ລາຍງານຜົນການກວດຫາເຊື້ອຢູ່ບ້ານທີ່ເປັນບວກຂອງເຈົ້າໄດ້ຢ່າງງ່າຍດາຍ
ຄົນທີ່ຊື້ຊຸດເຄື່ອງກວດຫາເຊື້ອທີ່ຊື້ໄດ້ຈາກຮ້ານ ແລະ ໄດ້ຮັບຜົນກວດເປັນບວກຄວນໂທຫາສາຍດ່ວນກ່ຽວກັບພະຍາດໂຄວິດ-19 ຂອງລັດ, 1-800-525-0127 ແລະ ກົດ 7. ເມື່ອພວກເຂົາຮັບໂທລະສັບແລ້ວ, ໃຫ້ເວົ້າພາສາຂອງເຈົ້າເພື່ອເຂົ້າເຖິງການບໍລິການແປພາສາ. ມີສາຍດ່ວນໃຫ້ບໍລິການໃນ ວັນຈັນ ຕັ້ງແຕ່ 6 ໂມງເຊົ້າ ຫາ 10 ໂມງແລງ, ແລະ ວັນອັງຄານ ຫາ ວັນອາທິດ (ແລະ ວັນພັກທີ່ສັງເກດໄດ້) 6 ໂມງເຊົ້າ ຫາ 6 ໂມງແລງ.
ເປັນຫຍັງຈຶ່ງໄປກວດ
ການກວດຫາເຊື້ອຊ່ວຍເຫຼືອຊີວິດຄົນ. ການກວດຫາເຊື້ອຊ່ວຍໃຫ້ຜູ້ຄົນໃຊ້ມາດຕະການປ້ອງກັນ, ເຊັ່ນວ່າ ການກັກກັນ, ໃນເວລາທີ່ເໝາະສົມເພື່ອຢຸດການຂະຫຍາຍຂອງເຊື້ອໄວຣັດ; ຜູ້ຄົນທີ່ຕິດເຊື້ອທີ່ບໍ່ມີອາການຍັງສາມາດແຜ່ເຊື້ອໄວຣັດໄດ້. ການກວດຫາເຊື້ອຍັງຊ່ວຍໃຫ້ເຈົ້າໜ້າທີ່ສາທາລະນະສຸກ ລະບຸ ແລະ ຕອບສະໜອງຕໍ່ກັບການລະບາດ, ແລະ ເພື່ອຕິດຕາມເຊື້ອໄວຣັດສາຍພັນໃໝ່. ການກວດຫາເຊື້ອເປັນອົງປະກອບທີ່ສຳຄັນໃນການຊ່ວຍກັບມາເຮັດກິດຈະກຳໄດ້ເປັນປົກກະຕິ.
ບັນດານັກວິໄຈຈາກ University of Washington ແລະ Department of Health (DOH, ພະແນກສະທາລະນະສຸກ) ພົບເຫັນວ່າ ການກວດຫາເຊື້ອພະຍາດໂຄວິດ-19 ແລະ ການຕິດຕາມຜ່ານ WA Notify (ການແຈ້ງເຕືອນຂອງລັດ Washington) ນັ້ນອາດສາມາດປ້ອງກັນຄົນເຈັບໄດ້ເຖິງ 6,000 ກໍລະນີ ຕັ້ງແຕ່ ເດືອນທັນວາ 2020 ຫາ ເດືອນມີນາ 2021.
ເມື່ອໃດຈຶ່ງຈະໄປກວດ
ໄປກວດຫາເຊື້ອຖ້າຫາກເຈົ້າມີອາການຂອງພະຍາດໂຄວິດ-19 ຫຼື ໄດ້ສຳພັດໃກ້ຊິດກັບບາງຄົນທີ່ອາດມີເຊື້ອພະຍາດໂຄວິດ-19. ເຈົ້າຄວນໄປກວດຫາເຊື້ອທັນທີ ຖ້າຫາກເຈົ້າມີອາການ, ຫຼື 3-5 ວັນ ຫຼັງຈາກການສຳພັດທີ່ສົງໄສ, ເຖິງແມ່ນວ່າເຈົ້າຈະບໍ່ພົບວ່າມີອາການໃດໆກໍ່ຕາມ.
