ພະຍາດ ໂຄວິດ-19

This page is being reviewed for updates. The Washington State Department of Health has updated its guidance for what to do if you are sick with COVID-19 or were exposed to COVID-19. This page may have content that is inconsistent with the new guidance.

ສາຍດ່ວນກ່ຽວກັບຂໍ້ມູນຂອງພະຍາດ ໂຄວິດ-19:

ຖ້າຫາກວ່າທ່ານມີຄຳຖາມກ່ຽວກັບພະຍາດ ໂຄວິດ-19, ໂທຫາ 1-800-525-0127 ແລ້ວກົດ 7. ເມື່ອພວກເຂົາຮັບໂທລະສັບແລ້ວ, ໃຫ້ເວົ້າພາສາຂອງທ່ານ ເພື່ອເຂົ້າເຖິງການບໍລິການແປພາສາ. ມີສາຍດ່ວນໃຫ້ບໍລິການໃນວັນຈັນຕັ້ງແຕ່ 6 ໂມງເຊົ້າ ຫາ 10 ໂມງແລງ ແລະ ວັນອັງຄານ ຫາ ວັນອາທິດ (ແລະ ວັນພັກທີ່ສັງເກດໄດ້) 6 ໂມງເຊົ້າ ຫາ 6 ໂມງແລງ.

ກັບບ້ານບໍ່ໄດ້ ແລະ ຕ້ອງການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ກ່ອນບໍໍ?

ມີສາມວິທີໃນການລົງທະບຽນ.

ດູແລ, ລັດ ວໍຊິງຕັນ - ໃຊ້ຊີວິດທີ່ດີກວ່າ ແລະ ປອດໄພກວ່າໃນຍາມມີ COVID-19

ດຽວນີ້ພວກເຮົາຮູ້ແລ້ວວ່າ COVID-19 ຢູ່ທີ່ນີ້ຍັງເຫັນຕໍ່ໄປໃນອະນາຄົດ. ມັນເປັນສິ່ງສໍາຄັນທີ່ຈະເຂົ້າໃຈວິທີການດໍາລົງຊີວິດຂອງພວກເຮົາພ້ອມກັບຮັກສາຕົວເຮົາເອງ, ຄົນຮັກ ແລະຊຸມຊົນໃຫ້ປອດໄພເທົ່າທີ່ເປັນໄປໄດ້. ພວກເຮົາສາມາດເຮັດແນວນັ້ນໄດ້ແນວໃດ? ໂດຍການນໍາໃຊ້ເຄື່ອງມືທັງໝົດທີ່ພວກເຮົາໄດ້ຮຽນຮູ້ມາເຖິງຕອນນັ້ນ: ໄດ້ຮັບການສັກວັກຊີນປ້ອງກັນ ແລະ ເຂັມກະຕຸ້ນ, ໄດ້ຮັບການກວດ ແລະ ຢູ່ເຮືອນຖ້າເຈັບປ່ວຍ ຫຼື ໄດ້ສໍາພັດ, ໃສ່ໜ້າກາກອານາໄມ ໃນຝູງຊົນ ແລະ ຮັກສາໄລຍະຫ່າງຂອງພວກເຮົາ.

ນີ້ແມ່ນສິ່ງທີ່ທ່ານຕ້ອງຮູ້ ໃນຂະນະທີ່ພວກເຮົາເຂົ້າສູ່ໄລຍະໃໝ່ຂອງຊີວິດ ການຢູ່ຮ່ວມກັນກັບ COVID-19 ໃນຊຸມຊົນຂອງພວກເຮົາ.

ປະຕິບັດ, ເອົາໃຈໃສ່

Decorative

ສັກວັກຊີນ ແລະ ເຂັມກະຕຸ້ນ

ວັກຊີນ ແລະ ເຂັມກະຕຸ້ນປ້ອງກັນ COVID-19 ແມ່ນການປ້ອງກັນໄດ້ອັນດັບໜຶ່ງຕໍ່ກັບການຕິດເຊື້ອ ແລະ ການເຈັບປ່ວຍຮ້າຍແຮງ.

ສຶກສາເພີ່ມເຕີມ

Decorative

ຮູ້ເວລາໄປກວດ

ຫຼຸດຜ່ອນຄວາມສ່ຽງຕໍ່ການແຜ່ລະບາດຂອງ COVID-19 ໂດຍການກວດຖ້າທ່ານຮູ້ສຶກບໍ່ສະບາຍ, ກໍາລັງເຂົ້າຮ່ວມການຊຸມນຸມ, ຫຼື ໄດ້ສໍາຜັດກັບ COVID-19.

