Care Connect Washington ເປັນໂຄງການທີ່ສະໜອງອາຫານ ແລະ ສິ່ງຈໍາເປັນອື່ນໆໃຫ້ແກ່ຜູ້ຄົນທີ່ມີຜົນ ກວດໂຄວິດ-19 ເປັນບວກ ຫຼື ຜູ້ສໍາຜັດ ແລະ ຕ້ອງການຄວາມຊ່ວຍເຫຼືອໃນການແຍກປ່ຽວ ຫຼື ກັກຕົວຢູ່ ເຮືອນ. Department of Health (ພະແນກສາທາລະນະສຸກ) ຂອງລັດ, ທີ່ກຳລັງເຮັດວຽກຮ່ວມກັບໜ່ວຍງານ ຄວບຄຸມດ້ານສາທາລະນະສຸກປະຈຳທ້ອງຖິ່ນ ແລະ ບັນດາຄູ່ຮ່ວມງານ, ພວມດຳເນີນງານກັບ Care Connect Washington ບົນພື້ນຖານແຕ່ລະຂົງເຂດ. ແຕ່ລະພາກພື້ນເຮັດວຽກຮ່ວມກັບຄູ່ຮ່ວມງານໃນຊຸມຊົນເພື່ອ ເຊື່ອມໂຍງຜູ້ຄົນເຂົ້າກັບບໍລິການຕ່າງໆທີ່ພວກເຂົາມີສິດໄດ້ຮັບເຊັ່ນວ່າ: ການຈັດສົ່ງຢາ, ການດູແລ ສຸຂະພາບ, ການຊ່ວຍເຫຼືອການສະໝັກງານສໍາລັບຜູ້ວ່າງງານ, ໜ່ວຍງານດ້ານທີ່ຢູ່ອາໄສໃນຫ້ອງຖິ່ນ, ທະນາຄານອາຫານ, ຜູ້ໃຫ້ບໍລິການດູແລເດັກ ແລະ ອື່ນໆ. ການຊ່ວຍເຫຼືອແມ່ນອີງໃສ່ຄວາມຮຽກຮ້ອງ ຕ້ອງການ.
ເພື່ອເຮັດໃຫ້ປະຊາຊົນທີ່ແຍກປ່ຽວ ຫຼື ກັກຕົວຢູ່ເຮືອນໄດ້, Care Connect Washington ສະໜອງສິ່ງຕ່າງໆ ເຊັ່ນວ່າ: ຊຸດອຸປະກອນການດູແລສ່ວນຕົວ, ຊຸດອຸປະກອນອາຫານທີ່ບໍ່ເນົ່າເສຍ, ແລະ ສັ່ງອາຫານສົດສົ່ງເຖິງ ບ້ານຂອງເຂົາເຈົ້າ. ຖ້າມີຄວາມຕ້ອງການທີ່ຈໍາເປັນດ້ານອື່ນໆເຊັ່ນ: ການຊ່ວຍເຫຼືອທາງດ້ານການເງິນສໍາລັບ ການຈ່າຍຄ່າໃບບິນ, ຜູ້ປະສານງານການດູແລທ້ອງຖິ່ນຈະຊ່ວຍຜູ້ຄົນສະຫມັກຂໍຄວາມຊ່ວຍເຫຼືອ ຫຼື ການບໍລິການໃນທ້ອງຖິ່ນທີ່ພວກເຂົາອາດຈະມີສິດໄດ້ຮັບ, ຫຼື ສະຫນອງການຊ່ວຍເຫຼືອໂດຍກົງໃນການ ຈ່າຍເງິນເຊັ່ນ: ຄ່າເຊົ່າ, ການຈໍານອງ, ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ເມື່ອສີ້ນສຸດການແຍກປ່ຽວ ຫຼື ການກັກຕົວສິ້ນສຸດລົງ, ຜູ້ປະສານງານດ້ານການດູແລສຸຂະພາບສາມາດເຊື່ອມຕໍ່ຜູ້ຄົນກັບການບໍລິການໃນ ທ້ອງຖິ່ນອິກຕໍ່ໄປເປັນໄລຍະຍາວເພື່ອສະໜັບສະໜູນຄວາມຕ້ອງການດ້ານສຸຂະພາບ ແລະ ສັງຄົມຢ່າງຕໍ່ ເນື່ອງ. Care Connect Washington ພ້ອມສະໜອງຂໍ້ມູນທີ່ຜູ້ຄົນຕ້ອງການເປັນພາສາທີ່ເຂົາເຈົ້າໃຊ້.