ບ່ອນທີ່ຈະໄປກວດຫາເຊື້ອ
ເວບໄຊຂອງ Department of Health ຂອງລັດ Washington ຈັດທຳ ລາຍຊື່ສະຖານທີ່ກວດຫາເຊື້ອ (ເປັນພາສາອັງກິດ) ທີ່ມີຢູ່ໃນແຕ່ລະເຂດ, ພ້ອມເວລາເຂົ້າການ ແລະ ບັນດາຂໍ້ກຳນົດ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບສະຖານທີ່ກວດຫາເຊື້ອ, ໂທຫາ 2-1-1. ຍັງມີຊຸດກວດຫາເຊື້ອທີ່ວາງຂາຍຕາມຮ້ານສຳລັບສັ່ງໄດ້ ແລະ ໃນຮ້ານຂາຍຢາເພື່ອຄວາມສະດວກ, ໃຫ້ແກ່ການກວດຫາເຊື້ອໄດ້ຢູ່ບ້ານ.
ຄົ້ນຫາສະຖານທີ່ກວດຫາເຊື້ອທີ່ຢູ່ໃກ້ຂ້ອຍ (ເປັນພາສາອັງກິດ)
ປະເພດຂອງການກວດຫາເຊື້ອ
ການກວດຫາເຊື້ອທີ່ມີໃນປັດຈຸບັນ ໄດ້ແກ່ ການກວດຫາເຊື້ອພູມຄຸ້ມກັນແບບໄວ, ການກວດຫາເຊື້ອລະດັບໂມເລກຸນ (ທັງໃນຫ້ອງປະຕິບັດການ ແລະ ຢູ່ທີ່ສະຖານທີ່ໃຫ້ການດູແລ), ແລະ ບາງສ່ວນຂອງການກວດຫາເຊື້ອດ້ວຍຕົນເອງໄດ້ທີ່ບ້ານ. ການສະໜອງຂອງການກວດຫາເຊື້ອສະເພາະໃດໜຶ່ງຈະແຕກຕ່າງກັນໄປຕາມຄວາມຕ້ອງການ ແລະ ຄວາມສາມາດຂອງຜູ້ຜະລິດ.
- ການກວດຫາເຊື້ອພະຍາດໂຄວິດ-19: ມັນມີຄວາມໝາຍແນວໃດສຳລັບຂ້ອຍ? (ເປັນພາສາອັງກິດ)
ຄ່າໃຊ້ຈ່າຍ
ບໍ່ມີຄ່າໃຊ້ຈ່າຍທີ່ຕ້ອງໄດ້ຈ່າຍເອງສຳລັບການກວດຫາເຊື້ອທີ່ໄດ້ດຳເນີນການທີ່ເຂດ ຫຼື ສະຖານທີ່ກວດຫາເຊື້ອທີ່ສະໜັບສະໜຸນໂດຍລັດ. ມີການກວດຫາເຊື້ອຫຼາຍຮູບແບບ, ໂດຍສະເພາະສຳລັບຄົນທີ່ມີອາການ, ສາມາດເກັບເງິນໄດ້ທີ່ປະກັນ ຫຼື ເງິນອຸດໜູນຈາກ Department of Health. ສະຖານທີ່ກວດຫາເຊື້ອທີ່ຄິດຄ່າທຳນຽມສຳລັບການບໍລິການໄດ້ລະບຸໄວ້ໃນລາຍຊື່. ການກວດຫາເຊື້ອຕອນເດີນທາງສ່ວນໃຫຍ່ແມ່ນບໍ່ໄດ້ຄຸ້ມຄອງໂດຍປະກັນ ຫຼື ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດ.
ການກວດຫາເຊື້ອມັນເຮັດວຽກແນວໃດ
ການກວດຫາເຊື້ອສ່ວນໃຫຍ່ແມ່ນເຮັດໂດຍການໃຊ້ຍອງຝ້າຍເກັບຕົວຢ່າງໃນຮູດັງ. ການກວດຫາເຊື້ອບາງສ່ວນອາດເຮັດໄດ້ໂດຍການເກັບຕົວຢ່າງນ້ຳລາຍ. ສາມາດຄົ້ນຫາລາຍລະອຽດເພີ່ມເຕີມໄດ້ທີ່ ໜ້າເວບກ່ຽວກັບຄຳຖາມທີ່ຖືກຖາມເລື້ອຍໆຂອງການກວດຫາເຊື້ອ.
ການຕິດຕາມ
ຢູ່ບ້ານໃຫ້ຫຼາຍເທົ່າທີ່ຈະເຮັດໃຫ້ ຖ້າຫາກເຈົ້າມີອາການ. ຖ້າຫາກເຈົ້າກວດພົບວ່າມີເຊື້ອ, ກັກກັນ (ອີງຕາມຄຳແນະນຳຈາກ DOH/Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ແລະ ຊອກຫາຄວາມຊ່ວຍເຫຼືອຜ່ານ Care Connect.