ຢາວັກຊີນ ໂຄວິດ-19

ວັກຊີນໂຄວິດ-19 ມີໃຫ້ຟຣີ ແລະ ມີໄວ້ສຳລັບທຸກໆຄົນທີ່ມີອາຍຸ 6 ເດືອນ  ປີຂຶ້ນໄປໂດຍບໍ່ຄໍານຶງເຖິງສະຖານະ ການເຂົ້າເມືອງ.

ແມ່ນຄົນເຈັບທີ່ບໍ່ສາມາດອອກຈາກບ້ານ ແລະ ຕ້ອງການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ບໍໍ? ກະລຸນາເບິ່ງທີ່ນີ້

ເນື້ອໃນເອກະສານສະບັບປັບປຸງຫຼ້າສຸດວັນທີ 9 ທັນວາ 2022

Centers for Disease Control and Prevention (CDC) ໄດ້ການປັບປຸງຄໍາແນະນໍາການສັກຢາເຂັມກະຕຸ້ນ ມີດັ່ງນີ້:

  • ເດັກນ້ອຍອາຍຸ 6 ເດືອນ-5 ປີ ທີ່ໄດ້ຮັບວັກຊີນ Moderna COVID-19 ໂມໂນວາເລັນ ຕົ້ນສະບັບແມ່ນມີສິດໄດ້ຮັບເຂັມກະຕຸ້ນໄບລາເລນ ທີ່ປັບປຸງໃໝ່ສອງເດືອນຫຼັງຈາກສໍາເລັດຊຸດເບື້ອງຕົ້ນ. 
  • ວັກຊີນປ້ອງກັນ COVID-19 Pfizer ສໍາລັບເດັກນ້ອຍທີີອາຍຸ 6 ເດືອນ-4 ປີ ຕອນນີ້ຈະປະກອບມີຢາ Pfizer ໂມໂນວາເລັນ ແລະ ຢາໄບວາເລັນ Pfizer ທັງສອງເຂັມ.
    • ເດັກນ້ອຍອາຍຸອາຍຸ 6 ເດືອນ-4 ປີ ທີ່ຍັງບໍ່ທັນໄດ້ເລີ່ມສັກຢາ Pfizer ເຂັມ 3 ຫຼື ຜູ້ທີ່ຍັງບໍ່ທັນໄດ້ສັກເຂັມທີ່ສາມ ຂອງຊຸດເບື້ອງຕົ້ນ ຂອງເຂົາເຈົ້າໃນປັດຈຸບັນຈະໄດ້ຮັບຊຸດ Pfizer ທີ່ໄດ້ປັບປຸງ.
    • ເດັກນ້ອຍອາຍຸ 6 ເດືອນ-4 ປີທີ່ໄດ້ສໍາເລັດຊຸດເບື້ອງຕົ້ນ Pfizer ເຂັມ 3ແລ້ວຈະບໍ່ມີສິດໄດ້ສັກຢາເພີ່ມເຕີມ ຫຼື ເຂັມກະຕຸ້ນໃນເວລານີ້.
  • ເຂັມກະຕຸ້ນ Novavax ປ້ອງກັນ COVID-19 ແມ່ນມີສໍາລັບ ຜູ້ໃຫ່ຍຖ້າພວກເຂົາສຳເລັດການສັກຢາວັກຊີນຊຸດທໍາອິດແລ້ວແຕ່ຍັງບໍ່ໄດ້ຮັບເຂັມກະຕຸ້ນ COVID-19 ໃນເມື່ອກ່ອນ ແລະ ຖ້າພວກເຂົາບໍ່ສາມາດ ຫຼື ບໍ່ໄດ້ຮັບເຂັມກະຕຸ້ນ mRNA. 

ພວກເຮົາຢາກເອົາຂໍ້ມູນທີ່ທ່ານຕ້ອງການໃຫ້ທ່ານ. ພວກເຮົາຈະບອກຂ່າວໃໝ່ໃຫ້ທ່ານຮູ້ເພື່ອໃຫ້ທ່ານສາມາດເລືອກທາງເລືອກທີ່ຖືກຕ້ອງສໍາລັບສຸຂະພາບຂອງທ່ານ.

ຂ້າພະເຈົ້າຄວນຮູ້ຫຍັງແດ່ເພື່ອຮັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19?

ຂ້າພະເຈົ້າຈະໄດ້ຮັບຢາວັກຊີນແນວໃດ?

ເຂົ້າເບິ່ງ ຕົວລະບຸຢາວັກຊີນ ເພື່ອຊອກຫາ ແລະ ເຮັດການນັດໝາຍ.

ທ່ານຍັງສາມາດສົ່ງລະຫັດໄປສະນີຂອງທ່ານໄປທີ່ 438-829 (GET VAX) ສໍາລັບສະຖານທີ່ສັກຢາວັກຊີນທີ່ຢູ່ໃກ້ທ່ານ.

ທ່ານມີຄຳຖາມກ່ຽວກັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ບໍ? ທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາບ່ອນນັດໝາຍສັກຢາວັກຊີນບໍ? ສໍາລັບຂໍ້ມູນກ່ຽວກັບພະຍາດ ໂຄວິດ-19 ໂທຫາສາຍດ່ວນທີ່ 1-800-525-0127, ແລ້ວກົດ #. ມີການຊ່ວຍເຫຼືອດ້ານພາສາ.

ຖ້າທ່ານກໍາລັງນັດໝາຍສໍາລັບການສັກຢາວັກຊີນຄັ້ງທີສອງຂອງທ່ານ (Moderna/Spikevax ຫຼື Pfizer/Comirnaty), ທ່ານຄວນໄດ້ຮັບວັກຊີນຊະນິດດຽວກັນກັບຄັ້ງທໍາອິດຂອງທ່ານ.

ຖ້າທ່ານ ຫຼື ບາງຄົນທີ່ເຈົ້າຮູ້ຈັກຢູ່ບ້ານ, ໃຫ້ຕື່ມແບບຟອມ ໃນອອນໄລນ໌ ທີ່ປອດໄພ (ພາສາອັງກິດ). ຄຳຕອບຂອງທ່ານຈະຊ່ວຍໃຫ້ພວກເຮົາສາມາດເຊື່ອມຕໍ່ບຸກຄົນຕ່າງໄປຫາທີມງານສັກຢາວັກຊີນເຄື່ອນທີ່ຂອງ ເຂດປົກຄອງເມືອງ ແລະ/ຫຼື ລັດ.

ສໍາລັບບັນຫາອື່ນທີ່ກ່ຽວຂ້ອງກັບພະຍາດ ໂຄວິດ-19 ເຊັ່ນ ທີ່ພັກອາໄສ, ການຊ່ວຍເຫຼືອດ້ານສາທາລະນະອຸປະໂພກ, ການປະກັນໄພສຸຂະພາບ, ໂທຫາ 211 ຫຼື ເຂົ້າໄປທີ່ wa211.org

ສຳລັບຂໍ້ມູນເພີ່ມເຕີມ, ເບິ່ງ ຢາວັກຊີນ ໂຄວິດ-19: ສິ່ງທີ່ຄວນຮູ້ ເອກະສານບອກຄວາມຈິງ.

ຂ້າພະເຈົ້າຕ້ອງເປັນພົນລະເມືອງໃນສະຫະລັດອາເມລິກາບໍ ຈຶ່ງໄດ້ຮັບຢາວັກຊີນ?

ບໍ, ທ່ານບໍ່ຈຳເປັນຕ້ອງເປັນພົນລະເມືອງໃນສະຫະລັດອາເມລິກາເພື່ອສັກຢາວັກຊີນ. ນັ້ນໝາຍຄວາມວ່າ່ານບໍ່ຈຳເປັນຕ້ອງມີລະຫັດປະກັນສັງຄົມ ຫຼື ເອກະສານອື່ນໆ ທີ່ມີສະຖານະພາບການເຂົ້າເມືອງຂອງທ່ານຈຶ່ງຈະໄດ້ຮັບການສັກຢາ. ຜູ້ໃຫ້ບໍລິການຢາວັກຊີນຈຳນວນໜຶ່ງອາດຈະຖາມເລກປະກັນສັງຄົມ, ແຕ່ທ່ານບໍ່ຈຳເປັນຕ້ອງໃຫ້.

ລູກຂອງທ່ານບໍ່ຈຳເປັນຕ້ອງເປັນພົນລະເມືອງໃນສະຫະລັດອາເມລິກາເພື່ອສັກຢາວັກຊີນ. ຜູ້ໃຫ້ບໍລິການດູແລສຸຂະພາບຈະບໍ່ຖາມສະຖານະພາບການເຂົ້າເມືອງໃດໆ. ໃນກໍລະນີສ່ວນຫຼາຍ, ພໍ່ແມ່ ແລະ ຜູ້ປົກຄອງຈະຕ້ອງໃຫ້ການຍິນຍອມ ໃນການສັກຢາວັກຊີນໃຫ້ກັບໄວໜຸ່ມອາຍຸຕໍ່າກວ່າ 18 ປີ.

Washington State Department of Health (ພະແນກສາທາລະນະສຸກຂອງລັດວໍຊິງຕັນ) ແນະນຳວ່າ ທຸກໆຄົນທີ່ອາຍຸ 6 ເດືອນ ປີຂຶ້ນໄປຕ້ອງໄດ້ຮັບການສັກວັກຊີນ.

ຂ້າພະເຈົ້າຈະຖືກຮຽກເກັບຄ່າບໍລິການສຳລັບການສັກຢາວັກຊີນບໍ?

ບໍ່. ທ່ານບໍ່ຄວນຖືກຄິດຄ່າບໍລິການໃດໆໃນເວລາທີ່ທ່ານໄປສັກຢາວັກຊີນ ຫຼື ໄດ້ຮັບໃບເກັບເງິນຈາກຜູ້ໃຫ້ບໍລິການຂອງທ່ານ ຫຼື ຈາກສະຖານທີ່ສັກຢາປ້ອງກັນ. ນີ້ໃຊ້ໄດ້ກັບຄົນທີ່ມີປະກັນໄພເອກະຊົນ, ມີ Apple Health (Medicaid), ມີMedicaid ຫຼື ບໍ່ມີປະກັນໄພ.

ຖ້າທ່ານໄດ້ຮັບການບໍລິການອື່ນໆໃນຂະນະທີ່ທ່ານຢູ່ທີ່ຜູ້ໃຫ້ບໍລິການຂອງທ່ານເພື່ອສັກຢາວັກຊີນ, ທ່ານອາດຈະໄດ້ຮັບໃບບິນຄ່າສຳລັບການໄປຢ້ຽມຢາມຫ້ອງການແພດ. ເພື່ອປ້ອງກັນສິ່ງນີ້, ທ່ານສາມາດຖາມຜູ້ໃຫ້ບໍລິການຂອງທ່ານກ່ອນລ່ວງໜ້າ ກ່ຽວກັບຄ່າໃຊ້ຈ່າຍ.

ຖ້າທ່ານບໍ່ມີປະກັນສຸຂະພາບ, ຜູ້ໃຫ້ບໍລິການບໍ່ສາມາດເກັບຄ່າໃຊ້ຈ່າຍສຳລັບການສັກຢາວັກຊີນ ແລະ ອາດຈະລະເມີດຂໍ້ກຳນົດຂອງໂຄງການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19. ກະລຸນາສົ່ງອີເມວຫາ covid.vaccine@doh.wa.gov ຖ້າທ່ານຖືກຮຽກເກັບເງິນ.

ຖ້າທ່ານມີປະກັນສຸຂະພາບ ແລະ ຖືກຮຽກເກັບເງິນ, ໃຫ້ຕິດຕໍ່ແຜນປະກັນໄພຂອງທ່ານກ່ອນ. ຖ້າສິ່ງນີ້ແກ້ໄຂບັນຫາບໍ່ໄດ້, ທ່ານຍັງສາມາດ ຍື່ນຄຳຮ້ອງທຸກ (ພາສາອັງກິດ) ກັບ Office of the Insurance Commissioner (ຫ້ອງການຂອງອົງການປະກັນໄພໄດ້).

  • ໂທ 800-562-6900 ສຳລັບການບໍລິການນາຍພາສາທາງໂທລະສັບ (ມີຫຼາຍກວ່າ 100 ພາສາໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ)
  • TDD/TYY: 360-586-0241
  • TDD: 800-833-6384
ຈະເປັນແນວໃດຖ້າຂ້າພະເຈົ້າບໍ່ມີປະກັນໄພສຸຂະພາບ?

ຖ້າທ່ານບໍ່ມີປະກັນໄພຄຸ້ມກັນ, ໃຫ້ບອກຜູ້ໃຫ້ບໍລິການຂອງທ່ານ. ທ່ານຍັງຈະໄດ້ຮັບວັກຊີນໂດຍບໍ່ເສຍຄ່າ.

ຖ້າຂ້າພະເຈົ້າບໍ່ຖືກຮຽກເກັບເງິນສໍາລັບການສັກຢາວັກຊີນ, ເປັນຫຍັງຂ້າພະເຈົ້າຈິ່ງຖືກຖາມຫາຂໍ້ມູນປະກັນໄພສຸຂະພາບຂອງຂ້າພະເຈົ້າ?

ເມື່ອທ່ານໄດ້ຮັບວັກຊີນ, ຜູ້ໃຫ້ບໍລິການສັກຢາວັກຊີນຂອງທ່ານ ອາດຈະຖາມວ່າທ່ານມີບັດປະກັນໄພ ຫຼື ບໍ່. ອັນນີ້ແມ່ນເພື່ອໃຫ້ເຂົາເຈົ້າສາມາດໄດ້ຮັບການຊົດເຊີຍຄືນສໍາລັບການໃຫ້ຢາວັກຊີນແກ່ທ່ານ (ຄ່າທໍານຽມການບໍລິຫານວັກຊີນ). ໃຫ້ບອກຜູ້ໃຫ້ບໍລິການຂອງທ່ານຮູ້ ຖ້າທ່ານບໍ່ມີປະກັນໄພ. ທ່ານຍັງສາມາດໄດ້ຮັບວັກຊີນໂດຍບໍ່ເສຍຄ່າ.

ຄ່າບໍລິຫານຢາວັກຊີນແມ່ນເທົ່າໃດ ແລະ ຜູ້ໃດ້ຈ່າຍສໍາລັບມັນ?

ຄ່າບໍລິຫານວັກຊີນແມ່ນຄ່າທໍານຽມທີ່ຜູ້ໃຫ້ບໍລິການດູແລສຸຂະພາບຄິດຄ່າເພື່ອໃຫ້ວັກຊີນແກ່ທ່ານ. ອັນນີ້ແມ່ນແຍກອອກຈາກຄ່າໃຊ້ຈ່າຍຂອງວັກຊີນເອງ.

ລັດຖະບານກາງຈະຈ່າຍຄ່າຢາວັກຊີນທັງໝົດ. ຖ້າທ່ານມີປະກັນໄພສຸຂະພາບຂອງລັດ ຫຼື ເອກະຊົນ, ຜູ້ໃຫ້ບໍລິການສັກຢາວັກຊີນຂອງທ່ານອາດຈະເກັບເງິນນໍາເຂົາເຈົ້າເພື່ອໄດ້ຮັບການຊົດເຊີຍຄືນສໍາລັບຄ່າທໍານຽມການບໍລິຫານວັກຊີນ.

ເຈົ້າບໍ່ຄວນຖືກຮຽກເກັບເງິນໃຫ້ຈ່າຍເອງ ຫຼື ໄດ້ຮັບໃບບິນຈາກຜູ້ໃຫ້ບໍລິການຂອງ ທ່ານສໍາລັບຄ່າທໍານຽມການບໍລິຫານວັກຊີນ ຂອງພະຍາດ ໂຄວິດ-19. ນີ້ໃຊ້ໄດ້ກັບຄົນທີ່ມີປະກັນໄພເອກະຊົນ, ມີ Apple Health (Medicaid), ມີMedicaid ຫຼື ບໍ່ມີປະກັນໄພ.

ປະຈຸບັນມີວັກຊີນໂຄວິດ-19 ອັນໃດທີ່ສາມາດໃຊ້ໄດ້?

ວັກຊີນສາມຊະນິດໄດ້ຮັບອະນຸຍາດໃຫ້ໃຊ້ໃນກໍລະນີສຸກເສີນ ຫຼື ໄດ້​ຮັບ​ອະ​ນຸ​ມັດ​ເຕັມ​ທີ່ໂດຍ U.S. Food & Drug Administration (FDA, ອົງການອາຫານ ແລະ ຢາຂອງສະຫະລັດ). ປັດຈຸບັນນີ້ວັກຊີນເຫຼົ່ານີ້ມີສະໜອງໃຫ້ຢູ່ໃນລັດ Washington. ແນະນຳໃຫ້ສັກວັກຊີນ Pfizer (Comirnaty) ແລະ Moderna (Spikevax) ແທນວັກຊີນ Johnson & Johnson ເນື່ອງຈາກຄວາມສ່ຽງທີ່ເກີດຂຶ້ນຢາກຂອງພາວະທີ່ເອີ້ນວ່າ Thrombosis with thrombocytopenia syndrome (TTS, ຫຼີ້ມເລືອດອຸດຕັນກັບອາການເກັດເລືອດຕ່ຳ) ແລະ  Guillain-Barré syndrome (GBS, ອາການລະບົບປະສາດ ແລະ ກ້າມເນື້ອ).