ສຶກສາເພີ່ມເຕີມ

Decorative

ໃສ່ໜ້າກາກອານາໄມ

ການໃສ່ໜ້າກາກອານາໄມແມ່ນພິສູດໄດ້ວ່າເຮັດໃຫ້ການແຜ່ລະບາດຂອງ COVID-19 ຊ້າລົງ ແລະ ຍັງຈຳເປັນໃນບາງການຈັດຕັ້ງ.

ສຶກສາເພີ່ມເຕີມ

 

ຖ້າດຽວນີ້ທ່ານມີອາການຂອງ COVID-19

ກວດເບິ່ງຂໍ້ແນະນຳຫຼ້າສຸດ

ຢູ່ແຕ່ໃນເຮືອນ ແລະ ຢູ່ຫ່າງຈາກຄົນອື່ນ ແລະ ປະຕິບັດຕາມຄໍາແນະນໍາ ການກັກບໍລິເວນຫລ້າສຸດ.

ສຶກສາເພີ່ມເຕີມ

ຮັບການປີ່ນປົວ

ຕິດຕໍ່ຜູ້ໃຫ້ບໍລິການດ້ານສຸຂະພາບຂອງທ່ານເພື່ອຄົ້ນຫາທາງເລືອກການປິ່ນປົວຂອງທ່ານ.

ສຶກສາເພີ່ມເຕີມ

ໄປຮັບການຊ່ວຍເຫຼືອເພື່ອຟື້ນຕົວ

ຮັບການຈັດສົ່ງອາຫານ ແລະ ຢາ, ການເບິ່ງແຍງເດັກນ້ອຍ ແລະ ການບໍລິການອື່ນໆ ໃນເວລາທີ່ທ່ານຟື້ນຕົວຈາກ COVID-19.

ສຶກສາເພີ່ມເຕີມ

ການຕິດເຊື້ອ COVID ຍາວນານ

ຄົນທີ່ເປັນພະຍາດ COVID-19 ສາມາດມີອາການຫຼາຍອາທິດ ຫາຫຼາຍປີຫຼັງຈາກການຕິດເຊື້ອ. ເພື່ອປ້ອງກັນການຕິດເຊື້ອ COVID ຍາວນານ ຕ້ອງການປ້ອງກັນການຕິດເຊື້ອ COVID-19.

ສຶກສາເພີ່ມເຕີມ

ຂໍ້ມູນເພີ່ມເຕີມ

ອາການ, ສັນຍານ ແລະ ການປ້ອງກັນພະຍາດ COVID-19

ອາການຫຼັກຂອງພະຍາດ COVID-19 ມີດັ່ງນີ້:

  • ໄອ, ຫາຍໃຈຝືດ ຫຼື ຫາຍໃຈຍາກ, ມີໄຂ້, ໜາວສັ່ນ, ເຈັບກ້າມຊີ້ນ, ເຈັບຄໍ, ສູນເສຍລົດຊາດ ຫຼື ກິ່ນໃໝ່. ອາການອື່ນໆທີ່ບໍ່ຄ່ອຍມີຄື: ປວດຮາກ, ຮາກ, ຫຼື ຖອກທ້ອງ.
  • ໂທຫາ 911 ຖ້າຫາກທ່ານສັງເກດເຫັນສັນຍານເຕືອນໄພສຸກເສີນ ຂອງ COVID-19 ຕໍ່ໄປນີ້:
    • ຫາຍໃຈຍາກ
    • ເຈັບໜ້າເອິກ ຫຼື ແໜ້ນໜ້າເອິກ
    • ມີຄວາມສັບສົນໃໝ່ເກີດຂື້ນກະທັນຫັນ່
    • ບໍ່ສາມາດທີ່ຈະຕື່ນ ຫຼື ລຸກຂື້ນໄດ້
    • ຜິວໜັງ ຮິມສົບ ຫຼື ເລັບມື ເປັນສີຟ້າແກ່ ສີຂີ້ເຖົາ ຫຼື ສີຟ້າ, ຂື້ນກັບສີຜິວໜັງນໍາ
  • ກຸ່ມໃດແດ່ທີ່ມີຄວາມສ່ຽງ?
    • ຜູ້ສູງອາຍຸ, ຄົນທຸກເພດທຸກໄວທີ່ມີໂລກປະຈໍາຕົວປົວບໍ່ຫາຍຂາດ ແລະ ແມ່ຍິງຖືພາອາດຈະມີຄວາມສ່ຽງສູງກວ່າທີ່ຈະເຈັບຢ່າງຮຸນແຮງຈາກພະຍາດ COVID-19.

