WA Notify (WA ແຈ້ງເຕືອນ) (ຕາມທີ່ຮູ້ເອີ້ນວ່າ Washington Exposure Notifications (ແຈ້ງເຕືອນການຕິດເຊື້ອ) ແມ່ນເຄື່ອງມືທີ່ນໍາໃຊ້ບໍ່ເສຍຄ່າ ປະຕິບັດການຢູ່ໃນໂທລະສັບສະມາດໂຟນ ເພື່ອແຈ້ງເຕືອນຜູ້ໃຊ້ຮູ້ໃນກໍລະນີທີ່ ເຂົາເຈົ້າອາດຈະສຳຜັດໄດ້ພະຍາດ ໂຄວິດ-19 ໂດຍບໍ່ມີການແລກປ່ຽນຂໍ້ມູນສ່ວນຕົວໃດໆ. ທຸກຢ່າງລ້ວນແຕ່ເປັນການສ່ວນຕົວ ແລະ ບໍ່ຮູ້ວ່າທ່ານແມ່ນໃຜ ຫຼື ບໍ່ຕິດຕາມວ່າທ່ານໄປໃສ.
າພະເຈົ້າຈະເພີ່ມ WA Notify ເຂົ້າໄປໃນໂທລະສັບຂອງຂ້າພະເຈົ້າແນວໃດ?

ໃນ iPhone, ເປີດ Exposure Notifications ໃນ Settings (ການຕັ້ງຄ່າ):
- ໄປຫາ Settings (ການຕັ້ງຄ່າ)
- ເລື່ອນລົງໄປຫາ Exposure Notifications
- ກົດໃສ່ “ເປີດ Exposure Notifications”
- ເລືອກ United States (ສະຫະລັດ)
- ເລືອກ Washington
Add: ໃນ Android ຫຼື iPhone, ສະແກນ QR ໂຄດ:

ມັນໃຊ້ງານແນວໃດ?
ເມື່ອທ່ານເປີດໃຊ້ WA Notify, ໂທລະສັບຂອງທ່ານເລີ່ມແລກປ່ຽນ ແບບສຸ່ມ, ລະຫັດທີ່ບໍ່ລະບຸຊື່ກັບໂທລະສັບຂອງຄົນທີ່ທ່ານຢູ່ໃກ້ຜູ້ທີ່ໄດ້ເປີດໃຊ້ງານ WA Notify. ແອັບໃຊ້ເຕັກໂນໂລຍີ ບຣູທູດ ພະລັງງານຕໍ່າ ທີ່ຮັກສາຄວາມເປັນສ່ວນຕົວ ເພື່ອແລກປ່ຽນລະຫັດສຸ່ມເຫຼົ່ານີ້ໂດຍບໍ່ເປີດເຜີຍຂໍ້ມູນໃດກ່ຽວກັບທ່ານ. ຖ້າຜູ້ໃຊ້ WA Notify ຄົນອື່ນທີ່ທ່ານໄດ້ຢູ່ໃກ້ໃນສອງອາທິດຜ່ານມາ ຜົນກວດພະຍາດໂຄວິດ-19 ເປັນບວກ ແລະ ປະຕິບັດຕາມຂັ້ນຕອນ ເພື່ອແຈ້ງໃຫ້ຄົນອື່ນຮູ້ໂດຍບໍ່ເປີດເຜີຍຊື່, ທ່ານຈະໄດ້ຮັບການແຈ້ງເຕືອນ ແບບບໍ່ເປີດເຜີຍຊື່ວ່າທ່ານອາດຕິດເຊື້ອ. ອັນນີ້ເຮັດໃຫ້ທ່ານໄດ້ຮັບການເບິ່ງແຍງຕາມທີ່ທ່ານຕ້ອງການຢ່າງໄວ ແລະ ຊ່ວຍປ້ອງກັນທ່ານບໍ່ໃຫ້ແຜ່ເຊື້ອ ໂຄວິດ-19 ໄປຫາຄົນທີ່ຢູ່ອ້ອມຂ້າງທ່ານ.
ມີຫຼັກການຄໍານວນເພື່ອຈັບຄູ່ລະບຸວາລະທີ່ອາດສາມາດແຜ່ເຊື້ອພະຍາດໂຄວິດ-19 ຈາກຜູ້ທີ່ຢູ່ໃນໄລຍະຫ່າງທີ່ປອດໄພ ຫຼື ເວລາສັ້ນພຽງພໍທີ່ທ່ານບໍ່ຈໍາເປັນ ຕ້ອງໄດ້ແຈ້ງເຕືອນ. WA Notify ຈະແຈ້ງເຕືອນທ່ານໃນກໍລະນີທີ່ທ່ານອາດມີໂອກາດ ສໍາພັດໄດ້. ສະນັ້ນການບໍ່ໄດ້ຮັບການແຈ້ງເຕືອນເປັນຂ່າວດີ.
WA Notify ມີຫຼາຍກວ່າ 30 ພາສາເພື່ອໃຫ້ຊາວ Washington ຫຼາຍເທົ່າທີ່ເປັນໄປໄດ້ສາມາດເຂົ້າເຖິງເຄື່ອງມືນີ້.
ວິທີຮ້ອງຂໍລະຫັດຢືນຢັນສຳລັບຜົນກວດພະຍາດ ໂຄວິດ-19 ຢູ່ເຮືອນທີ່ເປັນບວກ
ຜູ້ໃຊ້ WA Notify (WA ແຈ້ງເຕືອນ) ທີ່ຊື້ຊຸດກວດຕາມຮ້ານຂາຍຢາ ແລະ ໄດ້ຮັບຜົນກວດພະຍາດ ໂຄວິດ-19 ເປັນບວກ ຕອນນີ້ສາມາດຮ້ອງຂໍລະຫັດຢືນຢັນໄດ້ໃນ WA Notify.
ເພື່ອຮ້ອງຂໍລະຫັດຢືນຢັນໂດຍອຸປະກອນ:
Android:
- ເປີດ WA Notify ແລະ ເລືອກ “Share your test result to help stop the spread of COVID-19 (ແບ່ງປັນຜົນກວດຂອງທ່ານເພື່ອຊ່ວຍຢຸດການແຜ່ລະບາດຂອງ ພະຍາດ ໂຄວິດ-19)”.
- ເລືອກ “Continue (ສືບຕໍ່)” ຫຼັງຈາກນັ້ນເລືອກ “I need a code (ຂ້າພະເຈົ້າຕ້ອງການລະຫັດ).”
- ປ້ອນເບີໂທລະສັບຂອງອຸປະກອນຂອງທ່ານທີ່ໃຊ້ WA Notify ແລະ ວັນທີຂອງການກວດ ພະຍາດ ໂຄວິດ-19 ທີ່ເປັນບວກຂອງທ່ານ.
- ເລືອກ “Send Code (ສົ່ງລະຫັດ)”.
iPhone:
- ເຂົ້າໄປທີ່ Settings (ການຕັ້ງຄ່າ) ແລະ ເປີດ Exposure Notifications (ການແຈ້ງເຕືອນການສໍາຜັດເຊື້ອ).
- ເລືອກ “Share a COVID-19 Diagnosis (ແບ່ງປັນການບົ່ງມະຕິ ພະຍາດ ໂຄວິດ-19).”
- ເລືອກ “Continue (ສືບຕໍ່)” ຫຼັງຈາກນັ້ນເລືອກ “Didn’t get a code? (ບໍ່ໄດ້ຮັບລະຫັດແມ່ນບໍ?) Visit WA State Dept. of Health Website (ເຂົ້າເບິ່ງເວັບໄຊທ໌ຂອງພະແນກສຸຂະພາບຂອງລັດຊິງຕັນ.”
- ປ້ອນເບີໂທລະສັບຂອງອຸປະກອນຂອງທ່ານທີ່ໃຊ້ WA Notify ແລະ ວັນທີຂອງການກວດ ພະຍາດ ໂຄວິດ-19 ທີ່ເປັນບວກຂອງທ່ານ.
- ເລືອກ “Continue (ສືບຕໍ່).”
