ການປີ່ນປົວພະຍາດ ໂຄວິດ-19

ຄົນທີ່ກວດພົບວ່າເປັນບວກສໍາລັບພະຍາດ ໂຄວິດ-19 ແລະ ມີຄວາມສ່ຽງສູງທີ່ຈະເປັນພະຍາດ ຮຸນແຮງອາດຈະໄດ້ຮັບຜົນປະໂຫຍດຈາກການປິ່ນປົວພະຍາດ ໂຄວິດ-19 (ຢາ) ທີ່ມີຢູ່. ການສັກຢາວັກຊີນເປັນເຄື່ອງມືທີ່ມີປະສິດທິພາບສູງທີ່ສຸດໃນການປ້ອງກັນພະຍາດຮ້າຍແຮງ, ການເຂົ້າຮັກສາຕົວໃນໂຮງໝໍ ແລະ ການເສຍຊີວິດຈາກພະຍາດ ໂຄວິດ-19. ປຶກສາກັບຜູ້ໃຫ້ບໍລິການດ້ານສຸຂະພາບຂອງທ່ານທັນທີຖ້າທ່ານກວດພົບວ່າເປັນບວກ ແລະ ມີຄວາມສ່ຽງສູງຍ້ອນການປິ່ນປົວຈໍາເປັນຕ້ອງເລີ່ມກ່ອນເພື່ອໃຫ້ໄດ້ຜົນດີທີ່ສຸດ. ຜູ້ໃຫ້ບໍລິການສຸຂະພາບຂອງທ່ານຈະຊ່ວຍຕັດສິນວ່າທາງເລືອກການໃຊ້ຢາປີ່ນປົວພະຍາດ ໂຄວິດ-19 ໃດດີທີ່ສຸດສຳລັບທ່ານ.

ການປິ່ນປົວ/ຢາ ພະຍາດໂຄວິດ-19 ບໍ່ແມ່ນໃຊ້ທົດແທນການປ້ອງກັນ. ຍັງຢາກແນະນຳໃຫ້ທຸກຄົນທີ່ມີສິດໄດ້ຮັບການສັກຢາວັກຊີນປ້ອງກັນ ແລະ ໃຫ້ດຳເນີນຂັ້ນຕອນອື່ນໆເພື່ອປ້ອງກັນການແຜ່ລະບາດຂອງ ພະຍາດໂຄວິດ-19.

ການປິ່ນປົວຮັກສາດ້ວຍຢາໂມໂນໂຄລນັລແອນຕິບໍດິແມ່ນຫຍັງ?

ແອນຕິບໍດິຄືໂປຣຕີນທີ່ຮ່າງກາຍຂອງຄົນເຮົາທີ່ສ້າງຂຶ້ນເພື່ອຕໍ່ສູ້ກັບໄວຣັສ, ເຊັ່ນ: ໄວຣັສທີ່ກໍ່ໃຫ້ເກີີດພະຍາດໂຄວິດ-19. ແອນຕິບໍດິທີ່ຜະລິດຢູ່ໃນຫ້ອງທົດລອງເຮັດຫນ້າທີ່ຄ້າຍຄືກັບແອນຕິບໍດິແບບທໍາມະຊາດເພື່ອຈໍາກັດຈໍານວນເຊື້ອໄວຣັສໃນຮ່າງກາຍຂອງທ່ານ. ສານເຫຼົ່ານີ້ເອີ້ນວ່າໂມໂນໂຄຣນນອລແອນຕີບໍດິ. ຖ້າທ່ານມີຄວາມສ່ຽງທີ່ຈະເຈັບປ່ວຍຂັ້ນຮຸນແຮງຈາກພະຍາດໂຄວິດ-19 ແລະ ຜົນກວດຫາເຊື້ອໂຄວິດ-19ເປັນບວກ ຫຼືທ່ານສຳຜັດໃກ້ຊິດກັບບຸກຄົນທີ່ຕິດເຊື້ອແລ້ວ, ທ່ານອາດຕ້ອງພິຈາລະນາວິທີການຮັກສາປິ່ນປົວດ້ວຍຢາໂມໂນໂຄລນັລ ແອນຕິບໍດິ (mAb). ທ່ານອາດມີເງື່ອນໄຂໄດ້ຮັບການປິ່ນປົວຮັກສາ (bebtelovimab) ດ້ວຍຢາ mAb ເພື່ອປິ່ນປົວຮັກສາພະຍາດໂຄວິດ-19ໂດຍຂຶ້ນກັບອາຍຸ, ປະຫວັດສຸຂະພາບຂອງທ່ານ ແລະ ໄລຍະເວລາທີ່ທ່ານມີອາການ.

