ການຕິດເຊື້ອ ໂຄວິດ ຍາວນານແມ່ນຫຍັງ?
ການຕິດເຊື້ອໂຄວິດໄລຍະຍາວສາມາດເກີດຂຶ້ນໄດ້ພາຍຫຼັງທີ່ບາງຄົນໄດ້ມີການເຈັບປ່ວຍຈາກໂຄວິດ-19. ມັນແມ່ນພະຍາດຊໍ້າເຮື້ອ, ໝາຍຄວາມວ່າ ມັນຈະຢູ່ໄດ້ໄລຍະຍາວ, ແລະ/ຫຼື ເກີດຂຶ້ນ ແລະ ຈາກໄປ ເມື່ອເວລາຜ່ານໄປ.ບາງຄັ້ງ ກໍ່ເອີ້ນອາການນີ້ວ່າ “ອາການທີ່ເກີດຂຶ້ນຫຼັງເປັນໂຄວິດ”, “ອາການພາຍຫຼັງເປັນ ໂຄວິດ-19 (PCC)” ຫຼື “ໂຄວິດແກ່ຍາວ”.
ໂຄວິດຍາວນານ ແມ່ນບັນຫາທາງສາທາລະນະສຸກທີ່ຮ້າຍແຮງ ໄດ້ສົ່ງຜົນກະທົບກັບຄົນຜູ້ໃຫຍ່ ແລະ ເດັກນ້ອຍຢູ່ສະຫັດລັດອາເມລາກາຫຼາຍລ້ານຄົນ. ອາການສາມາດມີຕັ້ງແຕ່ງເລັກນ້ອຍ ເຖິງ ຮ້າຍແຮງ ແລະ ແກ່ຍາວຢ່າງໜ້ອຍສາມເດືອນ.ໃນບາງກໍລະນີ, ໂຄວິດຍາວນານສາມາດເຮັດໃຫ້ເກີດຄວາມພິການໄດ້.
ຍັງມີຫຼາຍຢ່າງທີ່ບໍ່ທັນຮູ້ກ່ຽວກັບໂຄວິດຍາວນານ ຍ້ອນວ່າມັນເປັນອາການໃໝ່. ໄວຣັສ໌ SARS-CoV-2 ທີ່ເປັນສາເຫດຂອງໂຄວິດ-19 ແມ່ນຖືກຄົ້ນພົບຄັ້ງທໍາອິດໃນປີ 2019.ພວກເຮົາສືບຕໍ່ຮຽນຮູ້ຫຼາຍຂຶ້ນເມື່ອການຄົ້ນຄວ້າຍັງສືບຕໍ່ດໍາເນີນໄປ.
ອາການຕ່າງໆຂອງການຕິດເຊື້ອ ໂຄວິດ ຍາວນານ
ອາການຂອງໂຄວິດຍາວນານ ສາມາດຢູ່ໄດ້ຫຼາຍເດືອນ ຫຼື ຫຼາຍປີ ພາຍຫຼັງທີ່ຕິດເຊື້ອໂຄວິດ-19. ອາການໃນແຕ່ລະຄົນສາມາດມີຫຼາຍຢ່າງ ແລະ ອາດຈະຍາກທີ່ຈະຈື່ ຫຼື ບົ່ງມະຕິໄດ້.