ທ່ານຈະໄດ້ຮັບປັອບອັບແຈ້ງເຕືອນ ແລະ ຂໍ້ຄວາມພ້ອມລິ້ງເພື່ອຢັ້ງຢືນຂອງທ່ານ. ທ່ານພຽງແຕ່ແຕະໃສ່ການແຈ້ງເຕືອນ ຫຼື ກົດໃສ່ລິ້ງເຊື່ອມຕໍ່ຢູ່ໃນຂໍ້ຄວາມເພື່ອປະຕິບັດຕາມຂັ້ນຕອນຢູ່ໃນ WA Notify ເພື່ອແຈ້ງເຕືອນໂດຍບໍ່ເປີດເຜີຍຊື່ໃຫ້ຄົນອື່ນຮູ້ ກ່ຽວກັບການອາດສໍາຜັດໄດ້ເຊື້ອ. ຫຼັງຈາກການຮ້ອງຂໍລະຫັດຢືນຢັນຂອງທ່ານໃນ WA Notify, ໃຫ້ໂທຫາ ສາຍດ່ວນກ່ຽວກັບພະຍາດ ໂຄວິດ-19 ຂອງລັດ, 1-800-525-0127, ຫຼັງຈາກນັ້ນກົດ #, ເພື່ອລາຍງານຜົນກວດທີ່ເປັນບວກຂອງທ່ານໄປໃຫ້ Department of Health (DOH, ພະແນກສຸຂະພາບ).
ຖ້າທ່ານບໍ່ສາມາດຮ້ອງຂໍລະຫັດຢືນຢັນໃນ WA Notify, ທ່ານຄວນໂທຫາສາຍດ່ວນກ່ຽວກັບພະຍາດ ໂຄວິດ-19 ຂອງລັດ, 1-800-525-0127, ຫຼັງຈາກນັ້ນກົດ #, ແລະ ແຈ້ງໃຫ້ພະນັກງານສາຍດ່ວນຮູ້ວ່າທ່ານເປັນຜູ້ໃຊ້ WA Notify. ພະນັກງານຮັບສາຍດ່ວນສາມາດເອົາລິ້ງການຢືນຢັນໃຫ້ທ່ານ ເຊິ່ງທ່ານສາມາດໃຊ້ເພື່ອແຈ້ງເຕືອນໃຫ້ຜູ້ໃຊ້ WA Notify ຄົນອື່ນໆ ວ່າພວກເຂົາອາດຈະສໍາຜັດໄດ້ເຊື້ອແລ້ວ.
ວິທີລາຍງານຜົນການກວດພະຍາດ COVID-19 ຢູ່ເຮືອນຂອງທ່ານທີ່ເປັນບວກ
ຜູ້ທີ່ຊື້ຊຸດກວດຕາມຮ້ານຂາຍຢາ ແລະ ໄດ້ຮັບຜົນກວດເປັນບວກຄວນໂທຫາສາຍດ່ວນກ່ຽວກັບພະຍາດ ໂຄວິດ-19 ຂອງລັດ, 1-800-525-0127 ຫຼັງຈາກນັ້ນກົດ # (ກົດ 7 ສຳລັບພາສາສະເປນ), ທັນທີທີ່ພວກເຂົາໄດ້ຮັບຜົນ. ເຂົ້າເບິ່ງ ໜ້າ Contact Us (ຕິດຕໍ່ຫາພວກເຮົາ) ສໍາລັບຊົ່ວໂມງບໍລິການສາຍດ່ວນ. ມີການຊ່ວຍເຫຼືອດ້ານພາສາ.
ກະລຸນາຊາບວ່າ: WA Notify ເປັນເຄື່ອງມືແຈ້ງເຕືອນການສໍາຜັດເຊື້ອ. ມັນບໍ່ໄດ້ຖືກອອກແບບມາເພື່ອໃຫ້ຜູ້ໃຊ້ປ້ອນຜົນການກວດຂອງພວກເຂົາ.
ວາມເປັນສ່ວນຕົວຂອງຂ້າພະເຈົ້າໄດ້ຮັບການປົກປ້ອງແນວໃດ?
WA Notify ແມ່ນອີງໃສ່ເທັກໂນໂລຍີການແຈ້ງເຕືອນຄວາມສ່ຽງຕິດເຊື້ອຂອງ Google Apple, ເຊິ່ງອອກແບບມາເພື່ອປົກປ້ອງຄວາມເປັນສ່ວນຕົວຂອງທ່ານ. ມັນເຮັດວຽກຢູ່ໃນພື້ນຫຼັງໂດຍບໍ່ມີການເກັບກໍາ ຫຼື ເປີດເຜີຍສະຖານທີ່ ຫຼື ຂໍ້ມູນສ່ວນຕົວໃດໆ ແລະ ບໍ່ຈໍາເປັນຕ້ອງຮູ້ວ່າທ່ານແມ່ນໃຜ ຫຼື ທ່ານຢູ່ບ່ອນໃດ ເພື່ອໃຫ້ເຮັດວຽກຢ່າງມີປະສິດທິພາບ. ໂດຍການໃຊ້ ບຣູທູດ ພຽງແຕ່ເລັກນ້ອຍ, ແບັດເຕີຣີຂອງທ່ານ ຈະບໍ່ໄດ້ຮັບຜົນກະທົບ.
ການເຂົ້າຮ່ວມຂອງທ່ານແມ່ນເປັນການສະໝັກໃຈເອງ. ຜູ້ໃຊ້ສາມາດເລືອກເຂົ້າ ຫຼື ອອກໄດ້ທຸກເວລາ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບແນວທາງການປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້, ເບິ່ງ WA Exposure Notifications ນະໂຍບາຍຄວາມເປັນສ່ວນຕົວ.
ານແຈ້ງເຕືອນເປັນແນວໃດ?
ມີສອງປະເພດການແຈ້ງເຕືອນທີ່ທ່ານອາດຈະໄດ້ຮັບ. ຜູ້ທີ່ຜົນກວດເປັນບວກຈະໄດ້ຮັບຂໍ້ຄວາມລິ້ງເພື່ອຢັ້ງຢືນ ແລະ/ຫຼື ປັອບອັບແຈ້ງເຕືອນ. ຜູ້ໃຊ້ WA Notify ຜູ້ທີ່ອາດຈະສໍາຜັດໄດ້ ຈະໄດ້ຮັບການແຈ້ງເຕືອນການສໍາພັດໄດ້ເຊື້ອພະຍາດ. ຮຽນຮູ້ເພີ່ມເຕີມກ່ຽວກັບການແຈ້ງເຕືອນເຫຼົ່ານີ້ ແລະ ລັກສະນະຂອງມັນ.
ນຈະຊ່ວຍໄດ້ແນວໃດ?
ໃນ ການສຶກສາໂດຍ University of Washington (ພາສາອັງກິດເທົ່ານັ້ນ) ພົບວ່າຜູ້ທີ່ໃຊ້ການແຈ້ງເຕືອນ ການສໍາພັດໄດ້, ໄດ້ຮັບຜົນປະໂຫຍດຫຼາຍຂື້ນ. ຜົນໄດ້ຮັບສະແດງໃຫ້ເຫັນວ່າ WA Notify ຮັກສາໄດ້ປະມານ 40-115 ຊີວິດ ແລະ ອາດຈະປ້ອງກັນໄດ້ປະມານ 5,500 ກໍລະນີຂອງພະຍາດ ໂຄວິດ-19 ໃນໄລຍະສີ່ເດືອນທໍາອິດທີ່ມັນຖືກນໍາໃຊ້. ຕົວແບບຂໍ້ມູນສະແດງໃຫ້ເຫັນວ່າເຖິງຈະມີຄົນຈໍານວນໜ້ອຍທີ່ໃຊ້ WA Notify ຈະເຮັດໃຫ້ການຕິດເຊື້ອ ແລະ ການເສຍຊີວິດຂອງພະຍາດ ໂຄວິດ-19 ຫຼຸດລົງ, ພິສູດໄດ້ວ່າ WA Notify ເປັນເຄື່ອງມືທີ່ດີເລີດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19.
ຕ້ອງການຄວາມຊ່ວຍເຫຼືອໃນການຂະຫຍາຍຄຳວ່າ WA Notify (WA ແຈ້ງເຕືອນ) ບໍ?
ເຂົ້າເບິ່ງ ເຄື່ອງມື WA Notify ສຳ ລັບການສົ່ງຂໍ້ຄວາມທາງສື່ສັງຄົມອອນໄລນ໌, ປ້າຍໂຄສະນາ, ຕົວຢ່າງການໂຄສະນາທາງວິທະຍຸ ແລະ ໂທລະທັດ ແລະ ອື່ນໆອີກ.
ຄໍາຖາມອື່ນທີ່ຖືກຖາມເລື້ອຍໆ
- ຂ້າພະເຈົ້າໄດ້ຮັບແຈ້ງເຕືອນ ແລະ/ຫຼື ຂໍ້ຄວາມຈາກ Washington State Department of Health (DOH, ພະແນກ ສຸຂະພາບ ຂອງລັດ Washington). ຍ້ອນຫຍັງ?