Pfizer-BioNTech ຢາວັກຊີນໂຄວິດ-19 (Comirnaty):

ໄດ້ຈັດການສັກສາມເຂັມໃຫ້ແກ່ເດັກນ້ອຍທີ່ມີອາຍຸຕັ້ງແຕ່ 6 ເດືອນ ຫາ 4 ປີ. 2 ເຂັມທໍາອິດແມ່ນແມ່ນໃຫ້ສັກຫ່າງ 21 ວັນ ແລະ ເຂັມທີ່ສາມແມ່ນ 8 ອາທິດຫຼັງຈາກເຂັມທີ່ 2.

ນີ້ແມ່ນວັກຊີນສັກສອງຄັ້ງ, ສັກຫ່າງຈາກກັນ 21 ວັນ, ພ້ອມກັບ:

  • ຄົນທີ່ມີ ພູມຄຸ້ມກັນບົກພ່ອງ (ພາສາອັງກິດເທົ່ານັ້ນ) ແລະ ໄດ້ຮັບຢາວັກຊີນປ້ອງກັນພະຍາດ COVID-19 ຊະນິດ mRNA ທີ່ສັກ 2 ເຂັມ ແມ່ນຄວນໄດ້ຮບເຂັມຫຼັກເພີ່ມ.
  • ທຸກຄົນທີ່ມີອາຍຸ 5 ປີຂຶ້ນໄປຄວນໄດ້ຮັບຢາເຂັມກະຕຸ້ນບາຍວາເລນ ທີ່ໄດ້ຮັບການອັບເດດ 2 ເດືອນຫຼັງຈາກສໍາເລັດຊຸດວັກຊີນທຳອິດຂອງພວກເຂົາ ຫຼື ກ່ອນເຂັມກະຕຸ້ນ. ເດັກນ້ອຍອາຍຸ 5 ປີທີ່ໄດ້ຮັບຢາ Pfizer ອາດຈະໄດ້ຮັບພຽງແຕ່ ເຂັມກະຕຸ້ນໄບວາເລັນ Pfizer ທີ່ໄດ້ປັບປຸງໃໝ່. ຜູ້ທີ່ມີອາຍຸ 6 ປີຂຶ້ນໄປ ຄວນໄດ້ຮັບຢາເຂັມກະຕຸ້ນໄບລາເລນ Pfizer ຫຼື Moderna ທີ່ໄດ້ປັບປຸງໃໝ່ ໂດຍບໍ່ຄໍານຶງເຖິງຊຸດເບື້ອງຕົ້ນຂອງພວກເຂົາ.

ທ່ານສັກຄົບ ຈົນເຖິງປະຈຸບັນ ກ່ຽວກັບວັກຊີນ COVID-19 ຂອງທ່ານຖ້າທ່ານສັກສຳເລັດຊຸດທໍາອິດຂອງວັກຊີນ COVID-19 ແລະ ໄດ້ຮັບເຂັມເສີມຫຼ້າສຸດທີ່ແນະນຳໃຫ້ ທ່ານໂດຍ CDC.

ວັກຊີນແມ່ນໄດ້ຮັບອະນຸມັດຢ່າງເຕັມສ່ວນສຳລັບຄົນທີ່ມີອາຍຸ 12 ປີຂຶ້ນໄປພາຍໃຕ້ຊື່ວ່າ Comirnaty. ວັກຊີນນີ້ໄດ້ຮັບອະນຸຍາດໃຫ້ໃຊ້ໃນກໍລະນີສຸກເສີນສຳລັບໄວໜຸ່ມທີ່ມີອາຍຸ 6 ເດືອນ  ຫາ 11 ປີ. ການທົດລອງທາງຄລີນິກສະແດງໃຫ້ເຫັນວ່າບໍ່ມີຄວາມກັງວົນກ່ຽວກັບຄວາມປອດໄພທີ່ຮ້າຍແຮງ.

Moderna ວັກຊີນໂຄວິດ-19 (Spikevax):

ນີ້ແມ່ນວັກຊີນສັກສອງຄັ້ງ, ສັກຫ່າງຈາກກັນ 28 ວັນ, ພ້ອມກັບ:

  • ຢາວັກຊີນເຂັມເພີ່ມເຕີມ (ເຂັມທີ່ສາມ) ສຳລັບຄົນທີ່ມີພູມຕ້ານທານບົກຜ່ອງ.
  • ແນະນໍາໃຫ້ໃຊ້ຢາເຂັມກະຕຸ້ນ ບາຍວາເລນ mRNA ທີ່ໄດ້ຮັບປັບປຸງໃໝ່ 2 ເດືອນຫຼັງຈາກສັກຢາຄັ້ງສຸດທ້າຍເປັນການ ສັກຢາວັກຊີນມາຮອດປະຈຸບັນໃນ ສໍາລັບຜູ້ທີ່ມີອາຍຸ 6 ເດືອນຂຶ້ນໄປ. ເດັກນ້ອຍອາຍຸ 6 ເດືອນ – 4 ປີ ຄວນໄດ້ຮັບເຂັມກະຕຸ້ນ ໄບວາເລັນທີ່ໄດ້ຮັບການປັບປຸງ ທີ່ເປັນຍີ່ຫໍ້ດຽວກັນກັບຊຸດ ເບືອງຕົ້ນຂອງພວກເຂົາ. ເດັກນ້ອຍອາຍຸ 5 ປີທີ່ໄດ້ຮັບຢາ Moderna ອາດຈະໄດ້ຮັບເຂັມກະຕຸ້ນ Moderna ຫຼື ເຂັມກະຕຸ້ນ Pfizer ທີ່ໄດ້ປັບປຸງໃໝ່. ຜູ້ທີ່ມີອາຍຸ 6 ປີຂຶ້ນໄປ ຄວນໄດ້ຮັບຢາເຂັມກະຕຸ້ນໄບລາເລນ Pfizer ຫຼື Moderna ທີ່ໄດ້ປັບປຸງໃໝ່ ໂດຍບໍ່ຄໍານຶງເຖິງຊຸດເບື້ອງຕົ້ນຂອງພວກເຂົາ.

ວັກຊີນນີ້ໄດ້ຮັບການອະນຸມັດຢ່າງເຕັມທີ່ສໍາລັບບຸກຄົນທີ່ມີອາຍຸ 18 ປີ ຫຼື ສູງກວ່ານັ້ນ. ມີຢາວັກຊິນ Moderna ໃຊ້ກັບເດັກທີ່ມີອາຍຸແຕ່ 6 ເດືອນ - 17 ປີ ຕາມ Emergency Use Authorization (EUA, ການອະນຸ ຍາດນຳໃຊ້ສຸກເສີນ) ແລ້ວ.

ທ່ານສັກຄົບ ຈົນເຖິງປະຈຸບັນ ກ່ຽວກັບວັກຊີນ COVID-19 ຂອງທ່ານຖ້າທ່ານສັກສຳເລັດຊຸດທໍາອິດຂອງວັກຊີນ COVID-19 ແລະ ໄດ້ຮັບເຂັມເສີມຫຼ້າສຸດທີ່ແນະນຳໃຫ້ ທ່ານໂດຍ CDC. ການທົດລອງທາງຄລີນິກສະແດງໃຫ້ເຫັນວ່າບໍ່ມີຄວາມກັງວົນກ່ຽວກັບຄວາມປອດໄພທີ່ຮ້າຍແຮງ.

Jonhson & Johnson - Janssen ວັກຊີນໂຄວິດ-19:

ວັກຊີນນີ້ໄດ້ຮັບອະນຸຍາດໃຫ້ໃຊ້ໃນຍາມສຸກເສີນກັບຄົນທີ່ມີອາຍຸ 18 ປີຂຶ້ນໄປ. ນີ້ແມ່ນຢາວັກຊີນທີ່ສັກເຂັມດຽວ (ສັກຄັ້ງດຽວ). ທ່ານສັກຄົບ ຈົນເຖິງປະຈຸບັນ ກ່ຽວກັບວັກຊີນ COVID-19 ຂອງທ່ານຖ້າທ່ານສັກສຳເລັດຊຸດທໍາອິດຂອງວັກຊີນ COVID-19 ແລະ ໄດ້ຮັບເຂັມເສີມຫຼ້າສຸດທີ່ແນະນຳໃຫ້ ທ່ານໂດຍ CDC.ທຸກຄົນທີ່ມີອາຍຸ 18 ປີຂຶ້ນໄປຄວນໄດ້ຮັບຢາເຂັມກະຕຸ້ນບາຍວາເລນ ທີ່ໄດ້ຮັບການອັບເດດ 2 ເດືອນຫຼັງຈາກສໍາເລັດຊຸດວັກຊີນທຳອິດຂອງພວກເຂົາ ຫຼື ກ່ອນເຂັມກະຕຸ້ນ. ການທົດລອງທາງຄລິນິກສະແດງໃຫ້ເຫັນວ່າບໍ່ມີຄວາມກັງວົນກ່ຽວກັບຄວາມປອດໄພທີ່ຮ້າຍແຮງ. ແນະນຳໃຫ້ສັກວັກຊີນ Pfizer ແລະ Moderna ແທນວັກຊີນ  Johnson & Johnson.

Novavax ວັກຊີນໂຄວິດ-19:

  • ສັກສອງເຂັມໃຊ້ໄລຍະຫ່າງ 21 ມື້ ສຳລັບຄົນທີ່ມີອາຍຸ 12 ປີຂື້ນໄປ
  • ທຸກຄົນທີ່ມີອາຍຸ 12 ປີຂຶ້ນໄປຄວນໄດ້ຮັບຢາເຂັມກະຕຸ້ນບາຍວາເລນ ທີ່ໄດ້ຮັບການອັບເດດ 2 ເດືອນຫຼັງຈາກສໍາເລັດຊຸດວັກຊີນທຳອິດຂອງພວກເຂົາ ຫຼື ກ່ອນເຂັມກະຕຸ້ນ.
  • ຜູ້ທີ່ມີອາຍຸ 18 ປີຂຶ້ນໄປຍັງສາມາດເລືອກສັກເຂັມກະຕຸ້ນ Novavax ຖ້າ ເຂົາເຈົ້າບໍ່ສາມາດ ຫຼື ບໍ່ໄດ້ຮັບການສັກເຂັມກະຕຸ້ນ mRNA.

ວັກຊີນນີ້ໄດ້ຮັບອະນຸຍາດໃຫ້ໃຊ້ໃນຍາມສຸກເສີນກັບຄົນທີ່ມີອາຍຸ 12 ປີຂຶ້ນໄປ. ທ່ານສັກຄົບ ຈົນເຖິງປະຈຸບັນ ກ່ຽວກັບວັກຊີນ COVID-19 ຂອງທ່ານຖ້າທ່ານສັກສຳເລັດຊຸດທໍາອິດຂອງວັກຊີນ COVID-19 ແລະ ໄດ້ຮັບເຂັມເສີມຫຼ້າສຸດທີ່ແນະນຳໃຫ້ ທ່ານໂດຍ CDC. ການທົດລອງທາງຄລີນິກສະແດງໃຫ້ເຫັນວ່າບໍ່ມີຄວາມກັງວົນກ່ຽວກັບຄວາມປອດໄພທີ່ຮ້າຍແຮງ.

ຖ້າຂ້າພະເຈົ້າໄປສັກຄັ້ງທີສອງຂອງຂ້າພະເຈົ້າຊ້າ, ຂ້າພະເຈົ້າຈໍາເປັນຕ້ອງໄດ້ເລີ່ມຊຸດຢາວັກຊີນຄືນໃໝ່ບໍ?

ບໍ່. ຖ້າທ່ານໄປສັກຄັ້ງທີສອງຂອງທ່ານຊ້າທ່ານບໍ່ຈໍາເປັນຕ້ອງໄດ້ເລີ່ມຊຸດຢາວັກຊີນຄືນໃໝ່.

ສັກເຂັມທີ່ສອງໄວເທົ່າທີ່ຈະໄວໄດ້ຫຼັງຈາກຈໍານວນມື້ທີ່ແນະນໍາໄດ້ຜ່ານໄປຕັ້ງແຕ່ການສັກເຂັມທໍາອິດຂອງທ່ານ.

ມັນເປັນສິ່ງສຳຄັນທີ່ຈະໄດ້ຮັບທັງສອງເຂັມບໍ່ວ່າທ່ານຈະສັກຢູ່ຫ່າງກັນປານໃດກໍ່ຕາມໃນການໄດ້ສັກເຂັມທີ່ສອງ.

ຖ້າທ່ານມີພູມຄຸ້ມກັນຮ່າງກັນບົກຜ່ອງ ແລະ ມີຄຸນສົມບັດໄດ້ຮັບເຂັມເສີມ, ທ່ານຄວນລໍຖ້າຢ່າງໜ້ອຍ 28 ມື້ຫຼັງຈາກເຂັມທີ່ສອງ.

ຂ້າພະເຈົ້າສາມາດໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ບໍ ຖ້າຂ້າພະເຈົ້າຖືພາ, ຍັງໃຫ້ນົມລູກຢູ່, ຫຼື ກໍາລັງວາງແຜນຈະຖືພາ?

ແມ່ນ, ຂໍ້ມູນສະແດງວ່າຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ແມ່ນປອດໄພໃນຊ່ວງໄລຍະຖືພາ. Centers for Disease Control and Prevention (CDC, ບັນດາສູນຄວບຄຸມ ແລະ ປ້ອງກັນພະຍາດ) (ພາສາອັງກິດເທົ່ານັ້ນ), American College of Obstetricians and Gynecologists (ACOG, ວິທະຍາໄລອາເມລິກາ ກ່ຽວກັບ ແພດປະສູດ ແລະ ແພດຊ່ຽວຊານພະຍາດຍິງ), ແລະ Society for Maternal-Fetal Medicine (SMFM, ສະມາຄົມການຢາກ່ຽວກັບແມ່-ລູກໃນທ້ອງ) (ພາສາອັງກິດເທົ່ານັ້ນ) ແນະນໍາໃຫ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ສໍາລັບຜູ້ທີ່ກໍາລັງຖືພາ, ຍັງໃຫ້ນົມລູກຢູ່ ຫຼື ວາງແຜນທີ່ຈະຖືພາ. ບາງການສຶກສາສະແດງໃຫ້ເຫັນວ່າຖ້າທ່ານໄດ້ຮັບການສັກຢາວັກຊີນ, ລູກຂອງທ່ານອາດຈະໄດ້ຮັບພູມຕ້ານທານກັບພະຍາດ ໂຄວິດ-19 ຜ່ານການຖືພາ ແລະ ການໃຫ້ນົມລູກ. ຄົນຖືພາທີ່ບໍ່ໄດ້ສັກຢາວັກຊີນທີ່ຕິດເຊື້ອພະຍາດ ໂຄວິດ-19 ແມ່ນມີຄວາມສ່ຽງເພີ່ມຂຶ້ນຂອງອາການແຊກຊ້ອນຮ້າຍແຮງເຊັ່ນ ການຄອດລູກກ່ອນກຳນົດ ຫຼື ການເສຍຊີວິດເວລາເກີດລູກ. ນອກຈາກນັ້ນ, ຄົນທີ່ຕິດເຊື້ອພະຍາດ ໂຄວິດ-19 ໃນຂະນະທີ່ຖືພາມີໂອກາດຫຼາຍກວ່າ ສອງຫາສາມເທົ່າທີ່ຕ້ອງການ ການຊ່ວຍເຫຼືອຂັ້ນສູງ ແລະ ທໍ່ຫາຍໃຈ.

ສໍາລັບແຫຼ່ງຂໍ້ມູນເພີ່ມເຕີມກ່ຽວກັບການຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນຂະນະທີ່ຖືພາ ແລະ ໃຫ້ນົມລູກ, ກະລຸນາເບິ່ງຂໍ້ມູນການສັກວັກຊີນມາຮອດປະຈຸບັນ ຢູ່ໃນເວັບໄຊທ໌ One Vax, Two Lives.

ຂ້າພະເຈົ້າສາມາດໄດ້ຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນເວລາຂ້າພະເຈົ້າໄປສັກຢາປ້ອງກັນເປັນປະຈໍາບໍ?