ອີງຕາມ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ), ອາການໂຄວິດຍາວນານມີຫຼາຍເຖິງ 200 ອາການ. ອາການຕ່າງໆອາດຮ້າຍແຮງຂຶ້ນ ພາຍຫຼັງມີຄວາມພະຍາຍາມທາງດ້ານຮ່າງກາຍ ຫຼື ຈິດໃຈ.ອາການທີ່ມັກເກີດຂຶ້ນຈະລວມມີ:
- ຄວາມເມື່ອຍລ້າເຊິ່ງມີຜົນກະທົບກັບການໃຊ້ຊິວິດໃນແຕ່ລະວັນ
- ຄວາມຮູ້ສຶກວ່າບໍ່ສະບາຍໂດຍລວມ (ໃນດ້ານທີ່ຍາກຈະອະທິບາຍໄດ້)ພາຍຫຼັງທີ່ມີຄວາມພະຍາຍາມທາງດ້ານຮ່າງກາຍ ແລະ ຈິດໃຈ
- ຍາກໃນການຄົ້ນຄິດ ຫຼື ສຸມສະມາທິໃສ່, ຍັງເອີ້ນອີກແບບວ່າ “ສະໝອງເມື່ອຍລ້າ”
- ມີໄຂ້
- ຫາຍໃຈຍາກ
- ມີໄອ
- ປວດໜ້າເອິກ
- ຫົວໃຈເຕັ້ນໄວ (ຫົວໃຈສັ່ນ)
- ການໄດ້ກິ່ນ ແລະ/ຫຼື ຣົດຊາດ ມີການປ່ຽນແປງ
- ເຈັບຫົວ
- ມີບັນຫາໃນການນອນລັບ
- ມີຄວາມກັນວົນ ຫຼື ຄວາມຄຽດ
- ວິນຫົວເວລາທ່ານລຸກຂຶ້ນ
- ເຈັບຂໍ້ຕໍ່ ຫຼື ກ້າມເນື້ອ
- ຮູ້ສືກມືນ ແລະ ຊາ
- ເຈັບທ້ອງ
- ຖອກທ້ອງ
- ຖ່າຍຍາກ
- ຕຸ່ມຜື່ນ
- ຮອບປະຈໍາເດືອນປ່ຽນແປງ
ໃຜຈຶ່ງສາມາດມີການຕິດເຊື້ອ ໂຄວິດ ຍາວນານ?
ໃຜກໍໄດ້ທີ່ເຄີຍເປັນພະຍາດໂຄວິດ-19 ສາມາດເປັນໂຄວິດຍາວນານໄດ້, ເຖິງແມ້ວ່າ ພວກເຂົາເຈົ້າບໍ່ໄດ້ມີອາການຫຍັງໃນເວລາທີ່ເຂົາເຈົ້າເປັນໂຄວິດ-19. ຄົນທີ່ເປັນໂຄວິດ-19 ຫຼາຍກວ່າໜຶ່ງເທື່ອມີຄວາມສ່ຽງທີ່ຈະເປັນໂຄວິດຍາວນານໄດ້ເມື່ອເວລາທີ່ຕິດເຊື້ອແຕ່ລະຄັ້ງ.
ອີງຕາມ ບົດຄົ້ນຄວ້າທີ່ຕີພິມໃນເດືອນມິຖຸນາ 2024, ຄາດວ່າມີ ຜູ້ໃຫຍ່ຈໍານວນ 6.4%ໃນລັດວໍຊິງຕັນທີ່ເຄີຍເປັນໂຄວິດຍາວນານ ຕົວເລກໃນເດືອນຕຸລາ 2023, ເຊິ່ງຄາດວ່າມີ 117,000 ຄົນທີ່ມີຂໍ້ຈໍາກັດຢ່າງຮຸນແຮງໃນການເຮັດກິດຈະກໍາຕ່າງໆ. ບົດຄົ້ນຄວ້ານີ້ຍັງພົບວ່າ ອັດຕາຂອງໂຄວິດຍາວນານ ແມ່ນສູງທີ່ສຸດໃນພາກກາງ ແລະ ພາກຕາເວັນອອກຂອງລັດວໍຊິງຕັນໃນໄລຍະເວລານີ້. Household Pulse Survey (ການສໍາຫຼວດຊີບພະຈອນຄົວເຮືອ)ຈະມີການຄິດໄລ່ຈໍານວນສ່ວນຮ້ອຍຂອງຜູ້ໃຫຍ່ທີ່ເປັນໂຄວິດໄລຍະຍາວໃນລັດວໍຊິງຕັນຢ່າງເປັນປົກກະຕິ.
CDC ກ່າວວ່າ ຄົນທີ່ອາດຈະເກີດເປັນໂຄວິດຍາວນານ ຈະລວມມີ:
- ແມ່ຍິງ.
- ຜູ້ເຖົ້າ.
- ຄົນທີ່ມີບັນຫາດ້ານສຸຂະພາບຢູ່ແລ້ວ.
- ຄົນເຊື້ອສາຍສະເປນ ແລະ ລາຕິນ.