-
DOH ສົ່ງຂໍ້ຄວາມ ແລະ/ຫຼື ປອບອັບ ການແຈ້ງ ໄປຫາທຸກຄົນທີ່ກວດພົບວ່າເປັນພະຍາດ ໂຄວິດ-19 ເມື່ອບໍ່ດົນມານີ້ວ່າ ຜູ້ໃຊ້ WA Notify ສາມາດແຈ້ງເຕືອນ ໂດຍບໍ່ເປີດເຜີຍຊື່ໄດ້ ແລະ ຢ່າງໄວວາໃຫ້ຜູ້ໃຊ້ຄົນອື່ນຮູ້ກ່ຽວກັບທີ່ອາດສໍາພັດໄດ້. ຮຽນຮູ້ເພີ່ມເຕີມກ່ຽວກັບການແຈ້ງເຕືອນເຫຼົ່ານີ້ ແລະ ລັກສະນະຂອງມັນ.
ຖ້າທ່ານໄດ້ຮັບທັງສອງຢ່າງ, ທ່ານພຽງແຕ່ແຕະໃສ່ການແຈ້ງເຕືອນ ຫຼື ກົດໃສ່ລິ້ງເຊື່ອມຕໍ່ຢູ່ໃນຂໍ້ຄວາມ ແລະ ປະຕິບັດຕາມຂັ້ນຕອນຢູ່ໃນ WA Notify ເພື່ອແຈ້ງເຕືອນໂດຍບໍ່ເປີດເຜີຍຊື່ໃຫ້ຄົນອື່ນຮູ້ ກ່ຽວກັບການອາດສໍາພັດໄດ້.
- ຂ້າພະເຈົ້າຕ້ອງໃຊ້ WA Notify ບໍ ຖ້າຂ້າພະເຈົ້າໄດ້ສັກຢາວັກຊີນແລ້ວ?
-
ແມ່ນແລ້ວ. ເຖິງແມ່ນວ່າຫຼັງຈາກທີ່ທ່ານໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງສົມບູນແລ້ວ, ທ່ານຍັງຈໍາເປັນຕ້ອງໄດ້ປະຕິບັດການປ້ອງກັນ ການແຜ່ລະບາດຂອງພະຍາດຕາມປົກກະຕິ. ການສັກຢາວັກຊີນເປັນວິທີປ້ອງກັນຕົວທີ່ມີປະສິດທິພາບ, ແຕ່ວ່າມັນຍັງມີ ຄວາມສ່ຽງເລັກນ້ອຍທີ່ທ່ານອາດຈະຕິດເຊື້ອ ຫຼື ຕິດເຊື້ອໃສ່ຄົນອື່ນ ທີ່ບໍ່ໄດ້ຮັບການສັກຢາວັກຊີນ.
- ຂ້າພະເຈົ້າໄດ້ຮັບແຈ້ງເຕືອນກ່ຽວກັບການປະກອບສ່ວນຂອງ ຂໍ້ມູນຂ່າວສານກ່ຽວກັບ WA Notify ຂອງຂ້າພະເຈົ້າໃຫ້ກັບໜ່ວຍງານດູແລສຸຂະພາບສາທາລະນະ. ຍ້ອນຫຍັງ?
-
Washington State Department of Health (DOH) ຕ້ອງການຢາກຮູ້ວ່າ WA Notify ເຮັດວຽກໄດ້ດີປານໃດດັ່ງນັ້ນ ພວກເຮົາຈຶ່ງສາມາດປັບປຸງເຄື່ອງມືດັ່ງກ່າວ. ຖ້າທ່ານເຫັນດີທີ່ຈະແບ່ງປັນຂໍ້ມູນຂອງ WA Notify ທ່ານ, ຄວາມເປັນສ່ວນຕົວຂອງທ່ານຍັງຖືກປົກປ້ອງຢ່າງເຕັມສ່ວນ. ບໍ່ມີຂໍ້ມູນສ່ວນຕົວທີ່ຖືກເກັບກຳ ຫຼື ແບ່ງປັນ ແລະ ບໍ່ມີທາງທີ່ຈະລະບຸຕົວທ່ານ. ມີພຽງແຕ່ DOH ເທົ່ານັ້ນທີ່ສາມາດເຂົ້າເຖິງຂໍ້ມູນນີ້ ແລະ ຢູ່ໃນລະດັບລັດເທົ່ານັ້ນ.
- ຖ້າຜູ້ໃຊ້ WA Notify ເຫັນດີທີ່ຈະແບ່ງປັນຂໍ້ມູນຂອງພວກເຂົາ, ມີຫຍັງແດ່ຈະຖືກເກັບກຳ?
-
ຖ້າທ່ານເຫັນດີທີ່ຈະແບ່ງປັນຂໍ້ມູນຂອງທ່ານ, ຄວາມເປັນສ່ວນຕົວຂອງທ່ານຍັງຖືກປົກປ້ອງຢ່າງເຕັມສ່ວນ. ບໍ່ມີຂໍ້ມູນສ່ວນຕົວທີ່ຖືກເກັບກຳ ຫຼື ແບ່ງປັນດັ່ງນັ້ນບໍ່ມີທາງທີ່ຈະລະບຸຕົວທ່ານ. ພຽງແຕ່ Washington State Department of Health ເທົ່ານັ້ນທີ່ສາມາດເບິ່ງຂໍ້ມູນລະດັບລັດນີ້ ເຊິ່ງຈະປະກອບມີ:
- ຈຳນວນຄົນເຫັນດີທີ່ຈະແບ່ງປັນຂໍ້ມູນຂອງພວກເຂົາຈາກ WA Notify. ນີ້ຊ່ວຍໃຫ້ພວກເຮົາຮູ້ວ່າມັນເປັນຕົວແທນຂອງຕົວຢ່າງຂອງພວກເຮົາແນວໃດ.
- ຈຳນວນຂອງ Exposure Notifications ທີ່ໄດ້ຮັບໂດຍຜູ້ໃຊ້ WA Notify. ນີ້ຊ່ວຍໃຫ້ພວກເຮົາເຫັນແນວໂນ້ມໃນການແຜ່ກະຈາຍຂອງພະຍາດ ໂຄວິດ-19.
- ຈຳນວນຄົນທີ່ກົດປຸ່ມແຈ້ງເຕືອນການສຳຜັດ. ນີ້ຊ່ວຍໃຫ້ພວກເຮົາຄົ້ນຫາໄດ້ວ່າຄົນເຮົາມີຄວາມເຕັມໃຈທີ່ຈະພິຈາລະນາແນະນຳກ່ຽວກັບສຸຂະພາບຂອງສາທາລະນະແນວໃດ.
ຈຳນວນຄົນທີ່ຢູ່ໃກ້ຄົນທີ່ກວດພົບວ່າຜົນກວດ ພະຍາດໂຄວິດ-19 ເປັນບວກ, ແຕ່ວ່າບໍ່ໃກ້ພຽງພໍ ຫຼື ບໍ່ເປັນເວລາດົນພໍທີ່ຈະໄດ້ຮັບການແຈ້ງເຕືອນ ກ່ຽວກັບການສຳຜັດ. ນີ້ຊ່ວຍໃຫ້ພວກເຮົາພິຈາລະນາເຖິງສູດການຄິດໄລ່ທີ່ກຳນົດການສຳພັດໄດ້ໃນ WA Notify ວ່າຄວນຈະຖືກປັບປ່ຽນ ຫຼື ບໍ່.
- ເມື່ອຂ້າພະເຈົ້າເປີດໃຊ້ WA Notify ໃນ iPhone ຂອງຂ້າພະເຈົ້າ, ຂ້າພະເຈົ້າຄວນເປີດ ຫຼື ປິດ "Availability Alerts (ການແຈ້ງເຕືອນທີ່ມີ)"?