ແມ່ນແລ້ວ. Advisory Committee on Immunization Practices (ACIP, ຄະນະກໍາມະການທີ່ປຶກສາກ່ຽວກັບການປະຕິບັດການສັກຢາກັນພະຍາດ) ໄດ້ປ່ຽນຄຳ ແນະນຳຂອງເຂົາເຈົ້າໃນວັນທີ 12 ພຶດສະພາ 2021. ດຽວນີ້ທ່ານສາມາດໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ໃນເວລາດຽວກັນທີ່ທ່ານໄດ້ຮັບວັກຊີນອື່ນ.

ເຈົ້າບໍ່ຈຳເປັນຕ້ອງເຮັດການໝາຍໃຫ້ລູກຂອງທ່ານ ວັກຊີນທີສັກຢູ່ໂຮງຮຽນ (ພາສາ ອັງກິດເທົ່ານັ້ນ) ຫຼື ວັກຊີນແນະນໍາອື່ນແຍກຕ່າງຫາກຈາກ ການສັກຢາວັກຊີນ COVID-19. ການນັດໝາຍສັກວັກຊີນປ້ອງກັນພະຍາດ COVID-19 ແມ່ນອີກໂອກາດໜຶ່ງ ທີ່ຈະເຮັດໃຫ້ລູກຂອງທ່ານປະຕິບັດໄດ້ຕາມຄຳແນະນໍາທັງໝົດຂອງເຂົາກ່ຽວກັບວັກຊີນ.

ບັດບັນທຶກການສັກຢາວັກຊີນປ້ອງກັນແມ່ນຫຍັງ?

ທ່ານຄວນໄດ້ຮັບບັດສັກວັກ​ຊີນປ້ອງກັນເປັນເຈ້ຍເມື່ອທ່ານໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທໍາ ອິດ. ບັດນີ້ຈະບອກທ່ານວ່າທ່ານ ໄດ້ຮັບວັກຊີນປະເພດໃດ (Comirnaty/Pfizer-BioNTech, Spikevax/Moderna ຫຼື Johnson & Johnson) ແລະ ວັນທີທີ່ທ່ານໄດ້ຮັບມັນ.

ຖ້າທ່ານໄດ້ຮັບວັກຊີນ Comirnaty/Pfizer-BioNTech ຫຼື Spikevax/Moderna, ຜູ້ໃຫ້ບໍລິການຂອງທ່ານຄວນຈອງ ການນັດໝາຍສັກເຂັມທີສອງໃຫ້ ກັບທ່ານໃນຂະນະທີ່ທ່ານກໍາລັງຢູ່ໃນໄລ​ຍະສັກເຂັມທໍາອິດຂອງທ່ານ. ຮັກສາ ບັດນີ້ໄວ້ກັບທ່ານໃຫ້ຜູ້ໃຫ້ບໍລິການສັກວັກຊີນຂອງທ່ານສາມາດຕື່ມ ບັດໃຫ້ສໍາເລັດຫຼັງຈາກການສັກເຂັມທີສອງ ຂອງທ່ານ.

ຖ້າຫາກທ່ານໄດ້ສັກເຂັມເສີມ ຫຼື ເຂັມກະຕຸ້ນ, ທ່ານຄວນເອົາບັດບັນທຶກການສັກວັກຊີນຂອງທ່ານໄປພ້ອມ. ຜູ້ໃຫ້ບໍລິການສັກວັກຊີນຂອງທ່ານ ຈະບັນທຶກ ເຂັມນັ້ນ.

ນີ້ແມ່ນຄຳແນະນຳທີ່ເປັນປະໂຫຍດທີ່ທ່ານຄວນຄຳນຶງເຖິງກ່ຽວກັບການຮັກສາບັດສັກວັກຊີນຂອງທ່ານ:

  • ຮັກສາບັດສັກວັກຊີນຂອງທ່ານໃນລະຫວ່າງບັນດາຄັ້ງໃນການສັກ ແລະ ຫຼັງຈາກນັ້ນ.
  • ໃຫ້ຖ່າຍຮູບດ້ານໜ້າ ແລະ ດ້ານຫຼັງບັດຂອງທ່ານເພື່ອໃຫ້ມີສຳເນົາດີຈີຕອນໄວ້​ໃນ​ມື.
  • ພິຈາລະນາເອົາຮູບບັດສົ່ງເຂົ້າອີເມວທ່ານເອງ, ສ້າງເປັນອາລະບ້ຳຮູບ ຫຼື ເອົາເກາະໃສ່ຮູບຖ່າຍເພື່ອ ໃຫ້ທ່ານສາມາດຊອກເຫັນໄດ້ງ່າຍຂຶ້ນ.
  • ໃຫ້ຖ່າຍຮູບສຳເນົາໄວ້ຖ້າທ່ານຕ້ອງການຖືອັນໜຶ່ງໄປນຳທ່ານ.

ທ່ານຍັງສາມາດສັກເຂັມທີ່ສອງຂອງທ່ານໄດ້ເຖິງແມ່ນວ່າທ່ານບໍ່ໄດ້ເອົາບັດສັກວັກ​ຊີນປ້ອງກັນຂອງທ່ານມາ ຕາມນັດໝາຍຂອງເຈົ້າ. ຂໍໃຫ້ຜູ້ ໃຫ້ບໍລິການຂອງທ່ານຊອກຫາປະເພດ (ຍີ່ຫໍ້) ຂອງວັກຊີນທີ່ທ່ານໄດ້ຮັບສໍາ ລັບການສັກເຂັມທໍາອິດຂອງທ່ານເພື່ອຮັບປະກັນວ່າທ່ານຈະໄດ້ຊະນິດ ອັນດຽວກັນອີກ. ຖ້າທ່ານເຮັດບັດສັກວັກ​ຊີນຂອງທ່ານເສຍ, ເຂົ້າສູ່ລະ​ບົບ MyIR (My Immunization Registry (ການລົງທະບຽນການສັກຢາ ປ້ອງກັນຂອງຂ້ອຍ)) (ພາສາອັງກິດເທົ່ານັ້ນ) ເພື່ອຊອກຫາບັນທຶກການສັກວັກ​ຊີນປ້ອງກັນພະຍາດໂຄວິດ-19 ຂອງທ່ານ, ຈາກນັ້ນຖ່າຍຮູບໜ້າຈໍ ຫຼື ຖ່າຍຮູບຂອງຂໍ້ມູນ. ຖ້າທ່ານບໍ່ມີບັນຊີ, ທ່ານສາມາດສະໝັກໃຊ້ MyIR ໄດ້ທຸກເວລາ.

ກະລຸນາຈື່ໄວ້ວ່າການກວດສອບບັນທຶກຂອງທ່ານຜ່ານ MyIR ອາດຈະບໍ່ເປັນການດ່ວນ ແລະ ການເຂົ້າເຖິງ ແມ່ນມີພຽງແຕ່ພາສາອັງກິດເທົ່ານັ້ນ. ມີການຊ່ວຍເຫຼືອທາງໂທລະສັບແບບໂທເຫັນໜ້າກັນ ແລະ ສາມາດ ຊ່ວຍໄດ້ໃນຫຼາຍພາສາໃນການໃຊ້ MyIRmobile ຫຼື ຂໍ້ມູນການສັກວັກຊີນ ໂດຍການໂທຫາ Department of Health (ພະແນກສາ​ທາ​ລະ​ນະ​ສຸກ) ສາຍດ່ວນກ່ຽວກັບພະຍາດໂຄວິດ-19 ທີ່ 833-VAX-HELP ຫຼື ຕິດຕໍ່ທາງອີເມວທີ່ waiisrecords@doh.wa.gov.

ຄວາມປອດໄພ ແລະ ປະສິດທິພາບ

ເປັນຫຍັງຂ້າພະເຈົ້າຈິ່ງຕ້ອງໄດ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19?

ມັນເປັນທາງເລືອກຂອງທ່ານເພື່ອເລືອກສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19, ແຕ່ວ່າ ພວກເຮົາຢາກໃຫ້ມີຫຼາຍໆຄົນເທົ່າທີ່ເປັນໄປໄດ້ໃຫ້ໄດ້ສັກຢາວັກຊີນ ເພື່ອຢຸດການລະບາດຂອງພະຍາດນີ້. ມັນເປັນໄປໄດ້ຍາກທີ່ເຊື້ອໄວຣັສ ໂຄວິດ-19 ຈະແຜ່ລາມອອກໄປເມື່ອມີຫຼາຍຄົນຢູ່ໃນຊຸມຊົນມີພູມຕ້ານທານ-ຜ່ານການສັກຢາວັກຊີນ ຫຼື ການຕິດເຊື້ອເມື່ອບໍ່ດົນມານີ້. ອັດຕາການສັກຢາວັກຊີນຂອງພວກເຮົາສູງຂຶ້ນ, ອັດຕາການຕິດເຊື້ອຂອງພວກເຮົາຈະຫຼຸດລົງ.

ວັກຊີນປ້ອງກັນພະຍາດໂຄວິດ-19 ສາມາດປ້ອງກັນທ່ານໄດ້ໃນຫຼາຍໆດ້ານ:

  • ມັນສາມາດຫຼຸດຜ່ອນໂອກາດຂອງທ່ານທີ່ຈະຕິດພະຍາດ ໂຄວິດ-19
  • ການໄດ້ຮັບການສັກຢາວັກຊີນປ້ອງກັນຢ່າງເຕັມສ່ວນຊ່ວຍຫຼຸດໂອກາດໃນການເຂົ້າໂຮງໝໍ ແລະ ຫຼຸດຄວາມສ່ຽງຂອງທ່ານຈາກການເສຍຊີວິດຈາກພະຍາດໂຄວິດ-19.
  • ການສັກຢາວັກຊີນເພີ່ມເຂົ້າໃນຈໍານວນຄົນໃນຊຸມຊົນເປັນຜູ້ທີ່ໄດ້ຮັບການປ້ອງແລ້ວ, ເຮັດໃຫ້ປະລິມານຂອງພະຍາດຫຼຸດລົງ, ເຮັດໃຫ້ພະຍາດແຜ່ລະບາດໄດ້ຍາກ.
  • ຜູ້ຊ່ຽວຊານສືບຕໍ່ສຶກສາຄວາມສາມາດຂອງຢາວັກຊີນເພື່ອຮັກສາຄົນບໍ່ໃຫ້ແຜ່ລາມໄປສູ່ຄົນອື່ນ.

ເມື່ອທ່ານໄດ້ຮັບການສັກຢາປ້ອງກັນຢ່າງເຕັມທີ່ແລ້ວ, ມັນກໍ່ຍັງເປັນໄປໄດ້ທີ່ຈະຕິດພະຍາດ ໂຄວິດ-19, ແຕ່ມັນກໍ່ເປັນໂອກາດທີ່ນ້ອຍກວ່າຖ້າທ່ານບໍ່ໄດ້ສັກຢາ.

ຄົນທີ່ບໍ່ໄດ້ຮັບການສັກຢາວັກຊີນແມ່ນຍັງສາມາດຕິດເຊື້ອໄວຣັດ ແລະ ແຜ່ເຊື້ອໄປຫາຄົນອື່ນໄດ້. ບາງຄົນບໍ່ສາມາດສັກຢາວັກຊີນຍ້ອນເຫດຜົນທາງການແພດ ແລະ ອັນນີ້ເຮັດໃຫ້ເຂົາເຈົ້າມີຄວາມສ່ຽງໂດຍສະເພາະກັບພະຍາດ ໂຄວິດ-19. ຖ້າທ່ານຍັງບໍ່ໄດ້ສັກຢາວັກຊີນ, ທ່ານຍັງມີຄວາມສ່ຽງສູງທີ່ຈະໄດ້ເຂົ້ານອນໂຮງໝໍ ຫຼື ເສຍຊີວິດຈາກພະຍາດ ໂຄວິດ-19 ກາຍພັນ (ພາສາອັງກິດເທົ່ານັ້ນ). ການໄດ້ຮັບການສັກຢາວັກຊີນຊ່ວຍປົກປ້ອງທ່ານ ແລະ ຄອບຄົວຂອງທ່ານ, ຊາວບ້ານ ແລະ ຊຸມຊົນ.

ເປັນຫຍັງຂ້າພະເຈົ້າຈິ່ງຕ້ອງໄດ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຖ້າຄົນສ່ວນຫຼາຍຕິດເຊື້ອພະຍາດແລ້ວຍັງລອດຊີວິດຢູ່?

ການຕາຍບໍ່ແມ່ນຄວາມສ່ຽງພຽງຢ່າງດຽວຈາກການມີພະຍາດ ໂຄວິດ-19. ຫຼາຍຄົນທີ່ຕິດເຊື້ອ ໂຄວິດ-19 ແຕ່ມີອາການບໍ່ຮຸນແຮງ. ແນວໃດກໍ່ຕາມ, ໄວຣັສເປັນສິ່ງທີ່ບໍ່ສາມາດຄາດເດົາໄດ້ ແລະ ພວກເຮົາຮູ້ວ່າມີພະຍາດ ໂຄວິດ-19 ກາຍພັນ (ພາສາອັງກິດເທົ່ານັ້ນ) ບາງຊະນິດມີແນວໂນ້ມທີ່ຈະເຮັດໃຫ້ທ່ານ ເຈັບໜັກ. ບາງຄົນສາມາດເຈັບໜັກ ຫຼື ເສຍຊີວິດຈາກພະຍາດ ໂຄວິດ-19, ເຖິງວ່າເປັນໄວໜຸ່ມທີ່ບໍ່ມີພະຍາດຊຳເຮື້ອກໍ່ຕາມ. ຊື່ອື່ນ, ທີ່ຮູ້ຈັກກັນໃນນາມ “ໂຄວິດ-ໄລຍະຍາວ” ອາດຈະມີອາການເປັນເວລາຫຼາຍເດືອນ ແລະ ສົ່ງຜົນກະທົບຕໍ່ ຄຸນນະພາບຊີວິດຂອງເຂົາເຈົ້າ. ພວກເຮົາຍັງບໍ່ຮູ້ຜົນກະທົບໄລຍະຍາວທັງໝົດຂອງພະຍາດ ໂຄວິດ-19 ເນື່ອງຈາກມັນເປັນໄວຣັດຊະນິດໃໝ່. ການສັກຢາວັກຊີນແມ່ນການປ້ອງກັນໄວຣັດທີ່ດີທີ່ສຸດຂອງພວກເຮົາ. ເຖິງແມ່ນວ່າທ່ານຍັງໜຸ່ມ ແລະ ມີສຸຂະພາບດີ, ທ່ານກໍ່ຄວນໄດ້ຮັບວັກຊີນປ້ອງກັນ ພະຍາດ-19.

ພະຍາດໂຄວິດ-19 ກາຍພັນແມ່ນຫຍັງ

ໄວຣັສກາຍພັນ (ປ່ຽນແປງ) ເມື່ອມັນແຜ່ລາມຈາກຄົນສູ່ຄົນ. 'ກາຍພັນ' ແມ່ນເຊື້ອໄວຣັສສາຍພັນທີ່ປ່ຽນແປງໄດ້. ບາງປະເພດກາຍພັນຫາຍໄປຕາມການເວລາ ແລະ ບາງປະເພດຍັງສືບຕໍ່ແຜ່ຂະຫຍາຍຢູ່ໃນຊຸມຊົນ.

Centers for Disease Control and Prevention (CDC) (ພາສາອັງກິດເທົ່ານັ້ນ) ລະບຸຕົວວ່າການກາຍພັນຂອງໄວຣັດເປັນສິ່ງໜ້າເປັນຫ່ວງ. ປະຈຸບັນ, ມີຫຼາຍສາຍພັນທີ່ໜ້າເປັນຫວ່ງເພາະວ່າມັນແຜ່ລາມຢ່າງໄວ ແລະ ງ່າຍຂຶ້ນ, ເຮັດໃຫ້ເກີດການຕິດເຊື້ອພະຍາດ ໂຄວິດ-19 ຫຼາຍຂຶ້ນ.

ວັກຊີນປ້ອງກັນພະຍາດ ໂຄວິດ-19 ສາມາດໃຊ້ໄດ້ກັບສາຍພັນທີ່ປ່ຽນແປງໄດ້ບໍ?

ວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ພວກເຮົາມີຢູ່ໃນສະຫະລັດໃນຕອນນີ້ແມ່ນໃຊ້ໄດ້ດີໃນການປ້ອງກັນການເຈັບປ່ວຍຮຸນແຮງ, ການເຂົ້າໂຮງໝໍ ແລະ ການເສຍຊີວິດ, ພ້ອມກັນນີ້ສາມາຕ້ານໄດ້ພະຍາດສາຍພັນຕ່າງໆ. ເຖິງຢ່າງໃດກໍ່ຕາມ,​ ຜູ້ຊ່ຽວຊານດ້ານສາທາລະນະສຸກສັງເກດເຫັນວ່າການປ້ອງກັນອາການປ່ວຍຈາກໂຄວິດ-19 ໃນລະດັບເລັກນ້ອຍຫາປານກາງຫຼຸດລົງ, ໂດຍສະເພາະໃນກຸ່ມປະຊາກອນທີ່ມີຄວາມສ່ຽງສູງ.