- ຄົນທີ່ເຄີຍປ່ວຍໜັກ ຫຼື ໄດ້ເຂົ້າໂຮງໝໍເພື່ອປິ່ນປົວຍ້ອນພະຍາດໂຄວິດ-19.
- ຄົນທີ່ບໍ່ເຄີຍໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19.
ຄົນທີ່ມີຄວາມລໍາບາກຈາກຄວາມບໍ່ເທົ່າທຽມດ້ານສຸຂະພາບ ສາມາດມີຄວາມສ່ຽງຫຼາຍກວ່າທີ່ຈະມີຜົນກະທົບດ້ານລົບຕໍ່ສຸຂະພາບຈາກໂຄວິດໄລຍະຍາວ. ຄວາມບໍ່ເທົ່າທຽມດ້ານສຸຂະພາບ ເກີດຂຶ້ນເວລາທີ່ກຸ່ມຄົນມີຜົນໄດ້ຮັບທາງສຸຂະພາບທີ່ແຕກຕ່າງກັນຍ້ອນວ່າເຫດຜົນທາງດ້ານລະບົບ (ສົ່ງຜົນໃນທົ່ວລະບົບ), ສາມາດຫຼີກລ່ຽງໄດ້ ແລະ ບໍ່ຍຸຕິທໍາ.
ອີງຕາມ Office of the Assistant Secretary of Health (OASH, ຫ້ອງການກອງເລຂາຊ່ວຍວຽກສາທາລະນະສຸກ), ກຸ່ມຄົນທີ່ມີການເຂົ້າເຖິງການປິ່ນປົວສຸຂະພາບທີ່ໜ້ອຍກວ່າ ຫຼື ມີປະສົບການທີ່ອັບອາຍ (ອັບປະໂຫຍດ ຫຼື ຮູ້ສຶກຜິດ)
ຈາກລະບົບການປິ່ນປົວສຸຂະພາບອາດຈະບໍ່ຄ່ອຍໄດ້ເຂົ້າຮັບການບົ່ງມະຕິພະຍາດໂຄວິດຍາວນານ.
ທ່ານສາມາດເຂົ້າອ່ານເພີ່ມເຕີມກ່ຽວກັບວິທີການຂອງ OASH
ໃນການແກ້ໄຂຄວາມບໍ່ເທົ່າທຽມກັນດ້ານໂຄວິດຍາວນານ ໄດ້ຢູ່ທີ່ນີ້.
ການປ້ອງກັນການຕິດເຊື້ອ ໂຄວິດ ຍາວນານ?
ທ່ານສາມາດປ້ອງກັນເປັນໂຄວິດຍາວນານໂດຍການບໍ່ເປັນພະຍາດໂຄວິດ-19. ການຮັກສາຕົວເອງໃຫ້ມີການສັກຢາປ້ອງກັນພະຍາດໂຄວິດ-19 ເປັນປະຈໍາ ແມ່ນວິທີການປ້ອງກັນໂຄວິດ-19 ທີ່ດີທີ່ສຸດ.
ໃນຄົນທີ່ໄດ້ສັກຢາປ້ອງກັນພະຍາດແລ້ວແຕ່ຍັງຄົງເປັນພະຍາດໂຄວິດ-19 ອັດຕາການພັດທະນາຈົນມີໂຄວິດຍາວນານນັ້ນ ຈະມີໜ້ອຍກວ່າຄົນທີ່ບໍ່ໄດ້ສັກຢາປ້ອງກັນພະຍາດ.
ວິທີການອື່ນໆທີ່ທ່ານສາມາດນໍາໃຊ້ປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ລວມມີການໃສ່ໜ້າກາກ, ການປັບປຸງລະບົບການໄຫຼວຽນ ແລະ ການກັ່ນກອງອາກາດ, ໃຫ້ລ້າງມືຂອງທ່ານດ້ວຍສະບຸ ແລະ ນໍ້າເລື້ອຍໆ, ອະນາໄມພື້ນຜິວທີ່ມັກມີການສໍາຜັດເລື້ອຍໆ, ຮັກສາໄລຍະຫ່າງທາງກາຍະພາບ ແລະ ກວດຫາການຕິດເຊື້ອ.