-
ປິດກໍ່ໄດ້. ເຖິງຢ່າງໃດກໍ່ຕາມ ແນະນໍາໃຫ້ທ່ານເປີດຖ້າເຈົ້າທ່ານເດີນທາງອອກນອກລັດ Washington ເປັນໄລຍະເວລາດົນ. ເມື່ອ ການແຈ້ງເຕືອນທີ່ມີ ເປີດໄວ້, ທ່ານສາມາດໄດ້ຮັບການແຈ້ງເຕືອນເມື່ອທ່ານເດີນທາງໄປຫາສະຖານທີ່ທີ່ມີເຕັກໂນໂລຢີແຈ້ງເຕືອນການສຳຜັດນອກເໜືອຈາກ WA Notify. ຜູ້ໃຊ້ iPhone ສາມາດເພີ່ມຫຼາຍຂົງເຂດແຕ່ວ່າສາມາດກຳນົດຂົງເຂດໜຶ່ງ ເທົ່ານັ້ນ ທີ່ມີການເຄື່ອນໄຫວໃນແຕ່ລະຄັ້ງ. ທ່ານບໍ່ຈຳເປັນຕ້ອງລົບຂົງເຂດອອກເພື່ອເປີດໃຊ້ຂົງເຂດໃໝ່. ຜູ້ໃຊ້ Android ຍັງສາມາດຕິດຕັ້ງແອັບແຈ້ງເຕືອນກ່ຽວກັບການສຳຜັດເຊັ່ນ WA Notify ຈາກຫຼາຍລັດແຕ່ວ່າມີພຽງແຕ່ແອັບດຽວທີ່ໃຊ້ໄດ້ກັບ ເຕັກໂນໂລຢີດ WA Notify ຖືກກຳນົດໃຫ້ເຄື່ອນໄຫວໃນແຕ່ລະຄັ້ງ.
- ຂ້າພະເຈົ້າມີທາງເລືອກໃນການເຂົ້າໃຊ້ WA Notify ບໍ?
-
ແມ່ນແລ້ວ. WA Notify ໃຊ້ບໍ່ເສຍຄ່າ ແລະ ເປັນການສະໝັກໃຈເອງ. ທ່ານສາມາດເລືອກອອກໄດ້ຕະຫຼອດເວລາ. ການປິດແອັບ ຫຼື ການລຶບອອກເຮັດໄດ້ໄດຍງ່າຍ. ລະຫັດສຸ່ມທັງໝົດທີ່ໂທລະສັບເກັບໄວ້ຈາກຜູ້ໃຊ້ອື່ນທີ່ຢູ່ໃກ້ຄຽງຈະຖືກລຶບອອກ ແລະ ບໍ່ສາມາດກູ້ຄືນມາໄດ້.
- ແອັບ WA Notify ແມ່ນແອັບຕິດຕາມບໍ?
-
ບໍ່. WA Notify ບໍ່ຕິດຕາມ ຫຼື ເກັບກຳຂໍ້ມູນກ່ຽວກັບຄົນ ທີ່ທ່ານຢູ່ໃກ້ສິດ ດັ່ງນັ້ນມັນບໍ່ “ຕິດຕາມ.” ມີການໂທຕິດຕາມລະບຸຄົນຜູ້ທີ່ອາດສໍາພັດໄດ້ກັບບຸກຄົນຜົນກວດພະຍາດ ໂຄວິດ-19 ເປັນບວກ. ແອັບນີ້ບໍ່ໄດ້ເກັບເອົາ ຫຼື ແລກປ່ຽນຂໍ້ມູນສ່ວນຕົວໃດໆ, ສະນັ້ນມັນບໍ່ເປັນໄປໄດ້ ສຳລັບທຸກຄົນທີ່ຈະຮູ້ວ່າທ່ານໄດ້ຕິດຕໍ່ນໍາໃຜ.
- ການ “ສໍາພັດໄດ້” ແມ່ນຫຍັງ?
-
ການສໍາພັດໄດ້ເກີດຂື້ນເມື່ອທ່ານໃຊ້ເວລາດົນຢູ່ໃກ້ກັບຜູ້ໃຊ້ WA Notify ອື່ນທີ່ໄດ້ກວດແລ້ວຜົນກວດເປັນບວກສໍາລັບພະຍາດໂຄວິດ-19. ປະຕິບັດຕາມ ຄໍາແນະນໍາຈາກ CDC (ເປັນພາສາອັງກິດເທົ່ານັ້ນ) ກ່ຽວກັບການເວັ້ນໄລຍະຫ່າງທາງຮ່າງກາຍ ແລະ ການຕິດຕໍ່ຂອງພະຍາດ ໂຄວິດ-19. ເພື່ອກໍານົດການສໍາພັດ, WA Notify ໃຊ້ຂັ້ນຕອນວິທີທີ່ສອດຄ່ອງກັບຄໍານິຍາມຂອງ CDC ໃນການສໍາຜັດໃກ້ຊິດ – ພາຍໃນປະມານ 6 ຟຸດ (2 ແມັດ) ເປັນເວລາ 15 ນາທີ ຫຼື ຫຼາຍກວ່ານັ້ນໃນໄລຍະເວລາຕິດຕໍ່ກັນ – ແລະ ສາມາດປັບປ່ຽນໄດ້ ໂດຍເຈົ້າໜ້າທີ່ສາທາລະນະສຸກ.
- ຈະມີຫຍັງເກີດຂື້ນຖ້າ WA Notify ບອກຂ້າພະເຈົ້າວ່າ ຂ້າພະເຈົ້າອາດສໍາພັດໄດ້?
-
ຖ້າ WA Notify ກວດພົບວ່າທ່ານອາດຈະສໍາພັດໄດ້ ການແຈ້ງເຕືອນຢູ່ໃນໂທລະສັບຂອງທ່ານ ຈະພາທ່ານໄປຫາເວັບໄຊທ໌ ທີ່ມີຂໍ້ມູນກ່ຽວກັບສິ່ງທີ່ທ່ານຄວນເຮັດຕໍ່ໄປ. ອັນນີ້ລວມເຖິງວິທີ ແລະ ບ່ອນທີ່ຈະທົດສອບ, ຂໍ້ມູນກ່ຽວກັບການຮັກສາ ຕົວທ່ານເອງ ແລະ ຄົນທີ່ຢູ່ໃກ້ທ່ານໃຫ້ປອດໄພ ແລະ ແຫຼ່ງຂໍ້ມູນ ເພື່ອຕອບຄໍາຖາມຂອງທ່ານ. ມັນເປັນສິ່ງສຳຄັນທີ່ຈະຕ້ອງອ່ານ ແລະ ເຮັດຕາມຄຳແນະນຳ ໃນເວັບໄຊທ໌ ຢ່າງລະມັດລະວັງ.
- ຄົນຈະຮູ້ບໍ ຖ້າຜົນກວດຂອງຂ້າພະເຈົ້າກ່ຽວກັບພະຍາດ ໂຄວິດ-19 ເປັນບວກ?
-
ບໍ່. WA Notify ບໍ່ແບ່ງປັນຂໍ້ມູນກ່ຽວກັບທ່ານກັບຜູ້ອື່ນ. ເມື່ອຜູ້ໃດຜູ້ໜຶ່ງໄດ້ຮັບການແຈ້ງເຕືອນກ່ຽວກັບການສໍາຜັດທີ່ອາດຈະເກີດຂື້ນ, ພວກເຂົາຈະຮູ້ພຽງແຕ່ວ່າມີບາງຄົນອາດໄດ້ຢູ່ໃກ້ສິດພາຍໃນ 14 ວັນທີ່ຜ່ານມາໄດ້ມີການກວດພະຍາດ ໂຄວິດ-19 ແລ້ວຜົນກວດເປັນບວກ. ພວກເຂົາຈະບໍ່ຮູ້ວ່າຄົນຜູ້ນັ້ນແມ່ນໃຜ, ການສໍາຜັດໄດ້ເກີດຂື້ນຢູ່ໄສ.
- ຂ້າພະເຈົ້າຕ້ອງໄດ້ຈ່າຍເງິນໃຫ້ WA Notify ບໍ?
-
ບໍ່. WA Notify ໃຊ້ບໍ່ເສຍຄ່າ.
- ແອັບ WA Notify ຊ່ວຍລັດ Washington ໄດ້ແນວໃດ?
-
ໃນ ການສຶກສາໂດຍ University of Washington (ພາສາອັງກິດເທົ່ານັ້ນ) ພົບວ່າຜູ້ທີ່ໃຊ້ການແຈ້ງເຕືອນ ການສໍາພັດໄດ້, ໄດ້ຮັບຜົນປະໂຫຍດຫຼາຍຂື້ນ. ຜົນໄດ້ຮັບສະແດງໃຫ້ເຫັນວ່າ WA Notify ຮັກສາໄດ້ປະມານ 40 ເຖິງ 115 ຊີວິດ ແລະ ອາດຈະປ້ອງກັນໄດ້ປະມານ 5,500 ກໍລະນີຂອງພະຍາດ ໂຄວິດ-19 ໃນໄລຍະສີ່ເດືອນທໍາອິດທີ່ມັນຖືກນໍາໃຊ້. ຕົວແບບຂໍ້ມູນສະແດງໃຫ້ເຫັນວ່າເຖິງຈະມີຄົນຈໍານວນໜ້ອຍທີ່ໃຊ້ WA Notify ຈະເຮັດໃຫ້ການຕິດເຊື້ອ ແລະ ການເສຍຊີວິດຂອງພະຍາດ ໂຄວິດ-19 ຫຼຸດລົງ, ພິສູດໄດ້ວ່າ WA Notify ເປັນເຄື່ອງມືທີ່ດີເລີດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19.
