ນີ້ແມ່ນນະໂຍບາຍຄວາມເປັນສ່ວນຕົວທີ່ນຳໃຊ້ໃຫ້ກັບ WA Notify (ການແຈ້ງເຕືອນ Washington), ເຊິ່ງແມ່ນເຕັກໂນໂລຊີການແຈ້ງເຕືອນການຕິດເຊື້ອຢ່າງເປັນທາງການຂອງລັດວໍຊິງຕັນ. WA Notify ໄດ້ຖືກສ້າງຂຶ້ນຈາກການກຳກັບດູແລ ແລະ ຮັບຮອງຂອງ Department of Health (DOH, ພະແນກສາທາລະນະສຸກ) ຂອງລັດວໍຊິງຕັນ.
ພວກເຮົາເກັບເອົາ ແລະ ນຳໃຊ້ຂໍ້ມູນຫຍັງແດ່?
ຂໍ້ມູນທີ່ບໍ່ລະບຸຊື່ອາດຈະຖືກເກັບເອົາຢູ່ໃນ WA Notify ກ່ຽວກັບເຫດການຕໍ່ໄປນີ້:
- ການດາວໂຫຼດ ຫຼື ເປີດໃຊ້ງານ WA Notify
- ການຮັບການແຈ້ງເຕືອນຄວາມສ່ຽງຕິດເຊື້ອ.
- ການສົ່ງລະຫັດການຢືນຢັນ ຫຼື ລິ້ງການຢືນຢັນ.
- ການອັບໂຫຼດລະຫັດແບບສຸ່ມສຳລັບຜູ້ໃຊ້ງານຕິດເຊື້ອທີ່ໄດ້ຖືກເລືອກໃຫ້ແຈ້ງເຕືອນຜູ້ອື່ນ.
- ພົບບັນຫາທາງດ້ານວິຊາການກັບແອັບ (ຂໍ້ມູນການວິນິໄສ, ລວມທັງສະຖິຕິປະສິດທິພາບຂອງແອັບ).
DOHນຳໃຊ້ຂໍ້ມູນເຫດການຂ້າງເທິງເພື່ອໃຫ້ເຂົ້າໃຈຕໍ່ກັບວິທີການນນຳໃຊ້ WA Notify. ຂໍ້ມູນນີ້ອາດຈະຖືກແບ່ງປັນກັບ DOH ໜ່ວຍງານສາທາລະນະສຸກ ຫຼື ພະນັກງານສາທາລະນະສຸກທີ່ໄດ້ຮັບອະນຸຍາດ. ມັນອາດຈະຖືກໃຊ້ໃນແບບຟອມການຮວບຮວມເພື່ອຈຸດປະສົງດ້ານສະຖິຕິ ຫຼື ການຄົ້ນຄວ້າທາງວິທະຍາສາດ. ຂໍ້ມູນນີ້ບໍ່ລວມເອົາຂໍ້ມູນສ່ວນຕົວ ຫຼື ທີ່ຢູ່ ຫຼື ມັນບໍ່ຖືກນຳໃຊ້ເພື່ອລະບຸຕົວຕົນຜູ້ໃຊ້ງານ WA Notify.
WA Notify ຖືກອອກແບບເພື່ອປົກປ້ອງ ຄວາມເປັນສ່ວນຕົວຂອງຜູ້ໃຊ້ຖືເປັນບູລິມະສິດອັນດັບໜຶ່ງ, ເຊິ່ງສອດຄ່ອງກັບຄວາມຕັ້ງໃຈຂອງ Google ແລະ Apple. WA Notify ສ້າງຂໍ້ມູນອົງປະກອບຕໍ່ໄປນີ້ຂຶ້ນ, ເຊິ່ງບໍ່ມີຂໍ້ມູນທີ່ສາມາດລະບຸກ່ຽວກັບໃຜກໍຕາມທີ່ໃຊ້ເຄື່ອງມື:
ລະຫັດແບບສຸ່ມ
- ລະຫັດແບບສຸ່ມຈະຖືກແບ່ງປັນຜ່ານ Bluetooth ລະຫວ່າງໂທລະສັບຂອງຜູ້ໃຊ້ WA Notify ເມື່ອພວກເຂົາຢູ່ໃກ້ກັນ.