ຖ້າຫາກທ່ານມີຜົນກວດໂຄວິດ-19 ເປັນບວກ ແລະ ຕ້ອງການອາຫານ ຫຼື ຄວາມຊ່ວຍເຫຼືອອື່ນໆໃນຂະນະ ທ່ານແຍກປ່ຽວຢູ່ເຮືອນ ຕິດຕໍ່ຫາສາຍດ່ວນໃຫ້ຂໍ້ມູນກ່ຽວກັບພະຍາດໂຄວິດ-19 ທີ່ເບີ -1-800-525-0127 ແລ້ວກົດ #. ມີບໍລິການຊ່ວຍເຫຼືອດ້ານພາສາ. ໂມງຕິດຕໍ່ສາຍດ່ວນແມ່ນ
- 6 ໂມງເຊົ້າ ຫາ 10 ໂມງແລງ ສະເພາະວັນຈັນ
- 6 ໂມງເຊົ້າ ຫາ 6 ໂມງແລງ ສະເພາະວັນຄານຫາວັນອາທິດ ແລະ ວັນພັກລັດຖະການຕ່າງໆຂອງລັດ (ພາສາອັງກິດເທົ່ານັ້ນ)

ແນວທາງຂອງພາກພື້ນຕໍ່ກັບການບັນເທົາກ່ຽວກັບພະຍາດໂຄວິດ-19
Department of Health ຂອງລັດ, ທີ່ກຳລັງເຮັດວຽກຮ່ວມກັບໜ່ວຍງານຄວບຄຸມ ດ້ານສາທາລະນະສຸກປະຈຳທ້ອງຖິ່ນ ແລະ ບັນດາຄູ່ຮ່ວມງານ, ພວມດຳເນີນງານກັບ Care Connect Washington ບົນພື້ນຖານແຕ່ລະຂົງເຂດ. ແຕ່ລະພາກພື້ນເຮັດວຽກຮ່ວມກັບຄູ່ຮ່ວມງານໃນຊຸມຊົນເພື່ອ ເຊື່ອມໂຍງຜູ້ຄົນເຂົ້າກັບບໍລິການຕ່າງໆທີ່ພວກເຂົາມີສິດໄດ້ຮັບເຊັ່ນວ່າ: ການຈັດສົ່ງຢາ, ການດູແລ ສຸຂະພາບ, ການຊ່ວຍເຫຼືອການສະໝັກງານສໍາລັບຜູ້ວ່າງງານ, ໜ່ວຍງານດ້ານທີ່ຢູ່ອາໄສໃນຫ້ອງຖິ່ນ, ທະນາຄານອາຫານ, ຜູ້ໃຫ້ບໍລິການດູແລເດັກ ແລະ ອື່ນໆ.
ມີບໍລິການຢູ່ໃສແດ່?
ບໍລິການຕ່າງໆມີຢູ່ໃນພື້ນທີ່ສ່ວນໃຫຍ່ຂອງລັດສໍາລັບຜູ້ທີ່ເຫັນດ້ວຍທີ່ຈະແຍກປ່ຽວ ຫຼື ກັກຕົວຢູ່ເຮືອນ, ແຕ່ຕ້ອງການຄວາມຊ່ວຍເຫຼືອໃນການເຮັດເຊັ່ນນັ້ນ.
ພື້ນທີ່ພາກຕາເວັນອອກ
Better Health Together (ພາສາອັງກິດເທົ່ານັ້ນ) ເຮັດໜ້າທີ່ເປັນສູນກາງຂອງ Care Connect Washington ສໍາລັບເມືອງ Adams, Ferry, Lincoln, Pend Oreille, Spokane, ແລະ Stevens.
King County
Department of Health (DOH, ພະແນກສາທາລະນະສຸກ) ເຮັດໜ້າທີ່ເປັນສູນກາງຂອງ Care Connect Washington ຢູ່ King County ແລະ WithinReach (ພາສາອັງກິດເທົ່ານັ້ນ) ໃຫ້ບໍລິການການປະສານງານກ່ຽວກັບການດູແລ.
ພື້ນທີ່ພາກກາງຕອນເໜືອ
ໃນປັດຈຸບັນ DOH ກໍາລັງປະສານງານການບໍລິການເຫຼົ່ານີ້ໃຫ້ກັບພາກພຶ້ນນີ້. ມີຜົນບັງຄັບໃຊ້ຕັ້ງແຕ່ ວັນທີ 1 ເມສາ 2022, Action Health Partners (ພາສາອັງກິດເທົ່ານັ້ນ) ຈະເຮັດໜ້າທີ່ເປັນສູນກາງຂອງ Care Connect Washington ສຳລັບເມືອງ Chelan, Douglas, Grant ແລະ Okanogan.
ພື້ນທີ່ພາກເໜືອ
North Sound Accountable Community of Health (ພາສາອັງກິດເທົ່ານັ້ນ) ເຮັດໜ້າທີ່ເປັນສູນກາງຂອງ Care Connect Washington ສຳລັບເມືອງ Island, San Juan, Skagit, Snohomish, ແລະ Whatcom.
ພື້ນທີ່ພາກຕາເວັນຕົກສຽງເໜືອ
ໃນປັດຈຸບັນ DOH ກໍາລັງປະສານງານການບໍລິການເຫຼົ່ານີ້ໃຫ້ກັບພາກພຶ້ນນີ້ພ້ອມກັບການບໍລິການທີ່ມີຢູ່ Clallam County.