- ແອັບ WA Notify ໃຊ້ໄດ້ບໍ ຖ້າຂ້າພະເຈົ້າເດີນທາງອອກນອກລັດ?
-
ແມ່ນແລ້ວ. ຖ້າທ່ານເດີນທາງໄປລັດໃດໜຶ່ງທີ່ມີແອັບທີ່ໃຊ້ເຕັກໂນໂລຍີ Apple/Google, ໂທລະສັບຂອງທ່ານຈະສືບຕໍ່ແລກປ່ຽນລະຫັດແບບສຸ່ມກັບຜູ້ໃຊ້ຢູ່ໃນລັດນັ້ນ. ທ່ານບໍ່ຈຳເປັນຕ້ອງປ່ຽນອັນໃດອັນໜຶ່ງຢູ່ໃນການຕັ້ງຄ່າແອັບຂອງທ່ານ. ຖ້າທ່ານຍ້າຍອອກຈາກ Washington ເປັນເວລາດົນ, ທ່ານຄວນທົບທວນ ທາງເລືອກຕ່າງໆ ຢູ່ໃນລັດໃໝ່່ຂອງທ່ານ ເພື່ອໃຫ້ໄດ້ຮັບການສະໜັບສະໜູນ ແລະ ການແຈ້ງເຕືອນຈາກທ້ອງຖິ່ນ.
- ເປັນຫຍັງພວກເຮົາຈິ່ງຕ້ອງການທັງກາໂທເພື່ອຕິດຕາມ ແລະ WA Notify ນໍາກັນ?
-
ການໂທເພື່ອຕິດຕາມ ແມ່ນການແຊກແຊງດ້ານສາທາລະນະສຸກ ທີ່ມີປະສິດທິພາບມາເປັນເວລາຫຼາຍທົດສະວັດແລ້ວ. WA Notify ສະໜັບສະໜູນວຽກນີ້ໂດຍບໍ່ລະບຸຊື່. ນີ້ແມ່ນຕົວຢ່າງ: ຖ້າທ່ານກວດພົບເຊື້ອພະຍາດ ໂຄວິດ-19, ເຈົ້າໜ້າທີ່ສາທາລະນະສຸກອາດ ຈະໂທຫາ ແລະ ຂໍໃຫ້ທ່ານແບ່ງປັນຄົນກັບຄົນທີ່ທ່ານໄດ້ຢູ່ໄກ້ສິດຜ່ານມາ. ທ່ານບໍ່ສາມາດບອກຊື່ຄົນແປກໜ້າທີ່ທ່ານນັ່ງຢູ່ໃກ້ກັບໃນລົດເມໄດ້. ຖ້າພວກທ່ານທັງສອງໃຊ້ WA Notify, ຄົນແປກໜ້າ ຈາກລົດເມສາມາດໄດ້ຮັບແຈ້ງເຕືອນໂດຍບໍ່ເປີດເຜີຍຊື່ກ່ຽວກັບທີ່ອາດສໍາພັດໄດ້ເຊື້ອພະຍາດ ແລະ ດໍາເນີນຂັ້ນຕອນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໄປຫາເພື່ອນ ແລະ ຄອບຄົວຂອງເຂົາເຈົ້າ. ຄືກັນກັບການລ້າງມື ແລະ ໃສ່ໜ້າກາກແຕ່ລະອັນຊ່ວຍຢຸດການແຜ່ລະບາດ ຂອງພະຍາດ ໂຄວິດ-19, ເຮັດລວມກັນ ພວກມັນຈະມີປະສິດທິພາບຫຼາຍຂື້ນ.
- ດົນປານໃດ WA Notify ຈຶ່ງແຈ້ງເຕືອນໃຫ້ຄົນອື່ນຮູ້?
-
ຜູ້ໃຊ້ທີ່ອາດສໍາຜັດໄດ້ພະຍາດ ໂຄວິດ-19 ຈາກຜູ້ໃຊ້ຄົນອື່ນຈະໄດ້ຮັບ ການແຈ້ງເຕືອນພາຍໃນ 24 ຊົ່ວໂມງຫຼັງຈາກຜູ້ໃຊ້ກວດພົບເຊື້ອພະຍາດ ໂຄວິດ ໃຫ້ປະຕິບັດຕາມຂັ້ນຕອນໃນ WA Notify ເພື່ອແຈ້ງເຕືອນໂດຍບໍ່ເປີດເຜີຍຊື່ຜູ້ໃຊ້ WA Notify ຄົນອື່ນໆ.
- ມັນເປັນໄປໄດ້ບໍທີ່ໄດ້ຮັບຫຼາຍແຈ້ງເຕືອນຈາກ WA Notify?
-
ຜູ້ໃຊ້ທີ່ອາດສໍາຜັດໄດ້ພະຍາດ ໂຄວິດ-19 ຈາກຜູ້ໃຊ້ຄົນອື່ນຈະໄດ້ຮັບ ການແຈ້ງເຕືອນພາຍໃນ 24 ຊົ່ວໂມງຫຼັງຈາກຜູ້ໃຊ້ກວດພົບເຊື້ອພະຍາດ ໂຄວິດ ໃຫ້ປະຕິບັດຕາມຂັ້ນຕອນໃນ WA Notify ເພື່ອແຈ້ງເຕືອນໂດຍບໍ່ເປີດເຜີຍຊື່ຜູ້ໃຊ້ WA Notify ຄົນອື່ນໆ.
- ຂ້າພະເຈົ້າຈະບອກ WA Notify ແນວໃດຖ້າຂ້າພະເຈົ້າຕິດພະຍາດ ໂຄວິດ?
-
ຖ້າທ່ານກວດພົບຜົນເປັນບວກ ແລະ ພະນັກງານບາງຄົນໃນ Washington State Department of Health (DOH, ພະແນກສຸຂະພາບຂອງລັດວໍຊິງຕັນ) ຫຼື ໜ່ວຍງານສາທາລະນະສຸກທ້ອງຖິ່ນຂອງທ່ານ ໂທຫາທ່ານ, ພວກເຂົາຈະຖາມວ່າທ່ານກຳລັງໃຊ້ WA Notify ແມ່ນບໍ່. ຖ້າທ່ານໃຊ້, ພວກເຂົາຈະສົ່ງລິ້ງຢືນຢັນ ແລະ/ຫຼື ການແຈ້ງເຕືອນໃຫ້ທ່ານ ແລະ ຊ່ວຍທ່ານປະຕິບັດຕາມຂັ້ນຕອນເພື່ອປ້ອນມັນເຂົ້າໃນ WA Notify. ລິ້ງ ຫຼື ການແຈ້ງເຕືອນບໍ່ໄດ້ຜູກມັດກັບຂໍ້ມູນສ່ວນຕົວຂອງທ່ານ. DOH ບໍ່ມີທາງທີ່ຈະຮູ້ວ່າໃຜຈະໄດ້ຮັບການແຈ້ງເຕືອນໂດຍແອັບ ກ່ຽວກັບການສໍາຜັດເຊື້ອ ໃນເມື່ອທ່ານປະຕິບັດຕາມຂັ້ນຕອນ. ການແຈ້ງເຕືອນການສໍາຜັດເຊື້ອຈະບໍ່ລວມເຖິງຂໍ້ມູນກ່ຽວກັບທ່ານໃດໆ. ການມີຜູ້ທີ່ຢືນຢັນຜົນກວດຫຼາຍໂດຍບໍ່ເປີດເຜີຍຊື່ໃນ WA Notify, ພວກເຮົາສາມາດປ້ອງກັນການແຜ່ລະບາດຂອງ ພະຍາດ ໂຄວິດ-19 ໄດ້ດີກວ່າ.