ຂ້າພະເຈົ້າສາມາດປົກປ້ອງຕົນເອງ ແລະ ຄອບຄົວຂອງຂ້າພະເຈົ້າ ໄດ້ແນວໃດ?

  • ສັກວັກຊີນ ແລະ ເຂັມກະຕຸ້ນ ເມື່ອມີສິດ.
  • ຢູ່​ເຮືອນ​ຖ້າຫາກວ່າທ່ານ​ເຈັບ​ປ່ວຍ.
  • ໃສ່ໜ້າກາກອານາໄມ ແລະ ຮັກສາໄລຍະຫ່າງ 6 ຟຸດ (2 ແມັດ) ຈາກຄົນອື່ນ ເມື່ອໄປສະຖານທີ່ສາທາລະນະທີ່ແອອັດ.
  • ຫຼີກລ້ຽງການແອອັດກັບຜູ້ຄົນ ແລະ ພຶ້ນທີ່ທີ່ລະບາຍອາກາດບໍ່ດີ.
  • ລ້າງມືຂອງທ່ານຕະຫຼອດ ຫຼື ໃຊ້ເຈວລ້າງມື.
  • ປິດການໄອ ແລະ ຈາມດ້ວຍສອກ ຫຼື ເຈ້ຍອານາໄມ.
  • ຢ່າ​ສຳ​ຜັດ​ໜ້າ​ຂອງ​ທ່ານ​ດ້ວຍມື້ສອງເບື້ອງທີ່ຍັງບໍ່ທັນລ້າງ.
  • ທໍາຄວາມສະອາດພື້ນຜິວໃນເຮືອນຂອງທ່ານ.
  • ຖ້າທ່ານມີອາການຕ່າງໆຂອງພະຍາດ COVID-19, ໃຫ້ໄປພົບຜູ້ໃຫ້ບໍລິການດ້ານສຸຂະພາບຂອງທ່ານ.
ການໄປຮ້ານຄ້າ ແລະ ຢ້ຽມຢາມສະຖານທີ່ສາທາລະນະໄດ້ຢ່າງປອດໄພຍິ່ງຂຶ້ນ

ມີຫຼາຍສິ່ງຫຼາຍຢ່າງທີ່ທ່ານສາມາດຈື່ໄວ້ເພື່ອປົກປ້ອງຕົນເອງ ແລະ ຜູ້ອື່ນກ່ອນ ແລະ ຫຼັງຈາກທີ່ທ່ານາອອກໄປນອກ ແລະ ໃນຂະນະທີ່ທ່ານບໍ່ຢູ່ເຮືອນ.

ກ່ອນອອກເດີນທາງ:

  • ຫຼາຍເທົ່າທີ່ເປັນໄປໄດ້, ຢ່າໄປຮ້ານຄ້າ ຫຼື ສະຖານທີ່ສາທາລະນະອື່ນໆ ຖ້າຫາກທ່ານປ່ວຍ. ຂໍໃຫ້ສະມາຊິກໃນຄອບຄົວ ຫຼື ໝູ່ເພື່ອນມາຮັບເຄື່ອງຕ່າງໆແທນທ່ານ.
  • ພິ​ຈາ​ລະ​ນາ​ສັ່ງ​ຊື້​ອາຫານ, ຢາ​ປົວ​ພະ​ຍາດ​ ແລະ​ ລາຍ​ການ​ອື່ນໆທາງ​ອອນ​ໄລ​ນ໌ເພື່ອ​ສົ່ງ​ໄປ​ເຮືອນ​ຂອງ​ທ່ານ​.
  • ພິຈາລະນາໄປຮ້ານຄ້າໃນຊ່ວງເວລາທີ່ບໍ່ມີຄົນຫຼາຍ ຖ້າເປັນໄປໄດ້.
  • ລ້າງມືຂອງທ່ານກ່ອນອອກຈາກເຮືອນ.