ຢາເຂັມກະຕຸ້ນທີ່ໄດ້ຮັບການປັບປຸງຖືກສ້າງຂຶ້ນເພື່ອຊ່ວຍເພີ່ມພູມຕ້ານທານ ແລະ ໃຫ້ການປົກປ້ອງທີ່ດີກວ່າຈາກສາຍພັນທີ່ໃໝ່ omicron. ມັນເປັນສິ່ງສຳຄັນທີ່ຈະຕ້ອງໄດ້ຮັບເຂັມເສີມທີ່ຄໍາແນະນຳໃຫ້ທັງໝົດ.

ການສັກຢາວັກຊີນແມ່ນວິທີທີ່ດີທີ່ສຸດເພື່ອປົກປ້ອງທ່ານ, ຄົນທີ່ທ່ານຮັກ, ແລະ ຊຸມຊົນຂອງທ່ານ. ການສັກຢາວັກຊີນຄຸ້ມຄອງຫຼາຍຈະຊ່ວຍຫຼຸດການແຜ່ລະບາດຂອງໄວຣັດ ແລະ ຊ່ວຍປ້ອງກັນບໍ່ໃຫ້ເຊື້ອໄວຣັສສາຍພັນໃໝ່ເກີດຂຶ້ນໄດ້.

ພວກເຮົາຈະຮູ້ໄດ້ແນວໃດວ່າຢາວັກຊີນແມ່ນປອດໄພ?

ເພື່ອໃຫ້ແນ່ໃຈວ່າວັກຊີນປ້ອງກັນພະຍາດ ໂຄວິດ-19 ມີຄວາມປອດໄພ, Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ໄດ້ຂະຫຍາຍ ແລະ ເສີມສ້າງຄວາມສາມາດຂອງປະເທດໃນການ ຕິດຕາມຄວາມປອດໄພຂອງວັກຊີນ. ດັ່ງນັ້ນ, ຜູ້ຊ່ຽວຊານດ້ານຄວາມປອດໄພຂອງວັກຊີນສາມາດຕິດຕາມ ແລະ ກວດຫາບັນຫາທີ່ອາດຈະບໍ່ໄດ້ພົບເຫັນໃນລະຫວ່າງການທົດລອງທາງດ້ານຄລີນິກຂອງວັກຊີນປ້ອງກັນພະຍາດ ໂຄວິດ-19.

ເກີດຫຍັງຂຶ້ນກັບຢາວັກຊີນ Johnson & Johnson?

ໃນເດືອນທັນວາ 2021, Washington State Department of Health (DOH,​ພະແນກສາທາລະນາສຸກຂອງລັດວໍຊິງຕັນ) ແນະນຳໃຫ້ທ່ານເລືອກສັກວັກຊີນໂຄວິດ-19 ແບບ mRNA (Pfizer-BioNTech ຫຼື Moderna) ແທນວັກຊີນແບບສັກເຂັມດຽວ Johnson & Johnson (J&J).

ການປັບປຸງນີ້ປະຕິບັດຕາມຄຳແນະນຳຈາກ Centers for Disease Control and Prevention (ສູນສຳລັບການຄວບຄຸມ ແລະ ປ້ອງກັນພະຍາດ) ຫຼັງຈາກຂໍ້ມູນໃໝ່ໄດ້ສະແດງກ່ຽວກັບສອງພາວະທີ່ຫາຍາກຫຼັງຈາກການສັກວັກຊີນ J&J.

ພາ​ວະ​ເຫຼົ່າ​ນີ້​ແມ່ນກ່ຽວຂ້ອງກັບກັບວັກຊີນ J&J ປ້ອງກັນພະຍາດ ໂຄວິດ-19, ບໍ່ແມ່ນຢາວັກຊີນ Pfizer ຫຼື Moderna. ສຳ​ລັບ​ຄົນ​ທີ່​ຊອກ​ຫາ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃນ​ຕອນນີ້, DOH  ແນະ​ນຳ​ວັກ​ຊີນ Moderna ແລະ Pfizer . ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວັກຊີນ J&J ແມ່ນຍັງມີໃຫ້ຢູ່, ຖ້າຫາກທ່ານບໍ່ສາມາດ ຫຼື ຕ້ອງການສັກວັກຊີນເຫຼົ່າ​ນີ້. ກະລຸນາຕິດ​ຕໍ່​ຫາຜູ້ໃຫ້ບໍລິການດູແລສຸຂະພາບຂອງທ່ານເພື່ອ​ລົມກ່ຽວກັບຕົວເລືອກຂອງທ່ານ.

ຖ້າ​ຫາກ​ທ່ານ​ໄດ້​ສັກ​ວັກ​ຊີນ J&J ປ້ອງ​ກັນ​ໂຄວິດ-19 ພາຍ​ໃນ​ສາມ​ອາ​ທິດ​ທີ່​ຜ່ານ​ມາ ຫຼື ວາງ​ແຜນ​ທີ່​ຈະ​ໄປ​ສັກ​ວັກ​ຊີນ​  J&J ປ້ອງ​ກັນ​ໂຄວິດ-19, ຮູ້​ກ່ຽວ​ກັບ​ສັນ​ຍານ​ເຕືອນ​ຕໍ່​ກັບ​ປະ​ເພດ​ຂອງ​ເລືອດ​ກ້າມ​ທີ່​ເກີດ​ຈາກ TTS. ມັນ​ລວມ​ເອົາ​ອາ​ການ​ເຈັບ​ຫົວ​ແຮງ, ເຈັບ​ຊ່ວງ​ທ້ອງ​ນ້ອຍ, ເຈັບ​ຂາ ແລະ/ຫຼື ຫາຍ​ໃຈ​ຕື້ນ. ຖ້າທ່ານປະສົບກັບອາການດັ່ງກ່າວ, ກະລຸນາຕິດຕໍ່ຫາຜູ້ດູແລສຸຂະພາບຂອງທ່ານ ຫຼື ໄປຫາແພດທັນທີ.

ມັນເປັນເລື່ອງປົກກະຕິທີ່ຈະມີອາການເລັກໜ້ອຍເຖິງປານກາງ, ລວມທັງໄຂ້, ເຈັບຫົວ, ເມື່ອຍລ້າ ແລະ ເຈັບຂໍ້ຕໍ່ກະດູກ/ເຈັບກ້າມເນື້ອ, ໃນອາທິດທຳອິດຫຼັງຈາກໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19. ຜົນຂ້າງຄຽງເຫຼົ່ານີ້ມັກຈະເລີ່ມພາຍໃນສາມມື້ນັບແຕ່ໄດ້ຮັບການສັກຢາແລ້ວຄວນຈະຫາຍໄປໃນເວລາພຽງສອງສາມມື້ເທົ່ານັ້ນ.

ມັນມີຄວາມໝາຍແນວໃດເມື່ອຢາວັກຊີນໄດ້ຮັບການອະນຸມັດຂອງ FDA?

ສໍາລັບການອະນຸມັດຢ່າງເຕັມທີ່, FDA ທົບທວນຄືນຂໍ້ມູນໃນໄລຍະເວລາທີ່ຍາວນານກ່ວາສໍາລັບການອະນຸຍາດການນໍາໃຊ້ສຸກເສີນ. ເພື່ອໃຫ້ວັກຊີນໄດ້ຮັບການອະນຸມັດຢ່າງເຕັມທີ່, ຂໍ້ມູນຕ້ອງສະແດງໃຫ້ເຫັນ ລະດັບຄວາມປອດໄພ, ປະສິດທິພາບ ແລະ ການຄວບຄຸມຄຸນນະພາບສູງ ໃນການຜະລິດວັກຊີນ.

ການອະນຸຍາດການນໍາໃຊ້ສຸກເສີນ (EUA) ອະນຸຍາດໃຫ້ FDA ນໍາໃຊ້ໄດ້ຜະລິດຕະພັນທີ່ມີຢູ່ໃນລະຫວ່າງການປະກາດສະພາວະສຸກເສີນກ່ອນທີ່ມັນຈະມີໃບອະນຸຍາດເຕັມຮູບແບບ. ຈຸດປະສົງຂອງ ແລະ EUA ແມ່ນເພື່ອຮັບປະກັນວ່າປະຊາຊົນສາມາດໄດ້ຮັບວັກຊີນ ປ້ອງກັນຊີວິດກ່ອນການວິເຄາະຂໍ້ມູນໄລຍະຍາວ. ແນວໃດກໍ່ຕາມ, EUA ຍັງຕ້ອງການ ການທົບທວນຄືນຂໍ້ມູນທາງຄລີນິກຢ່າງຖີ່ຖ້ວນ - ໃນໄລຍະເວລາທີ່ສັ້ນກວ່າ. EUA ໃດໆທີ່ໄດ້ຮັບການອະນຸຍາດຈາກ FDA ແມ່ນ ຕ້ອງໄດ້ຜ່ານການທົບທວນໂດຍ ຊ່ຽວຊານດ້ານການແພດໃນກຸ່ມ Scientific Safety Review Workgroup (ກຸ່ມການທົບທວນຄວາມປອດໄພດ້ານວິທະຍາສາດ), ເຊິ່ງເປັນສ່ວນໜຶ່ງຂອງ Western States Pact (ຂໍ້ຕົກລົງຂອງບັນດາລັດໃນພາກຕະເວັນຕົກ) (ພາສາອັງກິດເທົ່ານັ້ນ).

Western States Pact ແມ່ນຫຍັງ?

ກຸ່ມນີ້ໄດ້ໃຫ້ການທົບທວນຜູ້ຊ່ຽວຊານອີກຊັ້ນໜຶ່ງກ່ຽວກັບຄວາມປອດໄພຂອງຢາວັກຊີນປ້ອງກັນ. ຄະນະດັ່ງກ່າວໄດ້ລວມມີຜູ້ຊ່ຽວຊານທີ່ແຕ່ງຕັ້ງໂດຍລັດຕ່າງໆທີ່ເປັນສະມາຊິກ, ແລະ ນັກວິທະຍາສາດທີ່ໄດ້ຮັບການຍອມຮັບໃນທົ່ວປະເທດ ທີ່ມີຄວາມຊໍານານໃນການສັກຢາກັນພະຍາດ ແລະ ສາທາລະນະສຸກ. ເພື່ອດໍາເນີນການປະສານງານຢ່າງໃກ້ຊິດ ແລະ ການຮ່ວມມືກັບ ລັດຕາເວັນຕົກ ເມື່ອປະກາດພະຍາດ COVID-19 ເປັນພາວະສຸກເສີນ ດ້ານສຸຂະພາບ, ຄະນະນີ້ໄດ້ທົບທວນຂໍ້ມູນທັງໝົດທີ່ມີໃຫ້ສາທາລະນະ ພ້ອມໆກັນ ກັບການທົບທວນຂອງລັດຖະບານກາງສຳລັບວັກຊີນ ສີ່ຊະນິດທີ່ພວກເຮົາມີຢູ່ໃນລັດວໍຊິງຕັນ. ໃນຂະນະທີ່ພວກເຮົາກ້າວເຂົ້າສູ່ໄລຍະການຟື້ນຕົວໃໝ່ຂອງການແຜ່ລະບາດ, ສົນທິສັນຍາຂອງ Western States Pact (ລັດຕາເວັນຕົກ) ໄດ້ຍົກເລີກ ແລະ ການອະນຸຍາດການໃຊ້ວັກຊີນທັງໝົດໃນລັດຕາເວັນຕົກ ຈະຖືກກໍານົດໂດຍ Food and Drug Administration (FDA, ອົງກາອາຫານ ແລະ ຢາ) ແລະ ຄໍາແນະນໍາວັກຊີນປ້ອງການຈະມາຈາກ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ).

ອ່ານຜົນການຄົ້ນພົບຂອງ Western States Scientific Safety Review Workgroup:

ວັກຊີນໂຄວິດ-19 ຈະເຮັດວຽກແນວໃດໃນຮ່າງກາຍຂອງຂ້າພະເຈົ້າ?

ເບິ່ງວິດີໂອກ່ຽວກັບ ຢາວັກຊີນປ້ອງກັນພະຍາດ ເຮັດວຽກຢູ່ໃນຮ່າງກາຍຂອງທ່ານ ແນວໃດ (ພາສາອັງກິດເທົ່ານັ້ນ).

ວັກຊີນ mRNA (Pfizer ແລະ Moderna ວັກຊີນປ້ອງກັນພະຍາດ ໂຄວິດ-19)

ຢາວັກຊີນສອງຊະນິດເອີນວ່າຢາວັກຊີນ messenger RNA (mRNA).

ວັກຊີນ mRNA ສອນໃຫ້ຈຸລັງຂອງທ່ານຜະລິດທາດໂປຼຕີນປ້ອງກັນພະຍາດໂຄໂຣນາໄວຣັດທີ່ບໍ່ເປັນອັນຕະລາຍ. ລະບົບພູມຕ້ານທານຂອງທ່ານເຫັນວ່າທາດໂປຼຕີນທີ່ບໍ່ແມ່ນຂອງຮ່າງກາຍ ແລະ ຮ່າງກາຍຂອງທ່ານຈະເລີ່ມຕົ້ນສ້າງພູມຕ້ານທານ. ພູມຕ້ານທານເຫຼົ່ານີ້ຈື່ວິທີການຕໍ່ສູ້ກັບພະຍາດໂຄວິດ-19 ຖ້າທ່ານຕິດເຊື້ອໃນອະນາຄົດ. ໃນເວລາທີ່ທ່ານໄດ້ຮັບການສັກຢາວັກຊີນແລ້ວ, ທ່ານຈະສ້າງພູມຕ້ານທານ ຕ້ານພະຍາດໂຄວິດ-19 ໂດຍບໍ່ຕ້ອງເຈັບປ່ວຍ. ເມື່ອມັນເຮັດໜ້າທີ່ຂອງມັນໄດ້, mRNA ຜ່ອນລົງຢ່າງໄວວາ ແລະ ຮ່າງກາຍຈະກຳ ຈັດມັນອອກໄປພາຍໃນສອງສາມມື້.

ວັກຊີນໄວຣັດເວັກເຕີ (Johnson & Johnson Janssen ຢາວັກຊີນປ້ອງກັນພະຍາດ ໂຄວິດ-19)

ໜຶ່ງໃນຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ທີ່ຢາວັກຊີນ ໄວຣັດເວັກເຕີ.

ຢາວັກຊີນ vector ແມ່ນສ້າງຂຶ້ນຈາກໄວຣັດທີ່ອ່ອນແອ (ເຊື້ອໄວຣັສທີ່ແຕກຕ່າງຈາກເຊື້ອໄວຣັສທີ່ກໍ່ໃຫ້ເກີດພະຍາດໂຄວິດ-19). ຢາວັກຊີນສອນໃຫ້ຈຸລັງຂອງທ່ານໃນການຜະລິດທາດໂປຼຕີນປ້ອງກັນພະຍາດໂຄໂຣນາໄວຣັດທີ່ບໍ່ເປັນອັນຕະລາຍ. ລະບົບພູມຕ້ານທານຂອງທ່ານເຫັນວ່າທາດໂປຼຕີນທີ່ບໍ່ແມ່ນຂອງຮ່າງກາຍ ແລະ ຈະເລີ່ມຕົ້ນສ້າງພູມຕ້ານທານ. ຮ່າງກາຍຂອງທ່ານຮຽນຮູ້ວິທີປ້ອງກັນທ່ານຈາກການຕິດເຊື້ອພະຍາດໂຄວິດ-19ໃນອະນາຄົດ, ໂດຍທີ່ທ່ານບໍ່ຕ້ອງເຈັບປ່ວຍ.

ຢາວັກຊີນເວັກເຕີສັກຄັ້ງດຽວ. ມັນໃຊ້ເວລາປະມານສອງອາທິດຫຼັງຈາກການສັກຢາແລ້ວຈຶ່ງຈະໄດ້ຮັບການປ້ອງກັນສູງສຸດ.

