ຄຳແນະນຳເປັນຮູບພາບ ໃຊ້ຢ່າງເປັນທາງການໃນລັດ Washington ຫຼັກຖານການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19

ການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ເປັນສິ່ງຈໍາເປັນສໍາລັບບັນດາທຸລະກິດ, ງານລ້ຽງ ແລະ ນາຍຈ້າງຕ່າງໆ. ຫຼັກຖານປະເພດຕໍ່ໄປນີ້ແມ່ນໄດ້ຮັບການຍອມຮັບນໍາໃຊ້ໄດ້ຢູ່ໃນ Washington. ບາງສະຖານທີ່ອາດຈະຍອມຮັບສະເພາະປະເພດໜຶ່ງຈາກລາຍການລຸ່ມນີ້.

ເຄົາລົບກົດລະບຽບຂອງຫ້ອງ ແລະ ກະກຽມລ່ວງໜ້າ ເພື່ອສະແດງປະເພດຂອງຫຼັກຖານທີ່ຮ້ອງຂໍ.

CDC ບັດບັນທຶກການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19.

  • ຕົ້ນສະບັບ, ສຳເນົາ ຫຼື ຮູບຖ່າຍໃນມືຖືແມ່ນເປັນທີ່ຍອມຮັບໄດ້.
  • ການສັກຢາວັກຊີນຄົບແມ່ນໃຊ້ໄດ້ພາຍໃນສອງອາທິດຫຼັງຈາກການສັກຢາຄັ້ງສຸດທ້າຍທີ່ໄດ້ບັນທຶກໄວ້:
    • Johnson & Johnson: ໜຶ່ງເຂັມແມ່ນອານຸຍາດໃຊ້ກັບຄົນທີ່ມີອາຍຸ 18 ປີຂື້ນໄປ
    • Moderna: ສັກສອງເຂັມໃຊ້ໄລຍະຫ່າງ 28 ມື້ ສຳລັບຄົນທີ່ມີອາຍຸ 6 ເດືອນຂື້ນໄປ
    • Novavax: ສັກສອງເຂັມໃຊ້ໄລຍະຫ່າງ 21 ມື້ ສຳລັບຄົນທີ່ມີອາຍຸ 12 ປີຂື້ນໄປ
    • Pfizer: ໄດ້ຈັດການສັກສາມເຂັມໃຫ້ແກ່ເດັກນ້ອຍທີ່ມີອາຍຸຕັ້ງແຕ່ 6 ເດືອນ ຫາ 4 ປີ. 2 ເຂັມທໍາອິດແມ່ນແມ່ນໃຫ້ສັກຫ່າງ 21 ວັນ ແລະ ເຂັມທີ່ສາມແມ່ນ 8 ອາທິດຫຼັງຈາກເຂັມທີ່ 2.
    • Pfizer: ສັກສອງເຂັມໃຊ້ໄລຍະຫ່າງ 21 ມື້ ສຳລັບຄົນທີ່ມີອາຍຸ 5 ປີຂື້ນໄປ
COVID-19 Vaccination Record Card Sample

ນີ້ແມ ນຄໍາແນະນໍາທີ ເປັນປະໂຫຍດທີ ທ ານຄວນຄໍາ ນຶງເຖ້ິງກ ຽວກັບການຮັກສາບັດສັກຢາວັກຊີນຂອງທ ານ:

  • ໃຫ້ ຮັກສາບັດສັກຢາວັກຊີນຂອງທ່ານໃນລະຫວ່າງບັນດາຄັ້ງໃນການສັກຢາ ແລະ ພາຍຫ ັງນັ້ນ.
  • ໃຫ້ ຖ່າຍຮູບດ້ານໜ້າ ແລະ ດ້ານຫ ັງບັດຂອງທ່ານເພ ່ອໃຫ້ມີສ າເນົາດີຈີຕອນ.ພ້ິຈາລະນາເອົາຮູບບັດສົ ງເຂົ້າອີເມວທ ານເອງ, ສ້າງເປັນອາລະບໍ້າຮູບ ຫຼືເອົາເກາະໃສ ຮູບຖ າຍເພື ອໃຫ້ທ ານສາມາດຊອກເຫັນໄດ້ງ າຍຂື້ນ.
  • ໃຫ້ ຖ່າຍຮູບໄວ້ຖ້າທ່ານຕ້ອງການຖ ອັນໜ ່ງໄປນ າທ່ານ.
  • ຢ່າ ເອົາໄປຖິ້ມ ຫ ເຮັດມັນເສຍ!
  • ຢ່າ ໂພດສ໌ ສະແດງຮູບບັດສັກຢາວັກຊີນຂອງທ່ານລົງໂລກອອນໄລນ໌. ແທນທີ ຈະຖ າຍໄວ້ ແລະ ໃຊ້ ສະຕິກເກີດີຈີຕອນ ຂອງພວກເຮົາ (ພາສາອັງກິດເທົ່ານັ້ນ) ໂດຍການຄົ້ນຫາ #vaccinateWA ຫ #wadoh! ຈ ່ໄວ້ໃຫ້ເກາະໃສ່@WADeptHealth.
  • ຢ່າ ອັດແຂງບັດຕົ້ນສະບັບຂອງທ່ານ. ທ ານອາດເລືອກທີ ຈະອັດແຂງສະບັບສໍາເນົາທີ ຖືໄປນໍາທ ານ.

ໃບຢັ້ງຢືນການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຫຼື ລະຫັດ QR.

Certificate of COVID-19 Vaccination - Sample

ຕົວຢ່າງ A:
ໃບຢັ້ງຢືນການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19. ໄດ້ມາຈາກ MyIRmobile.com.
WA verify SMART Health Card QR code - Sample

ຕົວຢ່າງ B:
WAverify.org ລະຫັດ QR
QR Code Endorsed Partner App. - Sample

ຕົວຢ່າງ C:
ລະຫັດ QR ສະແດງຢູ່ໃນແອັບມືຖືຫຸ້ນສ່ວນທີ່ໄດ້ຮັບການຮັບຮອງ. (ບັນດາແອັບອາດຈະແຕກຕ່າງກັນໄປ)

ລັດ WA ລະບົບຂໍ້ມູນການສັກຢາປ້ອງກັນພະຍາດ ພີມອອກມາ

  • Certificate of Immunization Status (CIS, ໃບຢັ້ງຢືນສະຖານະພາບການສັກຢາປ້ອງກັນພະຍາດ) ແບບຟອມທີ່ພີມອອກຈາກລັດ Washington Immunization Information System.
  • ລາຍການທີ່ຂຽນດ້ວຍມືແມ່ນ ບໍ່ໄດ້ຖືວ່າຖືກຕ້ອງເວັ້ນເສຍແຕ່ວ່າ ໄດ້ເຊັນໂດຍ ຜູ້ໃຫ້ບໍລິການທາງການແພດ.
Certificate of Immunization - Sample

ມີຫຍັງອີກທີ່ຖືວ່າເປັນບັນທຶກຢ່າງເປັນທາງການກ່ຽວກັບ ການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19?

  • ພີມອອກບັນທຶກທາງການແພດທາງອີເລັກໂທຣນິກທີ່ໄດ້ຮັບການຢັ້ງຢືນ ຈາກຜູ້ໃຫ້ບໍລິການທາງການແພດ

ຖ້າຫາກວ່າມີຄໍາຖາມກ່ຽວກັບບັນທຶກການສັກຢາວັກຊີນ, ໂທ 1-800-525-0127, ຫຼັງຈາກນັ້ນກົດ #