- ລະຫັດແບບສຸ່ມຈະຖືກສ້າງຂື້ນ ແລະ ເກັບໄວ້ໃນໂທລະສັບຂອງທ່ານ, ບໍ່ແມ່ນໂດຍ WA Notify.
- ລະຫັດແບບສຸ່ມຈະຖືກໃຊ້ເພື່ອອະນຸຍາດໃຫ້ WA Notify ແລະ ໂທລະສັບຂອງທ່ານກວດສອບ ຄວາມເປັນໄປໄດ້ໃນການຕິດເຊື້ອພະຍາດ COVID-19.
- ລະຫັດແບບສຸ່ມຈະຖືກເກັບໄວ້ເປັນເວລາສູງສຸດ 14 ວັນ.
ບັນດາລະຫັດ ແລະ ບັນດາລິ້ງການຢືນຢັນ
- ເພື່ອແຈ້ງເຕືອນຜູ້ໃຊ້ WA Notify ຢ່າງຮີບດ່ວນ ແລະ ບໍ່ລະບຸຕົວຕົນ ວ່າພວກເຂົາໄດ້ສຳຜັດເຊື້ອ COVID-19, DOH ຈະສົ່ງການແຈ້ງເຕືອນ ແລະ/ຫຼື ສົ່ງຂໍ້ຄວາມທີ່ມີລິ້ງການຢືນຢັນ ຫາໝາຍເລກໂທລະສັບທັງໝົດທີ່ກ່ຽວຂ້ອງ ກັບຜູ້ທີ່ຜົນກວດ COVID-19 ເປັນບວກຕາມທີ່ໄດ້ລາຍງານໃຫ້ກັບ DOH.
- ການກົດການແຈ້ງເຕືອນ ຫຼື ກົດໃສ່ລິ້ງການຢືນຢັນຊ່ວຍໃຫ້ລະຫັດແບບສຸ່ມຂອງ ທ່ານສາມາດແບ່ງປັນໄດ້, ເຊິ່ງແຈ້ງເຕືອນໂດຍບໍ່ເປີດເຜີຍຊື່ໃຫ້ຜູ້ໃຊ້ WA Notify ຄົນອື່ນທີ່ທ່ານຢູ່ໃກ້ວ່າພວກເຂົາອາດຈະໄດ້ສຳຜັດກັບເຊື້ອພະຍາດແລ້ວ.
- DOH ສົ່ງຂໍ້ຄວາມພ້ອມກັບລິ້ງການຢືນຢັນໄປຫາທຸກຄົນທີ່ກວດພົບເຊື້ອພະຍາດໂຄວິດ-19 ເພາະວ່າພວກເຮົາບໍ່ຮູ້ວ່າແມ່ນໃຜໃຊ້ WA Notify. ຖ້າທ່ານບໍ່ແມ່ນຜູ້ໃຊ້ WA Notify, ທ່ານສາມາດເພີ່ມ WA Notify ໃສ່ໂທລະສັບຂອງທ່ານໄດ້ ຫຼື ບໍ່ຕ້ອງສົນໃຈຂໍ້ຄວາມນີ້.
- ທ່ານລອງຕັດສິນໃຈເບິ່ງວ່າຈະກົດໃສ່ ຫຼື ບໍ່ກົດໃສ່ການແຈ້ງເຕືອນ ຫຼື ຄລິກລິ້ງການຢືນ ຢັນເພື່ອແຈ້ງເຕືອນຜູ້ໃຊ້ WA Notify ຄົນອື່ນແບບບໍ່ລະບຸຊື່.