ຖ້າທ່ານເປັນພະຍາດໂຄວິດ-19, ໃຫ້ປ້ອງກັນຄົນອື່ນໆຈາກການເປັນພະຍາດໂຄວິດ-19 ໂດຍການປະຕິບັດຕາມ ຂໍ້ແນະນໍາເຫຼົ່ານີ້.
ການປ້ອງກັນຕົວທ່ານເອງຈາກເປັນໂຄວິດຍາວນານ:ຮັບການສັກຢາປ້ອງກັນພະຍາດ (ພາສາອັງກິດ) (PDF)
ຮຽນຮູ້ກ່ຽວກັບການຮັບວັກຊີນປ້ອງກັນ ໂຄວິດ-19
ການວິນິດໄສການຕິດເຊື້ອ ໂຄວິດ ຍາວນານ?
ອາດມີຄວາມຫຍຸ້ງຍາກໃນການບົ່ງມະຕິໂຄວິດໄລຍະຍາວ. ອາການບາງຢ່າງກໍຍາກທີ່ຈະເຂົ້າໃຈ.ປະຈຸບັນຍັງບໍ່ມີການກວດສອບທາງຫ້ອງທົດລອງ ຫຼື ການສຶກສາທາງຈິນຕະນາການ ເພື່ອທໍາການບົ່ງມະຕິພະຍາດ ໂຄວິດຍາວນານ. ການທົດສອບທາງການແພດສາມາດສະແດງເຖິງຜົນໄດ້ຮັບທີ່ເປັນປົກກະຕິ ເຖິງວ່າຄົນເຈັບຈະເປັນພະຍາດໂຄວິດໄລຍະຍາວກໍຕາມ. ອາການ ແລະ ຄຸນລັກສະນະຂອງພະຍາດໂຄວິດໄລຍະຍາວສາມາດມີຄືກັນກັບອາການຊໍ້າເຮື້ອອື່ນໆ.
ບາງຄົນຜູ້ທີ່ລາຍງານວ່າເປັນໂຄວິດໄລຍະຍາວ ບໍ່ໄດ້ສະແດງອາການຂອງພະຍາດໂຄວິດ-19 ເລີຍ. ພວກເຂົາເຈົ້າບໍ່ເຄີຍໄດ້ຮັບການກວດຫາເຊື້ອໂຄວິດ-19 ໃນເວລາທີ່ພວກເຂົາເຈົ້າປ່ວຍທໍາອິດ.ນີ້ເຮັດໃຫ້ຍາກທີ່ຈະຢືນຢັນວ່າພວກເຂົາເຈົ້າມີພະຍາດໂຄວິດ-19 ແລະ ສາມາດສ້າງຄວາມສັບສົນໃນການບົ່ງມະຕິ. ມັນມີປະໂຫຍດທີ່ຈະຮັບ ການກວດຫາເຊື້ອພະຍາດໂຄວິດ-19 ໃນເວລາທີ່ພວກເຂົາເຈົ້າຮູ້ສຶກປ່ວຍແຕ່ທໍາອິດ ເພື່ອພາຍຫຼັງມາຈະຊ່ວຍໃຫ້ສາມາດບົ່ງມະຕິໂຄວິດຍາວນານໄດ້, ຫາກຕ້ອງການ.
ມັນເປັນເລື່ອງຍາກທີ່ຈະວິນິດໄສການຕິດເຊື້ອ COVID ຍາວນານ. ມັນເປັນເລື່ອງຍາກສໍາລັບຄົນເຈັບທີ່ຈະອະທິບາຍອາການ. ບໍ່ມີການທົດສອບໃນຫ້ອງທົດລອງ ຫຼື ການສຶກສາຮູບພາບເພື່ອເຮັດການວິນິດໄສ. ການທົດສອບທາງການແພດສາມາດສະແດງຜົນປົກກະຕິເຖິງແມ່ນວ່າຄົນເຈັບມີການຕິດເຊື້ອ COVID ຍາວນານກໍ່ຕາມ.
