ຄົ້ນຫາສະຖານທີ່ກວດຫາເຊື້ອທີ່ຢູ່ໃກ້ຂ້ອຍ (ເປັນພາສາອັງກິດ)
ຄົນທີ່ຊື້ຊຸດເຄື່ອງກວດຫາເຊື້ອທີ່ຊື້ໄດ້ຈາກຮ້ານ ແລະ ໄດ້ຮັບຜົນກວດເປັນບວກຄວນໂທຫາສາຍດ່ວນກ່ຽວກັບພະຍາດ ໂຄວິດ-19 ຂອງລັດ ໃຫ້ໄວເທົ່າທີ່ໄວໄດ້ຫຼັງຈາກໄດ້ຮັບຜົນກວດ, ໄດ້ທີ່ເບີ 1-800-525-0127 ຈາກນັ້ນ ກົດ #. ສາຍດ່ວນ ແມ່ນໃຫ້ບໍລິການ ວັນຈັນ ເລີ່ມແຕ່ 6 ໂມງເຊົ້າ ຫາ 10 ໂມງແລງ, ແລະ ວັນອັງຄານ ຫາ ວັນອາທິດ (ແລະ ຕາມວັນພັກ ລັດຖະການ) 6 ໂມງເຊົ້າ ຫາ 6 ໂມງແລງ. ມີບໍລິການຊ່ວຍເຫຼືອດ້ານພາສາ.
ເປັນຫຍັງຈຶ່ງໄປກວດ
ການກວດຫາເຊື້ອຊ່ວຍເຫຼືອຊີວິດຄົນ. ການກວດຫາເຊື້ອຊ່ວຍໃຫ້ຜູ້ຄົນໃຊ້ມາດຕະການປ້ອງກັນ, ເຊັ່ນວ່າການກັກກັນ, ໃນເວລາທີ່ເໝາະສົມເພື່ອຢຸດການຂະຫຍາຍຂອງເຊື້ອໄວຣັດ; ຜູ້ຄົນທີ່ຕິດ ເຊື້ອທີ່ບໍ່ມີອາການຍັງສາມາດແຜ່ເຊື້ອໄວຣັດໄດ້. ການກວດຫາເຊື້ອຍັງຊ່ວຍໃຫ້ເຈົ້າໜ້າທີ່ສາທາ ລະນະສຸກ ລະບຸ ແລະ ຕອບສະໜອງຕໍ່ກັບການລະບາດ, ແລະ ເພື່ອຕິດຕາມເຊື້ອໄວຣັດສາຍພັນ ໃໝ່. ການກວດຫາເຊື້ອເປັນອົງປະກອບທີ່ສຳຄັນໃນການຊ່ວຍກັບມາເຮັດກິດຈະກຳໄດ້ເປັນປົກ ກະຕິ.
ບັນດານັກວິໄຈຈາກ University of Washington ແລະ Department of Health (DOH, ພະແນກສະທາ ລະນະສຸກ) ພົບເຫັນວ່າ ການກວດຫາເຊື້ອພະຍາດໂຄວິດ-19 ແລະ ການຕິດຕາມຜ່ານ WA Notify (ການແຈ້ງເຕືອນຂອງລັດ ວໍຊິງຕັນ) ນັ້ນອາດສາມາດປ້ອງກັນຄົນເຈັບໄດ້ເຖິງ 6,000 ກໍລະນີ ຕັ້ງແຕ່ ເດືອນທັນວາ 2020 ຫາ ເດືອນມີນາ 2021.
ເມື່ອໃດຈຶ່ງຈະໄປກວດ
ກວດກາຫາເຊື້ອເມື່ອທ່ານຮູ້ສຶກວ່າມີໄຂ້. ພະຍາດ ໂຄວິດ-19 ມີຫຼາກຫຼາຍ ອາການ (ເປັນພາສາອັງກິດ), ດັ່ງນັ້ນ ຖ້າວ່າທ່ານຮູ້ສຶກ ບໍ່ສະບາຍ, ທາງທີ່ດີແມ່ນຄວນໄດ້ຮັບກາກວດກາຫາເຊື້ອໂດຍໄວ.
ກວດຫາເຊື້ອເມື່ອທ່ານໄດ້ສໍາພັດກັບຄົນທີ່ກວດໂຄວິດ - 19 ທີ່ມີຜົນເປັນບວກ. ເຂົ້າຮັບການກວດຫາເຊື້ອ ໂດຍທັນທີ່ຖ້າຫາກວ່າທ່ານມີອາການ. ຖ້າວ່າທ່ານບໍ່ສະແດງອາການ ໃຫ້ຖ້າເບິ່ງອາການຫ້າມື້ ຫຼັງຈາກໄດ້ສໍາ ພັດກັບຜູ້ຕິດເຊື້ອ ແລ້ວຈຶ່ງກວດກາຫາເຊື້ອ.