ຢາປ້ອງກັນກ່ອນການສຳຜັດສຳລັບພະຍາດໂຄວິດ-19 ແມ່ນຫຍັງ?

ຢາປ້ອງກັນກ່ອນການສຳຜັດ (PrEP) ແມ່ນຢາທີ່ອອກແບບມາເພື່ອປ້ອງກັນໄວຣັດຈາກການເກາະຕິດ ແລະ ເຂົ້າສູ່ຈຸລັງຂອງມະນຸດ. ການນຳໃຊ້ບໍ່ເໝືອນກັບໂມໂນໂຄຣນນອລແອນຕີບໍດີຊະນິດອື່ນ, Evusheld ເປັນແອນທີບໍດິທີ່ປ້ອງກັນໄດ້ຍາວນານທີ່ໄດ້ຮັບອານຸຍາດນຳໃຊ້ເພື່ອປ້ອງກັນ ແລະ ປົກປ້ອງຄົນໃດໜຶ່ງກ່ອນມີການສຳພັດກັບພະຍາດໂຄວິດ-19 ເທົ່ານັ້ນ. Evusheld ບໍ່ແມ່ນໃຊ້ປີ່ນປົວຄົນທີ່ມີອາການເນື່ອງຈາກພະຍາດໂຄວິດ-19 ແລະ ຈະບໍ່ໃຊ້ຫຼັງມີການສຳພັດກັບຄົນທີ່ມີພະຍາດໂຄວິດ-19; ພຽງແຕ່ໃຫ້ເພື່ອປ້ອງກັນການຕິດເຊື້ອກ່ອນການສຳພັດ.

ຢາຕ້ານໄວຣັດທີ່ໃຊ້ກິນແມ່ນຫຍັງ?

ການຮັກສາປິ່ນປົວດ້ວຍຢາຕ້ານໄວຣັດຊະນິດກິນອາດຈະຊ່ວຍໃຫ້ຮ່າງກາຍຂອງທ່ານຕ້ານກັບ ໂຄວິດ-19 ໄດ້ໂດຍການຢຸດໄວຣັດ SARS-CoV-2 (ໄວຣັດທີ່ກໍ່ໃຫ້ເກີດໂຄວິດ-19) ຈາກການເພີ່ມຈຳນວນໃນຮ່າງກາຍ ຫຼຸດປະລິມານໄວຣັດພາຍໃນຮ່າງກາຍຫຼືຊ່ວຍລະບົບພຸູມຄຸ້ມກັນ. ເມື່ອເຂົ້າຮັບການຮັກສາປິ່ນປົວ ທ່ານອາດມີອາການຮຸນແຮງໜ້ອຍລົງ ແລະ ມີໂອກາດເຮັດໃຫ້ຄວາມເຈັບປວດຂອງທ່ານນັ້ນເບົາບາງໄດ້ ແລະ ຈຳເປັນຕ້ອງໄດ້ຮັບການຮັກສາປິ່ນປົວໃນໂຮງໝໍ. ການຮັກສາປິ່ນປົວດ້ວຍຢາຕ້ານໄວຣັດສຳລັບພະຍາດ ໂຄວິດ-19 ມີໃຫ້ສຳລັບຄົນເຈັບທີ່ມີອາການເບົາບາງ ຫາ ປານກາງ, ຄົນທີ່ບໍ່ໄດ້ເຂົ້ານອນໂຮງໝໍ, ຄົນທີ່ມີອາການເປັນເວລາ ຫ້າວັນ ຫຼື ນ້ອຍກວ່ານັ້ນ, ຫຼື ຄົນທີ່ມີຄວາມສ່ຽງສູງທີ່ຈະເຈັບເປັນໜັກ.