- ຖ້າທ່ານກວດ COVID-19 ພົບວ່າຜົນເປັນບວກ, ບາງຄົນຈາກອົງການສາທາລະນະສຸກທ້ອງຖິ່ນຂອງທ່ານອາດຈະຕິດຕໍ່ຫາ, ແລະ ຖາມວ່າທ່ານກໍາລັງໃຊ້ WA Notify ຫຼືບໍ. ຖ້າທ່ານໃຊ້ ແລະ ຍັງບໍ່ໄດ້ຮັບຂໍ້ຄວາມການຢັ້ງຢືນເທື່ອ, ເຂົາເຈົ້າຈະໃຫ້ລະຫັດ ຫຼື ລິ້ງການຢືນຢັນໃຫ້ທ່ານເພື່ອເຂົ້າໄປໃນ WA Notify.
ບັນທຶກການນຳໃຊ້
- ເຊັ່ນດຽວກັບເກືອບທຸກແອັບ ຫຼື ບໍລິການອິນເຕີເນັດ, WA Notify ສ້າງບັນທຶກໂດຍອັດຕະໂນມັດ ເມື່ອທ່ານໃຊ້ບໍລິການ. ບັນທຶກເຫຼົ່ານີ້ລວມມີຂໍ້ມູນບາງຢ່າງກ່ຽວກັບໂທລະສັບຂອງທ່ານ. ພວກເຮົາ ໃຊ້ຂໍ້ມູນນີ້ເພື່ອແກ້ໄຂບັນຫາຕ່າງໆກັບ WA Notify.
- ບັນທຶກເຫຼົ່ານີ້ບໍ່ໄດ້ລວມເອົາລະຫັດແບບສຸ່ມ ຫຼື ລິ້ງ ຫຼື ລະຫັດການຢືນຢັນ ແລະ ບໍ່ສາມາດຖືກນຳ ໃຊ້ເພື່ອຜູກກັບລະຫັດປະເພດໃດໜຶ່ງກັບທ່ານ ຫຼື ໂທລະສັບຂອງທ່ານ.
- ບັນທຶກເຫຼົ່ານີ້ຈະຖືກລຶບໂດຍອັດຕະໂນມັດ 14 ວັນຫຼັງຈາກສ້າງຂຶ້ນ.
ຂໍ້ມູນການວິເຄາະ
- ຖ້າທ່ານເລືອກທີ່ຈະເປີດໃຊ້ການວິເຄາະພິເສດ, ຂໍ້ມູນລວມຈະຖືກແບ່ງປັນກັບ DOH ເພື່ອຊ່ວຍ ປັບປຸງແອັບ.
- ຂໍ້ມູນນີ້ປະກອບມີສະຖິຕິກ່ຽວກັບການນຳໃຊ້ແອັບ. ມັນບໍ່ລວມຂໍ້ມູນໃດໆທີ່ສາມາດຖືກນຳໃຊ້ເພື່ອລະບຸຕົວທ່ານ.
- ທ່ານສາມາດເລືອກທີ່ຈະບໍ່ແບ່ງປັນຂໍ້ມູນນີ້ໂດຍການປິດການແບ່ງປັນການວິເຄາະໃນແອັບ.
- ຕາມການອອກແບບ, WA Notify ບໍ່ເກັບເອົາຂໍ້ມູນທີ່ຕັ້ງຈາກໂທລະສັບຂອງທ່ານ ແລະ ບໍ່ເກັບເອົາ ຫຼື ແບ່ງປັນຂໍ້ມູນທີ່ຜູກມັດທ່ານ ຫຼື ໂທລະສັບຂອງທ່ານໄປຍັງລະຫັດແບບສຸ່ມ ຫຼື ລະຫັດການຢືນ ຢັນ.
ຂໍ້ມູນການວິນິດໄສ
- ເຊັ່ນດຽວກັນເກືອບທຸກແອັບ ຫຼື ບໍລິການອິນເຕີເນັດ, WA Notify ຈະສ້າງຂໍ້ມູນການວິນິໄສໂດຍອັດຕະໂນມັດເມື່ອທ່ານໃຊ້ບໍລິການ.