Pierce County
Elevate Health (ພາສາອັງກິດເທົ່ານັ້ນ) ເຮັດໜ້າທີ່ເປັນສູນກາງຂອງ Care Connect Washington ສໍາລັບ Pierce County.
ພື້ນທີ່ພາກກາງຕອນໃຕ້
Providence St. Mary ເຮັດໜ້າທີ່ເປັນສູນກາງຂອງ Care Connect Washington ສຳລັບເມືອງ Kittitas, Walla Walla, Whitman, Columbia, Garfield, Asotin, Yakima, Benton ແລະ Franklin.
ພື້ນທີ່ພາກຕາເວັນຕົກສຽງໃຕ້
Southwest Washington Accountable Community of Health (SWACH) (ພາສາອັງກິດເທົ່ານັ້ນ) ເຮັດໜ້າທີ່ ເປັນສູນກາງຂອງ Care Connect Washington ສຳລັບເມືອງ Clark, Klickitat, ແລະ Skamania.
ພື້ນທີ່ພາກຕາເວັນຕົກ
Community CarePort ຂອງ Cascade Pacific Action Alliance (ພາສາອັງກິດເທົ່ານັ້ນ) ເຮັດໜ້າທີ່ເປັນສູນ ກາງຂອງ Care Connect Washington ສຳລັບເມືອງ Cowlitz, Wahkiakum, Pacific, Grays Harbor, Mason, Thurston, ແລະ Lewis.
ຄໍາຖາມທີ່ຖືກຖາມເລື້ອຍໆ
- ມີບໍລິການ Care Connect Washington ໃຫ້ຂ້າພະເຈົ້າບໍ່?
-
ທ່ານມີສິດໄດ້ຮັບບໍລິການເຫຼົ່ານີ້ຖ້າຫາກວ່າທ່ານມີຜົນກວດພະຍາດໂຄວິດ-19 ເປັນບວກ ແລະ ກໍາລັງແຍກປ່ຽວຢູ່ເຮືອນ. ຖ້າຫາກທ່ານໄດ້ສໍາຜັດໃກ້ຊິດກັບຜູ້ທີ່ມີຜົນກວດເປັນບວກ ແລະ ກໍາລັງກັກຕົວຢູ່ເຮືອນ ທ່ານກໍອາດຈະມີສິດໄດ້ຮັບຄືກັນ.
ໂທຫາ ສາຍດ່ວນໃຫ້ຂໍ້ມູນກ່ຽວກັບພະຍາດໂຄວິດ-19 ຂອງລັດ ໄດ້ທີ່ເບີ 1-800-525-0127 ແລ້ວກົດ #. ມີບໍລິການຊ່ວຍເຫຼືອດ້ານພາສາ.
- 6 ໂມງເຊົ້າ ຫາ 10 ໂມງແລງ ສະເພາະວັນຈັນ
- 6 ໂມງເຊົ້າ ຫາ 6 ໂມງແລງ ວັນອັງຄານ ຫາ ວັນອາທິດ ແລະ ວັນພັກລັດຖະການຕ່າງໆຂອງລັດ.
ຜູ້ປະສານງານດ້ານການດູແລຂັ້ນທ້ອງຖິ່ນຈະຕິດຕໍ່ຫາທ່ານ ເພື່ອສ້າງແຜນການດູແລໃຫ້ຕອບສະໜອງໄດ້ ຕາມຄວາມຕ້ອງການຂອງທ່ານໃນລະຫວ່າງການແຍກປ່ຽວ. ເມື່ອໄລຍະການແຍກປ່ຽວທ່ານສິ້ນສຸດລົງ, ຜູ້ປະສານງານດ້ານການດູແລຂອງທ່ານຈະເຊື່ອມໂຍງທ່ານກັບການຊ່ວຍເຫຼືອການປະສານງານດ້ານການດູແລໄລຍະຍາວ, ຖ້າຈໍາເປັນ.
- ຂ້າພະເຈົ້າສາມາດຄາດຫວັງການຊ່ວຍເຫຼືອປະເພດໃດແດ່?