ຢາຕ້ານໄວຣັດແບບສີດເຂົ້າຫຼອດເລືອດດຳ (IV) ແມ່ນຫຍັງ?

Remdesivir (ເປັນພາສາອັງກິດເທົ່ານັ້ນ) ເປັນຢາຕ້ານໄວຣັດສ້າງຂື້ນມາທີ່ໄດ້ຮັບອານຸຍາດຈາກ Food and Drug Administration (FDA, ອົງການອາຫານ ແລະ ຢາ) ແລະ ປະຈຸບັນບໍ່ໄດ້ຈັດຈຳໜ່າຍໂດຍ Washington State Department of Health (WADOH, ພະແນກສາທາລະນະສຸກ ລັດວໍຊິງຕັນ). ມັນເຮັດວຽກປ້ອງກັນບໍ່ໃຫ້ເຊື້ອໄວຣັດເພີ່ມຈຳນວນດ້ວຍຕົວມັນເອງ (ຂະຫຍາຍຈຳນວນ). ຈະໃຫ້ຢາ Remdesivir ຜ່ານເຂັມເຂົ້າສູ່ເສັ້ນເລືອດດຳ (ສີດເຂົ້າລອດເລືອດດຳ) ເປັນໄລຍະເວລາໜື່ງ, ຊຶ່ງເອີ້ນວ່າການສີດເຂົ້າລອດເລືອດດຳ IV.

Remdesivir ໄດ້ຮັບອານຸຍາດປີ່ນປົວຜູ້ໃຫຍ່ ແລະ ເດັກທີ່ບໍ່ໄດ້ນອນໂຮງໝໍທີ່ມີຄວາມສ່ຽງສູງຈະເປັນພະຍາດໂຄວິດ-19 ຮຸນແຮງ. ເມື່ອວັນທີ່ 25 ເມສາ 2022 ທາງ FDA ໄດ້ຂະຫຍາຍຂອບອານຸຍາດການນຳໃຊ້ນີ້ໃຫ້ຄຸມທັງເດັກທີ່ມີອາຍຸຢ່າງໜ້ອຍ 28 ວັນທີ່ມີນ້ຳໜັກຢ່າງໜ້ອຍ 3 ກິໂລກຣາມ (ປະມານ 6.6 ປອນ) ແລະ ຄົນທີ່ມີຄວາມສ່ຽງຈະເປັນພະຍາດຮ້າຍແຮງຂື້ນ, ເຮັດໃຫ້ Remdesivir ເປັນວິທີຮັກສາສຳລັບເດັກທີ່ມີອາຍຸໜ້ອຍກວ່າ 12 ປີ ທີ່ໄດ້ຮັບອານຸຍາດຈາກ FDA ເປັນຄັ້ງທຳອິດ.

ຄວນເລີ່ມໃຊ້ຢາ Remdesivir ໂດຍໄວເທົ່າທີ່ເປັນໄປໄດ້ພາຍໃນເວລາ ເຈັດ ວັນນັບຈາກວັນເລີ່ມມີອາການ, ສະນັ້ນມັນສຳຄັນສຳລັບຄົນທີ່ມີຄວາມສ່ຽງສູງຕ້ອງພົວພັນກັບຜູ້ໃຫ້ການດູແລສຸຂະພາບຖ້າມີອາການ ແລະ ກວດພົບເປັນບວກສຳລັບພະຍາດໂຄວິດ-19. ວິທີການຮັກສານີ້ເປັນການສີດຢາເຂົ້າຫຼອດເລືອດດຳ IV ສາມຄັ້ງ, ໂດຍໃຫ້ວັນລະຄັ້ງເປັນເວລາສາມວັນຕິດຕໍ່ກັນ.

ບໍ່ແມ່ນທຸກສະຖານທີ່ໃຫ້ການຮັກສາສຸຂະພາບສາມາດໃຫ້ການຮັກສາປີ່ນປົວໂດຍໃຊ້ຢາ Remdesivir ໃຫ້ກັບຜູ້ປ່ວຍພາຍນອກ – ຜູ້ປ່ວຍຄວນປຶກສາກັບຜູ້ໃຫ້ບໍລິການສຸຂະພາບຂອງຕົນເອງເພື່ອຫາວ່າມີທາງເລືອກການປີ່ນປົວໃດທີ່ຄວນໃຊ້.