ບາງຄົນທີ່ລາຍງານອາການຂອງການຕິດເຊື້ອ COVID ຍາວນານບໍ່ໄດ້ສະແດງອາການຂອງ COVID-19 ແລະ ບໍ່ໄດ້ທົດສອບ COVID-19 ເມື່ອພວກເຂົາເຈັບປ່ວຍໃນເບື້ອງຕົ້ນ. ນີ້ເຮັດໃຫ້ມັນຍາກທີ່ຈະຢືນຢັນວ່າພວກເຂົາມີ COVID-19 ແລະ ສາມາດປ້ອງກັນ ຫຼື ເລື່ອນການວິນິດໄສຂອງການຕິດເຊື້ອ COVID ຍາວນານ. ມັນເປັນສິ່ງສຳຄັນທີ່ທ່ານ ໄດ້ຮັບການທົດສອບ COVID-19 ເມື່ອທ່ານຮູ້ສຶກເຈັບປ່ວຍເປັນຄັ້ງທຳອິດ ເພື່ອຊ່ວຍໃນການວິນິດໄສການ ຕິດເຊື້ອ COVID ຍາວນານຂອງທ່ານໃນຕໍ່ມາ.
ບັນຊີລາຍການກວດຄືນເພື່ອຂໍນັດເຂົ້າປິ່ນປົວສຸຂະພາບສໍາລັບໂຄວິດຍາວນານ (CDC) (ພາສາອັງກິດ)
ສະພາບດ້ານສຸຂະພາບອັນໃໝ່ ແລະ ທີ່ມີກ່ອນໜ້າແລ້ວ
ໂຄວິດຍາວນານສາມາດມີຜົນກະທົບກັບລະບົບອະໄວຍະວະຫຼາຍຢ່າງ. ຄົນເຈັບສາມາດສະແດງອາການໜຶ່ງ ຫຼື ຫຼາຍຢ່າງທີ່ສາມາດບົ່ງມະຕິໄດ້ ເຊັ່ນ: ອາການພູມຄຸ້ມກັນທໍາຮ້າຍຕົວເອງ ແລະ ໂຣດເຍື່ອຫຸ່ມສະໝອງ/ອາການເມື່ອຍລ້າຊໍາເຮື້ອ (ME/CFS) (ພາສາອັງກິດ).
ນີ້ໝາຍຄວາມວ່າໃຜເຄີຍເປັນພະຍາດໂຄວິດ-19 ອາດພັດທະນາໃຫ້ມີບັນຫາດ້ານສຸຂະພາບອັນໃໝ່ ເຊັ່ນ ອາການພະຍາດເບົາຫວານ ແລະ ພະຍາດຫົວໃຈ.ສະພາບດ້ານສຸຂະພາບທີ່ມີກ່ອນໜ້ານີ້ ເຊັ່ນ ພະຍາດເບົາຫວານ ແລະ ພະຍາດຫົວໃຈ ຍັງສາມາດເຮັດໃຫ້ມີອາການຊຸດໂຊມກວ່າເກົ່າ ຫຼັງຈາກທີ່ປ່ວຍເປັນພະຍາໂຄວິດ-19.
ການໃຊ້ຊີວິດກັບໂຄວິດຍາວນານ
ຍັງມີຫຼາຍຢ່າງທີ່ບໍ່ທັນຮູ້ກ່ຽວກັບວິທີການບົ່ງມະຕິ ແລະ ປິ່ນປົວໂຄວິດໄລຍະຍາວ.ການມີໂຄວິດໄລຍະຍາວ ຫຼື ໃຫ້ການຊ່ວຍເຫຼືອຄົນທີ່ມີໂຄວິດໄລຍະຍາວ ສາມາດພາໃຫ້ມີຄວາມຮູ້ສຶກສັບສົນໄດ້.ໂຄວິດໄລຍະຍາວສາມາດສະແດງອາການທີ່ແຕກຕ່າງກັນໃນແຕ່ລະຄົນ. ອາການຂອງພະຍາດອາດຈະສາມາດຄຸ້ມຄອງໄດ້ສໍາລັບບາງຄົນ ແລະ ສາມາດເປັນສາເຫດພາໃຫ້ພິການໄດ້ໃນບາງຄົນ.