ໃນຂະນະທີ່ຢູ່ໃນເຮືອນໃນພື້ນທີ່ແອອັດ:

  • ໃສ່ໜ້າກາກອະນາໄມ ທີ່ປິດດັງ ແລະ ປາກຂອງທ່ານ.
  • ຮັກສາໄລຍະຫ່າງລະຫວ່າງທ່ານກັບຄົນອື່ນຢ່າງໜ້ອຍ 6 ຟຸດ (2 ແມັດ), ເຖິງແມ່ນວ່າຢູ່ໃນເສັ້ນທີ່ຈະກວດອອກກໍ່ຕາມ.
  • ປົກ​ປາກ ເມື່ອ​ທ່ານ​ໄອ ຫຼື ຈາມ.
  • ຢ່າ​ສຳ​ຜັດໃບ​ໜ້າ​ຂອງ​ທ່ານ.
  • ຖ້າຫາກທ່ານໄປຊື້ເຄື່ອງ, ໃຫ້ໃຊ້ເຈວທໍາຄວາມສະອາດ ຫຼື ນໍ້າຢາຂ້າເຊື້ອພະຍາດ ເພື່ອລ້າງມືເວລາຈັບລົດເຂັນ ຫຼື ກະຕ່າຊື້ເຄື່ອງຂອງທ່ານ.

ໃນເວລາທີ່ທ່ານມາຮອດເຮືອນ:

  • ສັກຜ້າປົກໜ້າ ແລະ ເກັບຮັກສາໄວ້ຢ່າງປອດໄພ. ຖິ້ມໜ້າກາກແບບທີ່ໃຊ້ແລ້ວຖິ້ມ.
  • ລ້າງ​ມື​ຂອງ​ທ່ານ​ໃຫ້​ສະ​ອາດ.
  • ປະຕິບັດຕາມແນວທາງດ້ານຄວາມປອດໄພຂອງອາຫານ. ຫ້າມອານາໄມຂ້າເຊື້ອຜະລິດຕະພັນອາຫານ. ລ້າງໝາກໄມ້ ແລະ ຜັກຕາມປົກກະຕິ.
ການຖືພາ, ມີເດັກນ້ອຍ ແລະ COVID-19

ສິ່ງທີ່ທ່ານຄວນຮູ້ຖ້າທ່ານຖືພາ

  • ຄົນທີ່ຖືພາ ຫຼື ຖືພາບໍ່ດົນມານີ້ມີຄວາມສ່ຽງສູງຕໍ່ການເຈັບປ່ວຍ ຈາກ COVID-19 ຮຸນແຮງຂຶ້ນເມື່ອປຽບທຽບກັບຄົນທີ່ບໍ່ຖືພາ.
  • ຜູ້ທີ່ຕິດເຊື້ອ COVID-19 ໃນລະຫວ່າງການຖືພາຍັງມີຄວາມສ່ຽງສູງຕໍ່ ການເກີດລູກກ່ອນກຳນົດ (ການເກີດກ່ອນ 37 ອາທິດ) ແລະ ຍັງຈະເກີດ ແລະ ອາດຈະມີຄວາມສ່ຽງຕໍ່ການເກີດພາວະແຊກຊ້ອນການຖືພາອື່ນໆ.
  • ຜູ້ທີ່ຖືພາ ຫຼື ຖືພາເມື່ອບໍ່ດົນມານີ້ ແລະ ຜູ້ທີ່ເຂົາເຈົ້າໄກ້ສິດກັບຄວນປະຕິບັດຂັ້ນຕອນເຫຼົ່ານີ້ເພື່ອຊ່ວຍປ້ອງກັນຕົນເອງຈາກການແຜ່ລະບາດຂອງ COVID-19:
    • ໄດ້ຮັບການສັກຢາວັກຊີນ ແລະ ເຂັມກະຕຸ້ນຂອງທ່ານ.
    • ໃສ່ໜ້າກາກອານາໄມ.
    • ຢູ່ຫ່າງຈາກຄົນອື່ນ 6 ຟຸດ (2 ແມັດ) ແລະ ຫຼີກເວັ້ນບ່ອນແອອັດຈາກຜູ້ຄົນ ແລະ ສະຖານທີ່ລະບາຍອາກາດບໍ່ດີ.
    • ໄປກວດເພື່ອຫຼີກເວັ້ນການແຜ່ເຊື້ອພະຍາດໄປຫາຜູ້ອື່ນ.
    • ລ້າງມືຂອງທ່ານເລື້ອຍໆ ແລະ ປົກປິດອາການໄອ ແລະ ຈາມດ້ວຍສອກ ຫຼື ເຈ້ຍອານາໄມ.
    • ທໍາຄວາມສະອາດ ແລະ ຂ້າເຊື້ອໃນເຮືອນຂອງທ່ານເປັນປະຈໍາ.
    • ຕິດຕາມສຸຂະພາບຂອງທ່ານທຸກວັນ.
    • ໂທຫາຜູ້ໃຫ້ບໍລິການດ້ານສຸຂະພາບຂອງເຂົາເຈົ້າທັນທີຖ້າພວກເຂົາມີຄວາມກັງວົນກ່ຽວກັບການຖືພາຂອງເຂົາເຈົ້າ, ຖ້າເຂົາເຈົ້າເຈັບປ່ວຍ, ຫຼື ເຂົາເຈົ້າຄິດວ່າເຂົາເຈົ້າອາດຈະຕິດເຊື້ອ COVID-19.