ຍັງມີການນຳໃຊ້ຢາ Remdesivir ຮັກສາປີ່ນປົວຄົນເຈັບທີ່ນອນໂຮງໝໍທີ່ມີການເຈັບເປັນໜັກເນື່ອງຈາກພະຍາດໂຄວິດ-19. ຖ້າທ່ານໄດ້ເຂົ້ານອນຮັກສາປີ່ນປົວຢູ່ໂຮງໝໍເນື່ອງຈາກພະຍາດໂຄວິດ-19, ຜູ້ໃຫ້ບໍລິການດູແລສຸຂະພາບຂອງທ່ານຈະຕັດສິນວ່າຈຳເປັນທີ່ຕ້ອງໃຊ້ຢາ Remdesivir ຫຼື ການຮັກສາປີ່ນປົວອື່ນບໍ.

ຄໍາ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ

ຢາຊະນິດ mAb ຊ່ວຍຄົນທີ່ເປັນພະຍາດໂຄວິດ-19 ແນວໃດ?

ການຮັກສາປີ່ນປົວດ້ວຍ mAb ໄດ້ຮັບການອະນຸມັດໂດຍ Food and Drug Administration (FDA, ອົງການ ອາຫານ ແລະ ຢາ) ຂອງສະຫະລັດສຳລັບການນຳໃຊ້ສຸກເສີນທີ່ອາດຊ່ວຍ ໄດ້ຄົນທີ່ ມີຄວາມສ່ຽງສູງ (ເປັນພາສາອັງກິດ ແລະ ພາສາເອັດສະປາຍ ເທົ່ານັ້ນ) ຕໍ່ກັບການມີອາການໜັກຈາກເຊື້ອພະຍາດເພື່ອ:

  • ຫຼຸດຜ່ອນໂອກາດໄດ້ເຂົ້ານອນຮັກສາຢູ່ໂຮງໝໍ
  • ໃຫ້ຫາຍຈາກພະະຍາດໂຄວິດ-19 ໄດ້ໄວຂື້ນ
ໃຜສາມາດໄດ້ຮັບການຮັກສາປີ່ນປົວດ້ວຍຢາ mAb?

ການຮັກສາ mAb ສ້າງຂື້ນມາເພື່ອປີ່ນປົວຄົນທີ່:

  • ກວດພະຍາດ ໂຄວິດ-19 ພົບເປັນຜົນບວກ:
  • ມີອາການເບົາບາງ ຫາ ລະດັບປານກາງຈາກພະຍາດເປັນເວລາ 10 ມື້ ຫຼື ນ້ອຍກວ່ານັ້ນ
  • ມີຄວາມສ່ຽງຈະເຈັບເປັນໜັກ
ຂ້າພະເຈົ້າສາມາດໄດ້ຮັບຢາວັກຊີນປ້ອງກັນພະຍາດໂຄວິດ ຫຼັງ ໄດ້ຮັບການຮັກສາປີ່ນປົວດ້ວຍຢາ ໂມໂນໂຄຣນນອລແອນຕີບໍດິ ບໍ?

ຖ້າທ່ານໄດ້ຮັບການຮັກສາປີ່ນປົວດ້ວຍຢາແອນຕີບໍດິແບບໄດ້ຮັບມາ (ການປົວດ້ວຍຢາໂມໂນໂຄຣນນອລແອນຕີບໍດິ ຫຼື ພລາສມາທີ່ມີໂປຣຕິນຄຸ້ມກັນ) ຫຼັງມີການຕິດເຊື້ອພະຍາດໂຄວິດ-19, ທ່ານສາມາດຮັບວັກຊິນປ້ອງກັນໂຄວິດ-19 ເມື່ອໃດກໍ່ໄດ້ ຫຼັງສຳເລັດການປີ່ນປົວ. ຈະບໍ່ໃຫ້ຄົນເຈັບລໍຖ້າ 90 ວັນຫຼັງສິ້ນສຸດການຮັກສາປີ່ນປົວດ້ວຍຢາແອນຕີບໍດິແບບໄດ້ຮັບມາອີກຕໍ່ໄປ.