ຂໍໃຫ້ຈື່ໄວ້ວ່າທ່ານບໍ່ໄດ້ເປັນຄົນດຽວ. ອີງຕາມ Centers for Disease Control and Prevention (CDC), ຜູ້ໃຫຍ່ປະມານ 1 ໃນ 4 ຄົນທີ່ມີການລາຍງານວ່າເປັນໂຄວິດໄລຍະຍາວ ມີຂໍ້ຈໍາກັດໃນການເຮັດກິດຈະກໍາປະຈໍາວັນຂອງເຂົາເຈົ້າ.ການເຂົ້າຮ່ວມກຸ່ມທີ່ໃຫ້ການສະໜັບສະໜູນ ຈະຊ່ວຍໃຫ້ເຂົາເຈົ້າດີຂຶ້ນຈາກການຕ້ອງແຍກຕົວຢູ່ຢ່າງໂດດດ່ຽວ.
ຮຽນຮູ້ເພີ່ມເຕີມໄດ້ທີ່:
- ອ່ານເລື່ອງຄົນອື່ນທີ່ເປັນໂຄວິດໄລຍະຍາວ (storycorps.org) (ພາສາອັງກິດ)
- LongCOVIDFamilies.org (ພາສາອັງກິດ)
ຂໍທີ່ພັກ.ທີ່ພັກແມ່ນການປ່ຽນແປງເຮັດໃຫ້ກັບບາງຄົນ ຫຼື ບາງຢ່າງ. ອາການຕ່າງໆສາມາດເຮັດໃຫ້ມັນຫຍຸ້ງຍາກ ຫຼື ເປັນໄປບໍ່ໄດ້ສໍາລັບຄົນທີ່ຈະເຮັດສິ່ງຕ່າງໆເຊິ່ງເມື່ອກ່ອນເຂົາເຈົ້າເຄີຍເຮັດເອງໄດ້ກ່ອນທີ່ພວກເຂົາເຈົ້າຈະປ່ວຍ. ໜ້າວຽກຢູ່ຫ້ອງການ ແລະ ຢູ່ໂຮງຮຽນສາມາດພົບຄວາມຫຍຸ້ງຍາກໃນການຄຸ້ມຄອງ. ນາຍຈ້າງ ແລະ ໂຮງຮຽນ ອາດຮັບຜິດຊອບເພື່ອເຮັດໃຫ້ມີທີ່ພັກທີ່ສົມເຫດສົມຜົນສໍາລັບອາກາດເຈັບປ່ວຍຂອງທ່ານ.
ຂໍໃຫ້ເບິ່ງ ‘ໂຄວິດໄລຍະຍາວ ແລະ ສິດຂອງຄົນພິການ’ ດ້ານລຸ່ມ.
ຮຽນຮູ້ເພີ່ມເຕີມໄດ້ທີ່:
ລາຍການຊັບພະຍາກອນຈາກຫ້ອງການບໍລິຫານສໍາລັບການອາໄສຢູ່ໃນຊຸມຊົນ (ພາສາອັງກິດ)
ທີ່ພັກຂອງໂຮງຮຽນ (ຄອບຄົວທີ່ເປັນໂຄວິດໄລຍະຍາວ) (ພາສາອັງກິດ)
ຄຸ້ມຄອງພະລັງງານຂອງທ່ານ. ອາການທີ່ມັກພົບເຫັນຢ່າງໜຶ່ງ ແມ່ນຄວາມຮຸ້ສຶກອິດເມື່ອຍຢູ່ເລື້ອຍໆ, ໂດຍສະເພາະຫຼັງຈາກ ການອອກແຮງທາງຮ່າງກາຍ. ໃຫ້ເອົາໃຈໃສ່ໃນການຮັກສາລະດັບພະລັງງານຂອງທ່ານ ແລະ ຢຸດພັກເລື້ອຍໆໃນຕະຫຼອດວັນ.