ການຖືພາ ແລະ ການສັກຢາວັກຊີນປ້ອງກັນພະຍາດ COVID-19

  • ແນະນໍາໃຫ້ສັກຢາວັກຊີນປ້ອງກັນພະຍາດ COVID-19 ສໍາລັບຜູ້ທີ່ກໍາລັງຖືພາ, ໃຫ້ນົມລູກ, ກໍາລັງກະກຽມຖືພາ ຫຼື ອາດຈະຖືພາໃນອະນາຄົດ.
  • ຫຼັກຖານກ່ຽວກັບຄວາມປອດໄພ ແລະ ປະສິດທິພາບຂອງການ ສັກວັກຊີນປ້ອງກັນ COVID-19 ໃນລະຫວ່າງການຖືພາແມ່ນເພີ່ມຂຶ້ນ. ຂໍ້ມູນແນະນຳວ່າຜົນປະໂຫຍດຂອງການໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ຫຼາຍກວ່າຄວາມສ່ຽງທີ່ຮູ້ຈັກ ຫຼື ອາດເປັນໄປໄດ້ ຂອງການສັກຢາວັກຊີນໃນລະຫວ່າງການຖືພາຢູ່.
  • ບຸກຄົນທີ່ຖືພາຄວນໄດ້ຮັບເຂັມກະຕຸ້ນຂອງວັກຊີນປ້ອງກັນ COVID-19 ເມື່ອມີສິດ.
  • ວັກຊີນປ້ອງກັນພະຍາດ COVID-19 ບໍ່ເຮັດໃຫ້ເກີດການຕິດ ເຊື້ອພະຍາດ COVID-19, ໃນກໍລະນີຜູ້ທີ່ກໍາລັງຖືພາ ຫຼື ລູກນ້ອຍຂອງພວກເຂົາ.
  • ປະຈຸບັນບໍ່ມີຫຼັກຖານສະແດງໃຫ້ເຫັນວ່າວັກຊີນໃດ, ລວມທັງ ວັກຊີນປ້ອງກັນ COVID-19 ເຮັດໃຫ້ເກີດບັນຫາການຈະເລີນພັນ ຂອງຜູ້ຊາຍ.
  • ມີ​ຄຳ​ຖາມກ່ຽວກັບຖືພາ ແລະ ຄຳຖາມເພີ່ມເຕີມກ່ຽວກັບວັກຊີນປ້ອງ ກັນ COVID-19 ຫຼື ບໍ? ລົມກັບຜູ້ໃຫ້ບໍລິການດ້ານສຸຂະພາບຂອງທ່ານ ຫຼື ຕິດຕໍ່ກັບ MotherToBaby, ເຊິ່ງມີຜູ້ຊ່ຽວຊານຄອຍຕອບຄໍາຖາມທາງໂທລະສັບ ຫຼື ຂໍ້ຄວາມການສົນທະນາ. ນີ້ບໍ່ເສຍຄ່າ, ການບໍລິການຄວາມລັບແມ່ນເປີດບໍລິການວັນຈັນເຖິງວັນສຸກ, ຕັ້ງແຕ່ເວລາ 8 ໂມງເຊົ້າຫາ 5 ໂມງແລງ. ເຂົ້າໄປທີ່ MotherToBaby (ພາສາ ອັງກິດ ແລະ ສະແປນ ເທົ່ານັ້ນ)ເພື່ອສົນທະນາສົດ ຫຼື ສົ່ງອີເມວ ຫຼື ໂທຫາ 1-866-626-6847 (ສະເພາະພາສາອັງກິດ ແລະ ສະແປນ ເທົ່ານັ້ນ).