ຫາກມີຄຳຖາມກ່ຽວກັບການມີສິດໄດ້ຮັບການຮັກສາປີ່ນປົວດ້ວຍຢາແອນຕີບໍດິແບບໄດ້ຮັບມາ, ໃຫ້ປຶກສາກັບຜູ້ດູແລສຸຂະພາບຂອງທ່ານ.

ຂ້າພະເຈົ້າຈະສະແດງແນວໃດໃຫ້ຮູ້ວ່າຂ້າພະເຈົ້າໄດ້ຮັບການຮັກສາປີ່ນປົວດ້ວຍຢາແອນຕີບໍດິ?

ຜູ້ໃຫ້ການດູແລປີ່ນປົວທີ່ໃຫ້ການຮັກສາປີ່ນປົວດ້ວຍຢາ mAb ສາມາດສະໜໜອງເອກະສານສະແດງວ່າທ່ານໄດ້ຮັບການປີ່ນປົວນັ້ນເມື່ອໃດແລ້ວ.

ໃຜທີ່ມີສິດໄດ້ຮັບຢາຕ້ານໄວຣັດຊະນິດກິນ?

Paxlovid: ຜູ້ປ່ວຍທີ່ເປັນຜູ້ໃຫຍ່ ແລະ ເດັກນ້ອຍ (ມີອາຍຸ 12 ປີຂື້ນໄປທີ່ມີນ້ຳໜັກຢ່າງນ້ອຍ 88 ປອນ/40 ກີໂລກຣາມ) ທີ່ມີຄວາມສ່ຽງຈະເປັນພະຍາດໂຄວິດ-19 ຮຸນແຮງ, ເຊັ່ນ ການເຂົ້ານອນໂຮງໝໍ ຫຼື ເສຍຊີວິດ.

Molnupiravir: ຜູ້ໃຫຍ່ທີ່ມີຄວາມສ່ຽງຈະເປັນພະຍາດໂຄວິດ-19 ຮຸນແຮງ, ເຊັ່ນ ການເຂົ້ານອນໂຮງໝໍ ຫຼື ເສຍຊີວິດ, ແລະ ສຳລັບຄົນທີ່ບໍ່ສາມາດເຂົ້າເຖິງທາງເລືອກການຮັກສາປີ່ນປົວພະຍາດໂຄວິດ-19 ທີ່ໄດ້ຮັບອານຸຍາດຈາກ Food and Drug Administration (FDA, ອົງການ ອາຫານ ແລະ ຢາ) ຫຼື ການປີ່ນປົວທີ່ເໝາະສົມ.

Medicaid/Children's Health Insurance Program (CHIP) ຄວບຄຸມການປີ່ນປົວຮັກສາບໍ?

ຄວບຄຸມ. Medicaid/ Children's Health Insurance Program (CHIP, ໂຄງການປະກັນສຸຂະພາບສຳລັບເດັກ) ຈະຄວບຄຸມຄ່າດຳເນີນການ (ພາສາອັງກິດເທົ່ານັ້ນ) ສຳລັບການຮັກສາປີ່ນປົວດ້ວຍ mAb. ຄ່າບໍລິຫານວັກຊີນແມ່ນຄ່າທໍານຽມທີ່ຜູ້ໃຫ້ບໍລິການດູແລສຸຂະພາບຄິດຄ່າເພື່ອໃຫ້ການຮັກສາປີ່ນປົວແກ່ທ່ານ. ຢາ mAb ສ່ວນໃຫຍ່, ລັດຖະບານກາງຈະເປັນຄົນຮັບພິຊອບຄ່າຢານີ້.

ຖ້າຫາກຂ້າພະເຈົ້າບໍ່ມີປະກັນໄພ, ຂ້າພະເຈົ້າສາມາດໄດ້ຮັບການຮັກສາປີ່ນປົວພະຍາດໂຄວິດ-19 ບໍ?