-
ຜູ້ປະສານງານການດູແລຂັ້ນທ້ອງຖິ່ນຂອງທ່ານຈະລະບຸແຫຼ່ງໃຫ້ບໍລິການປະຈຳທ້ອງຖິ່ນທີ່ມີຢູ່ເພື່ອຊ່ວຍເຫຼືອທ່ານໃນຂະນະທີ່ທ່ານແຍກປ່ຽວ ຫຼື ກັກຕົວຢູເຮືອນ. ເຂົາເຈົ້າຍັງຈະຊ່ວຍເຫຼືອໂດຍການສະໜອງອາຫານ, ເຄື່ອງໃຊ້ຂອງສອຍ, ແລະ ການຊ່ວຍເຫຼືອທາງດ້ານການເງິນພ້ອມກັບຄ່າເຊົ່າ, ການຈໍານອງ ແລະ ໃບບິນຄ່າ ສາທາລະນຸປະໂພກ ຖ້າຫາກວ່າບໍ່ມີແຫຼ່ງໃຫ້ບໍລິການປະຈຳທ້ອງຖິ່ນໃນຂະນະທີ່ທ່ານແຍກປ່ຽວ ຫຼື ກັກຕົວ ຢູເຮືອນ. ຜູ້ປະສານງານດ້ານການດູແລຂອງທ່ານຍັງສາມາດເຊື່ອມໂຍງທ່ານກັບການບໍລິການທີ່ຈໍາເປັນ ລວມທັງການບໍລິການຈັດສົ່ງຢາ, ການດູແລສຸຂະພາບ, ການສະຫມັກງານສໍາລັບການຫວ່າງງານ, ແລະ ອື່ນໆ. ການບໍລິການອື່ນໆອາດຈະປະກອບມີການປະສານກັບອົງການທີ່ຢູ່ອາໃສທ້ອງຖິ່ນ, ທະນາຄານອາ ຫານ, ສູນດູແລສຸຂະພາບ, ການເບິ່ງແຍງຜູ້ສູງອາຍຸ, ຜູ້ໃຫ້ບໍລິການດ້ານພຶດຕິກຳສຸຂະພາບ, ຜູ້ໃຫ້ບໍລິການດູ ແລເດັກ, ແລະ ການບໍລິການຊຸມຊົນທີ່ເຫມາະສົມທາງດ້ານວັດທະນະທໍາອື່ນໆ. ການບໍລິການອາດຈະມີ ຄວາມແຕກຕ່າງກັນໃນແຕ່ລະພາກພື້ນ ເມື່ອການແຍກປ່ຽວ ຫຼື ການກັກຕົວສິ້ນສຸດ, ຜູ້ປະສານງານການ ດູແລຂອງທ່ານສາມາດເຊື່ອມໂຍງທ່ານກັບການບໍລິການຂອງພາກພື້ນໃນໄລຍະຍາວເພື່ອຮອງຮັບການອບສະໜອງຄວາມຕ້ອງການຢ່າງຕໍ່ເນື່ອງ. Care Connect Washington ພ້ອມຈະສະໜອງຂໍ້ມູນທີ່ທ່ານຕ້ອງ ການເປັນພາສາທີ່ທ່ານໃຊ້.
- ຂ້າພະເຈົ້າມີເງື່ອນໄຂໄດ້ຮັບ Care Connect Washington ບໍ່?
-
ທ່ານມີເງື່ອນໄຂຖ້າຫາກວ່າ:
- ທ່ານມີຜົນກວດພະຍາດ ໂຄວິດ-19 ເປັນບວກ ຫຼື ທ່ານໄດ້ສໍາຜັດໃກ້ຊິດກັບຜູ້ທີ່ມີຜົນກວດເປັນບວກ; ແລະ
- ທ່ານກຳລັງແຍກປ່ຽວ ຫຼື ກັກຕົວຢູ່ເຮືອນ.
ບໍລິການ Care Connect Washington ແມ່ນມີໃຫ້ຜູ້ທີ່ມີເງື່ອນໄຂພຽງພໍໂດຍບໍ່ເສຍຄ່າໃຊ້ຈ່າຍ. ການຊ່ວຍເຫຼືອ ແມ່ນຈະອີງໃສ່ຄວາມຕ້ອງການ.
- ມີບໍລິການ Care Connect Washington ຢູ່ໃສແດ່?
-
Department of Health ຂອງລັດ, ທີ່ກຳລັງເຮັດວຽກຮ່ວມກັບໜ່ວຍງານຄວບຄຸມດ້ານສາທາລະນະສຸກ ປະຈຳທ້ອງຖິ່ນ ແລະ ບັນດາຄູ່ຮ່ວມງານຂອງເຂົາເຈົ້າ, ກໍາລັງດຳເນີນງານ Care Connect Washington ໃນລະດັບ ພາກພື້ນ. ນີ້ແມ່ນແຜນທີ່ສະແດງບ່ອນທີ່ມີບໍລິການໃນປັດຈຸບັນ:
- ຈະມີຄ່າໃຊ້ຈ່າຍເທົ່າໃດ?
-
ທ່ານຈະບໍ່ຖືກເກັບເງິນສໍາລັບບໍລິການນີ້. Care Connect Washington ໄດ້ຮັບທຶນຈາກລັດຖະບານກາງເພື່ອ ສະໜັບສະໜູນການຮັບມືກັບພະຍາດ ໂຄວິດ-19 ໃນລັດວໍຊິງຕັນ.
- ໃຊ້ເວລາດົນປານໃດກ່ອນທີ່ຂ້າພະເຈົ້າຈະໄດ້ຮັບການຊ່ວຍເຫຼືອ?
