງກັນພະຍາດ COVID-19 Johnson & Johnson ແມ່ນຍັງມີໃຫ້ຢູ ຖ້າຫາກທ່ານບໍ່ສາມາດ ຫຼື ບໍ່ຕ້ອງການສັກວັກຊີນຊະນິດອື່ນ.
ຄໍາຖາມທີ່ຖືກຖາມເລື້ອຍໆ
- ຂ້ອຍຕ້ອງໄດ້ຮັບວັກຊີນຍີ່ຫໍ້ດຽວກັນສຳລັບເຂັມກະຕຸ້ນຫຼືບໍ່?
-
ເດັກນ້ອຍອາຍຸ 6 ເດືອນ – 4 ປີ ຄວນໄດ້ຮັບເຂັມກະຕຸ້ນ ໄບວາເລັນທີ່ໄດ້ຮັບການປັບປຸງ ທີ່ເປັນຍີ່ຫໍ້ດຽວກັນກັບຊຸດ ເບືອງຕົ້ນຂອງພວກເຂົາ.
ເດັກນ້ອຍອາຍຸ 5 ປີທີ່ໄດ້ຮັບຢາ Pfizer ອາດຈະໄດ້ຮັບພຽງແຕ່ ເຂັມກະຕຸ້ນໄບວາເລັນ Pfizer ທີ່ໄດ້ປັບປຸງໃໝ່.
ເດັກນ້ອຍອາຍຸ 5 ປີທີ່ໄດ້ຮັບຢາ Moderna ອາດຈະໄດ້ຮັບເຂັມກະຕຸ້ນ Moderna ຫຼື ເຂັມກະຕຸ້ນ Pfizer ທີ່ໄດ້ປັບປຸງໃໝ່.
ຜູ້ທີ່ມີອາຍຸ 6 ປີຂຶ້ນໄປ ຄວນໄດ້ຮັບຢາເຂັມກະຕຸ້ນໄບລາເລນ Pfizer ຫຼື Moderna ທີ່ໄດ້ປັບປຸງໃໝ່ ໂດຍບໍ່ຄໍານຶງເຖິງຊຸດເບື້ອງຕົ້ນຂອງພວກເຂົາ.
ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA.
- ເປັນຫຍັງເຂັມເສີມຈຶ່ງມີຄວາມສຳຄັນ?
-
ເຂັມກະຕຸ້ນຊ່ວຍສືບຕໍ່ປ້ອງກັນການຕິດພະຍາດຮ້າຍແຮງຕໍ່ກັບຄົນທີ່ມີຄວາມສ່ຽງສູງຕໍ່ກັບການ ເຈັບປ່ວຍຮຸນແຮງຂອງພະຍາດ COVID-19. ກ່ອນໜ້ານີ້ໄດ້ມີການແນະນໍາໃຫ້ສັກວັກຊີນເຂັມກະຕຸ້ນໃຫ້ກັບຄົນທີ່ມີຄວາມສ່ຽງສູງຕໍ່ການເປັນ ພະຍາດ COVID-19 ທີ່ຮຸນແຮງ ເທົ່ານັ້ນ, ແຕ່ກໍ່ໄດ້ແນະນຳເພີ່ມໃຫ້ລວມເອົາທຸກຄົນທີ່ມີອາຍຸ 6 ເດືອນ ຂື້ນໄປທີ່ສາມາດສັກໄດ້ເພື່ອຊ່ວຍເພີ່ມການປ້ອງກັນການເຈັບ ປ່ວຍຈາກພະຍາດ COVID-19.
ນີ້ເປັນສິ່ງສໍາຄັນໂດຍສະເພາະກັບການເພີ່ມຂື້ນ ຂອງສາຍພັນທີ່ມີຄວາມສາມາດແຜ່ລາມກວ້າງ ແລະ ກໍລະນີຜູ້ຕິດເຊື້ອພະຍາດ COVID-19 ເພີ່ມ ຂຶ້ນໃນທົ່ວສະຫະລັດ.