- ແອັບ Android WA Notify ຖືກພັດທະນາໂດຍ Google, ຄືກັບແອັບການແຈ້ງເຕືອນການສຳຜັດເຊື້ອອື່ນໆໂດຍການນໍາໃຊ້ເທັກໂນໂລຍີ Apple/Google ເຊັ່ນດຽວກັນ.
- Google ນໍາໃຊ້ຂໍ້ມູນນີ້ເພື່ອວິນິໄສບັນຫາກັບ WA Notify ແລະ ແອັບການແຈ້ງເຕືອນການສຳຜັດເຊື້ອອື່ນໆໂດຍນໍາໃຊ້ເທັກໂນໂລຍີ Apple/Google ເຊັ່ນດຽວກັນ.
- ຂໍ້ມູນການວິນິດໄສນີ້ບໍ່ລວມເອົາຂໍ້ມູນສ່ວນຕົວ ຫຼື ຂໍ້ມູນສະຖານທີ່ໃດໆ ແລະ ມັນບໍ່ສາມາດຖືກນຳໃຊ້ເພື່ອລະບຸຜູ້ໃຊ້ WA Notify ໃດໆ.
ແມ່ນຫຍັງຈະເກີດຂຶ້ນໃນເວລາທີ່ທ່ານຂໍລະຫັດການຢືນຢັນ?
ຜູ້ໃຊ້ WA Notify ທີ່ກວດພົບວ່າຕິດເຊື້ອ COVID-19 ທີ່ນໍາໃຊ້ການກວດດ້ວຍຕົນເອງອາດຈະສາມາດຂໍລະຫັດຢືນຢັນໃນ WA Notify ເພື່ອແຈ້ງເຕືອນຜູ້ໃຊ້ WA Notify ຄົນອື່ນກ່ຽວກັບການຕິດເຊື້ອທີ່ເປັນໄປໄດ້ແບບບໍ່ລະບຸຕົວຕົນ. ເພື່ອໃຫ້ໄດ້ຮັບລະຫັດຢືນຢັນ, ຜູ້ໃຊ້ WA Notify ຕ້ອງປ້ອນວັນທີຜົນກວດເປັນບວກ ແລະ ເບີໂທລະສັບຂອງພວກເຂົາ. ຕ້ອງໃຊ້ອຸປະກອນດຽວກັນທີ່ໃຊ້ຂໍລະຫັດເພື່ອປ້ອນລະຫັດຢືນຢັນ ຫຼື ກົດລິ້ງຢືນຢັນເພື່ອແຈ້ງເຕືອນຜູ້ໃຊ້ WA Notify ຄົນອື່ນແບບບໍ່ລະບຸຊ່ື່ກ່ຽວກັບການຕິດເຊື້ອທີ່ອາດຈະເປັນໄປໄດ້.
ເພື່ອປ້ອງກັນການລາຍງານຊ້ຳກ່ຽວກັບຜົນກວດອັນດຽວກັນ, WA Notify ຈັດເກັບໝາຍເລກໂທລະສັບເວີຊັນທີ່ໄດ້ມີການເຂົ້າລະຫັດຊົ່ວຄາວເພື່ອຂໍລະຫັດເປັນເວລາສູງສຸດ 30 ວັນ. ຂໍ້ມູນນີ້ແມ່ນບໍ່ລວມເອົາຂໍ້ມູນສ່ວນຕົວ ຫຼື ທີ່ຢູ່ ຫຼື ມັນບໍ່ສາມາດຖືກນຳໃຊ້ເພື່ອລະບຸຕົວຕົນຜູ້ໃຊ້ງານ WA Notify.
ເມື່ອໃດພວກເຮົາຈະແບ່ງປັນຂໍ້ມູນຂອງທ່ານ?