-
ຜູ້ປະສານງານດ້ານການດູແລລະດັບພາກພື້ນຂອງທ່ານຈະພະຍາຍາມທຸກທາງເພື່ອໃຫ້ການຊ່ວຍເຫຼືອພາຍໃນໜຶ່ງມື້ຫຼັງຈາກໄດ້ຮັບການອ້າງອີງ.
- ຂ້າພະເຈົ້າຍັງຕ້ອງໄດ້ແຍກປ່ຽວ ຫຼື ກັກຕົວໃນຂະນະທີ່ໄດ້ຮັບການຊ່ວຍເຫຼືອບໍ່?
-
ແມ່ນ. ການແຍກປ່ຽວ ແລະ ການກັກຕົວເປັນເຄື່ອງມືທີ່ສຳຄັນທີ່ໃຊ້ເພື່ອຫຼີກລ່ຽງການແຜ່ລະບາດຂອງ ພະຍາດ ໂຄວິດ-19 ໄປສູ່ເພື່ອນບ້ານ, ໝູ່ເພື່ອນ, ຄອບຄົວ ແລະ ເພື່ອນຮ່ວມງານຂອງພວກເຮົາ—ແລະ ເພື່ອຫຼຸດຜ່ອນຜົນກະທົບທາງລົບທີ່ມີຕໍ່ຊຸມຊົນຂອງພວກເຮົາ. ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອຫຼັງຈາກ ພົ້ນຊ່ວງໄລຍະການແຍກປ່ຽວ ຫຼື ການກັກຕົວຂອງທ່ານ, ຜູ້ປະສານງານດ້ານການດູແລລະດັບພາກພື້ນ ຂອງທ່ານສາມາດເຊື່ອມໂຍງທ່ານກັບບໍລິການໄລຍະຍາວທີ່ໃຫ້ການຊ່ວຍເຫຼືອກ່ຽວກັບຄວາມຕ້ອງການດ້ານສຸຂະພາບ ແລະ ສັງຄົມຢ່າງຕໍ່ເນື່ອງ.
- ຄວາມແຕກຕ່າງລະຫວ່າງ ການແຍກປ່ຽວ ແລະ ການກັກຕົວ ມີຫຍັງແດ່?
-
ການແຍກປ່ຽວ: ຖ້າທ່ານມີຜົນກວດພະຍາດໂຄວິດ-19 ເປັນບວກ ຫຼື ມີ ອາການ, ຫຼື ກໍາລັງລໍຖ້າຜົນກວດ ທ່ານຈໍາເປັນຕ້ອງແຍກປ່ຽວ ເພື່ອຫຼີກລ້ຽງກການແຜ່ກະຈາຍການເຈັບປ່ວຍ ຂອງທ່ານ.
- ຢູ່ເຮືອນ ແລະ ຫຼີກລ່ຽງການສໍາຜັດກັບຜູ້ອື່ນ, ລວມທັງສະມາຊິກໃນຄົວເຮືອນ.
- ແຍກຢູ່ຫ້ອງຕ່າງຫາກ ແລະ ໃຊ້ຫ້ອງນໍ້າແຍກຕ່າງຫາກ, ຖ້າເປັນໄປໄດ້.
- ສວມໃສ່ ຜ້າປິດປາກ-ດັງທີ່ເໝາະສົມດີ (ພາສາອັງກິດເທົ່ານັ້ນ) ຖ້າຫາກມີບາງຄັ້ງທີ່ທ່ານຕ້ອງ ຢູ່ໃກ້ຜູ້ອື່ນ.
- ບໍ່ຄວນໄປເຮັດວຽກ, ໄປໂຮງຮຽນ ຫຼື ສະຖານທີ່ສາທາລະນະ. ຫຼີກລ້ຽງການນຳໃຊ້ການຂົນສົ່ງ ສາທາລະນະ, ການຂີ່ລົດ ຫຼື ລົດແທັກຊີ່ຮ່ວມກັນ.
- ຢູ່ເຮືອນ ຍົກເວັ້ນການໄປຮັບການດູແລທາງການແພດ.
- ປະຕິບັດຕາມ ຄໍາແນະນໍາຫຼ້າສຸດ (ພາສາອັງກິດເທົ່ານັ້ນ) ຈາກ Centers for Disease Control and Prevention (CDC, ສູນຄວບຄູມ ແລະປ້ອງກັນພະຍາດ) (ພາສາອັງກິດເທົ່ານັ້ນ) ແລະ Department of Health (DOH, ພະແນກສາທາລະນະສຸກ) (ພາສາອັງກິດເທົ່ານັ້ນ) ກ່ຽວກັບໄລຍະເວລາການແຍກ ປ່ຽວຂອງທ່ານວ່າດົນປານໃດ.