ວັກຊີນປ້ອງກັນພະຍາດ COVID-19 ທີ່ໄດ້ຮັບອະນຸຍາດ ຫຼື ອະນຸມັດໃຊ້ຢູ່ໃນສະຫະລັດອາເມລິກາ ແມ່ນຍັງມີປະສິດທິພາບໃນການຫຼຸດຜ່ອນຄວາມສ່ຽງຂອງຕິດພະຍາດທີ່ຮ້າຍແຮງ, ການເຂົ້າໂຮງ ໝໍ ແລະ ການເສຍຊີວິດຈາກພະຍາດ COVID-19, ລວມເຖິງ ການຕ້ານພະຍາດສາຍພັນຕ່າງໆ. ຢ່າງໃດກໍຕາມ, ວັກຊີນໃນປະຈຸບັນອາດຈະກ່ຽວຂ້ອງກັບການ ຫຼຸດລົງຄວາມສາມາດການປ້ອງກັນ ໄປຕາມໄລຍະເວລາ. ເຂັມກະຕຸ້ນຈະເພີ່ມການປ້ອງກັນທີ່ເກີດ ຈາກຕົວຢາວັກຊິນປ້ອງກັນພະຍາດ COVID-19 ແລະ ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍໄດ້ ນານຂື້ນ.
- ທ່ານຍັງແມ່ນຄົນທີ່ກຳລັງສັກຢາປ້ອງກັນເຂັມຊຸດຫຼັກແມ່ນບໍ?
-
ແມ່ນ. ການໃຫ້ສິດທຸກຄົນທີ່ໄດ້ຮັບວັກຊີນ ຊຸດທຳອິດຄົບແລ້ວ (ວັກຊີນປ້ອງກັນ COVID ຂອງ Johnson & Johnson1 ເຂັມ ຫຼື ຂອງ Pfizer ຫຼື Moderna 2 ເຂັມ) ຍັງຄົງມີຄວາມສຳຄັນສູງສຸດ. ອັດຕາການເຂົ້າປິ່ນປົວໃນໂຮງໝໍແມ່ນສູງກວ່າ 10 ເຖິງ 22 ເທື່ອ ໃນຜູ້ໃຫຍ່ທີ່ບໍ່ໄດ້ຮັບການສັກວັກຊີນ ເມື່ອທຽບກັບຜູ້ໃຫຍ່ທີ່ໄດ້ຮັບການສັກວັກຊີນ. ຄົນທີ່ໄດ້ຮັບການສັກວັກຊີນມີໂອກາດໜ້ອຍທີ່ຈະເຈັບປ່ວຍໜັກ (ຫຼື ບໍ່ປ່ວຍເລີຍ) ຈາກ COVID-19, ເມື່ອທຽບກັບຜູ້ທີ່ບໍ່ໄດ້ຮັບການສັກວັກຊີນ. ການສັກວັກຊີນຍັງສາມາດຊ່ວຍປ້ອງກັນບຸກຄົນເຫຼົ່ານັ້ນຈາກການເຈັບປ່ວຍ ແລະ ການພັດທະນາອາການໄລຍະຍາວ ເຊິ່ງໄດ້ຮັບການລາຍງານໂດຍ 50% ຂອງຜູ້ທີ່ເຈັບປ່ວຍຈາກພະຍາດ COVID-19.
- ຖ້າພວກເຮົາຕ້ອງການການສັກເຂັມເສີມ, ນັ້ນໝາຍຄວາມວ່າວັກຊີນບໍ່ໄດ້ຜົນບໍ?
-
ບໍ່. ວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ພວກເຮົາມີຢູ່ໃນສະຫະລັດໃນຕອນນີ້ແມ່ນໃຊ້ໄດ້ດີໃນການປ້ອງກັນການເຈັບປ່ວຍຮຸນແຮງ, ການເຂົ້າໂຮງໝໍ ແລະ ການເສຍຊີວິດ, ພ້ອມກັນນີ້ສາມາຕ້ານໄດ້ພະຍາດສາຍພັນຕ່າງໆ. ເຖິງຢ່າງໃດກໍ່ຕາມ, ຜູ້ຊ່ຽວຊານດ້ານສາທາລະນະສຸກສັງເກດເຫັນວ່າການປ້ອງກັນອາການປ່ວຍຈາກໂຄວິດ-19 ໃນລະດັບເລັກນ້ອຍຫາປານກາງຫຼຸດລົງ, ໂດຍສະເພາະໃນກຸ່ມປະຊາກອນທີ່ມີຄວາມສ່ຽງສູງ.
