ເປັນຫຍັງຈຶ່ງຕ້ອງກວດ?
ນອກຈາກມາດຕະການດ້ານຄວາມປອດໄພອື່ນໆເຊັ່ນ: ການສັກຢາວັກຊີນ, ການໃສ່ໜ້າກາກອະນາໄມ ແລະ ການຢູ່ຫ່າງໄກທາງສັງຄົມ, ການກວດແມ່ນເຄື່ອງມືທີ່ສໍາຄັນ ແລະ ໄດ້ຮັບການພິສູດ ວ່າຈະຈໍາກັດການແຜ່ລະບາດຂອງ COVID-19 ໄດ້.
ການຮ່ວມມືຫຼຸດຜ່ອນພາລະໃນໂຮງຮຽນ
Washington State Department of Health (ພະແນກສາທາລະນະສຸກຂອງລັດ Washington) ກໍາລັງເຮັດວຽກຮ່ວມກັບບັນດາຄູ່ຮ່ວມງານເພື່ອຊ່ວຍສ້າງສະພາບແວດລ້ອມທີ່ປອດໄພສໍາລັບການຮຽນແບບຕົວຕໍ່ຕົວLearn to Return program (ໂຄງການຮຽນຮູ້ການກັບຄືນໄປໂຮງຮຽນ). Learn to Return (ພາສາ ອັງກິດເທົ່ານັ້ນ) ຊ່ວຍໃຫ້ໂຮງຮຽນສາມາດກວດ COVID-19 ໄດ້ງ່າຍໃຫ້ບັນດານັກຮຽນໃນສະຖານທີ່.
DOH ກຳລັງຮ່ວມມືກັບ Washington Office of the Superintendent of Public Instruction (OSPI, ຫ້ອງການຜູ້ຊີ້ນຳການສິດສອນສາທາລະນະຂອງ Washington) ແລະ Health Commons Project ທີ່ບໍ່ຫວັງຜົນກຳໄລເພື່ອນຳເອົາ Learn to Return ໄປສູ່ ໂຮງຮຽນເຂດຫຼາຍກວ່າ 300 ແຫ່ງ, ລວມທັງໂຮງຮຽນເອກະຊົນ, ໂຮງຮຽນກົດໝາຍ ແລະ ໂຮງຮຽນຊົນເຜົ່າໃນທົ່ວລັດ.
ສໍາລັບບັນດາໂຮງຮຽນ
Learn to Return:
- ແມ່ນໄດ້ຮັບການອອກແບບໃຫ້ບໍ່ມີຄ່າໃຊ້ຈ່າຍຕໍ່ກັບບັນດາໂຮງຮຽນ
- ການເຂົ້າໂຮງຮຽນເປັນການສະໝັກໃຈ
- ຊ່ວຍໃຫ້ໂຮງຮຽນເຂດສາມາດອອກແບບ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດການກວດ COVID-19 ທີ່ປັບແຕ່ງເໝາະສົມກັບຄວາມຕ້ອງການໃນການກວດຂອງພວກເຂົາ
- ອະນຸຍາດໃຫ້ເຂດເລືອກຈາກ ເມນູຕົວເລືອກການກວດ (ພາສາ ອັງກິດເທົ່ານັ້ນ). ອັນນີ້ລວມເຖິງການກວດກາສອບຖາມທີ່ຊ່ວຍລະບຸກໍລະນີໃຫ້ໄດ້ໄວເພື່ອປ້ອງກັນການລະບາດທີ່ອາດຈະເກີດຂຶ້ນ
- ໃຫ້ການສະໜັບສະໜູນການກວດແບບສິ້ນສຸດ, ລວມທັງນັກວາງແຜນຍຸດທະສາດການກວດເພື່ອຊ່ວຍພັດທະນາຍຸດທະສາດ ແລະ ເຄື່ອງມືທີ່ດີທີ່ສຸດ
ເພື່ອຮຽນຮູ້ເພີ່ມເຕີມ, ຜູ້ບໍລິຫານໂຮງຮຽນ ແລະ ພະນັກງານສາມາດເຂົ້າເບິ່ງໄດ້ທີ່ Learn to Return ໜ້າເວັບໄຊທຜູ້ບໍລິຫານໂຮງຮຽນ ແລະ ພະນັກງານ (ພາສາ ອັງກິດເທົ່ານັ້ນ).