ວິທີເບິ່ງແຍງເດັກເກີດໃໝ່ຖ້າພວກເຂົາເປັນພະຍາດ COVID-19

  • ເດັກນ້ອຍເກີດໃໝ່ສ່ວນໃຫຍ່ທີ່ຕິດເຊື້ອພະຍາດ COVID-19 ໃນເວລາຖືພາບໍ່ມີເຊື້ອພະຍາດ COVID-19 ເມື່ອເກີດອອກມາ.
  • ເດັກເກີດໃໝ່ສ່ວນໃຫຍ່ທີ່ກວດພົບວ່າມີຜົນກວດເປັນບວກ ສໍາລັບເຊື້ອພະຍາດ COVID-19 ມີອາການບໍ່ຮຸນແຮງ ຫຼື ບໍ່ມີອາການເລີຍ ແລະ ຫາຍດີແລ້ວ. ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ ເດັກ​ເກີດ​ໃໝ່​ບາງ​ຄົນ​ເປັນ​ພະຍາດ​ຮ້າຍ​ແຮງ​ຈາກ COVID-19.
  • ຖ້າຫາກທ່ານຕ້ອງກັກຕົວ ສຳລັບການຕິດເຊື້ອ COVID-19 ແລະ ມີລູກເກີດໃໝ່, ໃຫ້ປະຕິບັດຕາມມາດຕະການປ້ອງຕໍ່ໄປນີ້ຈົນກວ່າ ໄລຍະການແຍກກັກບໍລິເວນຂອງທ່ານຈະສິ້ນສຸດລົງ:
    • ຢູ່ເຮືອນ ເພື່ອແຍກຕົນເອງອອກຈາກຄົນອື່ນຜູ້ທີ່ບໍ່ຢູ່ນໍາທ່ານ.
    • ກັກບໍລິເວນ (ຢູ່ຫ່າງ) ຈາກສະມາຊິກຄົວເຮືອນອື່ນໆທີ່ບໍ່ຕິດເຊື້ອ ແລະ ໃສ່ໜ້າກາກໃນພື້ນທີ່ທີ່ໃຊ້ຮ່ວມກັນ.
    • ຊອກຫາຜູ້ເບິ່ງແຍງສຸຂະພາບທີ່ມີການສັກຢາປ້ອງກັນຢ່າງເຕັມທີ່ ແລະ ບໍ່ມີຄວາມສ່ຽງຕໍ່ການເປັນພະຍາດຮ້າຍແຮງເພື່ອເບິ່ງແຍງເດັກເກີດໃຫມ່ຂອງທ່ານ. ຖ້າເປັນໄປໄດ້, ໃຫ້ບີບເອົານໍ້ານົມອອກເພື່ອໃຫ້ຜູ້ເບິ່ງແຍງອື່ນ ສາມາດລ້ຽງລູກໄດ້. ຖ້າທ່ານນົມຝຸ່ນ, ຂໍໃຫ້ຜູ້ເບິ່ງແຍງສຸຂະພາບກະກຽມມັນ.
    • ປະຕິບັດຕາມຂໍ້ຄວນລະວັງທີ່ແນະນໍາຖ້າທ່ານຕ້ອງການເບິ່ງແຍງເດັກເກີດໃຫມ່ກ່ອນທີ່ໄລຍະການກັກບໍລິເວນຈະສິ້ນສຸດລົງ, ລວມທັງການໃສ່ ໜ້າກາກອານາໄມໃນຂະນະທີ່ອຸ້ມ ຫຼື ໃຫ້ອາຫານລູກຂອງທ່ານ.
    • ຕິດຕາມກວດກາເບິ່ງເດັກເກີດໃໝ່ຂອງທ່ານ ສຳລັບອາການຂອງ COVID-19.
  • ຫຼັກຖານໃນປະຈຸບັນຊີ້ໃຫ້ເຫັນວ່ານົມແມ່ບໍ່ຫນ້າຈະສົ່ງເຊື້ອໄວຣັສໄປຫາເດັກນ້ອຍ. ຜົນການສຶກສາຫຼ້າສຸດໄດ້ສະແດງໃຫ້ເຫັນວ່າຜູ້ທີ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດ COVID-19 ຖ່າຍໂອນພູມຕ້ານທານໄປຍັງລູກຂອງພວກເຂົາຜ່ານນົມແມ່. ຖ້າທ່ານເປັນ COVID-19 ແລະ ຕັດສິນໃຈໃຫ້ນົມລູກ ຫຼື ໃຫ້ນົມລູກ:
    • ລ້າງມືຂອງທ່ານກ່ອນໃຫ້ນົມ ຫຼື ເອົານົມໃຫ້ກີນ.
    • ໃສ່ໜ້າກາກໃນເວລາໃຫ້ນົມລູກ ຫຼື ເອົານົມໃຫ້ກີນ ແລະ ທຸກຄັ້ງທີ່ລູກຢູ່ພາຍໃນ 6 ຟຸດ (2 ແມັດ) ຂອງລູກ.

