ຄໍາຖາມທີ່ຖືກຖາມເລື້ອຍໆ | ການກວດຫາເຊື້ອພະຍາດໂຄວິດ-19

ການເຂົ້າເຖິງຊຸດເຄື່ອງມືກວດພະຍາດ

ຂ້າພະເຈົ້າສາມາດກວດຫາເຊື້ອພະຍາດໂຄວິດ-19 ຢູ່ໃສ?

ກະລຸນາລອງເຮັດຕາມຕົວເລືອກຕໍ່ໄປນີ້:

ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາສະຖານທີ່ກວດໃກ້ທ່ານ, ຖາມ ພະແນກສຸຂະພາບໃນທ້ອງຖີ່ນ ຂອງທ່ານ (ເປັນພາສາອັງກິດ) ທ່ານຍັງສາມາດໂທຫາ 1-800-525-0127 ແລະ ກົດເຄື່ອງໝາຍ #. ເມື່ອພວກເຂົາຮັບໂທລະສັບແລ້ວ, ໃຫ້ເວົ້າພາສາຂອງທ່ານ ເພື່ອເຂົ້າເຖິງການບໍລິການແປພາສາ.

ຂ້າພະເຈົ້າບໍ່ມີອິນເຕີເນັດເຂົ້າໄດ້ / ເວັບໄຊທ໌ບໍ່ມີເປັນພາສາຂອງຂ້າພະເຈົ້າ. ຂ້າພະເຈົ້າຈະສັ່ງຊຸດກວດຫາເຊື້ອຟຣີໃນລັດວໍຊິງຕັນໄດ້ແນວໃດ?

ກະລຸນາໂທຫາ 1-800-525-0127 ຈາກນັ້ນໃຫ້ກົດເຄື່ອງໝາຍ #. ມີການບໍລິການດ້ານພາສາ. ສູນບໍລິການການໂທສາມາດສັ່ງໃນນາມຂອງເຈົ້າຜ່ານລັດວໍຊິງຕັນແລະ ພັອດໂທລ໌ອອນໄລນ໌ຂອງລັດຖະບານກາງ.

ຂ້າພະເຈົ້າຈະໄດ້ຮັບການກວດຫາເຊື້ອພະຍາດຟຣີເມື່ອໃດ?

ບໍ່ວ່າຊຸດ​ກວດຫາເຊື້ອ​ທີ່​ຮ້ອງ​ຂໍ​ໂດຍ​ຜ່ານ​ໂຄງ​ການ​ໃດ​ຫນຶ່ງ Say Yes! COVID Test (ຊູດກວດຫາເຊື້ອພະຍາດໂຄວິດຂອງໂຄງການ ເວົ້າວ່າ ຕ້ອງເຮັດໄດ້!) ຫຼື Federal Program (ໂຄງການລັດຖະບານກາງ) ປົກກະຕິແລ້ວຈະຈັດສົ່ງພາຍໃນ 1-2 ອາທິດນັບຈາກມື້ສັ່ງຊື້.

ເວັບໄຊທ໌ບອກວ່າເຄື່ອງກວດແມ່ນບໍ່ມີໃນສະຕັອກແລ້ວ. ຈະມີໃຊ້ເມື່ອໃດ?

ແຕ່ຫນ້າເສຍດາຍ, ພວກເຮົາບໍ່ມີວັນທີທີ່ແນ່ນອນສໍາລັບເວລາທີຈະມີເຄື່ອງກວດໃນສະຕັອກອີກເນື່ອງຈາກຄວາມຊັກຊ້າສະຫນອງໃນທົ່ວປະເທດ. ກະລຸນາກວດເບິ່ງຄືນເປັນປົກກະຕິໄດ້ທີ່ sayyescovidhometest.org (ເປັນພາສາອັງກິດ). ຂອບໃຈສຳລັບຄວາມອົດທົນລໍຖ້າຂອງທ່ານ!

ຖ້າທ່ານຕ້ອງການການເຄື່ອງກວດຫາເຊື້ອພະຍາດເພີ່ມເຕີມທັນທີ, ກະລຸນາໃຊ້ຕົວເລືອກທີ່ມີຢູ່ພາຍໃຕ້ຄໍາຖາມ, 'ຂ້າພະເຈົ້າສາມາດກວດຫາເຊື້ອພະຍາດໂຄວິດ-19 ຢູ່ໃສ?'.