ທຸລະກິດ ແລະ ງານກິດຈະກໍາຕ່າງໆຢູ່ໃນລັດວໍຊິງຕັນອາດຈະມີການກໍານົດໃນການກວດຫາເຊື້ອ ແລະ/ຫຼື ການສັກຢາວັກຊິນ ກ່ອນຈະເຂົ້າສູ່ສະຖານທີ່ປະກອບການ ຫຼື ງານກິດຈະກໍາຕ່າງໆ. ໂທ ຫຼື ກວດກາເວັບໄຊທ໌ ຂອງເຂົາເຈົ້າລ່ວງໜ້າກ່ອນຈະໄປຮ່ວມງານ.
ທ່ານອາດຈໍາເປັນຕ້ອງກວດຫາເຊື້ອກ່ອນ ແລະ/ຫຼື ຫຼັງຈາກມີການເດີນທາງ. ເຂົ້າໄປທີ່ ຄໍາແນະນໍາສໍາລັບ ການເດີນທາງຫຼ້າສຸດ ຂອງ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) (ເປັນພາສາອັງກິດ).
ເມື່ອທ່ານຈະມີການພົບປະກັບກຸ່ມຄົນ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງຕໍ່ກັບພະຍາດທີ່ຮ້າຍແຮງ ຫຼື ບໍ່ໄດ້ ຮັບການສັກວັກຊີນປ້ອງກັນໂຄວິດ- 19 ຄັ້ງຫຼ້າສຸດ (ເປັນພາສາອັງກິດ).
ບ່ອນທີ່ຈະໄປກວດຫາເຊື້ອ
ເວບໄຊຂອງ Department of Health ຂອງລັດ Washington ຈັດທຳ ລາຍຊື່ສະຖານທີ່ກວດຫາເຊື້ອ ທີ່ມີຢູ່ໃນແຕ່ລະເຂດ, ພ້ອມເວລາເຂົ້າການ ແລະ ບັນດາຂໍ້ກຳນົດ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ສະຖານທີ່ກວດຫາເຊື້ອ, ໂທຫາ 2-1-1. ຍັງມີຊຸດກວດຫາເຊື້ອທີ່ວາງຂາຍຕາມຮ້ານສຳລັບສັ່ງໄດ້ ແລະ ໃນຮ້ານຂາຍຢາເພື່ອຄວາມສະດວກ, ໃຫ້ແກ່ການກວດຫາເຊື້ອໄດ້ຢູ່ບ້ານ.
ຄ່າໃຊ້ຈ່າຍ
ໃນປັດຈຸບັນນີ້ຜູ້ໃຫ້ບໍລິການດ້ານປະກັນໄພຈະຈ່າຍເງີນຄືນໃຫ້ຄອບຄົວສໍາລັບຊຸດເຄື່ອງກວດຫາເຊື້ອເຖິງ ແປດຊຸດຕໍ່ເດືອນ. ຮຽນຮູ້ເພີ່ມເຕີມກ່ຽວກັບການຈ່າຍເງີນຄືນທາງປະກັນໄພ (ເປັນພາສາອັງກິດ).
ບໍ່ມີຄ່າໃຊ້ຈ່າຍທີ່ຕ້ອງໄດ້ຈ່າຍເອງສຳລັບການກວດຫາເຊື້ອທີ່ໄດ້ດຳເນີນການທີ່ເຂດ ຫຼື ສະຖານທີ່ກວດຫາ ເຊື້ອທີ່ສະໜັບສະໜຸນໂດຍລັດ. ມີການກວດຫາເຊື້ອຫຼາຍຮູບແບບ, ໂດຍສະເພາະສຳລັບຄົນທີ່ມີອາການ, ສາມາດເກັບເງິນໄດ້ທີ່ປະກັນ ຫຼື ເງິນອຸດໜູນຈາກ Department of Health.
ທ່ານຍັງສາມາດສັ່ງຊື້ຊຸດເຄື່ອງກວດຫາເຊື້ອພະຍາດຢູ່ເຮືອນຕາມຮ້ານຂາຍຍ່ອຍ ແລະ ຮ້ານຂາຍຢາທ້ອງ ຖິ່ນ. ບໍ່ຈຳເປັນຕ້ອງມີການປະກັນໄພ ຫຼື ໃບສັ່ງ.
ປະເພດຂອງຊຸດກວດຫາເຊື້ອ
ການກວດຫາເຊື້ອທີ່ມີໃນປັດຈຸບັນ ໄດ້ແກ່ ການກວດຫາເຊື້ອພູມຄຸ້ມກັນແບບໄວ, ການກວດຫາ ເຊື້ອລະດັບໂມເລກຸນ (ທັງໃນຫ້ອງປະຕິບັດການ ແລະ ຢູ່ທີ່ສະຖານທີ່ໃຫ້ການດູແລ), ແລະ ບາງສ່ວນ ຂອງການກວດຫາເຊື້ອດ້ວຍຕົນເອງໄດ້ທີ່ບ້ານ. ການສະໜອງຂອງການກວດຫາເຊື້ອສະເພາະໃດ ໜຶ່ງຈະແຕກຕ່າງກັນໄປຕາມຄວາມຕ້ອງການ ແລະ ຄວາມສາມາດຂອງຜູ້ຜະລິດ.