ຖ້າທ່ານມີຜົນກວດເປັນບວກ ແລະ ຍັງຕ້ອງການຢືນຢັນຜົນຂອງທ່ານ ໂດຍບໍ່ເປີດເຜີຍຊື່ ໃນ WA Notify, ເບິ່ງສ່ວນ “How to request a verification code for positive at-home COVID-19 test results (ວິທີຮ້ອງຂໍລະຫັດຢືນຢັນສຳລັບຜົນກວດພະຍາດ ໂຄວິດ-19 ຢູ່ເຮືອນທີ່ເປັນບວກ)” ຂອງໜ້ານີ້ສຳລັບຂັ້ນຕອນການຮ້ອງຂໍລະຫັດຢືນຢັນເພື່ອແຈ້ງໃຫ້ຜູ້ໃຊ້ WA Notify ຄົນອື່ນໆໂດຍບໍ່ເປີດເຜີຍຊື່ຮູ້ກ່ຽວກັບການອາດສໍາຜັດໄດ້ເຊື້ອ.
ຫຼັງຈາກການຮ້ອງຂໍລະຫັດຢືນຢັນຂອງທ່ານໃນ WA Notify, ໃຫ້ໂທຫາ ສາຍດ່ວນກ່ຽວກັບພະຍາດ ໂຄວິດ-19 ຂອງລັດ, 1-800-525-0127, ຫຼັງຈາກນັ້ນກົດ #, ເພື່ອລາຍງານຜົນກວດທີ່ເປັນບວກຂອງທ່ານໄປໃຫ້ DOH.
- ມີອັນໃດທີ່ຂ້າພະເຈົ້າຕ້ອງເຮັດຫຼັງຈາກການເພີ່ມ WA Notify ເຂົ້າໄປໃນໂທລະສັບຂອງຂ້າພະເຈົ້າແລ້ວ?
-
ຈໍາເປັນຕ້ອງມີການດໍາເນີນການເພີ່ມເຕີມຖ້າຫາກວ່າ:
- ທ່ານກວດພະຍາດ ໂຄວິດ-19 ຜົນກວດເປັນບວກ, ຫຼື
- ທ່ານໄດ້ຮັບການແຈ້ງເຕືອນວ່າທ່ານອາດຈະໄດ້ຮັບການສຳຜັດເຊື້ອແລ້ວ.
ຖ້າທ່ານກວດພົບຜົນເປັນບວກ, ແລະ ພະນັກງານບາງຄົນໃນ Washington State Department of Health (DOH) ຫຼື ໜ່ວຍງານສາທາລະນະສຸກທ້ອງຖິ່ນຂອງທ່ານ ໂທຫາທ່ານ, ພວກເຂົາຈະຖາມວ່າທ່ານກຳລັງໃຊ້ WA Notify ແມ່ນບໍ່. ຖ້າທ່ານໃຊ້, ພວກເຂົາຈະສົ່ງລິ້ງຢືນຢັນ ແລະ/ຫຼື ການແຈ້ງເຕືອນໃຫ້ທ່ານ ແລະ ຊ່ວຍທ່ານປະຕິບັດຕາມຂັ້ນຕອນເພື່ອປ້ອນມັນເຂົ້າໃນ WA Notify. ລິ້ງ ຫຼື ການແຈ້ງເຕືອນບໍ່ໄດ້ຜູກມັດກັບຂໍ້ມູນສ່ວນຕົວຂອງທ່ານ. DOH ບໍ່ມີທາງທີ່ຈະຮູ້ວ່າໃຜຈະໄດ້ຮັບການແຈ້ງເຕືອນໂດຍແອັບ ກ່ຽວກັບການສໍາຜັດເຊື້ອ. ການແຈ້ງເຕືອນການສໍາຜັດເຊື້ອຈະບໍ່ລວມເຖິງຂໍ້ມູນກ່ຽວກັບທ່ານໃດໆ. ການມີຜູ້ທີ່ຢືນຢັນຜົນກວດຫຼາຍໂດຍບໍ່ເປີດເຜີຍຊື່ໃນ WA Notify, ພວກເຮົາສາມາດປ້ອງກັນການແຜ່ລະບາດຂອງ ພະຍາດ ໂຄວິດ-19 ໄດ້ດີກວ່າ.
ຖ້າທ່ານມີຜົນກວດເປັນບວກ ແລະ ຍັງຕ້ອງການລະຫັດຢືນຢັນ, ເບິ່ງສ່ວນ “How to request a verification code for positive at-home COVID-19 test results (ວິທີຮ້ອງຂໍລະຫັດຢືນຢັນສຳລັບຜົນກວດພະຍາດ ໂຄວິດ-19 ຢູ່ເຮືອນທີ່ເປັນບວກ)” ຂອງໜ້ານີ້ສໍາລັບຂັ້ນຕອນການຮ້ອງຂໍລະຫັດຢືນຢັນເພື່ອແຈ້ງໃຫ້ຜູ້ໃຊ້ WA Notify ຄົນອື່ນໆໂດຍບໍ່ເປີດເຜີຍຊື່ຮູ້ກ່ຽວກັບການອາດສໍາຜັດໄດ້ເຊື້ອ.
ຫຼັງຈາກການຮ້ອງຂໍລະຫັດຢືນຢັນຂອງທ່ານໃນ WA Notify, ໃຫ້ໂທຫາ ສາຍດ່ວນກ່ຽວກັບພະຍາດ ໂຄວິດ-19 ຂອງລັດ, 1-800-525-0127, ຫຼັງຈາກນັ້ນກົດ #, ເພື່ອລາຍງານຜົນກວດທີ່ເປັນບວກຂອງທ່ານໄປໃຫ້ DOH.
ຖ້າ WA Notify ກວດພົບວ່າທ່ານອາດຈະສໍາພັດໄດ້ ການແຈ້ງເຕືອນຢູ່ໃນໂທລະສັບຂອງທ່ານ ຈະພາທ່ານໄປຫາເວັບໄຊທ໌ ທີ່ມີຂໍ້ມູນກ່ຽວກັບສິ່ງທີ່ທ່ານຄວນເຮັດຕໍ່ໄປ. ອັນນີ້ລວມເຖິງວິທີ ແລະ ບ່ອນທີ່ຈະທົດສອບ, ຂໍ້ມູນກ່ຽວກັບການຮັກສາ ຕົວທ່ານເອງ ແລະ ຄົນທີ່ຢູ່ໃກ້ທ່ານໃຫ້ປອດໄພ ແລະ ແຫຼ່ງຂໍ້ມູນ ເພື່ອຕອບຄໍາຖາມຂອງທ່ານ. ມັນເປັນສິ່ງສຳຄັນທີ່ຈະຕ້ອງອ່ານ ແລະ ເຮັດຕາມຄຳແນະນຳ ໃນເວັບໄຊທ໌ ຢ່າງລະມັດລະວັງ. ການແຈ້ງເຕືອນຈະບໍ່ລວມເຖິງຂໍ້ມູນກ່ຽວກັບຜູ້ທີ່ອາດສໍາພັດໄດ້ທ່ານ ຫຼື ສະຖານທີ່. ທຸກຢ່າງເປັນການບໍ່ລະບຸຊື່.
- ການໃຊ້ WA Notify ຈະເປືອງແບັດເຕີຣີ ຫຼື ໃຊ້ດາຕ້າໂທລະສັບຂອງຂ້າພະເຈົ້າບໍ?
-
ບໍ່. ມັນຖືກອອກແບບໃຫ້ມີຜົນກະທົບໜ້ອຍ ສຸດຕໍ່ກັບດາຕ້າໂທລະສັບ ແລະ ອາຍຸແບັດເຕີຣີຂອງທ່ານໂດຍການໃຊ້ເທັກໂນໂລຍີ ບຣູທູດ ໃຊ້ພະລັງງານຕໍ່າ.
- ຂ້າພະເຈົ້າຕ້ອງເປີດ ບຣູທູດ ໄວ້ ສໍາລັບ WA Notify ເພື່ອປະຕິບັດງານບໍ?
-
ແມ່ນແລ້ວ. WA Notify ໃຊ້ ບຣູທູດ ໃຊ້ພະລັງງານຕໍ່າ, ສະນັ້ນ ບູລທູດ ຕ້ອງມີການເຄື່ອນໄຫວຢູ່ສະເໝີເພື່ອໃຫ້ລະບົບກວດພົບຜູ້ໃຊ້ຄົນອື່ນທີ່ຢູ່ໃກ້ຄຽງ.
- ຂ້າພະເຈົ້າຈໍາເປັນຕ້ອງເປີດ WA Notify ໃນໂທລະສັບໃຫ້ມັນໄດ້ປະຕິບັດງານບໍ?