ຢາເຂັມກະຕຸ້ນທີ່ໄດ້ຮັບການປັບປຸງຖືກສ້າງຂຶ້ນເພື່ອຊ່ວຍເພີ່ມພູມຕ້ານທານ ແລະ ໃຫ້ການປົກປ້ອງທີ່ດີກວ່າຈາກສາຍພັນທີ່ໃໝ່ omicron. ມັນເປັນສິ່ງສຳຄັນທີ່ຈະຕ້ອງໄດ້ຮັບເຂັມເສີມທີ່ຄໍາແນະນຳໃຫ້ທັງໝົດ ເພື່ອໃຫ້ທ່ານມີການປ້ອງກັນສູງສຸດ.
- ຖ້າຂ້ອຍບໍ່ໄດ້ຮັບເຂັມກະຕຸ້ນ, ໝາຍຄວາມວ່າ ຂ້ອຍຍັງໄດ້ຮັບວັກຊີນຄົບຢູ່ຫຼືບໍ່?
-
ທ່ານສັກຄົບ ຈົນເຖິງປະຈຸບັນ ກ່ຽວກັບວັກຊີນ COVID-19 ຂອງທ່ານຖ້າທ່ານສັກສຳເລັດຊຸດທໍາອິດຂອງວັກຊີນ COVID-19 ແລະ ໄດ້ຮັບເຂັມເສີມຫຼ້າສຸດທີ່ແນະນຳໃຫ້ ທ່ານໂດຍ CDC.
- ຂ້າພະເຈົ້າຈະສະແດງອັນໃດວ່າຂ້າພະເຈົ້າມີສິດໄດ້ຮັບເຂັມເສີມ?
-
ທ່ານສາມາດລາຍງານວ່າທ່ານມີສິດໄດ້ຮັບເຂັມເສີມ. ທ່ານບໍ່ຈຳເປັນຕ້ອງສະແດງຄຳແນະນຳຈາກຜູ້ໃຫ້ບໍລິການດູແລສຸຂະພາບ.
ກະລຸນາຖືບັດສັກຢາວັກຊີນຂອງທ່ານໄປນໍາ ຕາມການນັດໝາຍສັກຢາເຂັມເສີມຂອງທ່ານເພື່ອໃຫ້ຜູ້ໃຫ້ບໍລິການ ສາມາດຢືນຢັນວ່າເຈົ້າໄດ້ຮັບຢາວັກຊີນປະເພດສັກສອງເຂັມຂອງ Pfizer ແລ້ວ. ຖ້າທ່ານບໍ່ມີບັດສັກຢາຂອງທ່ານ, ຜູ້ໃຫ້ບໍລິການສາມາດເບິ່ງໃນບັນທຶກຂອງທ່ານໄດ້.
- ຄວາມແຕກຕ່າງລະຫວ່າງວັກຊີນເຂັມເພີ່ມຕື່ມ ແລະ ວັກຊີນເຂັມກະຕຸ້ນແມ່ນຫຍັງ?
-
ເຂັມເພີ່ມຕື່ມແມ່ນສໍາລັບຄົນເຈັບບາງຄົນ (ເບິ່ງຕາຕະລາງຂ້າງເທິງ) ຜູ້ທີ່ໄດ້ສໍາເລັດຊຸດວັກຊີນປ້ອງກັນເບື້ອງຕົ້ນ ແຕ່ບໍ່ມີການຕອບສະໜອງຕໍ່ພູມຕ້ານທານທີ່ເຂັ້ມແຂງ. ເຂັມກະຕຸ້ນແມ່ນສຳລັບຄົນເຈັບທີ່ມີທ່າອ່ຽງວ່າພູມຄຸ້ມກັນຂອງພວກເຂົາຫຼຸດລົງຕາມເວລາ ຫຼັງຈາກໄດ້ຮັບຊຸດວັກຊີນເບື້ອງຕົ້ນ.
- ພູມຄຸ້ມກັນບົກພ່ອງໝາຍຄວາມວ່າແນວໃດ?
-
ຄົນທີ່ມີ ບົກພ່ອງດ້ານພູມຄຸ້ມກັນ ແລະ ໄດ້ຮັບວັກຊີນປ້ອງກັນ mRNA COVID-19 ສອງເຂັມ ຫຼື ວັກຊີນ J&J ໜຶ່ງເຂັມ.