ວັກຊີນຍ່ອຍທາດໂປຼຕີນ - ຢາວັກຊິນ Novavax ປ້ອງກັນພະຍາດ COVID-19

ໜຶ່ງໃນຢາວັກຊິນປ້ອງກັນພະຍາດ COVID-19 ທີ່ໄດ້ຮັບອະນຸຍາດໂດຍ Federal Food and Drug Administration (FDA, ອົງການອາຫານ ແລະ ຢາ) ແມ່ນເອີ້ນວ່າ ຢາວັກຊິນຍ່ອຍທາດໂປຼຕິນ. ວັກຊີນຍ່ອຍ ທາດໂປຼຕີນມີສ່ວນຂອງໄວຣັສ (ທາດໂປຼຕີນ) ທີ່ເຮັດໃຫ້ເກີດ COVID-19 (ຜະລິດໂດຍ ບໍ່ໄດ້ໃຊ້ໄວຣັສເຊື້ອເປັນ ໃດໆ) ໂດຍມີສ່ວນປະສົມທີ່ມີຈຸດປະສົງເພື່ອຊ່ວຍໃຫ້ວັກຊີນເຮັດວຽກໄດ້ດີຂຶ້ນ ຢູ່ໃນຮ່າງກາຍ. ເມື່ອລະບົບ ພູມຄຸ້ມກັນຂອງທ່ານຮູ້ວິທີຕອບໂຕ້ຕໍ່ໂປຣຕີນທີ່ເປັນຫົວ, ມັນຈະສາມາດຕອບໂຕ້ໄດ້ໄວຕໍ່ໄວຣັສຕົວຈິງ ແລະ ປົກປ້ອງທ່ານໄດ້ຈາກ COVID-19. ວັກຊີນຍ່ອຍ ບໍ່ສາມາດເຮັດໃຫ້ເກີດການຕິດເຊື້ອໄວຣັດທີ່ເປັນ ສາເຫດຂອງ COVID-19 ແລະ ບໍ່ມີປະຕິກິລິຍາໃດໆຕໍ່ກັບ DNA ຂອງພວກເຮົາ.

ມີຢາວັກຊີນຍ່ອຍປ້ອງກັນພະຍາດໄວຣັສທີ່ເປັນວັກຊີນສັກສອງເຂັມ. ມັນໃຊ້ເວລາປະມານ 2 ອາທິດຫຼັງ ຈາກການສັກເຂັມ 2 ແລ້ວຈຶ່ງສາມາດປ້ອງກັນໄດ້ເຕັມທີ່.

ບາງຄັ້ງການສັກວັກຊີນສາມາດເຮັດໃຫ້ເປັນໄຂ້ເລັກນ້ອຍ ຫຼື ເປັນອາການຄ້າຍຄືກັບໄຂ້ຫວັດ, ແຕ່ມັນກໍ່ບໍ່ເປັນອັນຕະລາຍ.

ສຳລັບຂໍ້ມູນເພີ່ມເຕີມເບິ່ງ ບັນດາແຫຼ່ງຂໍ້ມູນ: ພາບສະແດງກ່ຽວກັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ແລະ ວັກຊີນປ້ອງກັນພະຍາດ ໂຄວິດ-19: ສິ່ງທີ່ຄວນຮູ້.

ເມື່ອຈຳນວນທີ່ພຽງພໍຂອງປະຊາຊົນໃນຊຸມຊົນສາມາດຕໍ່ສູ້ກັບໂຄໂຣນາໄວຣັສ, ມັນກໍ່ຈະບໍ່ມີບ່ອນໃຫ້ໄປ. ນີ້ໝາຍຄວາມວ່າ ພວກເຮົາສາມາດຢຸດການແຜ່ລະບາດໄດ້ໄວຂຶ້ນ ແລະ ເຂົ້າໃກ້ການສິ້ນສຸດການແຜ່ລະບາດນີ້ຂຶ້ນອີກ.

ວັກຊີນປ້ອງກັນພະຍາດ ໂຄວິດ-19 ສ້າງຂຶ້ນແນວໃດ?

ວິດີໂອສັ້ນອະທິບາຍ ວັກຊີນປ້ອງກັນພະຍາດ ໂຄວິດ ສ້າງຂຶ້ນ (ພາສາອັງກິດເທົ່ານັ້ນ).

ຢາວັກຊີນ mRNA ແມ່ນຫຍັງ?

ວັກຊີນ messenger RNA ຫຼື mRNA ແມ່ນວັກຊີນຊະນິດໃໝ່. ວັກຊີນ mRNA ສອນຈຸລັງຂອງທ່ານໃນການຜະລິດທາດໂປຼຕີນທີ່ບໍ່ເປັນອັນຕະລາຍຂອງ “ໂປຼຕີນຂັດຂວາງ.” ທາດໂປຼຕີນຂັດຂວາງແມ່ນສິ່ງທີ່ທ່ານເຫັນຢູ່ເທິງຜິວໜັງຂອງພະຍາດ ໂຄໂຣນາໄວຣັດ. ລະບົບພູມຕ້ານທານຂອງທ່ານເຫັນວ່າທາດໂປຼຕີນທີ່ບໍ່ແມ່ນຂອງຮ່າງກາຍ ແລະ ຮ່າງກາຍຂອງທ່ານຈະເລີ່ມຕົ້ນສ້າງພູມຕ້ານທານ ແລະ ພູມຄຸ້ມກັນ. ອັນນີ້ຄ້າຍຄືກັນກັບສິ່ງທີ່ເກີດຂຶ້ນເມື່ອພວກເຮົາໄດ້ຮັບການຕິດເຊື້ອ ໂຄວິດ-19 ແບບ “ທໍາມະຊາດ”. ເມື່ອມັນເຮັດໜ້າທີ່ຂອງມັນໄດ້, mRNA ຜ່ອນລົງຢ່າງໄວວາ ແລະ ຮ່າງກາຍຈະກຳ ຈັດມັນອອກໄປພາຍໃນສອງສາມມື້.

ເຖິງແມ່ນວ່າພວກເຮົາໄດ້ໃຊ້ mRNA ສໍາລັບການດູແລທາງການແພດ ແລະ ສັດຕະວະແພດຊະນິດອື່ນໃນອະດີດ, ການສ້າງວັກຊີນໂດຍໃຊ້ວິທີນີ້ແມ່ນ ເປັນການກ້າວກະໂດດອັນໃຫຍ່ຫຼວງໃນວິທະຍາສາດ ແລະ ອາດຈະໝາຍຄວາມວ່າ ຢາວັກຊີນໃນອະນາຄົດສາມາດສ້າງໄດ້ງ່າຍຂຶ້ນ.

ທ່ານອາດອ່ານໄດ້ເຕີ່ມກ່ຽວກັບ ວ່າວັກຊີນ mRNA ໃຊ້ໄດ້ດີໃນເວັບໃຊ້ຂອງ CDC (ພາສາອັງກິດເທົ່ານັ້ນ).

ວັກຊີນໄວຣັດເວັກເຕີແມ່ນຫຍັງ?

ວັກຊີນປະເພດນີ້ໃຊ້ເຊື້ອໄວຣັສຊະນິດນຶ່ງທີ່ອ່ອນແອລົງ (“ເວັກເຕີ”) ທີ່ໃຫ້ຄໍາແນະນໍາແກ່ຈຸລັງຂອງທ່ານ. ເວັກເຕີເຂົ້າໄປໃນຈຸລັງ ແລະ ໃຊ້ຕົວສ້າງຈຸລັງເພື່ອສ້າງຊິ້ນສ່ວນທີ່ບໍ່ເປັນອັນຕະລາຍຂອງໂປຣຕີນຂັດຂວາງພະຍາດ ໂຄວິດ-19. ຈຸລັງສະແດງໂປຣຕີນທີ່ເພີ່ມຂຶ້ນຢູ່ເທິງພື້ນຜິວຂອງມັນ, ແລະ ລະບົບພູມຄຸ້ມກັນຂອງທ່ານເຫັນວ່າມັນບໍ່ໄດ້ຂຶ້ກັບທີ່ນັ້ນ. ລະບົບພູມຄຸ້ມກັນຂອງເຈົ້າຈະເລີ່ມສ້າງພູມຄຸ້ມກັນ ແລະ ກະຕຸ້ນຈຸລັງພູມຄຸ້ມກັນອື່ນ ເພື່ອຕໍ່ສູ້ກັບສິ່ງທີ່ມັນຄິດວ່າເປັນການຕິດເຊື້ອ. ຮ່າງກາຍຂອງທ່ານຮຽນຮູ້ວິທີປ້ອງກັນທ່ານຈາກການຕິດເຊື້ອພະຍາດໂຄວິດ-19ໃນອະນາຄົດ, ໂດຍທີ່ທ່ານບໍ່ຕ້ອງເຈັບປ່ວຍ.

ວັກຊີນຍ່ອຍທາດໂປຼຕີນແມ່ນຫຍັງ?

ໜຶ່ງໃນຢາວັກຊິນປ້ອງກັນພະຍາດ COVID-19 ທີ່ໄດ້ຮັບອະນຸຍາດໂດຍ Federal Food and Drug Administration (FDA, ອົງການອາຫານ ແລະ ຢາ) ແມ່ນເອີ້ນວ່າ ຢາວັກຊິນຍ່ອຍທາດໂປຼຕິນ. ວັກຊີນຍ່ອຍ ທາດໂປຼຕີນມີສ່ວນຂອງໄວຣັສ (ທາດໂປຼຕີນ) ທີ່ເຮັດໃຫ້ເກີດ COVID-19 (ຜະລິດໂດຍ ບໍ່ໄດ້ໃຊ້ໄວຣັສເຊື້ອເປັນ ໃດໆ) ໂດຍມີສ່ວນປະສົມທີ່ມີຈຸດປະສົງເພື່ອຊ່ວຍໃຫ້ວັກຊີນເຮັດວຽກໄດ້ດີຂຶ້ນ ຢູ່ໃນຮ່າງກາຍ. ເມື່ອລະບົບ ພູມຄຸ້ມກັນຂອງທ່ານຮູ້ວິທີຕອບໂຕ້ຕໍ່ໂປຣຕີນທີ່ເປັນຫົວ, ມັນຈະສາມາດຕອບໂຕ້ໄດ້ໄວຕໍ່ໄວຣັສຕົວຈິງ ແລະ ປົກປ້ອງທ່ານໄດ້ຈາກ COVID-19. ວັກຊີນຍ່ອຍ ບໍ່ສາມາດເຮັດໃຫ້ເກີດການຕິດເຊື້ອໄວຣັດທີ່ເປັນ ສາເຫດຂອງ COVID-19 ແລະ ບໍ່ມີປະຕິກິລິຍາໃດໆຕໍ່ກັບ DNA ຂອງພວກເຮົາ.

ສານຢາເສີມແມ່ນຫຍັງ?

ສານຢາເສີມຢູ່ໃນຕົວຢາ Novavax ແມ່ນສານເສີມທີ່ມີຈຸດປະສົງເພື່ອຊ່ວຍເສີມສ້າງພູມຕ້ານທານຂອງຮ່າງ ກາຍໃຫ້ແຂງແຮງໃນການຕອບໂຕ້.

ມີສ່ວນປະສົມຫຍັງຢູ່ໃນຢາວັກຊີນ?

ສ່ວນປະກອບໃນວັກຊີນປ້ອງກັນພະຍາດ ໂຄວິດ-19 ແມ່ນເລື່ອງປົກກະຕິສໍາລັບວັກຊີນ. ຢາວັກຊີນບັນຈຸ​ປະ​ກອບ​ດ້ວຍ​ສານ​​ທີ່ມີກ​ານ​ເຄື່ອນ​ໄຫວຂອງ mRNA ຫຼື ຕົວດັດແປງໄວຣັດພ້ອມກັບສ່ວນປະສົມໄຂມັນ, ເກືອແຮ່ ແລະ ນໍ້າຕານເພື່ອປ້ອງກັນສ່ວນປະສົມ ທີ່ມີການເຄື່ອນໄຫວ, ຊ່ວຍໃຫ້ມັນເຮັດວຽກໄດ້ດີຂື້ນໃນຮ່າງກາຍ.

ວັກຊີນ Novavax COVID-19 ເປັນວັກຊີນຍ່ອຍທີ່ມີທາດໂປຼຕີນທີ່ມີສ່ວນເສີມ, ພ້ອມກັບໄຂມັນ ແລະ ນໍ້າຕານ ເພື່ອຊ່ວຍໃຫ້ຢາວັກຊີນເຮັດວຽກໄດ້ດີຂຶ້ນໃນຮ່າງກາຍ. ວັກຊີນນີ້ບໍ່ໄດ້ໃຊ້ mRNA.

ວັກຊີນ Pfizer, Moderna , Novavax ແລະ Johnson and Johnson ບໍ່ມີ ຈຸລັງຂອງມະນຸດ (ລວມທັງຈຸລັງທີ່ເປັນໄພ), ເຊື້ອໄວຣັສ ໂຄວິດ-19, ລາເຕັກ, ສານກັນບູດ ຫຼື ການປ້ອງກັນຕ່າງໆ, ຜະລິດຕະພັນຈາກສັດຕ່າງໆ ລວມທັງຊີ້ນໝູ ຫຼື ວຸ້ນ. ວັກຊີນບໍ່ໄດ້ເຕີບໃຫ່ຍໃນໄຂ່ ແລະ ບໍ່ມີຜະລິດຕະພັນໄຂ່ໃດໆ.

ເບິ່ງ ຄໍາຖາມ ແລະ ຄໍາຕອບ; ໜ້າເວັບຈາກໂຮງໝໍໍເດັກນ້ອຍຂອງ Philadelphia (ພາສາອັງກິດ) ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບສ່ວນປະກອບ. ທ່ານຍັງສາມາດເບິ່ງລາຍຊື່ສ່ວນປະສົມທັງໝົດໃນ Pfizer (ພາສາອັງກິດເທົ່ານັ້ນ), Moderna (ພາສາອັງກິດເທົ່ານັ້ນ), Novavax (ພາສາອັງກິດເທົ່ານັ້ນ) ແລະ Johnson & Johnson (ພາສາອັງກິດເທົ່ານັ້ນ) ໃນເອກະສານບອກຄວາມຈິງ

ຢາວັກຊີນ Johnson & Johnson ປະກອບມີເນື້ອເຍື່ອຈຸລັງທີ່ເປັນໄພບໍ?

ຢາວັກຊີນ Johnson & Johnson ປ້ອງກັນພະຍາດ ໂຄວິດ-19 ຖືກສ້າງຂື້ນໂດຍໃຊ້ເຕັກໂນໂລຢີດຽວກັນກັບວັກຊີນອື່ນໆ. ມັນບໍ່ມີສ່ວນຂອງຈຸລິນຊີ ຫຼື ຈຸລັງທີ່ເປັນໄພ. ຊິ້ນສ່ວນໜຶ່ງຂອງຢາວັກຊີນແມ່ນຜະລິດຢູ່ໃນຂອງຫ້ອງທົດລອງທີ່ຖືກສ້າງຂຶ້ນຈາກຫ້ອງທົດລອງເຊິ່ງໃນເບື້ອງຕົ້ນແມ່ນມາຈາກຈຸລັງເບື້ອງຕົ້ນທີ່ໄດ້ຄັດເລືອກເຊິ່ງເກີດຂື້ນເມື່ອ 35 ປີກ່ອນ. ຕັ້ງແຕ່ນັ້ນມາ, ສາຍເຊລສໍາລັບວັກຊີນເຫຼົ່ານີ້ໄດ້ຖືກຮັກສາໄວ້ຢູ່ໃນຫ້ອງທົດລອງ ແລະ ບໍ່ມີແຫຼ່ງຂໍ້ມູນອື່ນກ່ຽວກັບຈຸລັງທີ່ເປັນໄພຕື່ມອີກເພື່ອໃຊ້ເຮັດຢາວັກຊີນເຫຼົ່ານີ້. ອັນນີ້ອາດຈະເປັນຂໍ້ມູນໃໝ່ສໍາລັບບາງຄົນ. ຢ່າງໃດກໍ່ຕາມ, ບັນດາຢາວັກຊີນສໍາລັບ ພະຍາດ ໝາກສຸກ, ພະຍາດ ໝາກແດງ ແລະ ພະຍາດ ຕັບອັກເສບ A ແມ່ນຖືກສ້າງຂື້ນຄືກັນ.

ວັກຊີນປ້ອງກັນພະຍາດ ໂຄວິດ-19 ສາມາດເຮັດໃຫ້ມີລູກຍາກບໍ?

ຍັງບໍ່ມີຫຼັກຖານທາງວິທະຍາສາດວ່າ ວັກຊີນເຮັດໃຫ້ເກີດການມີລູກຍາກ ຫຼື ບໍ່ແຂງແຮງ. ເມື່ອວັກຊີນເຂົ້າໄປໃນຮ່າງກາຍຂອງທ່ານ, ມັນຈະເຮັດວຽກຮ່ວມກັບ ລະບົບພູມຄຸ້ມກັນຂອງທ່ານເພື່ອສ້າງພູມຕ້ານທານຕໍ່ສູ້ກັບໄວຣັສໂຄໂຣນາ. ຂະບວນການນີ້ບໍ່ໄດ້ລົບກວນອະໄວຍະວະສືບພັນຂອງທ່ານ.

Centers for Disease Control and Prevention (CDC), (ພາສາອັງກິດເທົ່ານັ້ນ) American College of Obstetricians and Gynecologists (ACOG) (ພາສາອັງກິດ), ແລະ Society for Maternal-Fetal Medicine (SMFM) (ພາສາອັງກິດເທົ່ານັ້ນ) ແນະນໍາໃຫ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ສໍາລັບຜູ້ທີ່ກໍາລັງຖືພາ, ຍັງໃຫ້ນົມລູກຢູ່ ຫຼື ວາງແຜນທີ່ຈະຖືພາ. ຫຼາຍຄົນທີ່ໄດ້ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຕັ້ງແຕ່ຖືພາ ຫຼື ເກີດລູກທີ່ມີສຸຂະພາບແຂງແຮງດີ.