ຫຼັງຈາກປະຕິບັດຕາມທາງເລືອກທັງຫມົດໃນການກວດຫາເຊື້ອທີ່ແນະນໍາ, ຂ້າພະເຈົ້າຍັງບໍ່ສາມາດຫາການກວດຫາເຊື້ອພະຍາດໄດ້. ຂ້າພະເຈົ້າຈະເຮັດແນວໃດຖ້າພະເຈົ້າເສຍຕິດວ່າຂ້າພະເຈົ້າມີພະຍາດໂຄວິດ-19?

ຂໍອະໄພທີ່ທ່ານມີຄວາມຫຍຸ້ງຍາກໃນການຊອກຫາການກວດເຊື້ອພະຍາດໂຄວິດ-19, ພວກເຮົາຮູ້ວ່າການສະໜອງມີຈຳກັດໃນທົ່ວປະເທດໃນປັດຈຸບັນ.

ຖ້າທ່ານກຳລັງມີອາການພະຍາດໂຄວິດ-19 ຫຼື ໄດ້ສຳຜັດກັບພະຍາດໂຄວິດ-19 ແລະ ກັງວົນວ່າທ່ານອາດຈະຕິດເຊື້ອ, ພວກເຮົາຂໍແນະນຳສິ່ງຕໍ່ໄປນີ້:

ການກວດຫາເຊື້ອທົ່ວໄປ

ໃຜທີ່ຄວນໄດ້ຮັບການກວດຫາເຊື້ອພະຍາດ?

Department of Health (DOH, ພະແນກສາທາລະນະສຸກ) ແນະນຳໃຫ້ກວດຫາເຊື້ອກັບ ທຸກຄົນທີ່ມີອາການທີ່ກ່ຽວຂ້ອງກັບພະຍາດໂຄວິດ-19.

DOH ຍັງແນະນຳໃຫ້ເຮັດການກວດຫາເຊື້ອພະຍາດສຳລັບ ຜູ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ເຊັ່ນ: ການໃກ້ຊິດກັບກໍລະນີຕິດເຊື້ອ, ຫຼື ຜູ້ທີ່ສຳພັດໃນສະຖານະການລະບາດ.

ຈະເກີດຫຍັງຂື້ນຫາກຂ້າພະເຈົ້າກວດຜົນອອກເປັນບວກ?

ປະຕິບັດຕາມຄໍາແນະນໍາຂອງ Centers for Disease Control and Prevention(CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ແລະ DOH ຫຼ້າສຸດ ແລະ ການແຍກປ່ຽວຢູ່ເຮືອນ, ໃຫ້ຢູ່ຫ່າງຈາກຄົນອື່ນ. ຜູ້ໃກ້ຊິດທັງໝົດຄວນກັກຕົວ.

ເພື່ອລາຍງານຜົນກວດພະຍາດໂຄວິດ-19 ຢູ່ເຮືອນທີ່ອອກເປັນບວກ ແລະ ໃຫ້ເຂົ້າເຖິງການບໍລິການເບິ່ງແຍງດູແລໄດ້, ກະລຸນາໂທຫາສາຍດ່ວນລັດວໍຊິງຕັນເພື່ອຊ່ວຍເຫຼືອພະຍາດໂຄວິດ ໄດ້ທີ່ເບີ 1-800-525-0127. ມີການຊ່ວຍເຫຼືອດ້ານການໃຊ້ພາສາໃຫ້.

ຖ້າເຈົ້າໄດ້ດາວໂຫຼດ ຫຼື ເປີດໃຊ້ແອັບ WA Notify (ແອັບຮັບການແຈ້ງເຕືອນຈາກລັດວໍຊິງຕັນ) ໃນສະມາດໂຟນຂອງທ່ານແລ້ວ, ທ່ານສາມາດໃຊ້ເຄື່ອງມືນີ້ເພື່ອລາຍງານຜົນກວດທີ່ເປັນບວກໄດ້ເຊັ່ນກັນ.

ສາມາດຫາຂໍ້ມູນເພີ່ມເຕີມໄດ້ທີ່ນີ້: ຈະເຮັດແນວໃດຖ້າຫາກທ່ານມີຜົນກວດອອກມາເປັນບວກ.