ການກັກຕົວ: ຖ້າຫາກວ່າທ່ານສຳຜັດກັບຜູ້ທີ່ຕິດໂຄວິດ-19 ແຕ່ບໍ່ມີ ອາການ, ທ່ານອາດຈໍາເປັນຕ້ອງກັກຕົວ ຂຶ້ນກັບສະຖານະການສັກຢາວັກຊີນຂອງທ່ານ. ສິ່ງນີ້ຈະຫຼີກລ້ຽງການ ແຜ່ກະຈາຍເຊື້ອໄວຣັດກ່ອນທີ່ທ່ານຈະຮູ້ຖ້າຫາກວ່າທ່ານເຈັບປ່ວຍ.
ປະຕິບັດຕາມ ຄໍາແນະນໍາຫຼ້າສຸດ (ພາສາອັງກິດເທົ່ານັ້ນ) ຈາກ CDC (ພາສາອັງກິດເທົ່ານັ້ນ) ແລະ DOH (ພາສາອັງກິດເທົ່ານັ້ນ) ກ່ຽວກັບໄລຍະເວລາການກັກຕົວຂອງທ່ານວ່າດົນປານໃດ.
- ຂ້າພະເຈົ້າຄວນເຮັດແນວໃດຖ້າວ່າອາການພະຍາດໂຄວິດ-19ຂອງຂ້າພະເຈົ້າຮ້າຍແຮງຂຶ້ນ?
-
ຂໍຄວາມຊ່ວຍເຫຼືອທາງການແພດໂດຍໄວຖ້າວ່າອາການຂອງທ່ານຮ້າຍແຮງຂຶ້ນ. ຖ້າຫາກມີຄົນສະແດງ ອາການໃດໆຕໍ່ໄປນີ້ ໃຫ້ຮີບຊອກຫາຄວາມຊ່ວຍເຫຼືອທາງການແພດທັນທີ:
- ຫາຍໃຈລຳບາກ
- ເຈັບປວດ ຫຼື ແໜ້ນໜ້າເອິກຢ່າງຕໍ່ເນື່ອງ
- ມີຄວາມສັບສົນໃໝ່ເກີດຂຶ້ນ
- ບໍ່ສາມາດທີ່ຈະຕື່ນ ຫຼື ລຸກຂຶ້ນໄດ້
- ຮິມຝີປາກ ຫຼື ໃບໜ້າໝອງຄໍ້າ
*ນີ້ບໍ່ແມ່ນລາຍການອາການທີ່ຄົບຖ້ວນ. ກະລຸນາໂທຫາຜູ້ໃຫ້ບໍລິການທາງດ້ານການແພດຂອງທ່ານສໍາລັບ ອາການອື່ນໆທີ່ຮຸ່ນແຮງ ຫຼື ໜ້າເປັນຫ່ວງຕໍ່ຕົວທ່ານ.
ຖ້າຫາກວ່າທ່ານມີພາວະສຸກເສີນທາງການແພດ ແລະ ຈໍາເປັນຕ້ອງໂທຫາ 911, ໃຫ້ບອກຜູ້ຮັບມອບໝາຍ ວ່າທ່ານມີ ຫຼື ອາອາດຈະມີພະຍາດໂຄວິດ-19. ຖ້າເປັນໄປໄດ້ໃຫ້ໃສ່ຜ້າປົກປິດໜ້າກ່ອນທີ່ຜູ້ໃຫ້ບໍລິການທາງ ການແພດສຸກເສີນຈະມາເຖິງ.
- ຂ້າພະເຈົ້າສາມາດຮັບການບໍລິການຂອງ Care Connect Washington ໄດ້ດົນປານໃດ?
-
ຜູ້ປະສານງານດ້ານການດູແລລະດັບພາກພື້ນຂອງທ່ານຈະຊ່ວຍເຫຼືອທ່ານຈົນນເຖິງ 21 ວັນ. ໃນບາງສະ ຖານະການ ຜູ້ປະສານງານດ້ານການດູແລຂອງທ່ານສາມາດເຊື່ອມໂຍງທ່ານກັບບໍລິການໄລຍະຍາວ ເພື່ອ ໃຫ້ການຊ່ວຍເຫຼືອກ່ຽວກັບຄວາມຕ້ອງການດ້ານສຸຂະພາບ ແລະ ສັງຄົມຢ່າງຕໍ່ເນື່ອງ.
- Care Connect Washington ເຮັດວຽກແນວໃດ?
-
Care Connect Washington ແມ່ນແນວທາງທີ່ລັດສະໜັບສະໜຸນ, ເປັນສູນກາງທ້ອງຖິ່ນໃນການດູແລ ແບບມີການປະສານງານ.
Washington State Department of Health ຈັດການການຕອບສະຫນອງການປະສານງານດ້ານການດູແລລະ ດັບພາກພື້ນ, ສະຫນັບສະຫນູນການຈ້າງງານ ແລະ ການຝຶກອົບຮົມ, ເຊື່ອມໂຍງແຫຼ່ງໃຫ້ບໍລິການລັດ ແລະ ທ້ອງຖິ່ນ, ແລະ ເພີ່ມປະສິດທິພາບຜົນທີ່ໄດ້ຮັບໂດຍການຈັດການແຫຼ່ງບໍລິການລວມເຊັ່ນວ່າ: ທຶນຮອນ ແລະ ໂຄງສ້າງພື້ນຖານດ້ານວິຊາການ.