ຜູ້ປ່ວຍບໍ່ມີຄ່າໃຊ້ຈ່າຍໃດໆສຳລັບການຮັກສາພະຍາດໂຄວິດ-19 ທີ່ຈັດຊື້ໂດຍລັດຖະບານກາງ. ແນວໃດກໍ່ຕາມ, ຜູ້ດູແລສຸຂະພາບອາດມີຄ່າທຳນຽງການຈ່າຍຢາ, ການຮັກສາປີ່ນປົວ ແລະ ການດຳເນີນການທີ່ຕ້ອງຈ່າຍໂດຍປະກັນໄພ, ຜູ້ປ່ວຍ ຫຼື ໂຄງການລັດຖະບານກາງ. ເພື່ອໃຫ້ຮັບຮູ້ປະເພດການຊ່ວຍຈ່າຍທີ່ມີເມື່ອຫາການຮັກສາ, ກະລຸນາປຶກສາກັບຜູ້ໃຫ້ບໍລິການດູແລສຸຂະພາບຂອງທ່ານ.

ບຸກຄົນທີ່ບໍ່ມີເອກະສານສາມາດໄດ້ຮັບການຮັກສາປີ່ນປົວພະຍາດໂຄວິດ-19 ບໍ?

ບຸກຄົນທີ່ບໍ່ມີເອກະສານສາມາດຮັບການຄຸ້ມຄອງຈາກ Alien Emergency Medical Program (ໂຄງການຊ່ວຍເຫຼືອການປີ່ນປົວສຸກເສີນ (AEM Program) ສຳລັບ Alien (ຄົນຕ່າງດ້າວ) (ພາສາອັງກິດເທົ່ານັ້ນ) ສຳລັບ:

  • ເຫດສຸກເສີນທີ່ຕົງຕາມເງື່ອນໄຂເຊັ່ນ ການປະເມີນ ແລະ ການຮັກສາປີ່ນປົວພະຍາດໂຄວິດ-19. 
  • ສະຖານທີ່ໃຫ້ການກວດຫາເຊື້ອ ແລະ ການຮັກສາປີ່ນປົວເຊັ່ນ ສຳນັກງານໃຫ້ການປີ່ນປົວ, ຄລີນິກ, ຫຼື ການໂທປີ່ນປົວທາງໄກ.
  • ການບໍລິການທີ່ອານຸມັດ. ບຸກຄົນທີ່ກວດພະຍາດໂຄວິດ-19 ເປັນບວກອາດໄດ້ຮັບການຄຸ້ມຄອງການໃຊ້ຢາ ແລະ ການໃຫ້ບໍລິການຜູ້ປ່ວຍລະບົບທາງເດີນຫາຍໃຈ. ຜົນກວດພະຍາດໂຄວິດ-19 ທີ່ອາດເປັນບວກອາດໄດ້ຮັບການຄຸ້ມຄອງຄ່າໃຊ້ຈ່າຍການເຂົ້າປີ່ນປົວ ແລະ ຢາ

ວິທີສະໝັກໃຊ້ AEM

ຜູ້ໃຫຍ່ທີ່ມີອາຍຸ 19 ຫາ 64 ປີ:

  • ທາງອອນໄລນ໌: ເຂົ້າເບີ່ງທີ່ Washington Healthplanfinder
  • ແອັບໃຊ້ທາງໂທລະ​ສັບ​ມື​ຖື: ດາວໂຫຼດ ແອັບ WAPlanfinder
  • ​ໂທ​ລະ​ສັບ: 1-855-923-4633

ຜູ້ໃຫຍ່ອາຍຸ 65 ປີຂື້ນໄປ, ຕາບອດ, ພິການ, ຫຼື ຕ້ອງໃຫ້ບໍລິການໄລຍະຍາວ:

  • ອອນໄລນ໌: Washington Connection (ເປັນພາສາອັງກິດ ແລະ ພາສາເອັດສະປາຍ ເທົ່ານັ້ນ)
  • ​ໂທ​ລະ​ສັບ: 1-877-501-2233