Perinatal Support Washington ສາຍໃຫ້ຄວາມອົບອຸ່ນ ແມ່ນມີໃຫ້ພໍ່ແມ່ໃໝ່ ແລະ ຜູ້ທີ່ຄາດຫວັງຈະເປັນພໍ່ແມ່, ຫຼື ຄົນຮັກຂອງເຂົາເຈົ້າ, ທຸກຄັ້ງທີ່ເຂົາເຈົ້າຕ້ອງການຂໍ້ມູນ ແລະ ການຊ່ວຍເຫຼືອດ້ານສຸຂະພາບຈິດ. ໂທຫາ Perinatal Support Washington ສາຍໃຫ້ຄວາມອົບອຸ່ນ ທີ່ເບີ 1-888-404-7763 ຫຼື ເຂົ້າເບິ່ງເວັບໄຊ Perinatal Support(ພາສາອັງກິດເທົ່ານັ້ນ). ຂໍ້ຄວາມ ຫຼື ອີເມວ warmline@perinatalsupport.org.

ມັນເປັນສິ່ງສໍາຄັນຄວນໄດ້ຮັບການຊ່ວຍເຫຼືອ. ສາຍໃຫ້ຄວາມອົບອຸ່ນຕອບຖາມສົດ ມື້ວັນຈັນ ຫາ ວັນສຸກເວລາ 9 ໂມງເຊົ້າ ຫາ 4:30 ໂມງແລງ (ພາສາ ອັງກິດ ແລະ ສະແປນ ເທົ່ານັ້ນ). ໃນຕອນແລງ ແລະ ທ້າຍອາທິດ,ກະລຸນາຝາກຂໍ້ຄວາມໄວ້ ແລ້ວມີຄົນຈະໂທຄືນພາຍໃນ 1-12 ຊົ່ວໂມງ. ສາຍໃຫ້ການຊ່ວຍເຫຼືອແມ່ນພະນັກງານຊ່ວຍສັງຄົມ,ນັກປິ່ນປົວ ທີ່ມີໃບອະນຸຍາດ ຫຼື ພໍ່ແມ່ຜູ້ທີ່ມີປະສົບກັລການຊຶມເສົ້າ ຫຼັງເກີດລູກ ຫຼື ມີຄວາມກັງວົນ.

ດູແລຕົວທ່ານເອງ ແລະ ຄອບຄົວຂອງທ່ານ

Washington Listens: ຖ້າຫາກທ່ານຕ້ອງການໂອ້ລົມກັບບາງຄົນກ່ຽວກັບຄວາມກົດດັນທີ່ເກີດຈາກ COVID-19, ໃຫ້ໂທຫາ Washington Listens ທີ່ເບີ 1-833-681-0211. ຈະມີຄົນມາລົມນຳທຸກວັນຈັນເຖິງວັນສຸກ ເວລາ 9 ໂມງເຊົ້າ ຫາ 9 ໂມງແລງ ແລະ ໃນທ້າຍອາທິດຈາກ 9 ໂມງເຊົ້າຫາ 6 ໂມງແລງ. ມີ TTY ແລະ ບໍລິການເຂົ້າເຖິງພາສາ. ຂໍ້ມູນເພີ່ມເຕີມມີຢູ່ໃນ ໜ້າເວັບໄຊ ສຸຂະພາບຈິດ ແລະ ອາລົມດີຂອງພວກເຮົາ (ພາສາ ອັງກິດ ເທົ່ານັ້ນ).