ພວກເຮົາຈະບໍ່ເກັບເອົາຂໍ້ມູນຂອງທ່ານຕາມລຳພັງໃຈ ຫຼື ບໍ່ແບ່ງປັນຂໍ້ມູນຂອງທ່ານກັບຜູ້ອື່ນ, ເວັ້ນເສຍແຕ່ ວ່າທ່ານເລືອກທີ່ຈະປ້ອນລະຫັດການຢືນຢັນ ຫຼື ກົດໃສ່ລິ້ງຢືນຢັນ. ຖ້າທ່ານເລືອກເຮັດແນວນັ້ນ, WA Notify ຈະແບ່ງປັນລະຫັດແບບສຸ່ມຂອງທ່ານກັບໂທລະສັບອື່ນໆທີ່ຢູ່ໃກ້ໂທລະສັບຂອງທ່ານ. ລະຫັດ ຫຼື ລິ້ງຢືນຢັນບໍ່ສາມາດເຊື່ອມຕໍ່ກັບຄືນຫາທ່ານໄດ້ໂດຍຜູ້ອື່ນທີ່ບໍ່ສາມາດເຂົ້າເຖິງໂທລະສັບຂອງທ່ານ. ທົບທວນຄືນເບິ່ງຂໍ້ "ພວກເຮົາເກັບເອົາ ແລະ ນຳໃຊ້ຂໍ້ມູນຫຍັງແດ່" ຢູ່ດ້ານເທິງສຸດຂອງໜ້ານີ້ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວ່າຂໍ້ມູນໃດຖືກເກັບເອົາ ແລະ ນຳໃຊ້ຢູ່ໃນ WA Notify.
ພວກເຮົາປົກປ້ອງຂໍ້ມູນຂອງທ່ານແນວໃດ?
WA Notify ປົກປ້ອງລະຫັດແບບສຸ່ມໂດຍໃຊ້ Exposure Notification Framework (ກອບການແຈ້ງ ເຕືອນກ່ຽວກັບການຕິດເຊື້ອ) ຂອງ Google ແລະ Apple ເຊິ່ງປະກອບມີຂໍ້ກຳນົດທີ່ແນ່ນອນກ່ຽວກັບວິທີ ການໃສ່ລະຫັດ ແລະ ການໂອນພວກມັນ. WA Notify ບໍ່ເກັບຮັກສາ ຫຼື ສ້າງລະຫັດແບບສຸ່ມຂອງທ່ານ — ໂທລະສັບຂອງທ່ານເກັບຮັກສາ ຫຼື ສ້າງຂຶ້ນ.
ສິດຂອງທ່ານຕໍ່ຂໍ້ມູນຂອງທ່ານ
ເນື່ອງຈາກວ່າລະຫັດຢືນຢັນ ແລະ ການນຳໃຊ້ແອັບພລິເຄຊັນບໍ່ສາມາດເຊື່ອມຕໍ່ກັບທ່ານໂດຍປາສະຈາກການເຂົ້າເຖິງໂທລະສັບຂອງທ່ານ, DOH ບໍ່ມີທາງທີ່ຈະເຂົ້າເຖິງຂໍ້ມູນຂອງທ່ານໄດ້. ຍ້ອນ ແນວນີ້, DOH ບໍ່ສາມາດໃຫ້ຂໍ້ມູນນີ້ກັບທ່ານ ຫຼື ລຶບຂໍ້ມູນນີ້ໄດ້ຢ່າງປອດໄພ, ຖ້າຫາກທ່ານຂໍ. ທ່ານສາມາດຄວບຄຸມການນຳໃຊ້ WA Notify ໄດ້. ໂທລະສັບຂອງທ່ານຄວນອະນຸຍາດໃຫ້ທ່ານປິດການແຈ້ງ ເຕືອນການຕິດເຊື້ອ ຫຼື ລຶບບັນທຶກການສຳຜັດທີ່ເກັບໄວ້ໃນໂທລະສັບຂອງທ່ານໄດ້ທຸກເວລາ. ນອກຈາກນັ້ນ, ທ່ານສາມາດຖອນຕິດຕັ້ງ WA Notify ໄດ້ທຸກເວລາ. ຖ້າທ່ານເຮັດແນວນັ້ນ, ລະຫັດແບບສຸ່ມທັງໝົດທີ່ ເກັບໄວ້ຈະຖືກລຶບອອກ.