ຮຽນຮູ້ເພີ່ມເຕີມກ່ຽວກັບ 4 P ໃນການຄຸ້ມຄອງພະລັງງານຂອງທ່ານເມື່ອທ່ານເປັນໂຄວິດຍາວນານ ໄດ້ທີ່ນີ້:120-066 - ເປັນໂຄວິດຍາວນານ"4 P's" ໂພສະເຕີ - 8.5x11 - ມີຖຸນາ 2023 (wa.gov) (ພາສາອັງກິດ)
ການຕິດເຊື້ອ ໂຄວິດ ຍາວນານ ແລະ ສິດທິຄວາມພິການ
ໂຄວິດໄລຍະຍາວສາມາດເປັນສາເຫດເຮັດໃຫ້ເກີດຄວາມບົກຜ່ອງທາງດ້ານຮ່າງກາຍ ແລະ ສະໜອງ. ມັນສາມາດເປັນຄວາມພິການຢ່າງໜຶ່ງ ພາຍໃຕ້ Americans with Disabilities Act (ADA, ກົດໝາຍວ່າດ້ວຍຄົນພິການຂອງຄົນອາເມລິກາ). ຄົນທີ່ເປັນໂຄວິດຍາວນານສາມາດໄດ້ຮັບການປົກປ້ອງທາງກົດໝາຍຈາກການຈໍາແນກດ້ານຄວາມພິການ. ພວກເຂົາເຈົ້າອາດຈະໄດ້ຮັບສິດໃນການມີທີ່ພັກຢ່າງສົມເຫດສົມຜົນຈາກຫົວໜ່ວຍທຸລະກິດ, ລັດ ແລະ ລັດຖະບານທ້ອງຖິ່ນ.
ບົດແນະນໍາກ່ຽວກັບ “ໂຄວິດຍາວນານ” ເຊິ່ງເປັນຄວາມພິການຢ່າງໜຶ່ງພາຍໃຕ້ກົດໝາຍ ADA (ພາສາອັງກິດ)
ການຕິດເຊື້ອ COVID ຍາວນານ ແລະ ການຖືພາ
ແມ່ຍິງທີ່ຖືພາ ຫຼື ຖືພາເມື່ອບໍ່ດົນມານີ້ມີແນວໂນ້ມທີ່ຈະປ່ວຍໜັກຈາກ ໂຄວິດ-19. COVID-19 ສາມາດກໍ່ໃຫ້ເກີດອາການແຊກຊ້ອນທີ່ສົ່ງຜົນກະທົບຕໍ່ການຖືພາ ແລະ ເດັກທີ່ກຳລັງພັດທະນາ. ມັນມີຄວາມປອດໄພ ແລະ ຂໍແນະນໍາໃຫ້ແມ່ຍິງຖືພາ ຫຼື ແມ່ທີ່ໃຫ້ນົມລູກໄປຮັບການສັກຢາປ້ອງກັນພະຍາດໂຄວິດ-19.
ແມ່ມານສາມາດພັດທະນາຈົນເປັນພະຍາດໂຄວິດໄລຍະຍາວໄດ້.ບັນດາການຄົ້ນຄວ້າຍັງຄົງສືບຕໍ່່ສຶກສາກ່ຽວກັບຜົນກະທົບຂອງໂຄວິດໄລຍະຍາວ ໃນຊ່ວງເວລາທີ່ຖືພາ ແລະ ຫຼັງຈາກເກີດລູກ.
ການຕິດເຊື້ອ ໂຄວິດ ຍາວນານ ແລະ ໄວໜຸ່ມ
ໄວໜຸ່ມຍັງສາມາດເຈັບປ່ວຍຈາກການຕິດເຊື້ອ ໂຄວິດ ຍາວນານ. ຊາວໜຸ່ມຜູ້ທີ່ມັກເມື່ອຍເລື້ອຍໆ ຫຼື ມີບັນຫາໃນການມີສະມາທິ ອາດພົບຄວາມຫຍຸ້ງຍາກໃນການມີສ່ວນຮ່ວມຢູ່ໂຮງຮຽນ ແລະ ກິດຈະກໍາອື່ນໆ. ເດັກໜຸ່ມອາດບໍ່ສາມາດທີ່ຈະອະທິບາຍອາການຕ່າງໆຂອງຕົນເອງໄດ້ດີ.
ເດັກນ້ອຍທີ່ເປັນໂຄວິດໄລຍະຍາວ ອາດມີສິດທີ່ຈະໄດ້ຮັບການສຶກສາແບບພິເສດ, ການປົກປ້ອງ ຫຼື ການບໍລິການອື່ນໆທີ່່ກ່ຽວຂ້ອງ ພາຍໃຕ້ກົດໝາຍຂອງລັດຖະບານກາງ (ພາສາອັງກິດ) ສອງ ສະບັບ.