ປະຈຸບັນບໍ່ມີຫຼັກຖານສະແດງໃຫ້ເຫັນວ່າວັກຊີນໃດ, ລວມທັງວັກຊີນປ້ອງກັນພະຍາດ ໂຄວິດ-19 ເຮັດໃຫ້ເກີດບັນຫາການຈະເລີນພັນຂອງຜູ້ຊາຍ. ການສຶກສານ້ອຍໜຶ່ງຂອງຜູ້ຊາຍທີ່ມີສຸຂະພາບແຂງແຮງ 45 ຄົນ (ພາສາອັງກິດ) ຜູ້ທີ່ໄດ້ຮັບວັກຊີນ mRNA COVID-19 (ເຊັ່ນ: Pfizer-BioNTech ຫຼື Moderna) ເບິ່ງລັກສະນະຂອງເຊື້ອອະສຸຈິ, ເຊັ່ນ: ປະລິມານ ແລະ ການເຄື່ອນໄຫວ, ກ່ອນ ແລະ ຫຼັງການສັກຢາວັກຊີນ. ນັກຄົ້ນຄວ້າບໍ່ພົບການປ່ຽນແປງທີ່ສໍາຄັນໃນລັກສະນະຂອງເຊື້ອອະສຸຈິເຫຼົ່ານີ້ຫຼັງຈາກການສັກຢາວັກຊີນ.

ອາການໄຂ້ຈາກການເຈັບເປັນໄດ້ພົວພັນກັບການຫຼຸດລົງໄລຍະສັ້ນຂອງການຜະລິດເຊື້ອອະສຸຈິໃນຜູ້ຊາຍທີ່ມີສຸຂະພາບດີ. ເຖິງແມ່ນວ່າໄຂ້ສາມາດເປັນຜົນຂ້າງຄຽງຊົ່ວຄາວຂອງການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19, ແຕ່ບໍ່ມີຫຼັກຖານໃນປະຈຸບັນວ່າໄຂ້ຫຼັງຈາກການສັກຢາວັກຊີນ ມີຜົນກະທົບຕໍ່ການຜະລິດເຊື້ອອະສຸຈິ.

ເບິ່ງ CDC ຂໍ້ມູນກ່ຽວກັບວັກຊີນປ້ອງກັນພະຍາດ ໂຄວິດ-19 ສໍາລັບຄົນທີ່ຢາກມີລູກ (ພາສາອັງກິດເທົ່ານັ້ນ) ສຳລັບຂໍ້ມູນເພີ່ມເຕີມ. ທ່ານຍັງສາມາດເບິ່ງ CDC ໜ້າເວັບໄຊກ່ຽວກັບວັກຊີນປ້ອງກັນພະຍາດ ໂຄວິດ-19 (ພາສາອັງກິດເທົ່ານັ້ນ) ສໍາລັບຄວາມຈິງຂອງວັກຊີນຕ່າງໆ.

ອາການປະເພດໃດເປັນເລື່ອງປົກກະຕິຫຼັງຈາກໄດ້ຮັບວັກຊີນ?

ຄືກັນກັບວັກຊີນປົກກະຕິອື່ນ, ອາການຂ້າງຄຽງທີ່ມັກພົບລວມມີອາການເຈັບແຂນ, ເມື່ອຍລ້າ, ປວດຫົວ, ແລະ ເຈັບກ້າມ.

ອາການເຫຼົ່ານີ້ເປັນສັນຍານວ່າວັກຊີນກໍາລັງເຮັດວຽກຢູ່. ໃນການທົດລອງ Pfizer ແລະ Moderna, ຜົນຂ້າງຄຽງເຫຼົ່ານີ້ເກີດຂຶ້ນເລື້ອຍໆ ພາຍໃນສອງມື້ຫຼັງຈາກໄດ້ຮັບວັກຊີນ ແລະ ຫາຍໄປໃນເວລາປະມານໜຶ່ງມື້. ອາການສ່ວນໃຫ່ຍຈະປາກົດຂຶ້ນຫຼັງຈາກສັກຢາວັກຊີນເຂັມທີສອງຫຼາຍກ່ວາເຂັມທໍາອິດ. ໃນການທົດລອງທາງດ້ານຄລີນິກ Johnson & Johnson, ຜົນຂ້າງຄຽງ ແກ່ຍາວສະເລ່ຍໜຶ່ງຫາສອງມື້.

ສຳລັບວັກຊີນທັງສາມຊະນິດ, ຄົນທີ່ມີອາຍຸເກີນ 55 ປີມີແນວໂນ້ມທີ່ຈະລາຍງານຜົນຂ້າງຄຽງໜ້ອຍກວ່າຄົນໜຸ່ມ.

ທ່ານອາດຈະເຫັນຂ່າວລືບາງຢ່າງກ່ຽວກັບສິ່ງບໍ່ແມ່ນຄວາມຈິງກ່ຽວກັບຜົນຄ້າງຄຽງໃນອອນໄລນ໌ ຫຼື ໃນສື່ສັງຄົມ. ໃຫ້ແນ່ໃຈວ່າເວລາໃດກໍ່ຕາມທີ່ທ່ານເຫັນການຮຽກຮ້ອງກ່ຽວກັບຜົນຂ້າງຄຽງທີ່ທ່ານຄວນກວດເບິ່ງທີ່ມາຂອງການຮຽກຮ້ອງນັ້ນ.

ຈະເກີດຫຍັງຂຶ້ນຖ້າຂ້າພະເຮົ້າເຈັບຫຼັງຈາກໄດ້ຮັບວັກຊີນ COVID-19?

ເຊັ່ນດຽວກັນກັບຢາວັກຊີນແບບປົກກະຕິອື່ນໆ, ການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ໂດຍທົ່ວໄປມາພ້ອມກັບຜົນຂ້າງຄຽງເຊັ່ນ ເຈັບແຂນ, ໄຂ້, ເຈັບຫົວ ຫຼື ອ່ອນເພຍຫລັງຈາກໄດ້ສັກຢາວັກ​ຊີນແລ້ວ. ນີ້ແມ່ນອາ​ການ​ທີ່ວ່າຢາວັກຊີນກຳລັງເຮັດວຽກຢູ່. ສຶກສາເພີ່ມເຕີມກ່ຽວກັບຜົນຂ້າງຄຽງທີ່ເປັນໄປໄດ້ຫຼັງຈາກໄດ້ຮັບວັກຊີນປ້ອງກັນພະຍາດ ໂຄວິດ-19.

ຖ້າທ່ານເຈັບປ່ວຍຫຼັງຈາກໄດ້ຮັບວັກຊີນ, ເຈົ້າຄວນລາຍງານເຫດການທີ່ບໍ່ດີໃຫ້ກັບ Vaccine Adverse Event Reporting System (VAERS, ລະບົບການລາຍງານເຫດການບໍ່ດີຂອງວັກຊີນ) (ພາສາອັງກິດເທົ່ານັ້ນ). “ເຫດການທີ່ບໍ່ດີ” ແມ່ນບັນຫາສຸຂະພາບ ຫຼື ຜົນຂ້າງຄຽງໃດໆ ທີ່ເກີດຂຶ້ນຫຼັງຈາກການສັກຢາປ້ອງກັນ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ VAERS, ເບິ່ງ "VAERS ແມ່ນຫຍັງ?" ຂ້າງລຸ່ມນີ້

VAERS ແມ່ນຫຍັງ?

VAERS ເປັນລະບົບເຕືອນໄພຂັ້ນເລີ່ມຕົ້ນນໍາພາໂດຍ Centers for Disease Control and Prevention (CDC) ແລະ Food and Drug Administration (FDA). VAERS ສາມາດຊ່ວຍກວດຫາບັນຫາທີ່ອາດຈະກ່ຽວຂ້ອງກັບວັກຊີນ.

ຜູ້ໃດກໍ່ຕາມ (ຜູ້ໃຫ້ບໍລິການດ້ານສຸຂະພາບ, ຄົນເຈັບ, ຜູ້ດູແລ) ສາມາດ ລາຍງານປະຕິກິລິຍາທາງລົບທີ່ເປັນໄປໄດ້ໃຫ້ກັບ VAERS (ພາສາອັງກິດເທົ່ານັ້ນ).

ມັນມີຂີດຈໍາກັດຕໍ່ລະບົບ. ບົດລາຍງານຂອງ VAERS ບໍ່ໄດ້ໝາຍຄວາມວ່າວັກຊີນເຮັດໃຫ້ເກີດປະຕິກິລິຍາ ຫຼື ຜົນໄດ້ຮັບ. ມັນພຽງແຕ່ໝາຍຄວາມວ່າການສັກຢາວັກຊີນເກີດຂຶ້ນກ່ອນ.

VAERS ຖືກສ້າງຕັ້ງຂຶ້ນເພື່ອຊ່ວຍໃຫ້ນັກວິທະຍາສາດສັງເກດເຫັນແນວໂນ້ມ ຫຼື ເຫດຜົນທີ່ເຂົາເຈົ້າຄວນສືບສວນບັນຫາທີ່ເປັນໄປໄດ້. ມັນບໍ່ແມ່ນລາຍຊື່ຢືນຢັນຜົນການກວດສອບຂອງການສັກຢາວັກຊີນ.

ເມື່ອທ່ານເຮັດລາຍງານໃຫ້ VAERS, ທ່ານຊ່ວຍ CDC ແລະ FDA ລະບຸຄວາມເປັນຫ່ວງດ້ານສຸຂະພາບທີ່ເປັນໄປໄດ້ ແລະ ຮັບປະກັນວັກຊີນມີຄວາມປອດໄພ. ຖ້າມີບັນຫາເກີດຂຶ້ນ, ເຂົາເຈົ້າຈະດໍາເນີນການ ແລະ ແຈ້ງໃຫ້ຜູ້ໃຫ້ບໍລິການດ້ານສຸຂະພາບຮູ້ກ່ຽວກັບບັນຫາທີ່ອາດຈະເກີດຂຶ້ນ.

ຂ້ອຍສາມາດໄດ້ຮັບວັກຊິນໂຄວິດ-19 ຖ້າຂ້ອຍມີເຊື້ອໂຄວິດ-19 ບໍ?

ແມ່ນແລ້ວ, Advisory Committee on Immunization Practices (ACIP, ຄະນະກຳມາທິການກ່ຽວກັບການສັກຢາປ້ອງກັນພະຍາດ) ແນະນຳ ໃຫ້ຜູ້ທີ່ເຄີຍໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ແລ້ວ.

ຂໍ້ມູນສະແດງໃຫ້ເຫັນວ່າມັນແມ່ນເລື່ອງບໍ່ປົກກະຕິທີ່ຈະຕິດເຊື້ອພະຍາດໂຄວິດ-19 ຄືນ ໃນ 90 ວັນຫຼັງຈາກທ່ານເຄີຍໄດ້ຕິດເຊື້ອ, ສະນັ້ນທ່ານອາດຈະມີການປ້ອງກັນ (ເອີ້ນວ່າພູມຄຸ້ມກັນໂດຍທຳມະຊາດ). ເຖິງຢ່າງໃດກໍ່ຕາມ, ພວກເຮົາບໍ່ຮູ້ວ່າພູມຕ້ານທານທາງທຳມະຊາດຈະຢູ່ໄດ້ດົນປານໃດ.

ຜູ້ທີ່ມີເຊື້ອພະຍາດໂຄວິດ-19 ໃນປະຈຸບັນ ຄວນລໍຖ້າການສັກຢາວັກຊີນປ້ອງກັນຈົນກ່ວາພວກເຂົາຮູ້ສຶກດີຂື້ນ ແລະ ໄລຍະເວລາການກັກບໍລິເວນໄດ້ສິ້ນສຸດລົງ.

ຜູ້ທີ່ໄດ້ສຳຜັດກັບ ໂຄວິດ-19 ໃນໄລຍະມໍ່ໆມານີ້ກໍ່ຄວນລໍຖ້າການສັກຢາວັກຊີນນີ້ຈົນກ່ວາຫຼັງຈາກໄລຍະການກັກຕົວຂອງພວກເຂົາ, ຖ້າພວກເຂົາສາມາດກັກຕົວຢູ່ຫ່າງຈາກຄົນອື່ນໄດ້ຢ່າງປອດໄພ. ຖ້າວ່າມີຄວາມສ່ຽງສູງທີ່ພວກເຂົາສາມາດຕິດເຊື້ອໃສ່ຄົນອື່ນ, ພວກເຂົາອາດຈະໄດ້ຮັບການສັກຢາປ້ອງກັນໃນໄລຍະການກັກຕົວຂອງພວກເຂົາເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.

ກະລຸນາເບິ່ງ ໜ້າການ​ກັກ​ບໍ​ລິ​ເວນ ແລະ ການກັກຕົວສຳລັບ ໂຄວິດ-19 ຂອງພວກເຮົາສຳລັບແນວທາງການ​ກັກ​ບໍ​ລິ​ເວນ ແລະ ການກັກຕົວ.

ຂ້າພະເຈົ້າສາມາດໄດ້ຮັບວັກຊິນ ໂຄວິດ-19 ຖ້າຂ້າພະເຈົ້າມີອາການແພ້ຢາໃນອາດີດ?

ຢາວັກຊີນບໍ່ຄວນໃຫ້ກັບຄົນທີ່ມີປະຫວັດທີ່ຮູ້ຈັກວ່າມີອາການແພ້ຢ່າງຮຸນແຮງ ເຊັ່ນ ການເປັນພູມແພ້, ໃນວັກຊີນ mRNA ເຂັມກ່ອນໜ້ານີ້ ຫຼື ວັກຊີນປ້ອງກັນໄວຣັດແວັກເຕີ ຫຼື ສ່ວນປະກອບໃດໜຶ່ງຂອງ Pfizer-BioNTech/Comirnaty (ພາສາອັງກິດເທົ່ານັ້ນ), Moderna/Spikevax (ພາສາອັງກິດເທົ່ານັ້ນ), Novavax (ພາສາອັງກິດເທົ່ານັ້ນ), ຫຼື Johnson & Johnson–Janssen (ພາສາອັງກິດເທົ່ານັ້ນ) ວັກຊີນປ້ອງກັນພະຍາດ ໂຄວິດ-19.

ຄົນຜູ້ທີ່ມີອາການແພ້ຢ່າງຮຸນແຮງຕໍ່ກັບວັກຊີນອັນອື່ນຫຼືການປິ່ນປົວດ້ວຍການສັກຢາອາດຈະຍັງສາມາດໄດ້ຮັບວັກຊີນ. ແນວໃດກໍ່ຕາມ, ຜູ້ໃຫ້ບໍລິການຄວນເຮັດການປະເມີນຄວາມສ່ຽງ ແລະ ໃຫ້ຄໍາປຶກສາເຂົາເຈົ້າກ່ຽວກັບຄວາມສ່ຽງທີ່ອາດຈະເກີດຂຶ້ນ. ຖ້າຄົນເຈັບຕັດສິນໃຈຮັບວັກຊີນ, ຜູ້ໃຫ້ບໍລິການຄວນສັງເກດເບິ່ງພວກມັນເປັນເວລາ 30 ນາທີເພື່ອຕິດຕາມເບິ່ງປະຕິກິລິຍາເກີດຂຶ້ນທັນທີ.

Advisory Committee on Immunization Practices (ACIP) ແນະນໍາໃຫ້ຜູ້ໃຫ້ບໍລິການສັງເກດເບິ່ງຄົນເຈັບອື່ນທັງໝົດຢ່າງໜ້ອຍ 15 ນາທີຫຼັງຈາກໄດ້ຮັບວັກຊີນເພື່ອຕິດຕາມກວດກາອາການແພ້. ເບິ່ງ ACIP ຂອງ ການພິຈາລະນາທາງການແພດຊົ່ວຄາວສໍາລັບບັນດາວັກຊີນ mRNA (ພາສາອັງກິດ) ສໍາລັບຂໍ້ມູນເພີ່ມເຕີມ.

ຄວາມຕ້ອງການຂອງວັກຊີນ

ຢາວັກຊີນ ໂຄວິດ-19 ມີຄວາມຕ້ອງການບໍ?

ມັນຈະເປັນທາງເລືອກຂອງທ່ານທີ່ຈະໄດ້ຮັບວັກຊີນໂຄວິດ-19, ແຕ່ນາຍຈ້າງບາງຄົນ, ວິທະຍາໄລ ແລະ ມະຫາວິທະຍາໄລ ມີຄວາມຕ້ອງການ.