ແຕ່ລະພາກພື້ນໄດ້ກໍານົດ ແລະ ປັບໃຊ້ກໍາລັງແຮງງານໃນຊຸມຊົນເພື່ອສະໜອງການຊ່ວຍເຫຼືອ ແລະ ເຊື່ອມໂຍງຜູ້ຄົນກັບແຫຼ່ງບໍລິການທ້ອງຖິ່ນເພື່ອສະໜັບສະໜູນການແຍກປ່ຽວ ແລະ ການກັກຕົວ ທີ່ປະສົບຜົນສໍາເລັດ. ບັນດາພາກພື້ນເຮັດວຽກຮ່ວມກັບຜູ້ສະໜອງໃນທ້ອງຖິ່ນເພື່ອສະໜອງສິນຄ້າ ແລະ ການບໍລິການທີ່ຈຳເປັນ, ຊ່ວຍປະກອບສ່ວນໃນການຟື້ນຟູເສດຖະກິດທ້ອງຖິ່ນ.
ຜູ້ປະສານງານດ້ານການດູແລໄດ້ຮັບມອບໝາຍໃຫ້ປະເມີນ, ຊ່ວຍເຫຼືອ, ແລະ ຕິດຕາມຄວາມຕ້ອງການ ດ້ານສຸຂະພາບ ແລະ ສັງຄົມທີ່ເປັນເອກະລັກຂອງແຕ່ລະຄົນ ແລະ ສ້າງ COVID Care Action Plan (ແຜນປະຕິບັດການການດູແລ ຜູ້ປ່ວຍໂຄວິດ). ໂຄງການເຊື່ອມໂຍງຜູ້ຄົນກັບແຫຼ່ງໃຫ້ບໍລິການຕາມພາສາທີ່ພວກເຂົາຕ້ອງການທຸກຄັ້ງທີ່ ເປັນໄປໄດ້ ແລະ ຕິດຕາມພວກເຂົາເພື່ອໃຫ້ແນ່ໃຈວ່າພວກເຂົາໄດ້ຮັບການສະໜັບສະໜູນ.
- ທ່ານຈະປົກປ້ອງຂໍ້ມູນຂອງຂ້າພະເຈົ້າແນວໃດ?
-
ຜູ້ປະສານງານດ້ານການດູແລຂອງທ່ານຈະຢືນຢັນຂໍ້ມູນທີ່ເຂົາເຈົ້າໄດ້ຮັບຈາກສາຍດ່ວນໃຫ້ຂໍ້ມູນກ່ຽວກັບ ພະຍາດໂຄວິດ-19 ແລະ ຖາມກ່ຽວກັບຄວາມຕ້ອງການຂອງທ່ານ. ຂໍ້ມູນໃດໆທີ່ທ່ານແບ່ງປັນກັບຜູ້ປະສານ ງານການດູແລຂອງທ່ານຍັງຈະເກັບໄວ້ເປັນຄວາມລັບ. ພະນັກງານທີ່ໃຫ້ບໍລິການປະສານງານການດູແລ ແລະ Department of Health ຈະນໍາໃຊ້ຂໍ້ມູນນີ້ເພື່ອກໍານົດການບໍລິການທີ່ຈໍາເປັນທີ່ທ່ານອາດຈະຕ້ອງການ. ເຂົາເຈົ້າຈະບໍ່ແບ່ງປັນຂໍ້ມູນດ້ານສຸຂະພາບຂອງຸສ່ວນບຸກຄົນ ຫຼື ສ່ວນຕົວໃຫ້ຄົນອື່ນ.
- Care Connect Washington ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແນວໃດ?
-
ບຸກຄົນທີ່ໄດ້ຮັບການຊ່ວຍເຫຼືອເຊິ່ງເຮັດໄດ້ຕາມຄວາມຕ້ອງການທາງດ້ານສັງຄົມ ແລະ ສຸຂະພາບທີ່ຈຳເປັນ ແມ່ນມີແນວໂນ້ມທີ່ຈະສຳເລັດການແຍກປ່ຽວ ແລະ ກັກຕົວຢູ່ເຮືອນໄດ້ຢ່າງສຳເລັດຜົນ. ຮັບປະກັນວ່າຜູ້ທີ່ ມີຜົນກວດພະຍາດ ໂຄວິດ-19 ເປັນບວກ ຫຼື ໄດ້ສຳຜັດກັບຜູ້ອື່ນທີ່ມີຜົນກວດເປັນບວກ ຍັງຈະຕ້ອງຮັກສາ ການແຍກປ່ຽວ ຫຼື ກັກຕົວຢູ່ເຮືອນ, Care Connect Washington ສາມາດຫຼຸດຜ່ອນການແຜ່ລະບາດຂອງ ພະຍາດ ໂຄວິດ-19 ໄດ້ ແລະ ຊຸກຍູ້ການຟື້ນຟູເສດຖະກິດ. ເນື່ອງຈາກວ່າລະບົບດັ່ງກ່າວເນັ້ນໃສ່ຄົນທີ່ມີ ຄວາມຕ້ອງການດ້ານສຸຂະພາບ ແລະ ສັງຄົມທີ່ເຮັດໃຫ້ເຂົາເຈົ້າມີຄວາມສ່ຽງຫຼາຍທີສຸດຕໍ່ກັບພະຍາດ ໂຄວິດ-19, ມັນສາມາດຊ່ວຍແກ້ໄຂບັນຫາຄວາມບໍ່ເທົ່າທຽມກັນດ້ານສຸຂະພາບ ແລະ ສະໜັບສະໜູນ ຊຸມຊົມທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢ່າງບໍ່ສົມສ່ວນ.