ເລີ່ມເຂດການໂຮງຮຽນຂອງທ່ານດ້ວຍການລົງທະບຽນ (ພາສາ ອັງກິດເທົ່ານັ້ນ)
ການເຂົ້າເຖິງທຸກລະດັບຂອງໂຄງການ Learn to Return ເປັນຄວາມສໍາຄັນເພື່ອຮັບປະກັນຜົນສໍາເລັດຂອງໂຮງຮຽນໃນການກວດ. ເພື່ອສົ່ງເສີມຄວາມສະດວກໃນການມີສ່ວນຮ່ວມ, Public Readiness and Emergency Preparedness Act (PREP, ກົດໝາຍວ່າດ້ວຍຄວາມພ້ອມຂອງສາທາລະນະ ແລະ ການກຽມພ້ອມໃນກໍລະນີສຸກເສີນ) ຂອງລັດຖະບານກາງ (ກົດໝາຍ PREP - ພາສາ ອັງກິດເທົ່ານັ້ນ))ໄດ້ມອບອໍານາດໃຫ້ໂຮງຮຽນດໍາເນີນການກວດໂດຍບໍ່ໃຫ້ມີອຸປະສັກທາງດ້ານກົດລະບຽບເຊັ່ນ: ໃບອະນຸຍາດການດູແລສຸຂະພາບ. ນອກຈາກນີ້, ກົດໝາຍ PREPຍັງປົກປ້ອງໂຮງຮຽນຕໍ່ກັບຄວາມບໍ່ແນ່ນອນທາງກົດໝາຍ ແລະ ຄວາມສ່ຽງໂດຍຜ່ານການປົກປ້ອງພູມຕ້ານທານຈາກການຟ້ອງຮ້ອງ ແລະ ຄວາມຮັບຜິດຊອບໃນວົງກວ້າງ.
ສຳລັບພໍ່ແມ່/ຜູ້ປົກຄອງ ແລະ ນັກຮຽນ
Learn to Return:
- ແມ່ນໄດ້ຮັບການອອກແບບບໍ່ໃຫ້ມີຄ່າໃຊ້ຈ່າຍຕໍ່ກັບຄອບຄົວ
- ເປັນຄວາມສະໝັກໃຈ
- ຊ່ວຍປົກປ້ອງລູກຂອງທ່ານຢູ່ໃນໂຮງຮຽນ
- ເຮັດໃຫ້ໂຮງຮຽນເປີດການຮຽນແບບຕົວຕໍ່ຕົວ
- ອະນຸຍາດໃຫ້ສືບຕໍ່ມີສ່ວນຮ່ວມໃນກິລາຕ່າງໆ ແລະ ນອກຫຼັກສູດ
- ຮັກສາການລະບຸຕົວຕົນຂອງລູກທ່ານໄວ້ເປັນສ່ວນຕົວ
- ການທົດສອບໂດຍໃຊ້ໄມ້ກວດທີ່ຕື້ນ ແລະ ໃຊ້ງ່າຍ ໂດຍເຮັດໃຫ້ລູກຂອງທ່ານສະບາຍໃຈໄດ້
ເພື່ອຮຽນຮູ້ເພີ່ມເຕີມ, ພໍ່ແມ່ ແລະ ນັກຮຽນສາມາດເຂົ້າເບິ່ງໄດ້ທີ່ Learn to Return ໜ້າເວັບໄຊທພໍ່ແມ່ ແລະ ນັກຮຽນ (ພາສາ ອັງກິດເທົ່ານັ້ນ).