  • ຕິດຕາມສະຖານະການແຜ່ໂລກລະບາດໃນປັດຈຸບັນ ແລະ ຄຳແນະນຳເພີ່ມເຕີມດ້ວຍຂໍ້ມູນຈາກສື່ທີ່ໜ້າເຊື່ອຖື, ອົງການສາທາລະນະສຸກ ແລະ ໜ່ວຍງານໃນທ້ອງຖິ່ນ ແລະ ອັບເດດຂໍ້ມູນຈາກເວັບໄຊທ໌ສາທາລະນະສຸກ.
  • ສ້າງລາຍການແຫຼ່ງຂໍ້ມູນໃນຊຸມຊົນເຊັ່ນ ເບີໂທລະສັບ, ເວັບໄຊ ແລະ ບັນຊີສື່ມວນຊົນສັງຄົມ. ທ່ານສາມາດເພີ່ມໂຮງຮຽນຕ່າງໆ, ທ່ານໝໍ, ອົງການຈັດຕັ້ງ ສາທາລະນະສຸກ, ໜ່ວຍງານບໍລິການສັງຄົມ, ສູນຊຸມຊົນ ເພື່ອສຸຂະພາບຈິດຊຸມຊົນ ແລະ ສາຍດ່ວນວິກິດ.
  • ຕິດຕໍ່ກັບສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນທາງໂທລະສັບ ຫຼື ຜ່ານການບໍລິການອອນໄລນ໌.
  • ກຽມອຸປະກອນສຸຂະພາບຂັ້ນພື້ນຖານຢູ່ໃນມື (ເຊັ່ນ ສະບູ, ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ, ເຈ້ຍອານາໄມ, ເຄື່ອງວັດແທກອຸນຫະພູມ, ຢາຫຼຸດໄຂ້ ແລະ ຊຸດກວດພະຍາດ COVID-19 ຢູ່ທີ່ບ້ານ).
  • ພະຍາຍາມສະໜອງຢາທີ່ທ່ານ ຫຼື ສະມາຊິກໃນຄອບຄົວຂອງທ່ານ ກິນເປັນປະຈໍາ.

ສະໜັບສະໜູນສະມາຊິກໜຸ່ມໃນຄອບຄົວຂອງທ່ານ

  • ຊອກຫາການຊ່ວຍເຫຼືອ ແລະ ການເຊື່ອມຕໍ່ຢ່າງຕໍ່ເນື່ອງຈາກໝູ່ເພື່ອນ ແລະຄອບຄົວຂອງທ່ານໂດຍການໂອ້ລົມກັບເຂົາເຈົ້າໃນໂທລະສັບ, ຂໍ້ຄວາມ, ອີເມວ ຫຼື ສື່ສັງຄົມ.
  • ຖ້າຂ່າວເຮັດໃຫ້ລູກໆຂອງທ່ານເສົ້າໃຈ, ຢ່າລືມຢຸດພັກ. ໂອ້ລົມກັບເຂົາເຈົ້າ ເພື່ອຊີ້ແຈງຂໍ້ມູນທີ່ພວກເຂົາ ອາດຈະໄດ້ຮັບ ຈາກອິນເຕີເນັດ ຫຼື ແຫຼ່ງຂໍ້ມູນອື່ນໆ.
  • ສຸມໃສ່ການສະໜັບສະໜູນເດັກໂດຍການຊຸກຍູ້ໃຫ້ພວກເຂົາຖາມຄໍາຖາມ ແລະ ຊ່ວຍໃຫ້ພວກເຂົາເຂົ້າໃຈສະຖານະການປັດຈຸບັນ.
  • ໂອ້ລົມກ່ຽວກັບຄວາມຮູ້ສຶກທີ່ພວກເຂົາມີ ແລະ ໃຫ້ຄວາມຮູ້ແກ່ພວກເຂົາ.
  • ຊ່ວຍໃຫ້ພວກເຂົາສະແດງຄວາມຮູ້ສຶກຂອງພວກເຂົາຜ່ານການແຕ້ມຮູບ ຫຼື ກິດຈະກໍາອື່ນໆ.
  • ໃຫ້ຄວາມສະດວກສະບາຍ ແລະ ຄວາມອົດທົນຫຼາຍກ່ວາປົກກະຕິເລັກນ້ອຍ.