-
ບໍ່. WA Notify ຈະເຮັດວຽກໃນພື້ນຫຼັງ.
- ແອັບ WA Notify ນຳໃຊ້ໄດ້ກັບໂທລະສັບສະມາດໂຟນລຸ້ນເກົ່າບໍ?
-
ຜູ້ໃຊ້ iPhone ສາມາດໃຊ້ WA Notify ຖ້າລະບົບປະຕິບັດການຂອງທ່ານແມ່ນ:
- iOS ເວີຊັນ 13.7 ຫຼື ສູງກວ່ານັ້ນ (ສຳລັບ iPhone 6s, 6s Plus, SE ຫຼື ໃໝ່ກວ່ານັ້ນ)
- iOS ເວີຊັນ 12.5 (ສຳລັບ iPhone 6, 6 plus, 5s)
ຜູ້ໃຊ້ Android ສາມາດໃຊ້ WA Notify ຖ້າໂທລະສັບສະມາດໂຟນຂອງທ່ານທີ່ນຳໃຊ້ ບຣູທູດໃຊ້ພະລັງງານຕໍ່າ ແລະ Android ເວີຊັນ 6 (API 23) ຫຼື ສູງກວ່າ.
- ຂ້າພະເຈົ້າຈໍາເປັນຕ້ອງມີອາຍຸ 18 ປີ ບໍເພື່ອໃຊ້ WA Notify?
-
ບໍ່. WA Notify ບໍ່ຮູ້ ຫຼື ບໍ່ກວດເບິ່ງອາຍຸຂອງທ່ານ.
- ເທັກໂນໂລຍີນີ້ຈະໃຊ້ໄດ້ບໍ່ຖ້າຂ້າພະເຈົ້າແບ່ງກັນໃຊ້ໂທລະສັບອັນດຽວກັບຄົນອື່ນ?
-
WA Notify ບໍ່ສາມາດບອກໄດ້ວ່າໃຜກຳ ລັງໃຊ້ໂທລະສັບຢູ່ໃນເວລາທີ່ອາດສໍາພັດໄດ້. ຖ້າທ່ານແບ່ງກັນໃຊ້ໂທລະສັບອັນດຽວກັນ, ທຸກຄົນທີ່ໃຊ້ໂທລະສັບຕ້ອງປະຕິບັດ ຕາມຄໍາແນະນໍາຂອງໜ່ວຍງານສາທາລະນະສຸກ ຖ້າ WA Notify ລະບຸວ່າອາດເປັນໄປໄດ້ທີ່ສໍາພັດໄດ້ພະຍາດ ໂຄວິດ-19.
- ແອັບ WA Notify ໃຊ້ໄດ້ກັບອຸປະກອນເຊັ່ນ iPads ຫຼື ໂມງລຸ່ນທັນສະໄໝ ບໍ?
-
ບໍ່. ກອບການແຈ້ງເຕືອນການສໍາພັດ ໄດ້ຖືກອອກແບບມາສະເພາະສຳ ລັບສະມາດໂຟນ ແລະ ບໍ່ຮອງຮັບຢູ່ໃນ iPads ຫຼື ແທັບເລັດ.
- ລັດ Washington ເຮັດແນວໃດ ເພື່ອສະໜອງການເຂົ້າເຖິງເທັກໂນໂລຢີນີ້ໃຫ້ກັບຄົນທີ່ບໍ່ມີໂທລະສັບ ສະມາດໂຟນ?
-
ບໍ່ແມ່ນ WA Notify ເທົ່ານັ້ນທີ່ເປັນເຄື່ອງມືປ້ອງກັນ ການແຜ່ເຊື້ອພະຍາດ ໂຄວິດ-19. ການໂທຕິດຕາມ ແລະ ຄວາມພະຍາຍາມອື່ນໆໄດ້ຮັບຜົນປະໂຫຍດ ຕໍ່ກັບຊາວ Washington ທຸກຄົນ, ເຖິງແມ່ນວ່າເຂົາເຈົ້າບໍ່ມີສະມາດໂຟນກໍ່ຕາມ. ການສັກຢາວັກຊີນເປັນວິທີທີ່ດີທີ່ສຸດເພື່ອຢຸດການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການໃສ່ໜ້າກາກອານາໄມ, ການຮັກສາໄລຍະຫ່າງທາງຮ່າງກາຍ, ແລະ ການຈໍາກັດຂະໜາດການຊຸມນຸມເປັນວິທີອື່ນທີ່ທຸກຄົນສາມາດຊ່ວຍ ຢຸດການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້.
Lifeline program (ໂຄງການ ສາຍຊ່ວຍຊີວິດ) ຂອງລັດຖະບານກາງສະໜອງເງິນຈ່າຍຄ່າໂທລະສັບລາຍເດືອນ ໃຫ້ກັບຜູ້ທີ່ມີເງື່ອນໄຂຄົບຖ້ວນ. ຜູ້ເຂົ້າຮ່ວມຜູ້ໃຫ້ບໍລິການໄວເຣດບາງຄົນກໍ່ສະໜອງສະມາດໂຟນໃຫ້ໂດຍບໍ່ເສຍຄ່າ. ຮຽນຮູ້ເພີ່ມເຕີມກ່ຽວກັບໂຄງການ, ໃຜມີຄຸນສົມບັດ, ວິທີສະໝັກ ແລະ ການເຂົ້າຮ່ວມນໍາຜູ້ໃຫ້ບໍລິການໄວເຣດ (ພາສາອັງກິດເທົ່ານັ້ນ).
ຈື່ໄວ້ວ່າ, ການສັກຢາວັກຊີນ ໂຄວິດ-19 ແມ່ນວິທີທີ່ດີທີ່ສຸດ ເພື່ອຢຸດການແຜ່ລະບາດ.
- ຍ້ອນຫຍັງມັນເບິ່ງຄືວ່າ WA Notify ກຳລັງໃຊ້ແບັດເຕີຣີຫຼາຍແທ້?
-
ທີ່ຈິງແລ້ວມັນອາດຈະບໍ່ແມ່ນແນວນັ້ນ. ການໃຊ້ແບດເຕີຣີໃນອຸປະກອນຂອງທ່ານສະແດງໃຫ້ເຫັນເປີເຊັນຂອງແບັດເຕີຣີທີ່ໃຊ້ໃນແຕ່ລະມື້ປະກອບມີແອັບເຊັ່ນ WA Notify. ແອັບສ່ວນໃຫຍ່ບໍ່ໄດ້ເຄື່ອນໄຫວຕະຫຼອດຄືນ. WA Notify ກໍ່ບໍ່ໄດ້ເຄື່ອນໄຫວຄືກັນ, ແຕ່ມັນກວດເບິ່ງລະຫັດແບບ ສຸ່ມທຸກໆສອງສາມຊົ່ວໂມງສຳລັບການຈັບຄູ່ກັບຜູ້ໃຊ້ທີ່ຕິດເຊື້ອເປັນບວກດັ່ງນັ້ນມັນສາມາດແຈ້ງເຕືອນໃຫ້ທ່ານຮູ້ກ່ຽວກັບຄວາມເປັນໄປໄດ້ທີ່ອາດສຳພັດ. ດັ່ງນັ້ນ, ຍົກຕົວຢ່າງ, ຖ້າບໍ່ມີແອັບອື່ນກຳລັງເຮັດວຽກໃນຂະນະທີ່ທ່ານນອນ, WA Notify ຈະເປັນຕົວແທນໃຊ້ເປີເຊັນສູງຂອງແບດເຕີຣີທີ່ໃຊ້ ໃນຊ່ວງເວລານັ້ນ. ນັ້ນບໍ່ໄດ້ໝາຍຄວາມວ່າ WA Notify ກຳລັງໃຊ້ແບັດເຕີຣີຫຼາຍ ພຽງແຕ່ເປັນເປີເຊັນສູງຂອງຈຳນວນແບັດເຕີຣີທີ່ຖືກໃຊ້ໜ້ອຍໜຶ່ງ.
- ລັດ Washington ໄດ້ເປີດ WA Notify ເປັນ 30 ພາສາ, ຍ້ອນຫຍັງຂ້າພະເຈົ້າຈຶ່ງເຫັນມັນເປັນພາສາອັງກິດ ແລະ ສະເປນໃນ Google Play store ເທົ່ານັ້ນ?