ເຂົ້າຮັກສາປີ່ນປົວພະຍາດໂຄວິດ-19

ໂຄງການ Test to Treat (ກວດເພື່ອປີ່ນປົວ) (ພາສາອັງກິດເທົ່ານັ້ນ) ສາມາດໃຫ້ການເຂົ້າເຖິງການປີ່ນປົວໄດ້ງ່າຍ ແລະ ໄວຂື້ນ ເພື່ອຮັກສາປີ່ນປົວພະຍາດໂຄວິດ-19 ຊ່ວຍຊີວິດ. ຖ້າທ່ານກວດພົບເປັນບວກ, ທ່ານສາມາດເຂົ້າພົບຜູ້ໃຫ້ບໍລິການສຸຂະພາບ (ບໍ່ວ່າຈະຢູ່ໃນສະຖານທີ່ໃຫ້ການດູແລ ຫຼື ຜ່ານການໂທທາງໄກ), ແລະ ຖ້າຫາມີສິດໄດ້ຮັບ, ໃຫ້ຮັບຢາຮັກສາປີ່ນປົວຕ້ານພະຍາດໄວຣັດຊະນິດກິນ ແລະ ຊື້ຢາເພີ່ມໄດ້—ທຸກຢ່າງໃນສະຖານທີ່ດຽວ ຖ້າມີສິດໄດ້ຮັບ.

ເຂົ້າເບີ່ງໄດ້ທີ່ ຕົວລະບຸຕຳແໜ່ງ Test to Treat ຫຼື ໂທຫາ 1-800-232-0233 (TTY 1-888-720-7489) ເພື່ອຫາຄວາມຊ່ວຍເຫຼືອດ້ານພາສາອັງກິດ, ເອດສະປາຍ, ແລະ ອີກ 150 ພາສາ. ສູນດູແລການໂທເປີດ 8 ໂມງເຊົ້າ ເຖິງທ່ຽງຄືນ ເວລາທ້ອງຖີ່ນພາກຕາເວັນອອກ, 7 ວັນຕໍ່ ອາທິດ, ແລະ ຈະຊ່ວຍທ່ານຫາສະຖານທີ່ໃກ້ກັບທ່ານ.

ແຫຼ່ງໃຫ້ການຊ່ວຍເຫຼືອສຳລັບບຸກຄົນທີ່ບໍ່ມີປະກັນໄພ

ບຸກຄົນທີ່ບໍ່ມີປະກັນໄພທີ່ຕ້ອງການການຮັກສາພະຍາດໂຄວິດ-19 ຫຼື ການຄຸ້ມຄອງດູແລສຸຂະພາບທີ່ສາມາດເຂົ້າເຖິງ:

ນອກຈາກນີ້ບຸກຄົນທີ່ບໍ່ມີປະກັນໄພຍັງສາມາດຊອກຫາການໃຫ້ບໍລິການໄດ້ທີ່ຄລີນິກຫຼາຍແຫ່ງທີ່ເປັນສ່ວນໜຶ່ງຂອງ Federally Qualified Health Centers (FQHC, ສູນບໍລິການດ້ານສຸຂະພາບທີ່ມີການຮັບຮອງຂອງລັດຖະບານກາງ): 

ຕ້ອງການການຊ່ວຍເຫຼືອຊອກສະຖານທີ່ຮັບຢາປີ່ນປົວບໍ? ໂທຫາ 1-800-232-0233 (TTY 888-720-7489) ເພື່ອຊອກຫາພື້ນທີ່ໃຫ້ການກວດຫາເຊື້ອຂອງ Test to Treat (ພາສາອັງກີດເທົ່ານັ້ນ).

ແຫຼ່ງຂໍ້ມູນ ເພີ່ມເຕີມ

ມີສາຍດ່ວນໃຫ້ການຊ່ວຍເຫຼືອພະຍາດໂຄວິດ-19 ຂອງລັດລໍໃຫ້ຄຳຕອບແກ່ຄຳຖາມເພີ່ມເຕີມ. ຂໍ້ມູນສາຍດ່ວນມີຢູ່ ໜ້າເວັບ ຕິດຕໍ່ພວກເຮົາ.

ສຳລັບການຮັກສາພະຍາດໂຄວິດ-19 ເພີ່ມເຕີມ, ເຂົ້າເບີ່ງທີ່ ໜ້າເວັບໃຫ້ຂໍ້ມູນກ່ຽວກັບການຮັກສາພະຍາດໂຄວິດ-19 ຂອງ Centers for Disease Control and Prevention (ສູນຄວບຄຸມ ແລະ ປ້ອງກັນພະຍາດ)