ໃນປະຈຸບັນນີ້ລັດ Washington ມີຄວາມຕ້ອງການຢາວັກຊີນ ໂຄວິດ-19 ສໍາລັໍບ:

ພະນັກງານເຫຼົ່ານີ້ຈໍາເປັນຕ້ອງໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຄົບ (ຢ່າງໜ້ອຍສອງອາທິດຫຼັງຈາກສໍາເລັດຊຸດວັກຊີນ) ພາຍໃນວັນທີ 18 ຕຸລາ 2021. ຄວາມຕ້ອງການລວມມີຜູ້ຮັບເໝົາ, ອາສາສະໝັກ ແລະ ຕຳແໜ່ງອື່ນໆ ທີ່ເຮັດວຽກຢູ່ໃນສະຖານທີ່ເຫຼົ່ານີ້.

ຖ້າທ່ານຢູ່ໃນກຸ່ມຄົນເຫຼົ່ານີ້ຫຼືນາຍຈ້າງຫຼືໂຮງຮຽນຂອງທ່ານຕ້ອງການໃຫ້ມີການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ລົມກັບພະແນກຊັບພະຍາກອນມະນຸດ, ນາຍຈ້າງ, ຫຼື ໂຮງຮຽນຂອງທ່ານເພື່ອຊອກຮູ້ວ່າຈະເຮັດແນວໃດ. Department of Health ບໍ່ມີສ່ວນກ່ຽວຂ້ອງກັບນະໂຍບາຍຂອງນາຍຈ້າງ ຫຼື ວິທະຍາໄລ/ມະຫາວິທະຍາໄລ.

ຢາວັກຊີນນີ້ຈະຊ່ວຍປ້ອງກັນທ່ານ ແລະ ຄົນອື່ນໆຢູ່ອ້ອມແອ້ມທ່ານຈາກ ການໄດ້ຮັບເຊື້ອພະຍາດໂຄວິດ-19 ແລະ ພວກເຮົາຊຸກຍູ້ໃຫ້ເຈົ້າລົມກັບທ່ານໝໍ ຫຼື ຄລີນິກຂອງທ່ານກ່ຽວກັບຜົນປະໂຫຍດ

ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ມີຄວາມຕ້ອງການສໍາລັບພະນັກງານໃນໂຮງຮຽນ K-12 ບໍ?

ໃນວັນທີ 18 ເດືອນສິງຫາ ປີ 2021, ຜູ້ວ່າການລັດ Inslee ໄດ້ປະກາດຄໍາສັ່ງກໍານົດໃຫ້ພະນັກງານທັງໝົດ ແລະ ໂຮງຮຽນເອກະຊົນ K–12 ທັງພາກລັດ ແລະ ເອກະຊົນໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ຄົບຖ້ວນ ຫຼື ໄດ້ຮັບການຍົກເວັ້ນທາງສາສະໜາ ຫຼື ທາງການແພດພາຍໃນວັນທີ 18 ຕຸລາ 2021.

ເພື່ອໃຫ້ໃຊ້ໄດ້ກັບ ພະນັກງານຢູ່ໃນສະຖານການສຶກສາ (ພາສາອັງກິດເທົ່ານັ້ນ) ທຸກຄົນ, ລວມທັງ:

  • ພະນັກງານ ແລະ ຜູ້ຮັບເໝົາທີ່ເຮັດວຽກສໍາລັບໂຮງຮຽນເອກະຊົນ K-12, ໂຮງຮຽນເມືອງ K-12 ຂອງລັດ, ໂຮງຮຽນກົດໝາຍ ແລະ ເຂດການບໍລິການການສຶກສາ (ຄໍາສັ່ງບໍ່ໄດ້ນໍາໃຊ້ກັບໂຮງຮຽນຂະໜາດ ກະທັດລັດການສຶກສາຂອງຊົນເຜົ່າ ຫຼື ຕໍ່ກັບນັກຮຽນ),
  • ຜູ້ໃຫ້ບໍລິການເບິ່ງແຍງເດັກ ແລະ ການຮຽນຮູ້ກ່ອນໄວທີ່ໃຫ້ບໍລິການເດັກນ້ອຍ ຈາກຫຼາຍຄົວເຮືອນ ແລະ
  • ພະນັກງານໃນການສຶກສາຊັ້ນສູງ.

ສຳລັບຂໍ້ມູນເພີ່ມເຕີມ, ເບິ່ງ ຄວາມຕ້ອງການ ການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ສໍາລັບພະນັກງານໂຮງຮຽນ K-12: ຄໍາຖາມຕອບທີ່ມັກຖາມເລື້ອຍໆ (PDF) (ພາສາອັງກິດ) (ຫ້ອງການຜູ້ກໍາກັບຊີ້ນຳການສອນຂອງໂຮງຮຽນລັດ).

ຂ້າພະເຈົ້າຈະໄດ້ຮັບການຍົກເວັ້ນຈາກຂໍ້ກໍານົດການສັກວັກຊີນແນວໃດ?

ຖ້ານາຍຈ້າງ ຫຼື ວິທະຍາໄລ/ມະຫາວິທະຍາໄລຂອງທ່ານຕ້ອງການວັກຊີນປ້ອງກັນພະຍາດ ໂຄວິດ-19, ຫຼື ທ່ານຕ້ອງໄດ້ສັກຢາວັກຊີນຕາມເຈົ້າຄອງລັດ ທ່ານ Jay Inslee ການປະກາດໃນວັນທີ 9 ສິງຫາ (ພາສາອັງກິດ) ຫຼື ການປະກາດໃນວັນທີ 18 ສິງຫາ (ພາສາອັງກິດ), ເຈົ້າຄວນຕິດຕໍ່ຫານາຍຈ້າງ ຫຼື ວິທະຍາໄລ/ມະຫາວິທະຍາໄລຂອງເຈົ້າເພື່ອຊອກຮູ້ວ່າ ເຂົາເຈົ້າເກັບກໍາຫຼັກຖານການສັກຢາປ້ອງກັນແນວໃດ, ຖ້າເຂົາເຈົ້າມີນະໂຍບາຍເລືອກບໍ່ຮັບ ແລະ ທ່ານຈະຕ້ອງເຮັດແນວໃດ ເພື່ອເລືອກຍົກເລິກ. Department of Health ບໍ່ມີສ່ວນກ່ຽວຂ້ອງກັບນະໂຍບາຍຂອງນາຍຈ້າງ ຫຼື ວິທະຍາໄລ/ມະຫາວິທະຍາໄລ.

ທ່ານບໍ່ຈໍາເປັນຕ້ອງໄດ້ຮັບແບບຟອມການຍົກເວັ້ນຈາກ Department of Health (DOH, ພະແນກ ສາທາລະນະສຸ) ສໍາລັບວັກຊີນປ້ອງກັນພະຍາດ ໂຄວິດ-19. DOH ບໍ່ມີແບບຟອມການຍົກເວັ້ນສຳລັບວັກຊີນປ້ອງກັນພະຍາດ ໂຄວິດ-19. Certificate of Exemption (COE, ໃບຢັ້ງຢືນການຍົກເວັ້ນ) ຂອງ Washington ແມ່ນພຽງແຕ່ສໍາລັບພໍ່ແມ່/ຜູ້ປົກຄອງທີ່ຕ້ອງການຍົກເວັ້ນລູກຂອງເຂົາເຈົ້າຈາກ ການສັກຢາປ້ອງກັນພະຍາດທີ່ຕ້ອງການສໍາລັບເດັກນ້ອຍຢູ່ໃນໂຮງຮຽນ K-12, ໂຮງຮຽນອະນຸບານ ຫຼື ໂຮງລ້ຽງເດັກ. ໃນປະຈຸບັນນີ້ລັດ Washington ບໍ່ມີຄວາມຕ້ອງການຢາວັກຊີນ ໂຄວິດ-19 ສໍາລັໍບເດັກເພື່ອໄປເຂົ້າໂຮງຮຽນ ຫຼື ໂຮງລ້ຽງເດັກ, ສະນັ້ນມັນບໍ່ໄດ້ລວມຢູ່ໃນ COE.

ໂຮງຮຽນ ແລະ ໂຮງລ້ຽງເດັກ

ຄົນອາຍຸຕໍ່າກວ່າ 18 ປີສາມາດສັກຢາໄດ້ບໍ?

ໃນຂະນະນີ້ ຢາວັກຊິນ Pfizer-BioNTech (Pfizer) ແລະ Moderna ເພື່ອປ້ອງກັນພະຍາດ COVID-19 ແມ່ນໄດ້ຮັບອະນຸຍາດ ໃຊ້ກັບເດັກນ້ອຍທີ່ມີອາຍຸຕັ້ງແຕ່ 6 ເດືອນຂື້ນໄປແລ້ວ. ວັກຊີນປ້ອງກັນ Novavax ມີໃຫ້ສໍາລັບອາຍຸ 12 ປີຂຶ້ນໄປ ພາຍໃຕ້ Emergency Use Authorization (EUA, ອະນຸຍາດໃຊ້ເວລາສຸກເສີນ).

ໄວໜຸ່ມທີ່ມີອາຍຸຕ່ຳກວ່າ 17 ປີ ອາດຈະຕ້ອງໄດ້ຮັບການຍິນຍອມເຫັນດີຈາກພໍ່ແມ່ ຫຼື ຜູ້ປົກຄອງ (ພາສາອັງກິດເທົ່ານັ້ນ) ເພື່ອໃຫ້ໄດ້ຮັບວັກຊີນ, ເວັ້ນເສຍແຕ່ວ່າພວກເຂົາໄດ້ ຮັບອະນຸຍາດ ທາງກົດໝາຍ. ເຂົ້າເບິ່ງໜ້າເວັບຂອງພວກເຮົາທີ່ Vaccinating Youth (ການສັກວັກຊີນສຳລັບໄວໜຸ່ມ) ສຳລັບຂໍ້ມູນເພີ່ມເຕີມ.

ຖາມນໍາລິນິກສັກວັກຊີນກ່ຽວກັບຂໍ້ກໍານົດຂອງເຂົາເຈົ້າສໍາລັບການສະແດງຫຼັກຖານການຍິນຍອມຂອງພໍ່ແມ່ ຫຼື ອະນຸຍາດທາງກົດໝາຍ.

ລັດຈະຕ້ອງການໃຫ້ມີການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ສໍາລັບເຂົ້າໂຮງຮຽນ K-12 ບໍ?

Washington State Board of Health (ຄະນະກຳມະການດ້ານສຸຂະພາບລັດ ວໍຊິງຕັນ) (ເປັນພາສາ ອັງກິດ), ບໍ່ແມ່ນ Department of Health (ພະແນກສາທາລະນະສຸກ), ມີສິດອຳນາດໃນການສ້າງຂໍ້ ກຳນົດການສັກຢາກັນພະຍາດໃຫ້ເດັກນ້ອຍຢູ່ໃນໂຮງຮຽນ K-12 Revised Code of Washington (RCW, ບົດບັນຍັດສະບັບປັບປຸງ ຂອງ ລັດວໍຊິງຕັນ) 28A.210.140 (ເປັນພາສາອັງກິດ). ຍັງບໍ່ມີຂໍ້ ກຳນົດສຳລັບໂຮງຮຽນ ຫຼື ສະຖານທີ່ໃຫ້ການເບິ່ງແຍງເດັກໃນການໃຊ້ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນເວລານີ້.

ລູກຂອງຂ້າພະເຈົ້າສາມາດໄດ້ຮັບການສັກຢາປ້ອງກັນພະຍາດອື່ນໆໃນຂະນະທີ່ເຂົາເຈົ້າໄດ້ຮັບວັກຊີນປ້ອງກັນ ພະຍາດ-19 ຂອງເຂົາເຈົ້າບໍ?

ດຽວນີ້ຄົນສາມາດໄດ້ຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ອື່ນໆພາຍໃນ 14 ມື້, ລວມທັງໃນມື້ດຽວກັນ.

ຈະມີຄວາມຍືດຍຸ່ນບໍໃນຂໍ້ກໍານົດການສັກຢາກັນພະຍາດຂອງໂຮງຮຽນສໍາລັບສົກຮຽນ 2022-2023 ເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19?

ຄະນະກໍາມະການດ້ານສຸຂະພາບຂອງລັດເປັນຜູ້ກໍານົດຖ້າຄວນຈະມີການປ່ຽນແປງອັນໃດຕໍ່ກັບຄວາມຕ້ອງການ ການສັກຢາກັນພະຍາດຂອງໂຮງຮຽນ. ໃນຈຸດນີ້, ຄວາມຕ້ອງການ ການສັກຢາກັນພະຍາດຂອງໂຮງຮຽນຈະຍັງຄືເກົ່າ. ເດັກນ້ອຍຈະຕ້ອງໄດ້ຄົບຕາມຄວາມຕ້ອງການ ການສັກຢາປ້ອງກັນກ່ອນທີ່ເຂົາເຈົ້າຈະສາມາດເຂົ້າຮຽນໃນມື້ທໍາອິດຂອງໂຮງຮຽນ.

ຊີວິດຫຼັງຈາການສັກຢາວັກຊີນ

ການສັກຢາວັກຊີນຄົບແລ້ວໝາຍຄວາມວ່າແນວໃດ?

ທ່ານສັກຄົບ ຈົນເຖິງປະຈຸບັນ ກ່ຽວກັບວັກຊີນ COVID-19 ຂອງທ່ານຖ້າທ່ານສັກສຳເລັດຊຸດທໍາອິດຂອງວັກຊີນ COVID-19 ແລະ ໄດ້ຮັບເຂັມເສີມຫຼ້າສຸດທີ່ແນະນຳໃຫ້ ທ່ານໂດຍ CDC.

ຂ້າພະເຈົ້າຈະຮູ້ໄດ້ແນວໃດວ່າຕອນນີ້ທີ່ຂ້າພະເຈົ້າໄດ້ຮັບວັກຊີນຄົບແລ້ວ?

ເມື່ອທ່ານໄດ້ຮັບວັກຊີນຄົບແລ້ວ, ທ່ານຄວນ:

ຖ້າຂ້າພະເຈົ້າໄດ້ຮັບວັກຊີນປ້ອງກັນພະຍາດ ໂຄວິດ-19, ຂ້າພະເຈົ້າຈຳເປັນຕ້ອງ ລະມັດລະວັງໃນສິ່ງອື່ນໆອີກບໍ?

ເຖິງວ່າ ທ່ານໄດ້ຮັບວັກຊີນຄົບແລ້ວ, ທ່ານຍັງຄວນ:

  • ໃຫ້ໄດ້ສັກ “ມາຮອດປະຈຸບັນ” ໂດຍວັກຊີນເຂັມກະຕຸ້ນ ຂອງທ່ານເພື່ອປ້ອງກັນໃຫ້ໄດ້ດີທີ່ສຸດ.
  • ເຄົາລົບກົດລະບຽບຂອງຫ້ອງ. ເມືອງ, ເຂດປົກຄອງ, ທຸລະກິດ, ກິດຈະກໍາ ແລະ ສະຖານທີ່ຕ່າງໆອາດຈະຍັງ ຕ້ອງໃຊ້ໜ້າກາກອະນາໄມ ຫຼື ຫຼັກຖານການໃຫ້ວັກຊີນ/ການກວດຜົນເປັນລົບ.
  • ໄປກວດ ຖ້າມີອາການຂອງພະຍາດ ໂຄວິດ-19.
  • ໃສ່ WA Notify ໃນສະມາດໂຟນຂອງທ່ານເພື່ອແຈ້ງເຕືອນທ່ານຖ້າທ່ານອາດຈະໄດ້ຮັບຄວາມສ່ຽງຈາກການຕິດເຊື້ອພະຍາດ ໂຄວິດ-19 ແລະ ແຈ້ງເຕືອນແບບບໍ່ເປີດເຜີຍຊື່ ຖ້າຜົນກວດຂອງທ່ານເປັນບວກ. WA Notify ແມ່ນເປັນສ່ວນຕົວສົມບູນ ແລະ ບໍ່ຮູ້ວ່າທ່ານແມ່ນໃຜ ຫຼື ບໍ່ຕິດຕາມວ່າທ່ານໄປໃສ.
  • ຈຳເປັນຕ້ອງໃສ່ໜ້າກາກອານາໄມໃຫ້ພໍດີຢູ່ໃນສະຖານທີ່ສາທາລະນາໃນຮົ່ມທີ່ແອອັດເພື່ອປ້ອງກັນໃຫ້ດີທີ່ສຸດ.
  • ປະຕິບັດຕາມ Centers Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ແລະ ພະແນກສຸຂະພາບ ຄຳແນະນໍາການເດີນທາງ.
  • ໃຊ້ມາດຕະການປ້ອງກັນທີ່ຈຳເປັນຫຼັງຈາກມີ​ການ​ສຳ​ຜັດ​ເຊື້ອ ໂຄວິດ-19:
ຂ້າພະເຈົ້າສາມາດເຕົ້າໂຮມກັບກຸ່ມໃຫຍ່ໄດ້ບໍ ຖ້າພວກເຮົາທັງໝົດ ໄດ້ສັກຢາວັກຊີນແລ້ວ?