-
WA Notify ດຳເນີນງານໂດຍອີງໃສ່ພາສາທີ່ກຳ ນົດໄວ້ໃນເບື້ອງຕົ້ນໃນໂທລະສັບຂອງຜູ້ໃຊ້. WA Notify ມີພຽງແຕ່ລຸ່ນດຽວເທົ່ານັ້ນ, ແຕ່ວ່າມີການແຈ້ງເຕືອນ ກ່ຽວກັບການສຳຜັດໄດ້, ຕົວຢ່າງ ຈະປາກົດເປັນພາສາທີ່ທ່ານຕ້ອງການ ຫຼາຍກວ່າ 30 ພາສາ ທີ່ລັດ Washington ໄດ້ນຳໃຊ້.
- ຂ້າພະເຈົ້າໄດ້ຮັບການແຈ້ງເຕືອນ ແລະ/ຫຼື ຂໍ້ຄວາມ, ແຕ່ວ່າບຸກຄົນທີ່ໄດ້ກວດແມ່ນຄົນໃນຄອບຄົວ ຫຼື ສະມາຊິກໃນຄົວເຮືອນ. ຂ້າພະເຈົ້າຄວນເຮັດດຽວແນວ?
-
ຜູ້ໃຊ້ WA Notify ທີ່ຜົນກວດເປັນບວກຄວນປະຕິບັດຕາມ ຂັ້ນຕອນເພື່ອແຈ້ງເຕືອນໃຫ້ຜູ້ອື່ນໂດຍບໍ່ເປີດເຜີຍຊື່ ວ່າບາງທີຜູ້ນັ້ນ ອາດຈະສຳພັດໄດ້ເຊື້ອ, ສະນັ້ນທ່ານຢ່າໃສ່ໃຈກັບຂໍ້ຄວາມ ຫຼື ການແຈ້ງເຕືອນ ທີ່ບໍ່ໄດ້ມີຈຸດປະສົງສໍາລັບທ່ານ.
ຖ້າຄອບຄົວ ຫຼື ສະມາຊິກໃນຄົວເຮືອນຂອງທ່ານເປັນຜູ້ໃຊ້ WA Notify, ມີຜົນກວດເປັນບວກ, ແລະ ຍັງຕ້ອງການຢືນຢັນຜົນຂອງເຂົາເຈົ້າຢູ່ໃນ WA Notify, ພວກເຂົາສາມາດປະຕິບັດຕາມຂັ້ນຕອນຢູ່ໃນສ່ວນ “How to request a verification code for positive at-home COVID-19 test results (ວິທີຮ້ອງຂໍລະຫັດຢືນຢັນສຳລັບຜົນກວດພະຍາດ ໂຄວິດ-19 ຢູ່ເຮືອນທີ່ເປັນບວກ)” ຂອງໜ້ານີ້.
ຜູ້ທີ່ຊື້ຊຸດກວດຕາມຮ້ານຂາຍຢາ ແລະ ໄດ້ຮັບຜົນກວດເປັນບວກຄວນໂທຫາສາຍດ່ວນກ່ຽວກັບພະຍາດ ໂຄວິດ-19 ຂອງລັດ, 1-800-525-0127 ຫຼັງຈາກນັ້ນກົດ # (ກົດ 7 ສຳລັບພາສາສະເປນ), ທັນທີທີ່ພວກເຂົາໄດ້ຮັບຜົນ. ເຂົ້າເບິ່ງ ໜ້າ Contact Us (ຕິດຕໍ່ຫາພວກເຮົາ) ສຳລັບຊົ່ວໂມງບໍລິການສາຍດ່ວນ. ມີການຊ່ວຍເຫຼືອດ້ານພາສາ.
- ຂ້າພະເຈົ້າມີເວລາຫຼາຍປານໃດເພື່ອແຕະການແຈ້ງເຕືອນ ຫຼື ເປີດນຳ ໃຊ້ລິ້ງຢືນຢັນ?
-
ທ່ານມີເວລາ 24 ຊົ່ວໂມງຫຼັງຈາກໄດ້ຮັບແຈ້ງເຕືອນ ຫຼື ຂໍ້ຄວາມ ເພື່ອປະຕິບັດຕາມຂັ້ນຕອນເພື່ອແຈ້ງໃຫ້ຜູ້ອື່ນຢູ່ໃນ WA Notify. ຖ້າທ່ານບໍ່ສາມາດແຕະການແຈ້ງເຕືອນ ຫຼື ຄລິກໃສ່ລິ້ງການຢືນຢັນພາຍໃນເວລານັ້ນ, ທ່ານອາດຈະສາມາດຮ້ອງຂໍລະຫັດຢືນຢັນຢູ່ໃນ WA Notify ໂດຍປະຕິບັດຕາມຂັ້ນຕອນ ຢູ່ໃນສ່ວນ “How to request a verification code for positive at-home COVID-19 test results (ວິທີຮ້ອງຂໍລະຫັດຢືນຢັນສຳລັບຜົນກວດພະຍາດ ໂຄວິດ-19 ຢູ່ເຮືອນທີ່ເປັນບວກ)” ຂອງໜ້ານີ້. ຫຼັງຈາກການຮ້ອງຂໍລະຫັດຢືນຢັນຂອງທ່ານໃນ WA Notify, ໃຫ້ໂທຫາ ສາຍດ່ວນກ່ຽວກັບພະຍາດ ໂຄວິດ-19 ຂອງລັດ, 1-800-525-0127, ຫຼັງຈາກນັ້ນກົດ #, ເພື່ອລາຍງານຜົນກວດທີ່ເປັນບວກຂອງທ່ານໄປໃຫ້ DOH. ທ່ານຍັງສາມາດຮ້ອງຂໍລິ້ງເມື່ອພະນັກງານບາງຄົນໃນ DOH ຫຼື ໜ່ວຍງານສາທາລະນະສຸກທ້ອງຖິ່ນຂອງທ່ານ ໂທຫາທ່ານກ່ຽວກັບຜົນກວດພະຍາດ ໂຄວິດ-19 ຂອງທ່ານທີ່ເປັນບວກ.
- ເປັນຫຍັງ Washington ຈຶ່ງເລືອກວິທີແກ້ໄຂບັນຫານີ້?
-
Washington ໄດ້ສ້າງຕັ້ງກຸ່ມຕິດຕາມກວດກາຂອງລັດ, ລວມທັງຜູ້ຊ່ຽວຊານດ້ານຄວາມປອດໄພ ແລະ ສິດເສລີພາບພົນລະເຮືອນ ແລະ ສະມາຊິກຂອງຊຸມຊົນຈໍານວນໜຶ່ງ, ເພື່ອທົບທວນຄືນການແກ້ໄຂຂອງ Apple/Google. ກຸ່ມດັ່ງກ່າວໄດ້ແນະນໍາການຮັບຮອງເອົາໂດຍອີງໃສ່ຄວາມໜ້າ ເຊື່ອຖືທີ່ພິສູດໄດ້ຂອງຮູບແບບ, ການປົກປ້ອງຂໍ້ມູນທີ່ດີ ແລະ ການນໍາໃຊ້ໂດຍລັດອື່ນ.
- ຂ້າພະເຈົ້າຈະຮູ້ວັນທີ່ສໍາຜັດໄດ້ເຊື້ອພະຍາດໃນ WA Notify ແນວໃດ?
-
ໃນ iPhone:
- ເຂົ້າໄປທີ່ Settings (ການຕັ້ງຄ່າ)
- ເລືອກ Exposure Notifications (ແຈ້ງເຕືອນການສໍາຜັດເຊື້ອ) ຫຼື ປ້ອນ Exposure Notifications (ແຈ້ງເຕືອນການສໍາຜັດເຊື້ອ) ໃນບາບ່ອນຄົ້ນຫາ.
- ວັນທີຂອງການສໍາຜັດເຊື້ອຂອງທ່ານຈະສະແດງພາຍໃຕ້ບ່ອນ “You may have been exposed to COVID-19 (ທ່ານອາດຈະໄດ້ຮັບການສຳຜັດເຊື້ອພະຍາດ ໂຄວິດ-19 ແລ້ວ)”
ໃນ Android:
- ເປີດແອບ WA Notify
- ເລືອກ See Details (ເບິ່ງລາຍລະອຽດ) ພາຍໃຕ້ “Possible exposure reported (ລາຍງານການສໍາຜັດເຊື້ອທີ່ອາດເປັນໄປໄດ້)”
- ວັນທີຂອງການສໍາຜັດໄດ້ເຊື້ອຂອງທ່ານຈະສະແດງພາຍໃຕ້ບ່ອນ “Possible Exposure Date (ວັນທີອາດສໍາຜັດໄດ້ເຊື້ອ)”