ຖ້າຫາກວ່າທ່ານກວດພົບວ່າມີຜົນກວດພະຍາດ ໂຄວິດ-19 ເປັນຜົນບວກ, ຂ່າວດີແມ່ນວ່າມີຂັ້ນຕອນຕ່າງໆທີ່ທ່ານສາມາດເຮັດໄດ້ ເພື່ອຊ່ວຍຮັກສາຕົວທ່ານເອງ ແລະ ຄົນອື່ນໃຫ້ປອດໄພ.
ຈະເຮັດແນວໃດ ຖ້າຫາກທ່ານມີຜົນກວດອອກມາເປັນບວກ
ຢູ່ແຕ່ໃນເຮືອນ ແລະ ຢູ່ຫ່າງຈາກຄົນອື່ນ ປະຕິບັດຕາມ ຄຳແນະນຳການແຍກຕົວຢູ່ຫຼ້າສຸດ (ເປັນພາສາອັງກິດ) ຈາກ Centers for Disease Control and Prevention (CDC, ສູນຄວບຄຸມ ແລະ ປ້ອງກັນພະຍາດ) ແລະ Washington State Department of Health (DOH, ພະແນກສາທາລະນະສຸກຂອງລັດວໍຊິງຕັນ). ຖ້າຫາກທ່ານຕ້ອງການຄວາມຊ່ວຍເຫຼືອໃນຂະນະທີ່ທ່ານແຍກຕົວຢູ່, ທ່ານອາດຈະສາມາດຂໍຄວາມຊ່ວຍເຫຼືອຈາກ Care Connect Washington.
- ແຍກຕົວທ່ານເອງອອກຈາກຄົນອື່ນທີ່ຢູ່ໃນເຮືອນຂອງທ່ານ. ຖ້າຫາກເປັນໄປໄດ້, ໃຫ້ຢູ່ໃນຫ້ອງຕ່າງກັນທີ່ຫ່່າງຈາກຄົນທີ່ທ່ານຢູ່ນຳ ແລະ ໃຊ້ຫ້ອງນ້ຳແຍກຕ່າງຫາກ.
ສັງເກດເບິ່ງອາການ. ຖ້າອາການຂອງທ່ານຮຸນແຮງຂຶ້ນ ຫຼື ທ່ານມີອາການໃໝ່ໆໃຫ້ປຶກສາກັບຜູ້ໃຫ້ບໍລິການດ້ານສຸຂະພາບ. ໂທຫາ 9–1–1 ຖ້າຫາກທ່ານສັງເກດເຫັນສັນຍານເຕືອນໄພສຸກເສີນກ່ຽວກັບພະຍາດ ໂຄວິດ-19 ຕໍ່ໄປນີ້:
- ການຫາຍໃຈຍາກ
- ເຈັບໜ້າເອິກ ຫຼື ແໜ້ນໜ້າເອິກ
- ມີຄວາມສັບສົນໃໝ່ເກີດຂື້ນກະທັນຫັນ່
- ຄວາມບໍ່ສາມາດຕອບສະໜອງ
- ຜິວໜັງ ຮິມສົບ ຫຼື ເລັບມື ເປັນສີຟ້າແກ່ ສີຂີ້ເຖົາ ຫຼື ສີຟ້າ, ຂື້ນກັບສີຜິວໜັງນໍາ
ໃສ່ໜ້າກາກອະນາໄມ ທີ່ປິດດັງ ແລະ ປາກຂອງທ່ານ ຖ້າຫາກຈໍາເປັນຕ້ອງຢູ່ອ້ອມແອ້ມຜູ້ອື່ນ ເຖິງແມ່ນຈະຢູ່ເຮືອນກໍ່ຕາມ. ຄົນອື່ນໆໃນຄົວເຮືອນຂອງທ່ານຄວນໃສ່ໜ້າກາກເຊັ່ນກັນ.
- ຖ້າຫາກເປັນໄປໄດ້, ໃຫ້ໃຊ້ໜ້າກາກອະນາໄມ KN95 ຫຼື ໜ້າກາກຜ່າຕັດ 3 ຊັ້ນ.
- ໃຫ້ແນ່ໃຈວ່າໜ້າກາກຂອງທ່ານພໍດີ, ບໍ່ມີຊ່ອງຫວ່າງ. ເພື່ອປັບໃຫ້ເຂົ້າພໍດີ, ໃຫ້ຜູກໃສ່ຫູທີ່ຄ້ອງເຂົ້າກັບໃບໜ້າ. ນອກນັ້ນທ່ານຍັງສາມາດເຮັດໜ້າກາກສອງຊັ້ນ ເພື່ອປ້ອງກັນຊ່ອງຫວ່າງ. ເບິ່ງວິດີໂອສັ້ນກ່ຽວກັບວິທີປັບໜ້າກາກໃຫ້ພໍດີຍິ່ງຂື້ນ (ເປັນພາສາອັງກິດ).