ຜູ້ທີ່ໄດ້ຮັບວັກຊີນຄົບ, ຜູ້ທີ່ຍັງສັກວັກຊີນເຂັມກະຕຸ້ນຈົດຮອດປະຈຸບັນຂອງພວກເຂົາ, ແມ່ນໄດ້ຮັບການປົກປ້ອງດີຈາກພະຍາດ ໂຄວິດ-19. ການເຕົ້າໂຮມແມ່ນມີຄວາມປອດໄພລະຫວ່າງຄົນທີ່ໄດ້ສັກວັກຊີນຄົບແລ້ວ. 

ກະລຸນາຈື່ໄວ້ວ່າບາງຄົນອາດຈະຮູ້ສຶກບໍ່ສະດວກໃນການເຕົ້າໂຮມກັນ - ເຖິງແມ່ນວ່າຢູ່ໃນສະຖານທີ່ມີຄວາມສ່ຽງຕໍ່າກໍ່ຕາມ. ຄົນອື່ນຍັງອາດຈະບໍ່ຢາກກອດ ແລະ ຈັບມື. ແລະ ນັ້ນກໍ່ບໍ່ເປັນຫຍັງ. ທຸກໆຄົນກໍາລັງປັບຕົວເຂົ້າກັບສິ່ງປົກກະຕິໃໝ່ ແລະ ພວກເຮົາທຸກຄົນ ພຽງແຕ່ຕ້ອງການຢູ່ຢ່າງປອດໄພ ແລະ ປົກປ້ອງຄົນທີ່ຮັກຂອງພວກເຮົາ.

ຂ້າພະເຈົ້າຈະຕ້ອງສະແດງຫຼັກຖານການສັກຢາວັກຊີນບໍ?

ທ່ານອາດຈະຕ້ອງພິສູດວ່າທ່ານໄດ້ຮັບການສັກຢາປ້ອງກັນພະຍາດ ໂຄວິດ-19 ໃນບາງພື້ນທີ່, ທຸລະກິດ ຫຼື ໃນບາງກິດຈະກຳ.

ສະນັ້ນຄວນຮັກສາບັດສັກຢາວັກຊີນຂອງທ່ານຄືກັນກັບໃບຢັ້ງຢືນການເກີດ ຫຼື ເອກະສານທາງອື່ນໆ! ຖ່າຍຮູບມັນແລ້ວເກັບມັນໄວ້ຢູ່ເຮືອນ. ອ່ານເພີ່ມເຕີມກ່ຽວກັບບັດສັກຢາວັກຊີນ ແລະ ບັນທຶກການສັກຢາວັກຊີນ.

ຈະເປັນແນວໃດຖ້າຂ້າພະເຈົ້າບໍ່ໄດ້ສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຂອງຂ້າພະເຈົ້າມາຮອດປະຈຸບັນ?

ຖ້າທ່ານບໍ່ສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຂອງທ່ານມາຮອດປະຈຸບັນ:

  • ຊອກຫາວັກຊີນປ້ອງກັນພະຍາດ ໂຄວິດ-19 ທີ່ບໍ່ເສຍຄ່າທີ່ຢູ່ໃກ້ທ່ານ!
  • ພິຈາລະນາໃສ່ໜ້າກາກທີ່ພໍດີຢູ່ໃນສະຖານທີ່ສາທາລະນະທີ່ແອອັດ.
  • ໄປກວດພະຍາດ ໂຄວິດ-19 ຖ້າທ່ານກໍາລັງມີອາການ.
  • ຖ້າທ່ານເດີນທາງ, ໃຫ້ກວດຫາພະຍາດ ໂຄວິດ-19 ກ່ອນ ແລະ ຫຼັງການເດີນທາງ.
  • ໃສ່ WA Notify ໃນສະມາດໂຟນຂອງທ່ານເພື່ອ ແຈ້ງເຕືອນທ່ານຖ້າທ່ານອາດຈະໄດ້ຮັບຄວາມສ່ຽງຈາກການຕິດເຊື້ອພະຍາດ ໂຄວິດ-19 ແລະ ແຈ້ງເຕືອນແບບບໍ່ເປີດເຜີຍຊື່ ຖ້າຜົນກວດຂອງທ່ານເປັນບວກ. WA Notify ແມ່ນເປັນສ່ວນຕົວສົມບູນ ແລະ ບໍ່ຮູ້ວ່າທ່ານແມ່ນໃຜ ຫຼື ບໍ່ຕິດຕາມວ່າທ່ານໄປໃສ.
ຂ້າພະເຈົ້າຍັງສາມາດເຈັບປ່ວຍຈາກພະຍາດ ໂຄວິດ-19 ບໍ ຫຼັງຈາກຂ້າພະເຈົ້າໄດ້ຮັບການສັກຢາວັກຊີນແລ້ວ?

ມັນບໍ່ໜ້າຈະເປັນໄປໄດ້, ແຕ່ມີໂອກາດໜ້ອຍ. ຢາວັກຊີນມີປະສິດທິພາບດີ, ແຕ່ບໍ່ໄດ້ຜົນ 100%. ຖ້າທ່ານມີ ອາການຂອງພະຍາດ ໂຄວິດ-19 (ພາສາອັງກິດເທົ່ານັ້ນ), ທ່ານຄວນຢູ່ຫ່າງຈາກຄົນອື່ນ ແລະ ຕິດຕໍ່ຫາຜູ້ໃຫ້ບໍລິການດ້ານສຸຂະພາບ. ເຂົາເຈົ້າອາດແນະນຳໃຫ້ກວດພະຍາດ ໂຄວິດ-19.

ສໍາລັບຂໍ້ມູນການກວດພະຍາດໂຄວິດ-19, ກະລຸນາເບິ່ງ ຂໍ້ມູນການກວດ.

ຂ້າພະເຈົ້າຍັງສາມາດແຜ່ເຊື້ອພະຍາດ ໂຄວິດ-19 ບໍ ຫຼັງຈາກຂ້າພະເຈົ້າໄດ້ຮັບການສັກຢາວັກຊີນແລ້ວ?

ການຕິດເຊື້ອເກີດຂຶ້ນໃນອັດຕາສ່ວນນ້ອຍກວ່າຂອງຜູ້ທີ່ໄດ້ຮັບການສັກຢາປ້ອງກັນຄົບ ແລະ ໄດ້ຮັບການສັກຢາເຂັມກະຕຸ້ນຂອງພວກເຂົາ. ເຖິງຢ່າງໃດກໍ່ຕາມ, ຜູ້ທີ່ສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຂອງພວກເຂົາມາຮອດປະຈຸບັນ ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍ່ຍັງສາມາດແຜ່ເຊື້ອໄວຣັດໄປຫາຜູ້ອື່ນໄດ້.

ຂ້າພະເຈົ້າຄວນເຮັດແນວໃດຖ້າຂ້າພະເຈົ້າໄດ້ສໍາຜັດເຊື້ອພະຍາດ ໂຄວິດ-19?

ກະລຸນາເບິ່ງ ໜ້າການ​ກັກ​ບໍ​ລິ​ເວນ ແລະ ການກັກຕົວສຳລັບ ໂຄວິດ-19 ຂອງພວກເຮົາສຳລັບແນວທາງການ​ກັກ​ບໍ​ລິ​ເວນ ແລະ ການກັກຕົວ.

ຂ້າພະເຈົ້າຈະຈັດການກັບຄວາມເຄັ່ງຕຶງ ແລະ ຄວາມກັງວົນອ້ອມຂ້າງຂອງພະຍາດ ໂຄວິດ-19 ໄດ້ແນວໃດ?

ພວກເຮົາເຂົ້າໃຈວ່າ ໂລກລະບາດສາມາດສົ່ງຜົນກະທົບຕໍ່ສຸຂະພາບທາງກາຍ ແລະ ຈິດໃຈຂອງທ່ານ. ບໍ່ແມ່ນແຕ່ທ່ານຄົນດຽວ. ຫຼາຍຄົນຢູ່ໃນ Washington ກໍາລັບຮັບມືກັບຄວາມເຄັ່ງຕຶງ ແລະ ຄວາມກັງວົນທີ່ກ່ຽວຂ້ອງກັບຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ການຈ້າງງານ, ການປິດໂຮງຮຽນ, ການໂດດດ່ຽວທາງສັງຄົມ, ຄວາມເປັນຫ່ວງດ້ານສຸຂະພາບ, ຄວາມໂສກເສົ້າ ແລະ ການສູນເສຍ ແລະ ອື່ນໆອີກຫຼາຍຢ່າງ. ອັນນີ້ລວມເຖິງຄວາມກັງວົນເພີ່ມເຕີມທີ່ສາມາດເກີດຂຶ້ນກັບການກັບຄືນສູ່ກິດຈະກໍາສາທາລະນະ.

ນີ້ແມ່ນແຫຼ່ງຂໍ້ມູນຈຳນວນໜຶ່ງ ທີ່ສາມາດຊ່ວຍຈັດການຄວາມຄຽດ ແລະ ຄວາມກັງວົນຂອງທ່ານໄດ້:

ຢາວັກຊີນເຂັມເສີມ ຫຼື ເຂັມເພີ່ມເຕີມ

ມັນມີຄວາມແຕກຕ່າງແນວໃດລະຫວ່າງ ຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ເຂັມເສີມ ຫຼື ເຂັມເພີ່ມເຕີມ?

ຢາວັກຊີນເຂັມເພີ່ມເຕີມ (ດັ່ງທີ່ຮູ້ເປັນເຂັມທີ່ສາມ) ແມ່ນໄດ້ຮັບອະນຸຍາດໃຫ້ນຳໃຊ້ ໃນກໍລະນີສຸກເສີນສຳລັບຄົນທີ່ມີພູມຕ້ານທານບົກຜ່ອງ. ບາງຄັ້ງຄົນຜູ້ທີ່ມີພູມຕ້ານທານບົກຜ່ອງບໍ່ໄດ້ສ້າງການປົກປ້ອງທີ່ພຽງພໍເມື່ອເຂົາເຈົ້າໄດ້ຮັບການສັກຢາປ້ອງກັນພະຍາດຄົບຖ້ວນ. ເມື່ອສິ່ງນີ້ເກີດຂຶ້ນ, ການສັກຢາວັກຊີນອີກຄັ້ງໜຶ່ງສາມາດຊ່ວຍໃຫ້ເຂົາເຈົ້າສ້າງການປ້ອງກັນພະຍາດໄດ້ຫຼາຍຂຶ້ນ.

ເຂັມເສີມໝາຍເຖິງ ເຂັມຢາວັກຊີນທີ່ໃຫ້ກັບຜູ້ໃດຜູ້ໜຶ່ງເພື່ອໃຫ້ສ້າງການປ້ອງກັນພຽງພໍຫຼັງຈາກການສັກຢາວັກຊີນ, ແຕ່ຫຼັງຈາກນັ້ນການປ້ອງກັນນັ້ນໄດ້ຫຼຸດລົງຕາມການເວລາ (ອັນນີ້ເອີ້ນວ່າພູມຄຸ້ມກັນຫຼຸດລົງ). ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງເຈົ້າຈິ່ງຕ້ອງໄດ້ສັກຢາກັນພະຍາດບາດທະຍັກເສີມທຸກໆ 10 ປີ, ເພາະວ່າ ການປ້ອງກັນຈາກຊຸດສັກຢາກັນພະຍາດບາດທະຍັກໃນໄວເດັກ ຂອງທ່ານຊຸດໂຊມລົງຕາມການເວລາ.

ກະລຸນາທົບທວນຄືນ ແນວທາງຂອງ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ)  ສຳລັບຜູ້ທີ່ມີຂໍ້ບົກຜ່ອງດ້ານພູມຄຸ້ມກັນ ຫຼື ເຂົ້າເບິ່ງ ເວັບໄຊທ໌ຂອງ DOH.

ຜູ້ໃດຄວນໄດ້ຮັບຢາວັກຊີນໂຄວິດ-19 ເຂັມເພີ່ມເຕີມ?

ກະລຸນາທົບທວນຄືນ ແນວທາງຂອງ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ)  ສຳລັບຜູ້ທີ່ມີຂໍ້ບົກຜ່ອງດ້ານພູມຄຸ້ມກັນ ຫຼື ເຂົ້າເບິ່ງ ເວັບໄຊທ໌ຂອງ DOH.

ເປັນຫຍັງເຂັມກະຕຸ້ນຈິ່ງສຳຄັນ?

ເຂັມກະຕຸ້ນຊ່ວຍສືບຕໍ່ປ້ອງກັນການຕິດພະຍາດຮ້າຍແຮງຕໍ່ກັບຄົນທີ່ມີຄວາມສ່ຽງສູງຕໍ່ກັບການ ເຈັບປ່ວຍຮຸນແຮງຂອງພະຍາດ COVID-19.

ກ່ອນໜ້ານີ້ໄດ້ມີການແນະນໍາໃຫ້ສັກວັກຊີນເຂັມກະຕຸ້ນໃຫ້ກັບຄົນທີ່ມີຄວາມສ່ຽງສູງຕໍ່ການເປັນ ພະຍາດ COVID-19 ທີ່ຮຸນແຮງເທົ່ານັ້ນ, ແຕ່ກໍ່ໄດ້ແນະນຳເພີ່ມໃຫ້ລວມເອົາທຸກຄົນທີ່ມີອາຍຸ 6 ເດືອນຂື້ນໄປທີ່ສາມາດສັກໄດ້ເພື່ອຊ່ວຍເພີ່ມການປ້ອງກັນການຕໍ່ການເຈັບປ່ວຍຈາກພະຍາດ COVID-19.

ນີ້ເປັນສິ່ງສໍາຄັນໂດຍສະເພາະກັບການເພີ່ມຂື້ນ ຂອງສາຍພັນທີ່ມີຄວາມສາມາດແຜ່ລາມກວ້າງ ແລະ ກໍລະນີຜູ້ຕິດເຊື້ອພະຍາດ COVID-19 ເພີ່ມ ຂຶ້ນໃນທົ່ວສະຫະລັດ.

ວັກຊີນປ້ອງກັນພະຍາດ COVID-19 ທີ່ໄດ້ຮັບອະນຸຍາດ ຫຼື ອະນຸມັດໃຊ້ຢູ່ໃນສະຫະລັດອາເມລິກາ ແມ່ນຍັງມີປະສິດທິພາບໃນການຫຼຸດຜ່ອນຄວາມສ່ຽງຂອງຕິດພະຍາດທີ່ຮ້າຍແຮງ, ການເຂົ້າໂຮງ ໝໍ ແລະ ການເສຍຊີວິດຈາກພະຍາດ COVID-19, ລວມເຖິງ ການຕ້ານພະຍາດສາຍພັນຕ່າງໆ. ຢ່າງໃດກໍຕາມ, ວັກຊີນໃນປະຈຸບັນອາດຈະກ່ຽວຂ້ອງກັບການ ຫຼຸດລົງຄວາມສາມາດການປ້ອງກັນ ໄປຕາມໄລຍະເວລາ. ເຂັມກະຕຸ້ນຈະເພີ່ມການປ້ອງກັນທີ່ເກີດ ຈາກຕົວຢາວັກຊິນປ້ອງກັນພະຍາດ COVID-19 ແລະ ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍໄດ້ ນານຂື້ນ.

ແຫລ່ງຂໍ້ມູນ ແລະ ຂໍ້ມູນເພີ່ມເຕີມ

ແຫຼ່ງຂໍ້ມູນກ່ຽວກັບພະຍາດ ໂຄວິດ-19 ສຳລັບກຸ່ມສະເພາະ

ເດັກນ້ອຍ ແລະ ຊາວໜຸ່ມ

ການລ້ຽງລູກດ້ວຍນົມແມ່ ແລະ/ຫຼື ບຸກຄົນທີ່ຖືພາ

ເຂົ້າເມືອງ ແລະ ຊາວອົບພະຍົບ

ກັບບ້ານບໍ່ໄດ້

ແຫຼ່ງຂໍ້ມູນສະເພາະຂອງຊຸມຊົນເພີ່ມເຕີມສາມາດພົບໄດ້ທີ່ ໜ້າເວັບການສຸກຍູ້ ແລະ ໃຫ້ວັກຊີນເທົ່າທຽມກັນ (ພາສາອັງກິດ ເທົ່ານັ້ນ)

ຄໍາຖາມຂອງຂ້າພະເຈົ້າຍັງບໍ່ໄດ້ຮັບຄໍາຕອບຢູ່ທີ່ນີ້. ຂ້າພະເຈົ້າຈະຊອກຫາຂໍ້ມູນເພີ່ມເຕີມໄດ້ແນວໃດ?

ຄຳຖາມທົ່ວໄປສາມາດສົ່ງໄປທີ່ covid.vaccine@doh.wa.gov.