ໃຫ້ຊາວໜຸ່ມໄປຮັບການສັກຢາປ້ອງກັນພະຍາດໂຄວິດ-19 ແມ່ນວິທີການປ້ອງການທີ່ດີທີ່ສຸດຈາກໂຄວິດຍາວນານທີ່ເກີດຂຶ້ນກັບຊາວໜຸ່ມ. ຮຽນຮູ້ເພີ່ມເຕີມກ່ຽວກັບການຮັບການສັກຢາປ້ອງກັນພະຍາດໂຄວິດ-19ໄດ້ທີ່ນີ້.
ແຫຼ່ງຂໍ້ມູນສໍາລັບຊຸມຊົນ
- ພື້ນຖານກ່ຽວກັບໂຄວິດຍາວນານ (CDC)
- ການໃຊ້ຊີວິດກັບໂຄວິດໄລຍະຍາວ (CDC)
- ການປ້ອງກັນຕົວທ່ານເອງຈາກເປັນໂຄວິດຍາວນານ: ຮັບການສັກຢາປ້ອງກັນພະຍາດ (PDF) (ພາສາອັງກິດ)
- ການຟື້ນຟູພາຍຫຼັງເປັນໂຄວິດ (ຢາ UW) (ພາສາອັງກິດ)
ຊັບພະຍາກອນສໍາລັບແພດ ແລະ ສາທາລະນະສຸກ
- ການຟື້ນຕົວ:ການຄົ້ນຄວ້າກ່ຽວກັບໂຄວິດເພື່ອເພີ່ມປະສິດຕິພາບໃນການຟື້ນຕົວ (ພາສາອັງກິດ)
- ພາບລວມຂອງການຄົ້ນຄວ້າທາງຄຣີນິກຂອງໂຄວິດໄລຍະຍາວ (CDC) (ພາສາອັງກິດ)
- CDC ວິທີການທາງວິທະຍາສາດ ແລະ ສາທາລະນະສຸກຕໍ່ກັບໂຄວິດຍາວນານ (ພາສາອັງກິດ)
- ການສໍາຫຼວດຊີບພະຈອນຄົວເຮືອນ (CDC) (ພາສາອັງກິດ)
- ປະຊຸມອອນລາຍກ່ຽວກັບPower of Providers (POP, ອໍານາດຂອງຜູ້ສະໜອງ) (ພາສາອັງກິດ)
- ການຄາດຄະເນພາລະ ແລະ ການປະກອບສ່ວນຂອງອາການພາຍຫຼັງເປັນພະຍາດໂຄວິດ-19 ໃນລັດວໍຊິງຕັນ, ເດືອນມີນາ 2020- ເດືອນຕຸລາ 2023 (CDC) (ພາສາອັງກິດ)
- ຄໍານິຍາມໂຄວິດຍາວນານ (2024) (National Academies of Sciences, Engineering, and Medicine) (ພາສາອັງກິດ)
- ໂຄວິດ ແລະ ໂຄວິດຍາວນານທີ່ຮຸນແຮງ–ຕິດພັນກັບຂໍ້ຈໍາກັດກິດຈະກໍາໃນຜູ້ໃຫຍ່, ໂດຍ Jurisdictionເ — ສະຫະລັດອາເມລິກາ, 2023 (CDC) (ພາສາອັງກິດ)
ແຫຼ່ງຂໍ້ມູນສໍາລັບຄູ່ຮ່ວມງານ
- ການປ້ອງກັນຕົວທ່ານເອງຈາກເປັນໂຄວິດຍາວນານ: ຮັບການສັກຢາປ້ອງກັນພະຍາດ (ພາສາອັງກິດ) (PDF)
- 120-066 - ເປັນໂຄວິດຍາວນານ"4 P's" ໂພສະເຕີ - 8.5x11 - ມີຖຸນາ 2023 (wa.gov) (ພາສາອັງກິດ)
- ກ໋ອງເຄື່ອງມືໃນການສື່ສານ (ພາສາອັງກິດ ແລະ ພາສາສະເປນ) ຈາກ California Department of Public Health (ກົມສາທາລະນະສຸກ ລັດຄາລິບຟໍເນຍ). ລວມມີຮູບພາບສື່ສັງຄົມອອນລາຍ.