ແຈ້ງຜູ້ອື່ນໃຫ້ຢຸດການແຜ່ລະບາດ ຕິດຕໍ່ກັບ ຜູ້ຕິດຕໍ່ໃກ້ຊິດຂອງທ່ານ (ເປັນພາສາອັງກິດ) ແລະ ແຈ້ງໃຫ້ພວກເຂົາຮູ້ວ່າພວກເຂົາອາດຈະຕິດເຊື້ອພະຍາດ ໂຄວິດ-19 ໄດ້. ບາງຄົນທີ່ຕິດເຊື້ອສາມາດແຜ່ລະບາດພະຍາດ ໂຄວິດ-19 ກ່ອນທີ່ພວກເຂົາຈະມີອາການ. ເມື່ອທ່ານແຈ້ງໃຫ້ຄົນໃກ້ຊິດຂອງທ່ານ, ພວກເຂົາສາມາດໄດ້ຮັບການທົດສອບ ແລະ ກັກຕົວ ຫຼື ແຍກຕົວຢູ່ ຖ້າຫາກຈໍາເປັນ ເພື່ອຫຼີກເວັ້ນການແຜ່ເຊື້ອໄວຣັດໄປຫາຜູ້ອື່ນ.
- ຖ້າຫາກທ່ານໃຊ້ການທົດສອບຢູ່ທີ່ບ້ານ, ໃຫ້ລາຍງານຜົນກວດອອກມາເປັນບວກຂອງທ່ານໄປຫາສາຍດ່ວນຂອງເຊື້ອພະຍາດ ໂຄວິດ-19 ຂອງວໍຊິງຕັນທີ່ເບີ 1-800-525-0127. ການດໍາເນີນການນີ້ຊ່ວຍເຫືອ ຄວາມພະຍາຍາມຕິດຕາມຜູ້ທີ່ໄດ້ສໍາຜັດ (ເປັນພາສາອັງກິດ) ແລະ ປ້ອງກັນບໍ່ໃຫ້ພະຍາດແຜ່ລາມອອກໄປໃນຊຸມຊົນຂອງພວກເຮົາ. ສາຍດ່ວນແມ່ນເປິດໃຫ້ບໍລິການໃນມື້ວັນຈັນ ເລີ່ມແຕ່ 6 ໂມງເຊົ້າ ຫາ 10 ໂມງແລງ ແລະ ວັນອັງຄານ ຫາ ວັນອາທິດ (ແລະ ສັງເກດການຕາມວັນພັກການ) ແຕ່ 6 ໂມງເຊົ້າ ຫາ 6 ໂມງແລງ. ມີບໍລິການຊ່ວຍເຫຼືອດ້ານພາສາ.
- ຖ້າຫາກທ່ານໃຊ້ການທົດສອບຢູ່ທີ່ບ້ານ, ຂໍລະຫັດຢືນຢັນຜ່ານ WA Notify (ການແຈ້ງເຕືອນຂອງວໍຊິງຕັນ) ເພື່ອແຈ້ງເຕືອນຜູ້ໃຊ້ WA Notify ຜູ້ໃຊ້ຄົນອື່ນທີ່ບໍ່ໄດ້ລະບຸຊື່.
ຕິດຕໍ່ຜູ້ໃຫ້ບໍລິການດ້ານສຸຂະພາບຂອງທ່ານ — ຖ້າທ່ານມີຜູ້ໃດໜຶ່ງ — ຫຼື ຄລີນິກສຸຂະພາບທ້ອງຖິ່ນ ເພື່ອຂໍຄຳແນະນຳທາງການແພດ. ພວກເຂົາສາມາດໃຫ້ຄໍາແນະນໍາບາງຢ່າງແກ່ທ່ານ ສໍາລັບວິທີທີ່ຈະຢູ່ສະດວກສະບາຍໃນເວລາທີ່ທ່ານຟື້ນຕົວ. ພວກເຂົາຍັງຈະບອກທ່ານກ່ຽວກັບອາການຂອງພະຍາດຮ້າຍແຮງທີ່ທ່ານຈະຕ້ອງໄດ້ລະວັງ, ດັ່ງນັ້ນທ່ານສາມາດໄດ້ຮັບການດູແລເພີ່ມເຕີມ ຖ້າຫາກວ່າທ່ານຕ້ອງການ.
ລະບາຍອາກາດອອກຢູ່ໃນສະຖ່ານທີ່ຂອງທ່ານ ໃຫ້ຫຼາຍເທົ່າທີ່ທ່ານສາມາດເຮັດໄດ້. ຖ້າຫາກເປັນໄປໄດ້, ໃຫ້ເປີດປ່ອງຢ້ຽມ, ເປີດພັດລົມໃສ່ເຄື່ອງຄວບຄຸມອຸນຫະພູມຂອງທ່ານໃນລະດັບສູງ, ປ່ຽນຕົວກອງ HVAC ຂອງທ່ານ ຫຼື ໃຊ້ເຄື່ອງຟອກອາກາດ HEPA.
ເຖິງແມ່ນວ່າທ່ານຈະຫາຍດີຈາກພະຍາດໂຄວິດ-19 ແລະ ສາມາດຢຸດຕິການແຍກຕົວຢູ່ຂອງທ່ານໄດ້ແລ້ວກໍ່ຕາມ, ສິ່ງສຳຄັນແມ່ນຕ້ອງສືບຕໍ່ປົກປ້ອງຕົນເອງ ແລະ ຄົນອື່ນໆ. ທ່ານສາມາດເຮັດໄດ້ໂດຍການໄດ້ຮັບ ວັກຊີນປ້ອງກັນພະຍາດ ໂຄວິດ-19 ແລະ ເຂັມຢາເພີ່ມປະສິດທິພາບຂອງທ່ານ, ໃສ່ໜ້າກາກໃນທີ່ສາທາລະນະ ຫຼີກລ້ຽງການຊຸມນຸມຂະໜາດໃຫຍ່, ລ້າງມື ແລະ ຊ່ວຍໃຫ້ WA Notify ໃນໂທລະສັບສະມາດໂຟນຂອງທ່ານ.