ຖ້າທ່ານມີອາການທາງການແພດໃດໆຕໍ່ໄປນີ້ ຖືວ່າທ່ານມີພູມຄຸ້ມກັນບົກພ່ອງໃນລະດັບປານກາງເຖິງຮ້າຍແຮງ ແລະ ອາດຈະໄດ້ຮັບຜົນປະໂຫຍດຈາກວັກຊີນປ້ອງກັນ COVID-19 ເຂັມເພີ່ມຕື່ມ. ເຊິ່ງລວມເຖິງຄົນທີ່:
- ກໍາລັງໄດ້ຮັບການປິ່ນປົວມະເຮັງທີ່ຍັງເຄື່ອນໄຫວຢູ່ ສຳລັບເນື້ອງອກ ຫຼື ມະເຮັງໃນເລືອດ
- ໄດ້ຮັບການປ່ຽນຖ່າຍອະໄວຍະວະ ແລະ ກຳລັງກິນຢາເພື່ອກົດລະບົບພູມຄຸ້ມກັນ
- ໄດ້ຮັບການປູກຖ່າຍຈຸລັງຕັ້ງຕົ້ນພາຍໃນໄລຍະ 2 ປີຜ່ານມາ ຫຼື ກໍາລັງກິນຢາເພື່ອກົດລະບົບພູມຄຸ້ມກັນ
- ມີພູມຄຸ້ມກັນຫຼັກບົກພ່ອງໃນລະດັບປານກາງ ຫຼື ຮ້າຍແຮງ (ເຊັ່ນ: ກຸ່ມອາການ DiGeorge, ກຸ່ມອາການ Wiskott-Aldrich)
- ມີການຕິດເຊື້ອ HIV ຂັ້ນສູງ ຫຼື ບໍ່ໄດ້ຮັບການປິ່ນປົວ
- ກຳລັງໄດ້ຮັບການປິ່ນປົວພະຍາດທີ່ຍັງເຄື່ອນໄຫວຢູ່ດ້ວຍຢາ corticosteroids ໃນປະລິມານສູງ ຫຼື ຢາອື່ນທີ່ອາດຈະກົດການຕອບສະໜອງຂອງພູມຄຸ້ມກັນ.
ເຖິງວ່າວັກຊີນທີ່ພວກເຮົາມີຈະມີປະສິດທິພາບ 90% ເມື່ອທຽບກັບສາຍພັນຂອງໄວຣັສສ່ວນໃຫຍ່, ຈາກການສຶກສາສະແດງໃຫ້ເຫັນວ່າ ບຸກຄົນທີ່ມີພູມຄຸ້ມກັນບົກພ່ອງໃນລະດັບປານກາງເຖິງຮ້າຍແຮງບໍ່ໄດ້ສ້າງພູມຄຸ້ມກັນທີ່ແຂງແຮງສະເໝີໄປ. ວັກຊີນເຂັມທີສາມບໍ່ຖືວ່າເປັນຕົວກະຕຸ້ນ ແຕ່ເປັນເຂັມເພີ່ມຕື່ມສຳລັບຄົນທີ່ບໍ່ມີພູມຄຸ້ມກັນພຽງພໍກັບຊຸດວັກຊີນສອງເຂັມ.
- ເງື່ອນໄຂທາງການແພດພື້ນຖານແມ່ນຫຍັງ?
-
ຄົນທຸກໄວທີ່ມີພາວະຕາມທີ່ລະບຸຂ້າງລຸ່ມນີ້ (ພາສາອັງກິດເທົ່ານັ້ນ) ມີທ່າອ່ຽງທີ່ຈະເຈັບປ່ວຍໜັກຈາກ COVID-19. ການເຈັບປ່ວຍທີ່ຮ້າຍແຮງໝາຍຄວາມວ່າ ບຸກຄົນທີ່ຕິດພະຍາດ COVID-19 ອາດຈະ:
- ເຂົ້າປິ່ນປົວໃນໂຮງໝໍ
- ຕ້ອງການການດູແລເປັນພິເສດ
- ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ເພື່ອຊ່ວຍພວກເຂົາຫາຍໃຈ
- ເສຍຊີວິດ
ວັກຊີນປ້ອງກັນ COVID-19 (ເຂັມເບື້ອງຕົ້ນ ແລະ ເຂັມກະຕຸ້ນ) ແລະ ມາດຕະການປ້ອງກັນອື່ນໆສຳລັບ COVID-19 ແມ່ນມີຄວາມສຳຄັນ, ໂດຍສະເພາະຢ່າງຍິ່ງ ຖ້າມີອາຍຸຫຼາຍຂຶ້ນ ຫຼື ມີພາວະສຸຂະພາບຫຼາຍຢ່າງ ຫຼື ຮ້າຍແຮງ ລວມເຖິງຜູ້ທີ່ຢູ່ໃນລາຍການນີ້. ລາຍການນີ້ບໍ່ໄດ້ລວມເອົາເງື່ອນໄຂທີ່ເປັນໄປໄດ້ທັງໝົດທີ່ເຮັດໃຫ້ທ່ານມີຄວາມສ່ຽງສູງຕໍ່ການເຈັບປ່ວຍຮ້າຍແຮງຈາກ COVID-19. ຖ້າທ່ານມີອາການທີ່ບໍ່ລວມຢູ່ໃນນີ້, ໃຫ້ໂອ້ລົມກັບຜູ້ໃຫ້ບໍລິການດູແລສຸຂະພາບຂອງທ່ານກ່ຽວກັບວິທີທີ່ດີທີ່ສຸດໃນການຈັດການອາການຂອງທ່ານ ແລະ ປົກປ້ອງຕົວທ່ານເອງຈາກ COVID-19.