- ຂ້າພະເຈົ້າຈະຕິດຕໍ່ຫາໃຜຖ້າຂ້າພະເຈົ້າຮູ້ວ່າບາງຄົນທີ່ຕ້ອງການການສະໜັບສະໜູນຈາກ Care Connect Washington?
-
ຖ້າຫາກທ່ານ ຫຼື ຄົນທີ່ທ່ານຮູ້ຈັກກຳລັງແຍກປ່ຽວ ຫຼື ກັກຕົວຢູ່ເຮືອນ ແລະ ຕ້ອງການຄວາມຊ່ວຍເຫຼືອ, ໃຫ້ຕິດຕໍ່ຫາສາຍດ່ວນໃຫ້ຂໍ້ມູນກ່ຽວກັບພະຍາດໂຄວິດ-19 ຂອງລັດ.
ສາຍດ່ວນໃຫ້ຂໍ້ມູນກ່ຽວກັບພະຍາດໂຄວິດ-19 ຂອງລັດ: ກົດ 1-800-525-0127, ແລ້ວກົດ #. ມີບໍລິການ ຊ່ວຍເຫຼືອດ້ານພາສາ.
- 6 ໂມງເຊົ້າ ຫາ 10 ໂມງແລງ ສະເພາະວັນຈັນ
- 6 ໂມງເຊົ້າ ຫາ 6 ໂມງແລງ ວັນອັງຄານ ຫາ ວັນອາທິດ ແລະ ວັນພັກລັດຖະການຕ່າງໆຂອງລັດ.
- Care Connect Washington ລວມມີການໃຫ້ບໍລິການດ້ານສຸຂະພາບທາງດ້ານພຶດຕິກຳບໍ່?
-
ແມ່ນ! ຜູ້ປະສານງານດ້ານການດູແລຂອງທ່ານສາມາດຊ່ວຍໃຫ້ທ່ານໄດ້ຮັບການບໍລິການດ້ານສຸຂະພາບ ທາງດ້ານພຶດຕິກໍາໃນຊຸມຊົນຂອງທ່ານ.
- ມີບໍລິການຊ່ວຍເຫຼືອການປະສານງານດ້ານການດູແລໃຫ້ແກ່ສະມາຊິກຂອງຊົນເຜົ່າບໍ່?
-
ມີ. ເພື່ອສຶກສາເພີ່ມຕືມ, ສົ່ງອີເມວຫາ COVID19.CareCoordination@doh.wa.gov ຫຼື ໂທຫາ 564-999-1565.
- ມີບໍລິການແປພາສາບໍ່?
-
ມີ. ເມື່ອທ່ານໂທຫາສາຍດ່ວນໃຫ້ຂໍ້ມູນກ່ຽວກັບພະຍາດໂຄວິດ-19 ຂອງລັດ ທີ່ເບີ 1-800-525-0127 ແລະ ກົດ #, ຈະມີບໍລິການຊ່ວຍເຫຼືອດ້ານພາສາ.
ເມື່ອທ່ານໄດ້ເຊື່ອມຕໍ່ກັບຜູ້ປະສານງານດ້ານການດູແລແລ້ວ Care Connect Washington ຈະໃຫ້ຂໍ້ມູນທີ່ທ່ານ ຕ້ອງການເປັນພາສາທີ່ທ່ານໃຊ້.
ແຫຼ່ງຂໍ້ມູນ
ໜ້າເວັບສະໜອງແຫຼ່ງຂໍ້ມູນ ແລະ ຄຳແນະນຳ: ຄົ້ນຫາຂໍ້ມູນກ່ຽວກັບຜ້າປົກປິດໜ້າ, ການກັກຕົວ, ການດູແລຄອບຄົວ, ການສຳຜັດກັບພະຍາດໂຄວິດ-19, ອາການ ແລະ ອື່ນໆ. ທ່ານສາມາດຈັດເລືອກ ເອກະສານທີ່ເປັນພາສາທີ່ທ່ານໃຊ້ໄດ້.