ວິທີການນຳໃຊ້ຊຸດກວດຫາເຊື້ອຢູ່ທີ່ບ້ານ
ສິ່ງທີ່ສໍາຄັນແມ່ນຕ້ອງປະຕິບັດຕາມຄໍາແນະນໍາທີ່ຢູ່ໃນຊຸດກວດຫາເຊື້ອທີ່ເຫັນຜົນໄວຢູ່ເຮືອນນັ້ນ ເພື່ອໃຫ້ ໄດ້ຜົນລັບທີ່ຖືກຕ້ອງຫຼາຍທີ່ສຸດ. ຫລາຍຍີ່ຫໍ້ຍັງໃຫ້ຄໍາແນະນໍາເປັນວິດີໂອ. ສໍາລັບແນວທາງການປະຕິບັດ ເພີ່ມເຕີມທີ່ດີທີ່ສຸດ, ໃຫ້ກວດເບິ່ງ ວິທີການໃນການກວດຫາເຊື້ອທີ່ບ້ານ ຂອງ CDC (ເປັນພາສາອັງກິດ).
ຜົນກວດທີ່ເປັນລົບອາດຈະຜິດພາດໄດ້ສໍາລັບການກວດຫາເຊື້ອແບບໄວ. ຊຸດກວດຫາເຊື້ອບາງອັນອາດຈະ ມີ 2 ຊຸດ (ທ່ານຄວນປະຕິບບັດຕາມຄໍາແນະນໍາທີ່ຢູ່ໃນກ໋ອງສໍາລັບເວລາທີ່ຈະເຮັດການກວດຫາເຊື້ອ).
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີການກວດຫາເຊື້ອຈະເຮັດວຽກ, ເຂົ້າເບິ່ງ ຫນ້າເວັບໄຊທ໌ສຳລັບຄຳ ຖາມທີ່ຖືກຖາມເລື້ອຍໆກ່ຽວກັບການກວດຫາເຊື້ອ ຂອງພວກເຮົາ.
ການກວດຫາເຊື້ອມັນເຮັດວຽກແນວໃດ
ການກວດຫາເຊື້ອສ່ວນໃຫຍ່ແມ່ນເຮັດໂດຍການໃຊ້ຍອງຝ້າຍເກັບຕົວຢ່າງໃນຮູດັງ. ການກວດຫາເຊື້ອບາງ ສ່ວນອາດເຮັດໄດ້ໂດຍການເກັບຕົວຢ່າງນ້ຳລາຍ. ສາມາດຄົ້ນຫາລາຍລະອຽດເພີ່ມເຕີມໄດ້ທີ່ ໜ້າເວບກ່ຽວ ກັບຄຳຖາມທີ່ຖືກຖາມເລື້ອຍໆຂອງການກວດຫາເຊື້ອ.
ເວລາທີ່ຕ້ອງກັກຕົວ ຫຼື ແຍກປ່ຽວ
ທ່ານອາດຈະຈໍາເປັນຕ້ອງໄດ້ກັກຕົວ ຫຼື ແຍກປ່ຽວກ່ອນທີ່ຈະເຮັດການກວດຫາເຊື້ອຂອງທ່ານ ແລະ ຫຼັງຈາກ ໄດ້ຮັບຜົນໄດ້ຮັບຂອງທ່ານ. ອັນນີ້ຈະຂຶ້ນກັບສະຖານະໃນການສັກຢາວັກຊິນຂອງທ່ານ ແລະ ເບີ່ງວ່າທ່ານກຳ ລັງສະແດງອາການ ຫຼື ບໍ່. ຄຳແນະນຳຫຼ້າສຸດ ຂອງ CDC ໄດ້ຈັດແບ່ງລາຍລະອຽດຕາມສະຖານະການ (ເປັນພາສາອັງກິດ). ນອກນັ້ນທ່ານຍັງສາມາດປະຕິບັດຕາມ ຂໍ້ແນະນຳຂອງພວກເຮົາ ສຳລັບຄົນທີ່ສະແດງອາ ການ ແລະ/ຫຼື ສຳຜັດກັບພະຍາດ ໂຄວິດ-19.
ການຕິດຕາມ
ຢູ່ບ້ານໃຫ້ຫຼາຍເທົ່າທີ່ຈະເຮັດໄດ້ຖ້າຫາກທ່ານມີອາການ. ຖ້າຫາກວ່າທ່ານກວດພົບວ່າມີຜົນກວດພະຍາດ ໂຄວິດ-19 ເປັນຜົນບວກ, ຂ່າວດີແມ່ນວ່າມີຂັ້ນຕອນຕ່າງໆທີ່ທ່ານສາມາດເຮັດໄດ້ ເພື່ອຊ່ວຍຮັກສາຕົວ ທ່ານເອງ ແລະ ຄົນອື່ນໃຫ້ປອດໄພ. ສາມາດຫາຂໍ້ມູນເພີ່ມເຕີມໄດ້ທີ່ນີ້: ຈະເຮັດແນວໃດ ຖ້າຫາກທ່ານມີ ຜົນກວດອອກມາເປັນບວກ.