- ມະເຮັງ
- ພະຍາດໝາກໄຂ່ຫຼັງຊຳເຮື້ອ
- ພະຍາດຕັບຊຳເຮື້ອ
- ພະຍາດປອດຊຳເຮື້ອ
- ພາວະສະໝອງເສື່ອມ ຫຼື ພາວະທາງລະບົບປະສາດອື່ນໆ
- ພະຍາດເບົາຫວານ (ປະເພດ 1 ຫຼື 2)
- ດາວຊິນໂດຣມ
- ພາວະທາງຫົວໃຈ
- ການຕິດເຊື້ອ HIV
- ພາວະພູມຄຸ້ມກັນບົກພ່ອງ (ລະບົບພູມຄຸ້ມກັນອ່ອນແອ)
- ພາວະສຸຂະພາບຈິດ
- ນ້ຳໜັກເກີນ ແລະ ໂລກອ້ວນ
- ການຖືພາ
- ພະຍາດເມັດເລືອດແດງຮູບກ່ຽວ ຫຼື ທາລາສຊີເມຍ
- ການສູບຢາ, ໃນປັດຈຸບັນ ຫຼື ໃນອະດີດ
- ການປູກຖ່າຍອະໄວຍະວະທີ່ແຂງ ຫຼື ຈຸລັງຕົ້ນກຳເນີດເມັດເລືອດ
- ພະຍາດຫຼອດເລືອດຕີບ ຫຼື ພະຍາດຫຼອດເລີອດໃນສະໝອງຜິດປົກກະຕິ, ເຊິ່ງສົ່ງຜົນຕໍ່ການໄຫຼວຽນຂອງເລືອດໄປສູ່ສະໝອງ
- ຄວາມຜິດປົກກະຕິຂອງການນຳໃຊ້ສານເສບຕິດ
- ວັນນະໂລກ
- ຄົນທີ່ມີພູມຄຸ້ມກັນບົກພ່ອງປານກາງ ຫຼື ຮຸນແຮງຈຳເປັນຈະຕ້ອງມີໃບຮັບຮອງແພດ/ໃບສັ່ງ ແພດ ຫຼື ເອກະສານອື່ນໆເພື່ອຮັບເຂັມກະຕຸ້ນເຫຼົ່ານີ້ບໍ?
-
ບໍຈຳເປັນ, ບຸກຄົນດັ່ງກ່າວສາມາດລະບຸຂໍ້ມູນດ້ວຍຕົວເອງ ແລະ ຮັບວັກຊິນທຸກເຂັມໄດ້ໃນສະຖານທີ່ທີ່ພ້ອມ ໃຫ້ບໍລິການ. ມາດຕະການນີ້ຈະຊ່ວຍລົດອຸປະສັກໃນການເຂົ້າເຖິງວັກຊິນສຳລັບບຸກຄົນກຸ່ມນີ້. ຖ້າບຸກຄົນທີ່ ມີພູມຄຸ້ມກັນບົກພ່ອງມີຄຳຖາມກ່ຽວກັບເງື່ອນໄຂທາງການເພດທີ່ເຈາະຈົງ, ກໍສາມາດປຶກສາກັນໄດ້ຕາມ ຄວາມເໝາະສົມໃນການເຂົ້າຮັບວັກຊິນເຂັມກະຕຸ້ນກັບຜູ້ໃຫ້ບໍລິການທາງການແພດໄດ້.